ການທູດລາວໃນໄລຍະໃໝ່ 40 ປີ ແຫ່ງຈິນຕະນາການໃໝ່ ສູ່ການທູດເພື່ອການພັດທະນາ

28/10/2026 14:13
ຂປລ ເນື່ອງໃນໂອກາດວັນການທູດລາວ ຄົບຮອບ 81 ປີ, ນັບຕັ້ງແຕ່ວັນທີ 12 ຕຸລາ 1945 ຈົນມາເຖິງ 12 ຕຸລາ 2026, ເມື່ອ ຫວນຄືນເບິ່ງເສັ້ນທາງການທູດລາວ ນັບຕັ້ງແຕ່ວັນປະກາດເອກະລາດໃນວັນທີ 12 ຕຸລາ 1945 ຈົນເຖິງປັດຈຸບັນ.

ຂປລ. ເນື່ອງໃນໂອກາດວັນການທູດລາວ ຄົບຮອບ 81 ປີ, ນັບຕັ້ງແຕ່ວັນທີ 12 ຕຸລາ 1945 ຈົນມາເຖິງ 12 ຕຸລາ 2026, ເມື່ອຫວນຄືນເບິ່ງເສັ້ນທາງການທູດລາວ ນັບຕັ້ງແຕ່ວັນປະກາດເອກະລາດ ໃນວັນທີ 12 ຕຸລາ 1945 ຈົນເຖິງປັດຈຸບັນ ຊຶ່ງບໍ່ພຽງແຕ່ເປັນຜົນງານຕະຫລອດ 81 ປີ, ແຕ່ຍັງເປັນໂອກາດສຳຄັນ ໃນການສັງລວມ ແລະ ຖອດຖອນບົດຮຽນ ເພື່ອພິຈາລະນາການປັບຕົວ ຕາມວິວັດທະນາການ ຂອງແນວຄິດ ດ້ານການທູດລາວ ໃຫ້ສອດຄ່ອງກັບສະພາບການ ໃນແຕ່ລະຍຸກສະໄໝ. ໂດຍສະເພາະ, ປີ 2026 ແມ່ນປີຄົບຮອບ 40 ປີ ແຫ່ງແນວທາງ“ຈິນຕະນາການໃໝ່” (1986-2026) ຊຶ່ງເປັນຈຸດປ່ຽນສຳຄັນ ຂອງແນວທາງການ ທູດລາວ. ຈາກການເນັ້ນໃສ່ການຮັກສາສັນຕິພາບ, ຄວາມໝັ້ນຄົງ ແລະ ປົກປັກຮັກສາອະທິປະໄຕຂອງຕົນ, ການທູດລາວ ໄດ້ຄ່ອຍໆເປີດກວ້າງສາຍພົວພັນ, ຂະຫຍາຍການຮ່ວມມື, ເຂົ້າຮ່ວມການເຊື່ອມໂຍງພາກພື້ນ ແລະ ນຳໃຊ້ການ ທູດໃຫ້ເປັນກົນໄກສຳຄັນ ໃນການສ້າງສະພາບແວດລ້ອມ ແລະ ເງື່ອນໄຂທີ່ເອື້ອອຳນວຍ ຕໍ່ການສ້າງສາ ແລະ ພັດທະນາປະເທດ. ດັ່ງນັ້ນ,ໃນໂອກາດຄົບ ຮອບ 81 ປີ ແຫ່ງການເຄື່ອນໄຫວການທູດລາວ ຈຶ່ງເປັນ ໂອກາດອັນເໝາະສົມ ເພື່ອທົບທວນເບິ່ງຄືນເສັ້ນທາງ 40 ປີ ແຫ່ງການຈັດຕັ້ງປະຕິບັດ “ຈິນຕະນາການໃໝ່”, ທົບທວນຜົນງານ ແລະ ບົດຮຽນຈາກອະດີດ ພ້ອມທັງພິຈາລະນາທິດທາງ ຂອງການທູດລາວໃນໄລຍະຕໍ່ໄປ ທ່າມ ກາງສະພາບການພາກພື້ນ ແລະ ສາກົນທີ່ຜັນແປ, ສັບສົນ ແລະ ຄາດຄະເນໄດ້ຍາກ.

ເສັ້ນທາງການທູດລາວເກີດຂຶ້ນຄຽງຄູ່ກັບການຕໍ່ສູ້ ເພື່ອຄວາມເປັນເອກະລາດແຫ່ງຊາດ ຜ່ານການຕໍ່ສູ້ຢ່າງລະອິດລະອ້ຽວ, ທໍລະຫົດອົດທົນ ແລະ ການເສຍສະລະ ຂອງປະຊາຊົນລາວ ຜູ້ຮັກຫອມສັນຕິພາບ, ຄຽງຄູ່ ກັບການປະສານສົມທົບ ລະຫວ່າງການຕໍ່ສູ້ດ້ວຍກຳລັງອາວຸດ ແລະ ການເຄື່ອນໄຫວທາງການທູດ, ຈຶ່ງສາມາດນຳໄປສູ່ການປະກາດເອກະລາດ ໃນວັນທີ 12 ຕຸລາ 1945. ເຫດການດັ່ງກ່າວ ນັບເປັນຂີດໝາຍສຳຄັນ ໃນປະ ຫວັດສາດຂອງຊາດ ແລະ ເປັນມູນເຊື້ອອັນສຳຄັນ ຂອງການທູດລາວໃນພາລະກິດ ແຫ່ງການປົກປັກຮັກສາເອກະລາດ, ອະທິປະໄຕ ແລະ ຜົນປະໂຫຍດແຫ່ງຊາດ ຄຽງຄູ່ກັບພາລະກິດສ້າງສາ ແລະ ພັດທະນາປະເທດ.

ຕະຫລອດຫລາຍທົດສະວັດທີ່ຜ່ານມາ, ການທູດລາວໄດ້ດຳເນີນພາລະກິດຢ່າງຕໍ່ເນື່ອງ ພາຍໃຕ້ສະພາບການພາຍໃນ ແລະ ສາກົນທີ່ແຕກຕ່າງກັນ ໃນແຕ່ລະຍຸກສະໄໝ. ບົດບາດຂອງການທູດ ຈຶ່ງໄດ້ມີການປັບປ່ຽນໄປ ຕາມສະພາບການ ແລະ ບໍ່ໄດ້ຈໍາກັດພຽງແຕ່ການປົກປ້ອງ ອະທິປະໄຕ ແລະ ສ້າງສັນຕິພາບ, ແຕ່ໄດ້ຄ່ອຍໆຂະຫຍາຍ ໄປສູ່ການສ້າງສາຍພົວພັນ, ຂະຫຍາຍການຮ່ວມມື ແລະ ລະດົມປັດໄຈຈາກພາຍ ນອກເຂົ້າມາຮັບໃຊ້ການ ພັດທະນາພາຍໃນ. ເພື່ອຢັ້ງຢືນເຖິງຂີດໝາຍໄຊຊະນະ, ຜົນງານ ແລະ ກຽດຕິຄຸນອັນສຳຄັນ ຂອງວຽກງານການທູດ ຂອງການປະຕິວັດຊາດ, ໃນວັນທີ 19 ມິຖຸນາ 2013 ກົມການເມືອງສູນກາງພັກ ໄດ້ມີມະຕິຮັບຮອງ ແລະ ກຳນົດໃຫ້ວັນທີ 12 ຕຸລາ ຂອງທຸກປີເປັນ “ວັນການທູດລາວ”. ນັບແຕ່ອະດີດຈົນເຖິງປັດຈຸບັນ, ການທູດລາວ ໄດ້ສືບຕໍ່ຍຶດໝັ້ນ ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ໂດຍນຳເອົາຜົນປະໂຫຍດ ສູງສຸດມາສູ່ປະເທດ ແລະ ປະຊາຊົນລາວບັນດາເຜົ່າ.

ບົນເສັ້ນທາງອັນຍາວນານນັ້ນ, ປີ 1986 ແມ່ນຈຸດປ່ຽນໜຶ່ງທີ່ສຳຄັນທາງປະຫວັດສາດ. ກອງປະຊຸມໃຫຍ່ຂອງພັກຄັ້ງທີ IV ໄດ້ໄຂຂຶ້ນໃນວັນທີ 13-15 ພະຈິກ 1986 ແລະ ໄດ້ກຳນົດແນວທາງ “ຈິນຕະນາການໃໝ່” ຫລື “ການປ່ຽນແປງໃໝ່” ຊຶ່ງເປັນພື້ນຖານສໍາຄັນ ຂອງການຫັນປ່ຽນການພັດທະນາປະເທດ ລວມທັງການດໍາເນີນນະໂຍບາຍການທູດຂອງລາວ. ຈິນຕະນາການໃໝ່ ບໍ່ໄດ້ຈຳກັດຢູ່ພຽງດ້ານເສດຖະກິດ, ແຕ່ເປັນການຫັນ ປ່ຽນແນວຄິດ ແລະ ທິດທາງການພັດທະນາ ໂດຍລວມຂອງຊາດ ທ່າມກາງສະພາບການໂລກທີ່ກຳລັງຜັນແປ. ສຳລັບວຽກງານການທູດ, ການຫັນປ່ຽນນີ້ໄດ້ເປີດໂອກາດໃໝ່ ໃຫ້ແກ່ການຂະຫຍາຍສາຍພົວພັນ, ການຮ່ວມ ມື ແລະ ການນຳໃຊ້ການທູດ ສ້າງສະພາບການພາຍນອກ ທີ່ເອື້ອອຳນວຍຕໍ່ການສ້າງສາ ແລະ ພັດທະນາພາຍໃນ. ການເປີດກວ້າງການພົວພັນ, ການລະດົມການຊ່ວຍເຫລືອ, ການດຶງດູດທຶນ ແລະ ເຕັກໂນໂລຊີ ຈຶ່ງຄ່ອຍໆ ກາຍເປັນຍຸດທະສາດສຳຄັນຂອງວຽກງານການທູດ. ແນວຄິດດັ່ງກ່າວຖືກສະແດງອອກຢ່າງຈະແຈ້ງຜ່ານຄຳເວົ້າຂອງ ປະທານ ໄກສອນ ພົມວິຫານ ທີ່ວ່າ: “ໃນທຸກມື້ນີ້, ການພົວພັນ ແລະ ການຮ່ວມມື ລະຫວ່າງ ບັນດາ ປະເທດໃນແຕ່ລະພາກພື້ນ ໄດ້ກາຍເປັນທ່າອ່ຽງແຫ່ງຍຸກສະໄໝ.” ຄຳເວົ້ານີ້ໄດ້ຊີ້ໃຫ້ເຫັນວ່າ ຈິນຕະນາການໃໝ່ໃນດ້ານການທູດ ແມ່ນການເບິ່ງເຫັນຄຸນຄ່າ ຂອງສາຍພົວພັນ ແລະ ການຮ່ວມມືກັບພາຍນອກ ທີ່ເປັນປັດ ໄຈສຳຄັນ ໃນການສ້າງສະພາບແວດລ້ອມ ແຫ່ງສັນຕິພາບ ແລະ ຕໍ່ການພັດທະນາພາຍໃນປະເທດ. ຈາກນັ້ນມາ, ການທູດລາວ ຈຶ່ງຄ່ອຍໆມີບາດກ້າວ ຈາກການເນັ້ນໜັກໃສ່ພາລະກິດ ດ້ານການປົກປັກຮັກສາສັນຕິພາບ ກ້າວ ໄປສູ່ການເປີດກວ້າງສາຍພົວພັນ, ຂະຫຍາຍການຮ່ວມມື ແລະ ສ້າງໂອກາດ ເພື່ອຍາດແຍ່ງການຊ່ວຍເຫລືອຈາກພາຍນອກ ເພື່ອພັດທະນາປະເທດຊາດ. ແນວທາງນີ້ໄດ້ວາງຮາກຖານສໍາຄັນ ໃຫ້ແກ່ການປັບຕົວ ແລະ ການຂະຫຍາຍບົດບາດ ຂອງການທູດລາວຕະຫລອດ 4 ທົດສະວັດຜ່ານມາ.

