ຂປລ
ສ.ເກົາຫລີ ປະກາດວ່າ ປະເທດນີ້ ໄດ້ກັບຄືນມາເປີດ ໃຫ້ບໍລິການ ລົດໄຟທ່ອງທ່ຽວ ຂາໄປ ແລະ ຂາກັບ ຈາກ ສະຖານີ ໂຄຣາຊານ ຊຶ່ງເປັນສະຖານີ ລົດໄຟທີ່ຕັ້ງ ຢູ່ທາງພາກເໜືອສຸດ ຂອງ ປະເທດ ແລະ ໃກ້ກັບ ຊາຍແດນ ລະຫວ່າງ ເກົາຫລີ ໃນວັນທີ 10 ເມສາ
ຂປລ. ສຳນັກຂ່າວ ຊິນຮວາ ລາຍງານວ່າ: ເວັບໄຊ ກະຊວງ ການຮ່ວມຊາດຂອງ ສ.ເກົາຫລີ ປະກາດວ່າ ປະເທດນີ້ ໄດ້ກັບຄືນມາເປີດ ໃຫ້ບໍລິການ ລົດໄຟທ່ອງທ່ຽວ ຂາໄປ ແລະ ຂາກັບ ຈາກ ສະຖານີ ໂຄຣາຊານ ຊຶ່ງເປັນສະຖານີ ລົດໄຟທີ່ຕັ້ງ ຢູ່ທາງພາກເໜືອສຸດ ຂອງ ປະເທດ ແລະ ໃກ້ກັບ ຊາຍແດນ ລະຫວ່າງ ເກົາຫລີ ໃນວັນທີ 10 ເມສາ, ຫລັງຈາກ ຢຸດຕິ ໃຫ້ບໍລິການມາ 6 ປີກວ່າ.
ລົດໄຟທີ່ແລ່ນຜ່ານ ສະຖານນີ ອີມຈິນກັງ ເພື່ອເຂົ້າໄປສູ່ ເຂດຄວບຄຸມພົນລະເຮືອນ ຊຶ່ງເຊື່ອມຕໍ່ກັບ ສະຖານທີ່ສຳຄັນ ໃນເຂດປອດ ທະຫານ ເກົາຫລີ ທັງເປັນ ຫໍດູດາວ ໂຄຣາ ໝູ່ບ້ານ ລວມຊາດ ແລະ ຄ່າຍເກຣຟສ. ໂດຍການເດີນທາງ ລົດໄຟນີ້ ຈັດເປັນສ່ວນໜຶ່ງ ຂອງ ໂຄງການ ການທ່ອງທ່ຽວ ເຊິງສັນຕິພາບ. ໃນຂະນະທີ່ ສະຖານີລົດໄຟໂຄຣາຊານ ເຄີຍຖືກວາງ ໃຫ້ເປັນ ສູນກາງ ການຂົນສົ່ງ ແຫ່ງສຳຄັນ ທີ່ເຊື່ອມຕໍ່ກັບ ສປປເກົາຫລີ ແລະ ສັນຍາລັກຂອງການເຊື່ອມໂຍງ ລະຫວ່າງ ເກົາຫລີ ./
KPL