ຂປລ
ເສັ້ນທາງການບິນສາກົນ ຊິງຕາວ-ສິບສອງພັ່ນນາ-ວຽງຈັນ ໄດ້ເປີດບໍລິການ ຢ່າງເປັນທາງການ ເຊິ່ງໄດ້ເພີ່ມເສັ້ນທາງບິນ ປະຈຳເສັ້ນໃໝ່ ລະຫວ່າງ ສປ ຈີນ ແລະ ສປປ ລາວ.

ຂປລ.ວິທະຍຸ ໂທລະພາບ ສູນກາງຈີນ, ວັນທີ 27 ຕຸລານີ້, ເສັ້ນທາງການບິນສາກົນ ຊິງຕາວ-ສິບສອງພັ່ນນາ-ວຽງຈັນ ໄດ້ເປີດບໍລິການ ຢ່າງເປັນທາງການ ເຊິ່ງໄດ້ເພີ່ມເສັ້ນທາງບິນ ປະຈຳເສັ້ນໃໝ່ ລະຫວ່າງ ສປ ຈີນ ແລະ ສປປ ລາວ.ຕາມຂ່າວແຈ້ງວ່າ: ຖ້ຽວບິນດັ່ງກ່າວ ແມ່ນບິນໂດຍສາຍການບິນຊິງຕາວ ເຊິ່ງຈະບິນໃນທຸກວັນອັງຄານ, ວັນພະຫັດ ແລະ ວັນເສົາ ໂດຍນຳໃຊ້ຮູບແບບການແວ່ຈອດ. ໃນນັ້ນ, ຖ້ຽວບິນຂາອອກ QW9915 ຈະບິນຈາກ ນະຄອນຊິງຕາວຂອງ ສປ ຈີນ ໃນເວລາ 8:40 ໂມງຕາມເວລາປັກກິ່ງ, ແວ່ຈອດຢູ່ສິບສອງພັ່ນນາແລ້ວເດີນທາງໄປເຖິງ ນະຄອນຫລວງວຽງຈັນຂອງ ສປປ ລາວໃນເວລາ 14:40 ໂມງ; ຖ້ຽວບິນ QW9916 ຈະບິນຈາກນະຄອນຫຼວງວຽງຈັນໃນເວລາ 15:40 ໂມງແລ້ວແວ່ຈອດສິບສອງພັນນາ ແລະ ເດີນທາງໄປເຖິງນະຄອນ ຊິງຕາວ ໃນເວລາ 23:25 ໂມງຕາມເວລາປັກກິ່ງ.ຖ້ຽວບິນດັ່ງກ່າວ ໄດ້ປະຕິບັດລະບຽບການ “ຖ້ຽວບິນດຽວ, ບັດຂຶ້ນຍົນໃບດຽວ ແລະ ກວດກາເຄື່ອງ ຂຶ້ນເຮືອບິນໂດຍກົງ ຄັ້ງດຽວ”, ຜູ້ໂດຍສານຈະບໍ່ຕ້ອງເອົາເຄື່ອງລົງເຮືອບິນ ແລະ ແຈ້ງຂຶ້ນເຮືອບິນອີກຢູ່ ສິບສອງພັ່ນນາ, ການເດີນທາງຂ້າມຊາດ ມີຄວາມສະດວກ ສະບາຍ ກວ່າເກົ່າ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL