ລະດັບຫລຸດການປ່ອຍກາກບອນ ອຸດສາຫະກຳຂອງ ສປ ຈີນ ເພີ່ມຂຶ້ນຢ່າງຕໍ່ເນື່ອງ

28/10/2026 13:59
ຂປລ ສປ ຈີນ ​​ລິ​ເລີ່ມ​ການ​ສ້າງ​ ໂຮງ​ງານ​ປອດ​ການ​ປ່ອຍ​ ກາກບອນ ​ລະ​ດັບ​ຊາດ, ເຕັກ​ໂນ​ໂລ​ຊີ​ໃໝ່​ ໃນ​ການຫລຸດ ​ການ​ປ່ອຍ​ ກາກບອນ​ໃນ​ຂົງ​ເຂດ​ ອຸດ​ສາ​ຫະ​ກຳ​ຊຸດ​ໜຶ່ງ​ ໄດ້​ຖືກ​ນຳ​ໃຊ້​ຢ່າງວ່ອງ​ໄວ ເຊິ່ງ​ໄດ້​ຊຸກ​ຍູ້​ ໃຫ້​ລະ​ດັບ​ຫລຸດ​ ການ​ປ່ອຍ​ກາກ ບອນ ​ທາງ​ອຸດ​ສາ​ຫະ​ກຳ​ຂອງ​ ສປ ຈີນ ​ໄດ້​ເພີ່ມ​ຂຶ້ນ ​ຢ່າງ​ຕໍ່​ເນື່ອງ.

ຂປລ.ວິທະຍຸ ໂທລະພາບ ສູນກາງຈີນ, ປີ​ນີ້, ສປ ຈີນ ​​ລິ​ເລີ່ມ​ການ​ສ້າງ​ ໂຮງ​ງານ​ປອດ​ການ​ປ່ອຍ​ ກາກບອນ ​ລະ​ດັບ​ຊາດ, ເຕັກ​ໂນ​ໂລ​ຊີ​ໃໝ່​ ໃນ​ການຫລຸດ ​ການ​ປ່ອຍ​ ກາກບອນ​ໃນ​ຂົງ​ເຂດ​ ອຸດ​ສາ​ຫະ​ກຳ​ຊຸດ​ໜຶ່ງ​ ໄດ້​ຖືກ​ນຳ​ໃຊ້​ຢ່າງວ່ອງ​ໄວ ເຊິ່ງ​ໄດ້​ຊຸກ​ຍູ້​ ໃຫ້​ລະ​ດັບ​ຫລຸດ​ ການ​ປ່ອຍ​ກາກບອນ ​ທາງ​ອຸດ​ສາ​ຫະ​ກຳ​ຂອງ​ ສປ ຈີນ ​ໄດ້​ເພີ່ມ​ຂຶ້ນ ​ຢ່າງ​ຕໍ່​ເນື່ອງ. ຕົວ​ເລກ​ຂໍ້​ມູນ​ສະ​ແດງ​ໃຫ້​ເຫັນ​ວ່າ: ນັບ​ແຕ່​ຕົ້ນ​ປີ​ນີ້ ​ເປັນ​ຕົ້ນ​ມາ, ຈີນ​ໄດ້​ບຳ​ລຸງ​ສ້າງ​ໂຮງ​ງານ​ ສີ​ຂຽວ​ໃໝ່ 2.038 ແຫ່ງ​ ແລະ ເຂດ​ນິ​ຄົມ​ອຸດ​ສາ​ຫະ​ກຳ ​ສີ​ຂຽວ 128 ແຫ່ງ, ​ມູນ​ຄ່າ​ການ​ຜະ​ລິດ ​ຂອງ​ໂຮງ​ງານ​ສີ​ຂຽວ ລະ​ດັບ​ຊາດ ​ກວມ​ເອົາ ລວມຍອດ​ຜະ​ລິດ​ຕະ​ພັນ ​ອຸດ​ສາ​ຫະ​ກຳ​ ຂະ​ໜາດ​ໃຫຍ່ ເພີ່ມ​ຂຶ້ນ​ເຖິງ 20%.ໃນ 3 ໄຕ​ມາດ​ຕົ້ນ​ປີ​ນີ້, ການ​ສິ້ນ​ເປືອງ​ພະ​ລັງ​ງານ ​ທີ່​ເພີ່ມ​ໃໝ່​ຕໍ່​ຫົວ​ໜ່ວຍ​ການ​ຜະ​ລິດ ​ອຸດ​ສາ​ຫະ​ກຳ​ຂະ​ໜາດ​ໃຫຍ່​ຂອງ ສປ ​ຈີນ ​ໄດ້ຫລຸດລົງ 4,3%. ໃນ​ໄລ​ຍະ​ປະ​ຕິ​ບັດ “ແຜນ​ພັດ​ທະ​ນາ 5 ປີ​ຄັ້ງ​ທີ 15” ຂອງ​ ສປ ຈີນ. ສປ ຈີນ​ ຈະ​ສ້າງ​ໂຮງ​ງານ​ປອດ​ການ​ປ່ອຍ​ກາກບອນ​ ແລະ ສິ່ງ​ກໍ່​ສ້າງພະ​ລັງ​ປະ​ມວນ​ຜົນ​ ປອດ​ການ​ປ່ອຍ​ກາກບອນ ​ລະ​ດັບ​ຊາດ ​ປະ​ມານ 500 ແຫ່ງ, ປະ​ລິ​ມານ​ການ​ປ່ອຍ​ກາກບອນ ທີ່​ເພີ່ມ​ໃໝ່​ຕໍ່​ຫົວ​ໜ່ວຍ​ການ​ຜະ​ລິດ​ອຸດ​ສາ​ຫະ​ກຳ​ ຂະ​ໜາດ​ໃຫຍ່ ​ຈະຫລຸດ​ລົງ 17% ຂຶ້ນ​ໄປ​ເມື່ອ​ທຽບ​ໃສ່​ປີ 2025./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL

ຂ່າວອື່ນໆ

ads
ads

Top