ໃນໄລຍະປີ 1986-1995, ເປັນໄລຍະຂອງການ “ເປີດປະຕູ” ແລະ ຟື້ນຟູສາຍພົວພັນກັບສາກົນ. ທ່າມກາງສະພາບການພາຍໃນ ແລະ ສາກົນທີ່ຜັນແປ ໃນໄລຍະທ້າຍຂອງສົງຄາມເຢັນ, ສປປ ລາວ ໄດ້ເປີດກວ້າງ ສາຍພົວພັນ, ຟື້ນຟູຄວາມສຳພັນກັບຫລາຍປະເທດ, ຂະຫຍາຍເຄືອຂ່າຍການທູດ ແລະ ເຂົ້າຮ່ວມໃນກົນໄກສາກົນຫລາຍຂຶ້ນ. ການລະດົມການຊ່ວຍເຫລືອ ແລະ ຍາດແຍ່ງເອົາການຮ່ວມມືດ້ານຕ່າງໆ ຈາກບັນດາປະເທດ ເພື່ອນມິດ ກໍໄດ້ປະກອບສ່ວນອັນສຳຄັນ ເຂົ້າໃນການສ້າງສາພັດທະນາປະເທດຊາດ. ນັບຕັ້ງແຕ່ປີ 1996-2005, ການທູດລາວ ໄດ້ກ້າວເຂົ້າສູ່ການເຊື່ອມໂຍງ ກັບພາກພື້ນຢ່າງສົມບູນ. ເຫດການສໍາຄັນຄື ການເຂົ້າ ເປັນ ສະມາຊິກອາຊຽນ ໃນວັນທີ 23 ກໍລະກົດ 1997. ນັບຕັ້ງແຕ່ນັ້ນເປັນຕົ້ນມາ, ອາຊຽນໄດ້ກາຍເປັນເວທີສຳຄັນທີ່ຊ່ວຍໃຫ້ ສປປ ລາວ ມີບົດບາດ, ມີສິດ, ມີສຽງ ແລະ ມີສ່ວນຮ່ວມໃນການສ້າງກົດລະບຽບ ແລະ ກົນໄກ ຮ່ວມ ມືຂອງພາກພື້ນ. ການເຂົ້າສູ່ອາຊຽນ ຈຶ່ງບໍ່ແມ່ນພຽງເປັນການຂະຫຍາຍສະມາຊິກອີກໜຶ່ງປະເທດ, ແຕ່ເປັນການເປີດຂອບເຂດໃໝ່ ໃຫ້ກັບການທູດລາວ. ສຳລັບປະເທດນ້ອຍ, ການມີບ່ອນຢືນຢູ່ໃນເວທີພາກພື້ນ ໝາຍ ເຖິງການມີສ່ວນຮ່ວມ ໃນການກຳນົດວາລະ, ສະແດງຈຸດຢືນ ແລະ ປົກປ້ອງຜົນປະໂຫຍດ. ໃນໄລຍະປີ 2006-2015, ການທູດໄດ້ເຂົ້າສູ່ຍຸກແຫ່ງການເຊື່ອມໂຍງ ດ້ານເສດຖະກິດ ທີ່ມີບົດບາດສູງເດັ່ນຂຶ້ນ. ແນວຄິດ ຈາກ ປະເທດ ທີ່ບໍ່ມີຊາຍແດນຕິດກັບທະເລ ໄປສູ່ປະເທດແຫ່ງການເຊື່ອມໂຍງ-ເຊື່ອມຈອດ ຊຶ່ງນີ້ໄດ້ສະແດງເຖິງຄວາມພະຍາຍາມປ່ຽນຂໍ້ຈຳກັດ ດ້ານພູມສາດໃຫ້ກາຍເປັນໂອກາດ. ຖະໜົນຫົນທາງ, ພະລັງງານ, ການຂົນ ສົ່ງ ແລະ ພື້ນຖານໂຄງລ່າງຕ່າງໆ ຈຶ່ງກາຍເປັນພາກສ່ວນສຳຄັນຂອງການທູດເສດຖະກິດ.

