ຂປລ
ພິທີວາງສີລາລຶກ ໂຮງງານຈັກຊັກເຄື່ອງ ຂອງບໍລິສັດແຮເອີ (Haier) ໄດ້ຈັດຂຶ້ນ ຢູ່ເຂດນິຄົມອຸດສາຫະກຳ WHA ESIE 5 ແຂວງຣະຢອງຂອງ ປະເທດໄທ ໂດຍມີ ຜູ້ຕາງໜ້າອຳນາດການປົກຄອງ ແຂວງຣະຢອງ ແລະ ຜູ້ຕາງໜ້າອົງການຈັດຕັັ້ງຈີນ ປະຈຳໄທ ເຂົ້າຮ່ວມ.

ຂປລ.ວິທະຍຸ ໂທລະພາບ ສູນກາງຈີນ,ເມື່ອບໍ່ດົນມານີ້ ພິທີວາງສີລາລຶກ ໂຮງງານຈັກຊັກເຄື່ອງ ຂອງບໍລິສັດແຮເອີ (Haier) ໄດ້ຈັດຂຶ້ນ ຢູ່ເຂດນິຄົມອຸດສາຫະກຳ WHA ESIE 5 ແຂວງຣະຢອງຂອງ ປະເທດໄທ ໂດຍມີ ຜູ້ຕາງໜ້າອຳນາດການປົກຄອງ ແຂວງຣະຢອງ ແລະ ຜູ້ຕາງໜ້າອົງການຈັດຕັັ້ງຈີນ ປະຈຳໄທ ເຂົ້າຮ່ວມ.ໃນຖານະ ເປັນໂຮງງານຜະລິດຈັກຊັກເຄື່ອງ ອັດສະລິຍະຂະໜາດໃຫຍ່ທີ່ສຸດ ຢູ່ຕ່າງປະເທດ ຂອງບໍລິສັດ Haier, ໂຮງງານໃໝ່ແຫ່ງນີ້ ໄດ້ນຳໃຊ້ເນື້ອທີ່ ປະມານ 12 ເຮັກຕາ, ສາມາດຜະລິດ ຈັກຊັກເຄື່ອງໄດ້ເຖິງ 3 ລ້ານເຄື່ອງຕໍ່ປີ, ຍອດການລົງທຶນໄລຍະ 1 ມີເຖິງ 150 ລ້ານໂດລາ ແລະ ສາມາດຜະລິດໄດ້ 1 ລ້ານເຄື່ອງຕໍ່ປີ. ໂຮງງານດັ່ງກ່າວ ຈະກວມເອົາການຄົ້ນຄວ້າ, ການຜະລິດ ແລະ ການຈຳໜ່າຍ ໂດຍຈະສຸມໃສ່ ການຜະລິດ ຈັກຊັກເຄື່ອງ ຂັ້ນສູງຢູ່ໄທ. ຕາມຂ່າວແຈ້ງວ່າ: ພາຍຫລັງ ໂຄງການສ້າງສຳເລັດແລ້ວ, ຈະສ້າງວຽກເຮັດ ງານທຳ ພັນກວ່າຕຳແໜ່ງ ໃຫ້ແກ່ ປະຊາຊົນທ້ອງຖິ່ນ, ນຳພາການພັດທະນາ ຕ່ອງໂສ້ ອຸດສາຫະກຳ ຕົ້ນນ້ຳ-ປາຍນ້ຳ ແລະ ສ້າງເປັນແບບຢ່າງ ແຫ່ງການຮ່ວມມື ດ້ານອຸດສາຫະກຳຈີນ ແລະ ໄທ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL