ໄອເອັມເອຟ ຍົກລະດັບການຄາດການອັດຕາການເຕີບໂຕເສດຖະກິດໂລກໃນປີ 2024

18/04/2024 19:01
Email Print 402
ຂປລ ບົດລາຍງານແງ່ຫວັງ ເສດຖະກິດໂລກ ສະບັບ ລົງວັນທີ 16 ເມສາ ລະບຸວ່າ: ກອງທຶນເງິນຕາສາກົນ (IMF) ຄາດວ່າ ລະດັບການເຕີບໂຕ ເສດຖະກິດທົ່ວໂລກ ໃນປີ 2024 ຈະບັນລຸ 3,2%, ເພີ່ມຂຶ້ນ 0,1% ເມື່ອທຽບໃສ່ ຕົວເລກທີ່ກຳນົດໄວ້ ເມື່ອເດືອນມັງກອນ ຜ່ານມາ.

ຂປລ. ສຳນັກຂ່າວວິທະຍຸ ກະຈາຍສຽງ ແຫ່ງຊາດ ຫວຽດນາມ,  ບົດລາຍງານແງ່ຫວັງ ເສດຖະກິດໂລກ ສະບັບ ລົງວັນທີ 16 ເມສາ ລະບຸວ່າ: ກອງທຶນເງິນຕາສາກົນ (IMF) ຄາດວ່າ ລະດັບການເຕີບໂຕ ເສດຖະກິດທົ່ວໂລກ ໃນປີ 2024 ຈະບັນລຸ 3,2%, ເພີ່ມຂຶ້ນ 0,1% ເມື່ອທຽບໃສ່ ຕົວເລກທີ່ກຳນົດໄວ້ ເມື່ອເດືອນມັງກອນ ຜ່ານມາ.  ສໍາລັບ ປີ 2025 ອາດຈະຢູ່ໃນ ລະດັບ 3,2%.

 ສ່ວນອັດຕາໄພເງິນເຟີ້ ຈະຫລຸດລົງ 5,9% ເຫຼືອ 4,5% ໃນປີໜ້າ, ຍ້ອນອັດຕາ ດອກເບ້ຍ ຢູ່ປະເທດຕ່າງໆໃນໂລກ ເພີ່ມສູງຂຶ້ນ  ບົດລາຍງານ ຂອງ IMF ໄດ້ສະແດງໃຫ້ເຫັນເຖິງ ຄວາມແຕກຕ່າງກັນ ຢ່າງຈະແຈ້ງກ່ຽວກັບ ແງ່ຫວັງການເຕີບໂຕ ຂອງ ບັນດາ ພື້ນຖານເສດຖະກິດ ພັດທະນາ. IMF ຄາດການວ່າ ລະດັບການເຕີບໂຕ ເສດຖະກິດສ.ອາເມລິກາ ​ໃນ​ປີນີ້ ບັນລຸ 2,7% ເພີ່ມຂຶ້ນຫລາຍກວ່າ 2,1% ທີ່ກຳນົດໄວ້. ນອກນັ້ນ IMF ຍັງຈະສືບຮັກສາ ລະດັບ ອັດຕາເຕີບໂຕ ເສດຖະກິດ ຂອງ ຈີນ, ຊຶ່ງເປັນ ພື້ນຖານເສດຖະກິດ ໃຫຍ່ອັນດັບ 2 ໃນໂລກ ຈະກວມເອົາ 4,6% ໃນປີ 2024 ແລະ 4,1% ໃນປີໜ້າ. /


KPL

ຂ່າວອື່ນໆ

ads
ads

Top