ວິວັດທະນາການຂອງ “ຈິນຕະນາການໃໝ່” ຍັງສະແດງອອກຢ່າງຈະແຈ້ງ ຜ່ານການທູດເສດຖະກິດ ແລະ ການດຶງດູດການລົງທຶນ. ໃນໄລຍະເລີ່ມຕົ້ນ (ປີ 1988-1990), ສປປ ລາວ ສາມາດອະນຸມັດໂຄງການລົງ ທຶນໄດ້ 63 ໂຄງການ ລວມມູນຄ່າປະມານ 100 ລ້ານໂດລາສະ ຫະລັດ. ຕໍ່ມາ, ການລົງທຶນໄດ້ຂະຫຍາຍຕົວຕາມລໍາດັບ ໂດຍໃນໄລຍະປີ 2021-2025 ສາມາດບັນລຸໄດ້ 16 ຕື້ໂດລາ. ຕົວເລກດັ່ງກ່າວສະແດງ ໃຫ້ເຫັນວ່າ ການທູດເສດຖະກິດ ໄດ້ຄ່ອຍໆກາຍເປັນອົງປະກອບສໍາຄັນ ຂອງການທູດລາວ ໂດຍມີພາລະບົດບາດໃນການດຶງດູດທຶນ, ຂະຫຍາຍການຮ່ວມມືທາງເສດຖະກິດ ແລະ ສະໜັບສະໜູນ ການພັດທະນາປະເທດ. ໃນຂະນະດຽວ ກັນ, ຂະແໜງການລົງທຶນ ກໍໄດ້ຂະຫຍາຍຈາກພະລັງງານ, ບໍ່ແຮ່ ແລະ ກະສິກໍາ ໄປສູ່ຂະແໜງອຸດສາຫະກໍາ, ການຜະລິດ, ການປຸງແຕ່ງ, ການຂົນສົ່ງ-ໂລຈິສຕິກ, ໂທລະຄົມ, ການເງິນ ແລະ ການທ່ອງທ່ຽວ.

ໃນນີ້, ການສ້າງຕັ້ງເຂດເສດຖະກິດພິເສດ ກໍເປັນອີກຕົວຢ່າງໜຶ່ງທີ່ສະແດງໃຫ້ເຫັນ ກ່ຽວກັບການຫັນແນວຄິດດ້ານການທູດ ໃຫ້ເປັນໂອກາດເພື່ອການພັດທະນາ. ລັດຖະບານ ໄດ້ມີນະໂຍບາຍສ້າງຕັ້ງເຂດເສດຖະກິດ ພິເສດ ເພື່ອຊຸກຍູ້ການຫັນເປັນອຸດສາຫະກຳ ແລະ ທັນສະໄໝ, ການຜະລິດເປັນຕ່ອງໂສ້ ແລະ ການສ້າງເມືອງໃໝ່. ມາຮອດປັດຈຸບັນ, ລາວໄດ້ອະນຸມັດ 21 ເຂດທົ່ວປະເທດ, ສາມາດດຶງດູດ 2.041 ບໍລິສັດເຂົ້າມາລົງທຶນ, ມີທຶນຈົດທະບຽນ ປະມານ 41 ຕື້ກວ່າໂດລາ ແລະ ມີແຜນການລົງທຶນກວ່າ 86 ຕື້ໂດລາ. ນອກຈາກນັ້ນ, ຍັງມີຫົວໜ່ວຍທຸລະກິດຂະໜາດນ້ອຍ-ກາງ ເຂົ້າມາລົງທຶນໃນຂະແໜງການຄ້າ ແລະ ການບໍລິການເຖິງ 3.996 ຫ້າງຮ້ານ ຊຶ່ງໄດ້ຊຸກຍູ້ການສ້າງວຽກເຮັດງານທຳຫລາຍກວ່າ 90.000 ຕຳແໜ່ງ. ຕົວເລກນີ້ກໍໄດ້ຊີ້ໃຫ້ເຫັນ ເຖິງຜົນສໍາເລັດອີກດ້ານໜຶ່ງ ຂອງການທູດເສດຖະກິດ: ການທູດບໍ່ຄວນວັດແທກ ພຽງຈຳນວນສາຍພົວພັນ ຫລື ຈຳນວນໂຄງການ, ແຕ່ຍັງຕ້ອງເບິ່ງວ່າສາຍພົວພັນ ແລະ ການຮ່ວມມືເຫລົ່ານັ້ນ ສາມາດສ້າງວຽກງານ, ນຳເອົາທຶນ ແລະ ເຕັກໂນໂລຊີເຂົ້າມາ, ພັດທະນາທັກສະ ແລະ ສ້າງມູນຄ່າໃຫ້ແກ່ພາຍໃນປະເທດ ໄດ້ຫລາຍປານໃດ.

