ຂປລ
ສຳນັກງານ ສະຖິຕິ ແຫ່ງຊາດ ຂອງ ສ.ເກົາຫລີ ລາຍງານວ່າ: ຈຳນວນ ຄົວເຮືອ ທີ່ ປະກອບ ອາຊີບ ກະສິກຳ ພາຍໃນ ປະເທດ ຫລຸດລົງ ຕໍ່າກວ່າ 1 ລ້ານຄົວເຮືອນ ເປັນຄັ້ງທຳອິດ ເມື່ອປີກາຍ
ຂປລ. ສຳນັກຂ່າວ ຊິນຮວາ ຂອງ ສປຈີນ, ວັນທີ 18 ເດືອນເມສາ, ສຳນັກງານ ສະຖິຕິ ແຫ່ງຊາດ ຂອງ ສ.ເກົາຫລີ ລາຍງານວ່າ: ຈຳນວນ ຄົວເຮືອ ທີ່ ປະກອບ ອາຊີບ ກະສິກຳ ພາຍໃນ ປະເທດ ຫລຸດລົງ ຕໍ່າກວ່າ 1 ລ້ານຄົວເຮືອນ ເປັນຄັ້ງທຳອິດ ເມື່ອປີກາຍ , ນັບຕັ້ງແຕ່ ເລີ່ມເກັບກຳ ຂໍ້ມູນ ທີ່ກ່ຽວຂ້ອງ ໃນປີ 1949, ໂດຍຫລຸດລົງ 2,3% ຈາກປີ ກ່ອນໜ້ານີ້ ເຫລືອ 999.000 ຄົວເຮືອນ. ຍ້ອນວ່າ ປະຊາກອນ ຜູ້ສູງອາຍຸ ເພີ່ມຂື້ນ ຢ່າງວ່ອງໄວ ສົ່ງຜົນໃຫ້ ພາກກະສິກຳ ເລີກປະກອບ ອາຊີບນີ້ ຫລາຍຂື້ນ, ໂດຍອັດຕາສ່ວນ ຄົວເຮືອນ ກະສິກຳ ຕໍ່ຄົວເຮືອນ ທັງໝົດ ຂອງ ປະເທດ ກວມເອົາ 4,6% ໃນເດືອນທັນວາ ປີກາຍ , ຫລຸດລົງ 0,2 ຈຸດ ເມື່ອທຽບໃສ່ ປີຜ່ານມາ.
ຈຳນວນ ປະຊາກອນ ໃນຄອບຄົວ ກະສິກຳ ຫລຸດລົງ 3,5% ເຫລືອ 2.089.000 ຄົນ ໃນໄລຍະ ເວລາດັ່ງກ່າວ , ກວມເອົາ 4,0% ຂອງ ປະຊາກອນ ທັງໝົດ. ໃນຂະນະທີ່ ສະມາຊິກ ໃນຄອບຄົວ ກະສິກຳ ສ່ວນໃຫຍ່ ເປັນຜູ້ມີອາຍຸ 70 ປີ ຫລື ຫລາຍກວ່າ (36,7%), ຖັດມາ ຜູ້ທີ່ຢູ່ໃນລະຫວ່າງ ອາຍຸ 60ປີ (30,7%) ແລະ ຜູ້ທີ່ຢູ່ໃນໄລຍະ ອາຍຸ 50 ປີ (14,9%) ແລະ ອື່ນໆ./.
KPL