ເກີດເຫດຝົກຕົກໜັກ-ຟ້າຜ່າ ຢູ່ປາກິດສະຖານ ເສຍຊີວິດ 60 ກວ່າຄົນ

19/04/2024 13:56
Email Print 370
ຂປລ ມີຜູ້ເສຍຊີວິດ ຢ່າງໜ້ອຍ 65 ຄົນ ຈາກ ເຫດການທີ່ ກ່ຽວຂ້ອງກັບ ພາຍຸ ແລະ ຟ້າຜ່າ ຫລັງຈາກເກີດ ຝົນຕົກໜັກ ຕິດຕໍ່ກັນຫລາຍວັນ ສົ່ງຜົນໃຫ້ເກີດ ນໍ້າຖ້ວມ ຢ່າງຮຸນແຮງ ເຮືອນຊານ ປະຊາຊົນ ເປ່ເພ ສຍຫາຍ, ໃນຂະນະທີ່ ເກີດຟ້າຜ່າ ປະຊາຊົນ ເສຍຊີວິດ ຢ່າງໜ້ອຍ 28 ຄົນ.

ຂປລ. ສຳນັກຂ່າວ ເອເອຟພີ ລາຍງານ ຈາກເມືອງ ເປຊວາຣ ປະເທດ ປາກິດສະຖານ ເມື່ອວັນທີ 18 ເມສາວ່າ:​ ມີຜູ້ເສຍຊີວິດ ຢ່າງໜ້ອຍ 65 ຄົນ ຈາກ ເຫດການທີ່ ກ່ຽວຂ້ອງກັບ ພາຍຸ ແລະ ຟ້າຜ່າ ຫລັງຈາກເກີດ ຝົນຕົກໜັກ ຕິດຕໍ່ກັນຫລາຍວັນ ສົ່ງຜົນໃຫ້ເກີດ ນໍ້າຖ້ວມ ຢ່າງຮຸນແຮງ ເຮືອນຊານ ປະຊາຊົນ ເປ່ເພ ສຍຫາຍ, ໃນຂະນະທີ່ ເກີດຟ້າຜ່າ ປະຊາຊົນ ເສຍຊີວິດ ຢ່າງໜ້ອຍ 28 ຄົນ. ໂດຍສະເພາະ ແຄວ້ນໄຄເບີຣປັດຕູນຄວາ ທາງພາກຕາເວັນອອກ ສຽງເໜືອ ຢ່າງໜ້ອຍ 32 ຄົນ,​ ໃນນັ້ນ ມີເດັກນ້ອຍ 15 ຄົນ, ເຮືອນຊານໄດ້ຮັບຄວາມ ເສຍຫາຍ ຫລາຍກວ່າ 1.300 ຫລັງ. ນອກຈາກນັ້ນ ເຈົ້າໜ້າທີ່ເມືອງດັ່ງກ່າວ ຍັງຮຽກຮ້ອງ ໃຫ້ປະຊາຊົນ ອົບພະຍົບ ໄປຢູ່ໃນພື້ນທີ່ສູງ ແລະ ທາງການ  ໄດ້ກໍ່ສ້າງ ເຕັ້ນຊົ່ວຄາວ ໄວ້ໃຫ້ປະຊາຊົນ./

KPL

ຂ່າວອື່ນໆ

ads
ads

Top