ນັບແຕ່ປີ 2016 ຈົນເຖິງປັດຈຸບັນ, ການທູດລາວ ໄດ້ເຄື່ອນໄຫວທ່າມກາງສະພາບແວດລ້ອມສາກົນ ທີ່ມີຄວາມສັບສົນ ແລະ ຜັນແປຫລາຍຂຶ້ນ. ການແຂ່ງຂັນລະຫວ່າງມະຫາອຳນາດ, ຄວາມບໍ່ແນ່ນອນທາງພູມ ສາດການເມືອງ, ວິກິດການຫລາຍຮູບແບບ, ການຮັບມືກັບການປ່ຽນແປງດິນຟ້າອາກາດ ແລະ ຄວາມກ້າວໜ້າທາງດີຈິຕອນ ລ້ວນແຕ່ເປັນປັດໄຈທີ່ກຳນົດ ໃຫ້ການທູດຕ້ອງປັບຕົວ ແລະ ປັບປ່ຽນວິທີການເຄື່ອນໄຫວ ຢ່າງຕໍ່ເນື່ອງ. ດ້ວຍເຫດນີ້, ການທູດດີຈິຕອນ, ການທູດສີຂຽວ ແລະ ການທູດປະຊາຊົນ ຈຶ່ງມີບົດບາດພົ້ນເດັ່ນຂຶ້ນ ໃນການຂະຫຍາຍສາຍພົວພັນ, ສົ່ງເສີມການຮ່ວມມື ແລະ ຮັບມືກັບສິ່ງທ້າທາຍຮ່ວມກັນ. ເມື່ອທົບທວນ ຕະຫລອດ 4 ທົດສະວັດ, ຈະເຫັນໄດ້ວ່າ ການທູດລາວໄດ້ຄ່ອຍໆ ຂະຫຍາຍຈາກການເນັ້ນໃສ່ການຮັກສາສັນຕິພາບ ແລະ ຄວາມໝັ້ນຄົງ ໄປສູ່ການມີບົດບາດຫລາຍດ້ານຍິ່ງຂຶ້ນ ໂດຍສຸມໃສ່ການນຳໃຊ້ສາຍພົວພັນສາກົນ ແລະ ການຮ່ວມມືພາຍນອກ ເພື່ອສະໜັບສະໜູນການພັດທະນາພາຍໃນ. ເຖິງຢ່າງໃດກໍດີ, ການປັບປ່ຽນດັ່ງກ່າວ ບໍ່ໄດ້ໝາຍເຖິງການປະຖິ້ມຫລັກການທີ່ຢຶດຖືມາແຕ່ເດີມ. ຄວາມເປັນເອກະລາດ, ອະທິປະໄຕ, ສັນຕິພາບ, ການບໍ່ ແຊກແຊງກິດຈະການພາຍໃນ ແລະ ການຍຶດໝັ້ນຜົນປະໂຫຍດແຫ່ງຊາດ ຍັງຄົງເປັນຫລັກການພື້ນຖານ ທີ່ຊີ້ນຳການດຳເນີນນະໂຍບາຍຕ່າງປະເທດຂອງລາວ.

ຜົນສຳເລັດອີກດ້ານໜຶ່ງຂອງວຽກງານການທູດ ກໍຄື ສປປ ລາວ ໄດ້ຄ່ອຍໆຂະຫຍາຍສາຍພົວພັນສາກົນ ນັບມື້ນັບເພິ່ມຂຶ້ນຕະຫລອດມາ  ຊຶ່ງໃນປັດຈຸບັນ ສປປ ລາວ ມີສາຍພົວພັນການທູດກັບ 155 ປະເທດ ແລະ ມີສາຍພົວພັນກັບ 145 ພັກການເມືອງຈາກ 83 ປະເທດ. ຕົວເລກເຫລົ່ານີ້ ບໍ່ພຽງແຕ່ໝາຍເຖິງຂອບເຂດ ຂອງສາຍພົວພັນທີ່ຂະຫຍາຍກວ້າງຂຶ້ນ, ແຕ່ຍັງສະແດງເຖິງຊ່ອງທາງ ແລະ ທາງເລືອກທີ່ຫລາກຫລາຍສຳລັບ ການດຳເນີນນະໂຍບາຍຕ່າງປະເທດ. ໃນຂະນະດຽວກັນ, ການມີສ່ວນຮ່ວມຢ່າງຫ້າວຫັນໃນອາຊຽນ ແລະ ກົນໄກຮ່ວມມືອະນຸພາກພື້ນຕ່າງໆ ໄດ້ຊ່ວຍເສີມສ້າງບົດບາດຂອງລາວ ກໍຄື ເພີ່ມໂອກາດໃນການຮ່ວມ ມືກັບຄູ່ເຈ ລະຈາສາກົນ. ຄຽງຄູ່ກັນນັ້ນ, ການທູດເສດຖະກິດກໍໄດ້ມີສ່ວນສຳຄັນ ໃນການລະດົມທຶນ, ດຶງດູດເຕັກໂນໂລຊີ ແລະ ຂະຫຍາຍການຮ່ວມມືເພື່ອສະໜັບສະໜູນໂຄງການພັດທະນາສຳຄັນຂອງປະເທດ. ໂຄງການລົດໄຟ ລາວ- ຈີນ ພາຍໃຕ້ຂໍ້ລິເລີ່ມ “ໜຶ່ງແລວ-ໜຶ່ງເສັ້ນທາງ” ຂອງ ສປ ຈີນ ເປັນຕົວຢ່າງໜຶ່ງຂອງການນຳໃຊ້ ສາຍພົວພັນສາກົນ ເພື່ອສ້າງໂອກາດດ້ານການເຊື່ອມໂຍງ, ການຄ້າ ແລະ ການພັດທະນາ. ຜົນງານເຫລົ່ານີ້ ຊີ້ໃຫ້ເຫັນ ວ່າຄຸນຄ່າຂອງການທູດບໍ່ໄດ້ຢູ່ພຽງແຕ່ການສ້າງ ແລະ ຮັກສາສາຍພົວພັນ, ແຕ່ຍັງຂຶ້ນກັບຄວາມອາດສາມາດ ນການປ່ຽນສາຍພົວພັນເຫລົ່ານັ້ນ ໃຫ້ເປັນຜົນປະໂຫຍດທີ່ຈັບຕ້ອງໄດ້ ສຳລັບປະເທດ ແລະ ປະຊາຊົນລາວ ບັນດາເຜົ່າ. ສະນັ້ນ, ການຕີລາຄາຜົນງານຂອງການທູດ ຈຶ່ງບໍ່ຄວນຈຳກັດຢູ່ພຽງຄຳຖາມວ່າ “ລາວມີສາຍພົວພັນຫລາຍປານໃດ?”, ແຕ່ຄວນພິຈາລະນາຕໍ່ໄປວ່າ “ສາຍພົວພັນເຫລົ່ານັ້ນ ສາມາດສ້າງຜົນ ປະໂຫຍດແທ້ຈິງ ອັນໃດໃຫ້ແກ່ປະເທດຊາດ ແລະ ປະຊາຊົນລາວບັນດາເຜົ່າ?”

ຈາກປະສົບການ 40 ປີແຫ່ງແນວທາງ “ຈິນຕະນາການໃໝ່”, ຈຶ່ງສາມາດຖອດຖອນບົດຮຽນສຳຄັນໄດ້ຫລາຍດ້ານ. ບົດຮຽນທຳອິດ ແມ່ນການຍຶດໝັ້ນຫລັກການ ແຕ່ປັບປ່ຽນວິທີການ, ໝາຍເຖິງການຮັກສາ ຄວາມໝັ້ນຄົງ ຂອງຫລັກການ ແລະ ເປົ້າໝາຍທາງຍຸດທະສາດ ຄຽງຄູ່ກັບການປັບປ່ຽນ ວິທີການດຳເນີນງານ ໃຫ້ສອດຄ່ອງກັບສະພາບການ. ດັ່ງຄຳຊີ້ນຳຂອງ ປະທານ ໄກສອນ ພົມວິຫານ ທີ່ວ່າ: “ໃນຕະຫລອດໄລຍະ ການປະຕິວັດໃດໜຶ່ງ, ຍຸດທະສາດ ເປັນສິ່ງທີ່ບໍ່ປ່ຽນແປງ ແຕ່ຍຸດໂທບາຍ ຈະຕ້ອງປັບປ່ຽນໃຫ້ທັນກັບສະພາບການ ແລະ ໄລຍະເວລາ; ຖ້າຂາດຍຸດໂທບາຍ, ຍຸດທະສາດຈະກາຍເປັນອັນແຂງກະດ້າງ ແລະ ບໍ່ສາມາດຜັນຂະ ຫຍາຍໄດ້ ກໍຄື ຈະພາໃຫ້ຫລົງທິດຫລົງທາງ.” ບົດຮຽນນີ້ຊີ້ໃຫ້ເຫັນວ່າ ການດຳເນີນນະໂຍບາຍຢ່າງມີປະສິດທິຜົນ ຕ້ອງອາໄສທັງຄວາມໜັກແໜ້ນ ໃນຫລັກການ ແລະ ຄວາມພິກແພງໃນການປະຕິບັດ.

ບົດຮຽນທີສອງ ແມ່ນຄວາມສຳຄັນຂອງການເປີດກວ້າງ ແລະ ການຮ່ວມມືກັບຫລາຍຝ່າຍ. ສໍາລັບປະເທດນ້ອຍ, ການມີສາຍພົວພັນທີ່ຫລາກຫລາຍ ແລະ ມີທາງເລືອກຮ່ວມມືຢ່າງກວ້າງຂວາງ ຊ່ວຍເສີມສ້າງ ຄວາມສາມາດ ໃນການຮັກສາດຸນດ່ຽງທາງນະໂຍບາຍ, ຮັບມືກັບການຜັນແປຂອງສະພາບການສາກົນ ແລະ ປົກປ້ອງຜົນປະໂຫຍດແຫ່ງຊາດ. ສະນັ້ນ, ການເປີດກວ້າງຈຶ່ງ ບໍ່ແມ່ນການຄ້ອຍຕາມອິດທິພົນພາຍນອກ, ແຕ່ ແມ່ນການສ້າງທາງເລືອກ ແລະ ຂະຫຍາຍຂອບເຂດ ການດຳເນີນນະໂຍບາຍ ເພື່ອໃຫ້ປະເທດສາມາດຕັດສິນໃຈ ແລະ ດຳເນີນສາຍພົວພັນ ກັບຄູ່ຮ່ວມມືຕ່າງໆຢ່າງເປັນເອກະລາດ.

ບົດຮຽນທີສາມ ແມ່ນການປະສານຜົນປະໂຫຍດຈາກພາຍນອກເຂົ້າກັບການພັດທະນາພາຍໃນ. ການທູດທີ່ມີປະສິດທິຜົນ ບໍ່ໄດ້ຈຳກັດຢູ່ພຽງການສ້າງມິດຕະພາບ ແລະ ການເຈລະຈາ, ແຕ່ຕ້ອງສາມາດປ່ຽນ ໂອກາດຈາກການຮ່ວມມືສາກົນ ໃຫ້ເປັນທຶນຮອນ, ເຕັກໂນໂລຊີ, ຄວາມຮູ້, ການຈ້າງງານ ແລະ ຜົນປະໂຫຍດທີ່ເປັນຮູບປະທຳ ຕໍ່ເສດຖະກິດ-ສັງຄົມພາຍໃນ. ແນວຄິດນີ້ສອດຄ່ອງກັບແນວທາງ “ເສດຖະກິດເອກະລາດ ເປັນເຈົ້າ ຕົນເອງ” ຫລື “ສອຈ” ທີ່ເນັ້ນໃສ່ການເສີມສ້າງກຳລັງແຮງພາຍໃນ ແລະ ການໝູນໃຊ້ກາລະໂອກາດ ຈາກພາຍນອກຢ່າງມີທິດທາງ. ສຳລັບວຽກງານການທູດ, ສິ່ງນີ້ໝາຍເຖິງການຂະຫຍາຍສາຍພົວພັນ ແລະ ຊຸກຍູ້ການ ຮ່ວມມືກັບຕ່າງປະເທດ ໂດຍເນັ້ນໃສ່ການເສີມສ້າງພື້ນຖານ ພາຍໃນໃຫ້ເຂັ້ມແຂງ, ເພື່ອໃຫ້ການເຊື່ອມໂຍງ ກັບພາກພື້ນ ແລະ ສາກົນ ສາມາດສ້າງຜົນປະໂຫຍດທີ່ແທ້ຈິງ ແລະ ຍືນຍົງໃຫ້ແກ່ປະເທດຊາດ.

ຄຽງຄູ່ກັບຜົນສຳເລັດທີ່ກ່າວມາຂ້າງເທິງ, ການທູດລາວຍັງຕ້ອງຜະເຊີນກັບສິ່ງທ້າທາຍຫລາຍດ້ານ. ການແຂ່ງຂັນລະຫວ່າງມະຫາອຳນາດ ແລະ ຄວາມຜັນແປຂອງພູມສາດການເມືອງໂລກ ຮຽກຮ້ອງໃຫ້ ສປປ ລາວ ຕ້ອງດຳເນີນນະໂຍບາຍຕ່າງປະເທດຢ່າງຮອບຄອບ, ນຸ້ມນວນ ແລະ ຄ່ອງແຄ້ວ. ໃນຂະນະດຽວກັນ, ການທູດສະໄໝໃໝ່ຕ້ອງການບຸກຄະລາກອນທີ່ມີທັກສະຫລາກຫລາຍ, ຮູ້ເທົ່າທັນເຕັກໂນໂລຊີດີຈິຕອນ ແລະ ປັນຍາ ປະດິດ (AI), ພ້ອມທັງມີຄວາມສາມາດໃນການຮັບມືກັບບັນຫາຂ້າມຊາດທີ່ນັບມື້ມີຄວາມສັບຊ້ອນຫລາຍຂຶ້ນ. ນອກຈາກນັ້ນ, ການຍົກລະດັບການປະສານງານລະຫວ່າງພາກສ່ວນຕ່າງໆພາຍໃນປະເທດ ກໍເປັນອີກ ເງື່ອນ ໄຂສຳຄັນໃນການເພີ່ມປະສິດທິຜົນຂອງວຽກງານການທູດ.

ໃນໄລຍະຕໍ່ໜ້າ, ຄວາມຄາດຫວັງຂອງປະຊາຊົນຕໍ່ວຽກງານການທູດຈະເພີ່ມສູງຂຶ້ນ ເພື່ອນໍາຜົນສຳເລັດຈາກສາຍພົວພັນພາຍນອກ ມາໃຫ້ເປັນຜົນປະໂຫຍດທີ່ເປັນຮູບປະທຳຕໍ່ປະເທດຊາດ ແລະ ປະຊາຊົນ ໃຫ້ ຫລາຍຂຶ້ນ. ດ້ວຍເຫດນີ້, ການທູດເສດຖະກິດ ຈຶ່ງມີຄວາມສໍາຄັນກັບ “ຄຸນນະພາບ” ຫລາຍກວ່າ “ປະລິມານ”. ການດຶງດູດການລົງທຶນບໍ່ຄວນພິຈາລະນາພຽງແຕ່ມູນຄ່າທຶນ, ແຕ່ຄວນຄໍານຶງເຖິງຄວາມສາມາດໃນການ ສ້າງວຽກ ເຮັດງານທຳ, ການຖ່າຍທອດເຕັກໂນໂລຊີ ແລະ ຄວາມຮູ້, ລວມທັງການເຊື່ອມໂຍງລາວເຂົ້າກັບຕ່ອງໂສ້ການສະໜອງຂອງພາກພື້ນ ແລະ ສາກົນ. ທິດທາງນີ້ ຕ້ອງສອດຄ່ອງກັບແຜນພັດ ທະນາເສດຖະກິດ- ສັງ ຄົມ 5 ປີ ຄັ້ງທີ 10 (2026-2030) ແລະ ວິໄສທັດຮອດປີ 2055.

ໃນລະດັບພາກພື້ນ ແລະ ສາກົນ, ການຮັກສາຄວາມເປັນແກນກາງຂອງອາຊຽນ ແລະ ການເສີມສ້າງການຮ່ວມມືພາຍໃນພາກພື້ນ ຍັງຄົງເປັນບຸລິມະສິດສຳຄັນ. ການມີສ່ວນຮ່ວມໃນກອບການຮ່ວມມືຫລາຍຝ່າຍ ຈະຊ່ວຍເພີ່ມທາງເລືອກ ໃນການດຳເນີນນະໂຍບາຍ, ຮັກສາດຸນດ່ຽງດ້ານສາຍພົວພັນ ແລະ ປົກປ້ອງສິດຜົນປະໂຫຍດແຫ່ງຊາດ ທ່າມກາງຄວາມບໍ່ແນ່ນອນ ຂອງສະພາບການສາກົນ. ນອກຈາກນັ້ນ, ວາລະຮ່ວມ ມືດ້ານ ສິ່ງແວດລ້ອມ, ລວມທັງການຮັບມື ກັບການປ່ຽນແປງດິນຟ້າອາກາດ, ການສົ່ງເສີມພະລັງງານສະອາດ ແລະ ວຽກງານມະນຸດສະທຳ ຈະມີຄວາມສຳຄັນຫລາຍຂຶ້ນ. ສຳລັບ ສປປ ລາວ, ການສືບຕໍ່ແກ້ໄຂ ບັນຫາລະ ເບີດ ບໍ່ທັນແຕກ (UXOs) ແລະ ຜົນກະທົບຕົກຄ້າງຈາກສົງຄາມ ຍັງເປັນວາລະສຳຄັນ ທີ່ຕ້ອງສືບຕໍ່ຊຸກຍູ້ ແລະ ຍາດແຍ່ງຄວາມເຫັນໃຈ ແລະ ການຮ່ວມມືຈາກສາກົນ.

ໂດຍລວມແລ້ວ, ຕະຫລອດໄລຍະຂອງການປ່ຽນແປງໃໝ່, ການທູດລາວໄດ້ຜ່ານການປັບຕົວຢ່າງຕໍ່ເນື່ອງ ຈາກການເປີດປະຕູສູ່ໂລກ ໄປສູ່ການເຂົ້າຮ່ວມກັບພາກພື້ນ, ການເຊື່ອມໂຍງທາງເສດຖະກິດ ແລະ ການດຳ ເນີນການທູດ ທ່າມກາງສະພາບແວດລ້ອມໂລກ ທີ່ສະຫລັບສັບຊ້ອນຫລາຍຂຶ້ນ. ຖ້າຈະຕີຄວາມໝາຍຂອງ “ຈິນຕະນາການໃໝ່” ໃນຍຸກປັດຈຸບັນ, ເນື້ອໃນສຳຄັນອາດບໍ່ແມ່ນການສະແຫວງຫາສິ່ງໃໝ່ ຢູ່ຕະຫລອດເວລາ, ແຕ່ແມ່ນການຮູ້ຈັກຮັກສາຫລັກການທີ່ຈຳເປັນ ພ້ອມກັບການປັບປ່ຽນວິທີການໃຫ້ເໝາະສົມກັບສະພາບການຕົວຈິງ.

ຈາກມູນເຊື້ອ 81 ປີຂອງການທູດລາວ ແລະ ບົດຮຽນຈາກ 40 ປີແຫ່ງ “ຈິນຕະນາການໃໝ່”, ການທູດລາວໃນໄລຍະຕໍ່ໄປ ຈະຕ້ອງຍຶດໝັ້ນໃນຫລັກການ, ມີພິບໄຫວໃນການດຳເນີນນະໂຍບາຍ ແລະ ຮູ້ທັນສະພາບ ການປ່ຽນແປງຂອງໂລກ. ສິ່ງສຳຄັນຕ້ອງສາມາດປ່ຽນໂອກາດຈາກພາຍນອກ ໃຫ້ເກີດເປັນຜົນປະໂຫຍດທີ່ເປັນຮູບປະທຳ ເພື່ອການພັດທະນາປະເທດ ແລະ ຍົກສູງຄຸນນະພາບຊີວິດຂອງປະຊາຊົນ. ດັ່ງນັ້ນ, ການທູດຈຶ່ງ ບໍ່ ແມ່ນພຽງການສ້າງ ແລະ ຂະຫຍາຍສາຍພົວພັນ, ແຕ່ເປັນການສ້າງໂອກາດ ແລະ ປ່ຽນໂອກາດເຫລົ່ານັ້ນ ໃຫ້ເປັນຜົນສຳເລັດທີ່ຈັບຕ້ອງໄດ້. ສິ່ງນີ້ຄືຄວາມໝາຍຮ່ວມສະໄໝຂອງ “ຈິນຕະນາການໃໝ່” ຈາກປີ 1986 ຈົນ ເຖິງປັດຈຸບັນ: “ຮັກສາຫລັກການໃຫ້ໝັ້ນຄົງ, ປັບວິທີການໃຫ້ທັນກັບໂລກ ແລະ ນຳການທູດມາຮັບໃຊ້ການພັດທະນາປະເທດ ແລະ ປະຊາຊົນຢ່າງແທ້ຈິງ”.

ໂດຍ: ສະຖາບັນການຕ່າງປະເທດ, ກະຊວງການຕ່າງປະເທດ

KPL

ຂ່າວອື່ນໆ

ads
ads

Top