7259

ຂປລ. ພິທີເປີດນຳໃຊ້ໂຄງການ ເຊື່ອມຕໍ່ສາຍສົ່ງໄຟຟ້າ 500 ກິໂລ ໂວນ (KV) ລາວ-ຈີນ ຈັດຂຶ້ນໃນ ວັນທີ 20 ເມສາ 2026 ຢູ່ນະຄອນ ຫລວງວຽງຈັນ ໃຫ້ກຽດເຂົ້າຮ່ວມ ຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ມີບັນດາການ ນຳພັກ, ລັດຂອງສອງປະເທດ ລາວ-ຈີນ ແລະ ພາກສ່ວນທີ່ກ່ຽວ ຂ້ອງຂອງທັງຝ່າຍ ລາວ-ຈີນ ເຂົ້າຮ່ວມທັງແບບເຊິ່ງໜ້າ ແລະ ອອນລາຍ. ໂຄງການເຊື່ອມໂຍງລະບົບ ໄຟຟ້າ 500 KV ລາວ-ຈີນ ແມ່ນ ໂຄງການຕາຂ່າຍໄຟຟ້າຂ້າມຊາດ ທີ່ມີຂະໜາດການກໍ່ສ້າງໃຫຍ່ທີ່ສຸດ ແລະ ລະດັບແຮງດັນໄຟຟ້າສູງທີ່ ສຸດລະຫວ່າງສອງປະເທດ ລາວຈີນ, ທັງເປັນຜົນສໍາເລັດອັນພົ້ນເດັ່ນ ra dxt-k-q o xt8y ;a f]k; mu j ,u dPflts'k \A opn oK j  ອ່ານຕໍ່ໜ້າ 2 ຖະໜົນ 450 ປີ ບ້ານດົງໂພນແຮ່ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ www.kpl.gov.la , Facebook: ປະເທດລາວ Pathedlao, Email: kpl@laotel.com , Tel/Fax:(021) 215402 ວັນພຸດ 22.04.2026 ປີທີ 25 ສະບັບທີ 6.420 8A '|h kza o0tspkp,t8y dv'xt-5 ,.spj z6 h cmomq j ;xtgmf 7A 'mu XII 0v'ra d .sh dkpgxa o9y 'K sk]n .odko9a f]P'[5 ]y ,tly fIj k'dq f\kp muj 9toeg0Q kry 9k]tok.odv'xt-5 ,ltrk  ອ່ານຕໍ່ໜ້າ 4  ອ່ານຕໍ່ໜ້າ 4  ອ່ານຕໍ່ໜ້າ 4 l6 o75h ,7v'lh v,cx'[e]5 'Ia dlkmk']q fw2 vq 'xtdv[s]a d0a [g7nj vo]q fw2 ]k;{9u o .sh xvfwr 7totz6h cmo]k; g0Q kIj ;,dv'xt-5 ,7totde,kmy dko glf4tdy f{la '7q , xt9erkdrN ovk-u {xk-u 2yd  ອ່ານຕໍ່ໜ້າ 4  ອ່ານຕໍ່ໜ້າ 4 Iv'okpq d]a f4t,q o8u -U oe;Pd'ko 16j dt-;'g8a d3o3]-u c]t dkolnj lko  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 2 ຂປລ. ກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ ຮ່ວມກັບ ສະຖານເອກອັກຄະລັດຖະທູດ ສປ ຈີນ ປະຈຳລາວ ແລະ ວິທະຍຸ ໂທລະພາບສູນກາງຈີນ CMG ປະຈໍາລາວ ເປີດສັບປະດາຮູບເງົາ ຈີນ ເພື່ອສະເຫລີມສະຫລອງວັນ ສ້າງຕັ້ງສາຍພົວພັນການທູດ ລາວ-ຈີນ ຄົບຮອບ 65 ປີ ແລະ ປີ ມິດຕະພາບ ລາວ-ຈີນ, ຈີນ-ລາວ 2026 ໃນລະຫວ່າງວັນທີ 21-26 ເມສາ 2026 ທີ່ໂຮງຮູບເງົາເມ ເຈີຂອງສູນການຄ້າວຽງຈັນເຊັນ ເຕີ ນະຄອນຫລວງວຽງຈັນ ແບບ ບໍ່ເສຍຄ່າ. ພິທີສາຍຮູບເງົາຄັ້ງປະ ຖົມມະລືກໄດ້ຈັດຂຶ້ນໃນວັນທີ 20 ເມສາ 2026 ໂດຍມີທ່ານ ກິແກ້ວ ໄຂຄຳພິທູນ ປະທານສູນກາງແນວ ຂປລ. ໃນລະຫວ່າງວັນທີ 2024 ເມສາ 2026 ທີ່ບາງກອກ ປະເທດໄທ, ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະ ເທດ ໄດ້ນໍາພາຄະນະຜູ້ເເທນຂອງ ສປປ ລາວ ເຂົ້າຮ່ວມກອງປະຊຸມ ຄະນະກຳມາທິການເສດຖະກິດສັງຄົມປະຈຳພາກພື້ນອາຊີ-ປາຊີ ຟິກ ສະໄໝທີ 82 ພາຍໃຕ້ຫົວຂໍ້: “ພວກເຮົາພ້ອມກັນກ້າວໄປ: ການ ພັດທະນາສັງຄົມສໍາລັບທຸກໄວອາຍຸ ຢູ່ໃນພາກພື້ນອາຊີ ແລະ ປາຊີຟິກ”. ຈຸດປະສົງຂອງກອງປະຊຸມຄັ້ງນີ້ ຂປລ. ກອງປະຊຸມປຶກສາຫາລື ໃນການຈັດລຽງບຸລິມະສິດກົດໝາຍ ທີ່ຈະນຳເຂົ້າພິຈາລະນາຮັບຮອງ ໃນກອງປະຊຸມສະໄໝວິສາມັນເທື່ອ ທີ 1 ແລະ ສະໄໝສາມັນປະຈໍາ ປີ ຂອງສະພາແຫ່ງຊາດ ຊຸດທີ X ຈັດຂຶ້ນວັນທີ 20 ເມສາ 2026 ໂດຍການເປັນປະທານຂອງທ່ານ ກອງແກ້ວ ໄຊສົງຄາມຮອງປະທານ ສະພາແຫ່ງຊາດ, ມີປະທານ-ຮອງ ປະທານກໍາມາທິການ, ຮອງລັດ ຖະມົນຕີ, ຮອງຫົວໜ້າອົງການ, ຫົວໜ້າ-ຮອງຫົວໜ້າກົມ ແລະ ພາກ ສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ. ທ່ານ ກອງແກ້ວ ໄຊສົງຄາມ ຂປລ. ກອງປະຊຸມຊຸກຍູ້ຕິດ ຕາມການຈັດຕັ້ງປະຕິບັດຄຳສັ່ງ ແລະ ບັນດານິຕິກໍາຕ່າງໆທີ່ຕິດພັນ ກັບການບຸກລຸກທີ່ດິນປ່າໄມ້, ການ ລັກລອບຕັດໄມ້, ຖາງ ແລະ ຈູດປ່າ ແບບຊະຊາຍເຮັດໃຫ້ເກີດໄຟໄໝ້ ລາມປ່າຢູ່ເຂດອຸທິຍານແຫ່ງຊາດ ພູເຂົາຄວາຍ ແລະ ປ່າສະຫງວນ ແຫ່ງຊາດພູພະນັງ ໄດ້ຈັດຂຶ້ນໃນ ວັນທີ 20 ເມສາ 2026 ຢູ່ແຂວງ ຂປລ. ໃນວັນທີ 21 ເມສາ 2026 ນີ້, ທ່ານ ພົນເອກ ຄໍາລຽງ ອຸທະໄກສອນ ກໍາມະການກົມການ ເມືອງສູນກາງພັກ, ຮອງນາຍົກ ລັດຖະມົນຕີ, ລັດຖະມົນຕີກະຊວງ ທ່ານ ກອງແກ້ວ ໄຊສົງຄາມ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ( ກາງ ) ທ່ານ ກິແກ້ວ ໄຂຄຳພິທູນ ປະທານສູນກາງແນວລາວສ້າງຊາດ ( ຜູ້ທີ 5 ນັບຈາກຊ້າຍຫາຂວາ ) dkooedt-;' dl -U oedkocdh w0[a osk w2w\h ]k,xj k16j g0fr6 g0q k7;kp c]t r6 rtoa ' lld Ij ;,da []a f4t[kovq flt8ik]u lh k'g7nj v',n dko75h ,7v'7;k,ltg\u rk[py '{-kp gxu foe.-h 37'dkog-nj v,8lkplqj 'w22h k 500 dy 3]3;o ]k;{9u o + gxu fla [xtfkI6 [g'k9u o lts]v' 65 xu ;a olh k'8A 'lkprq ;ra odkom6 f ]k;{9u o q ລາວສ້າງຊາດ ເຂົ້າຮ່ວມ. ງານສັບປະດາຮູບເງົາຄັ້ງນີ້, ມີ ຮູບເງົາທັງໝົດ 7 ເລື່ອງຄື: ຂ້ອຍ ກັບບ້ານເກີດຂອງຂ້ອຍ, ມະນຸດ ດວງຈັນ, ສິງໜຸ່ມໄວໄຟ, ຈອມຍຸດ ຂປລ. ກະຊວງສຶກສາທິການ ແລະກິລາ(ສສກ)ໂດຍໄດ້ຮັບການ ສະໜັບສະໜູນຈາກລັດຖະບານອົດ ສະຕຣາລີ ຜ່ານແຜນງານບີຄວາ ໄດ້ເລີ່ມຕົ້ນການພັດທະນາເຄື່ອງມື ການຄຸ້ມຄອງຄວາມສະເໝີພາບ ຍິງ-ຊາຍ (GEM) ເພື່ອຊ່ວຍໃຫ້ ສະຖານທີ່ເຮັດວຽກໃນຂະແໜງ ການສຶກສາ, ວິທະຍາສາດ ແລະ ກິລາ ສາມາດປະເມີນ ແລະ ເສີມ ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ( ຂວາສຸດ ) ໄດ້ກ່າວວ່າ: ກອງປະຊຸມຄັ້ງນີ້, ຈັດຂຶ້ນເພື່ອຮັບປະກັນໃຫ້ບັນດາ ຮ່າງກົດໝາຍທີ່ໄດ້ກໍານົດໄວ້ໃນ ທ່ານ ລິນຄຳ ດວງສະຫວັນ ທ່ານ ຫລີຈູຢູນ ຂປລ. ສູນຄຸ້ມຄອງສ້ອມແປງ ບຳລຸງຮັກສາທາງລົດໄຟ ລາວຈີນ ມີຄວາມສຳຄັນ ແລະ ເປັນປັດ ໄຈສຳຄັນ, ເປັນກະດູກສັນຫລັງ, ເປັນອົງປະກອບຫລັກໃຫ້ແກ່ການ ດຳເນີນງານຂອງລົດໄຟ ລາວຈີນ ກໍຄື ການຂົນສົ່ງສິນຄ້າ ແລະ ຜູ້ໂດຍສານໃຫ້ມີຄວາມປອດໄພ ຊຶ່ງສູນດັ່ງກ່າວ ມີໜ້າທີ່ກວດກາ, ບຳລຸງຮັກສາ, ສ້ອມແປງ, ຄຸ້ມຄອງ

gru j ,mt;u 7;k,lk,a d7u gxa oxb dczj o0v'x;'-q o]k;ma '-kfK @ 0j k; c]t gsfdko 22/04/2026 xtgmf]k; ເປີດສັບປະດາຮູບເງົາຈີນ... ຮອງນາຍົກລັດຖະມົນຕີ... ເປີດນຳໃຊ້ໂຄງການເຊື່ອມຕໍ່... ຂປລ. ໃນວັນທີ 20 ເມສາ 2026, ທ່ານ ອານຸພາບ ວົງໜໍ່ແກ້ວ ຮອງລັດຖະມົນຕີກະຊວງການຕ່າງ ປະເທດ ແຫ່ງ ສປປ ລາວ ໄດ້ ຕ້ອນຮັບ ແລະ ພົບປະສອງຝ່າຍ ກັບທ່ານ ອັນນິດ ມັດຕາ (H.E. Anis Matta) ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສ ອິນໂດເນເຊຍ ໃນໂອກາດເດີນທາງ ມາຢ້ຽມຢາມເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 19-21 ເມສາ 2026. ໃນໂອກາດນີ້, ທ່ານ ອານຸພາບ ວົງໜໍ່ແກ້ວ ໄດ້ສະແດງຄວາມຍິນດີ ຕ້ອນຮັບຢ່າງອົບອຸ່ນ ແລະ ຍິນດີທີ່ ໄດ້ພົບປະກັບທ່ານ ອັນນິດ ມັດຕາ ໃນໂອກາດເດີນທາງມາຢ້ຽມຢາມ ສປປ ລາວ ເປັນຄັ້ງທຳອິດນັບ ແຕ່ໄດ້ເຂົ້າຮັບຕຳແໜ່ງເປັນຮອງ ລັດຖະມົນຕີກະຊວງການຕ່າງປະ ເທດອິນໂດເນເຊຍ ໃນປີ 2024 ແລະ ເພື່ອເປັນການກະກຽມໃຫ້ ແກ່ການຢ້ຽມຢາມທາງການ ສ ອິນໂດເນເຊຍ ຂອງທ່ານຮອງ ນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໃນຕົ້ນເດືອນພຶດສະພາ 2026 ທີ່ຈະມາເຖິງນີ້ ເພື່ອເປັນ ການເສີມຂະຫຍາຍການພົວພັນລະ ຫວ່າງສອງຝ່າຍໃນຕໍ່ໜ້າ. ການພົບປະຄັ້ງນີ້, ສອງຝ່າຍ ໄດ້ຕີລາຄາສູງຕໍ່ສາຍພົວພັນມິດ ຕະພາບອັນຍາວນານ ແລະ ການ ຮ່ວມມືອັນດີງາມໃນຫລາຍຂົງເຂດ ວຽກງານລະຫວ່າງ ສປປ ລາວ ແລະ ສ ອິນໂດເນເຊຍ ຕະຫລອດ ໄລຍະ 69 ປີ ຂອງສາຍພົວພັນ ການທູດ ຊຶ່ງໄດ້ມີການແລກປ່ຽນ ການຢ້ຽມຢາມຂອງການນໍາຂັ້ນ ສູງຢ່າງເປັນປົກກະຕິ ແລະ ການ ໄປມາຫາສູ່ລະຫວ່າງປະຊາຊົນ ສອງຊາດນັບມື້ນັບເພີ່ມຂຶ້ນ. ສອງ ຝ່າຍໄດ້ປຶກສາຫາລືກ່ຽວກັບການ ກະກຽມຈັດບັນດາກິດຈະກໍາຕ່າງໆ ເພື່ອຮ່ວມກັນສະເຫລີມສະຫລອງ ເນື່ອງໃນໂອກາດຄົບຮອບ 70 ປີ ການສ້າງຕັ້ງສາຍພົວພັນການທູດ ລະຫວ່າງສອງປະເທດໃນປີ 2027 ທີ່ຈະມາເຖິງນີ້. ພ້ອມດຽວກັນນີ້, ສອງຝ່າຍໄດ້ເຫັນດີນໍາກັນທີ່ຈະສືບ ຕໍ່ຊຸກຍູ້ການຮ່ວມມືສອງຝ່າຍ ໂດຍ ສະເພາະໃນຂົງເຂດການຄ້າ ແລະ ລົງທຶນລະຫວ່າງສອງປະເທດໃຫ້ ນັບມື້ນັບເພີ່ມຂຶ້ນພ້ອມທັງເຫັນດີ ຈະສືບຕໍ່ສົ່ງເສີມການຮ່ວມມືກັນ ໃນດ້ານອື່ນໆທີ່ສອງປະເທດມີທ່າ ແຮງບົ່ມຊ້ອນເປັນຕົ້ນແມ່ນຂະ ແໜງກະສິກໍາປຸງແຕ່ງເຊັ່ນ: ການ ຜະລິດປຸ່ຍ, ການທ່ອງທ່ຽວ, ອຸດ ສາຫະກໍາບໍ່ແຮ່, ການບໍລິການ ແລະ ອື່ນໆ. ນອກຈາກນັ້ນ, ສອງ ຝ່າຍຍັງໄດ້ແລກປ່ຽນຄໍາຄິດຄໍາ ເຫັນຮ່ວມກັນຕໍ່ສະພາບການພົ້ນ ເດັ່ນໃນພາກພື້ນ ແລະ ສາກົນ ຈໍາ ນວນໜຶ່ງເປັນຕົ້ນການຮ່ວມມືໃນ ວຽກງານຊ່ວຍເຫລືອຜູ້ຕົກເປັນ ເຫຍື່ອຂະບວນການຄ້າມະນຸດ, ການ ປາບປາມການຄ້າຂາຍຢາເສບຕິດ ແລະ ກຸ່ມຫລອກລວງທາງອອນ ລາຍ ແລະ ວິກິດການພະລັງງານ ທີ່ກະທົບຕໍ່ເສດຖະກິດໃນທົ່ວໂລກ ແລະ ອື່ນໆ. ໂອກາດດັ່ງກ່າວ, ທ່ານອານຸພາບ ວົງໜໍ່ແກ້ວ ໄດ້ສະແດງຄວາມຂອບ ໃຈຕໍ່ລັດຖະບານອິນໂດເນເຊຍ ທີ່ໄດ້ ສືບຕໍ່ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫລືອ ສປປ ລາວ ໃນໄລຍະ ຜ່ານມາ ໂດຍສະເພາະແມ່ນການ ພັດທະນາຊັບພະຍາກອນມະນຸດ ກໍຄື ການຊ່ວຍເຫລືອ ສປປ ລາວ ໃນການເປັນປະທານອາຊຽນ ໃນ ປີ 2024 ທີ່ຜ່ານມາ. ໃນຂະນະ ດຽວກັນ, ທ່ານ ອັນນິດ ມັດຕາ ກໍໄດ້ ສະແດງຄວາມຂອບໃຈຕໍ່ການຕ້ອນ ຮັບອັນອົບອຸ່ນຂອງຝ່າຍລາວ ແລະ ມີຄວາມປິຕິຍິນດີທີ່ໄດ້ມີໂອກາດ ເດີນທາງມາຢ້ຽມຢາມ ສປປ ລາວ ໃນຄັ້ງນີ້, ພ້ອມທັງສະແດງຄວາມ ໝາຍໝັ້ນວ່າຈະສືບຕໍ່ເຮັດວຽກ ຮ່ວມກັບຝ່າຍລາວຢ່າງໃກ້ຊິດ ເພື່ອ ປະກອບສ່ວນເຂົ້າໃນການສົ່ງເສີມ ສາຍພົວພັນມິດຕະພາບອັນຍາວ ນານ ແລະ ການຮ່ວມມືອັນດີງາມ ລະຫວ່າງສອງປະເທດໃຫ້ແຕກ ດອກອອກຜົນຍິ່ງໆຂຶ້ນ. Iv']a f4t,q o8u dt-;'dko8j k'xtgmf ]k;{vy o3fgog-p Ij ;,rq [xtlv'/j kp ຂອງສອງປະເທດ ລາວ-ຈີນ ໃນ ການລົງເລິກການຮ່ວມມືຢ່າງແທ້ ຈິງ ແລະ ຮ່ວມກັນສ້າງ “ໜຶ່ງແລວ ໜຶ່ງເສັ້ນທາງ” ດ້ວຍຄຸນນະພາບ ສູງ, ສືບຕໍ່ຈາກທາງລົດໄຟ ລາວຈີນ. ໂຄງການເຊື່ອມໂຍງລະບົບ ໄຟຟ້າ 500 KV ລາວ-ຈີນ ໄດ້ເລີ່ມ ກໍ່ສ້າງໃນວັນທີ 26 ກຸມພາ 2025, ສາຍສົ່ງໄຟຟ້າມີຄວາມຍາວທັງໝົດ 177,5 ກິໂລແມັດ. ໃນນັ້ນ, ເບື້ອງ ສປ ຈີນ 145 ກິໂລແມັດ, ເບື້ອງ ສປປ ລາວ 32,5 ກິໂລແມັດ, ເຊື່ອມຕໍ່ແຂວງອຸດົມໄຊ, ແຂວງ ຫລວງນ້ຳທາ ສປປ ລາວ ແລະ ແຂວງຢຸນນານ ສປ ຈີນ, ໄດ້ສ້າງ ສະຖານີໄຟຟ້າ 500 KV ໃໝ່ 1 ແຫ່ງໃນປະເທດລາວ, ກໍ່ສ້າງສາຍ ສົ່ງໄຟຟ້າ 230 KV ຈໍານວນ 2 ວົງຈອນເຊື່ອມຕໍ່ກັບຕາຂ່າຍໄຟຟ້າ ຫລັກຢູ່ພາກເໜືອຂອງລາວ. ໂຄງ ການແມ່ນໄດ້ຮັບການກໍ່ສ້າງ ແລະ ການດຳເນີນງານໂດຍບໍລິສັດຕາ ຂ່າຍໄຟຟ້າພາກໃຕ້ຈີນ ແລະ ບໍລິ ສັດສາຍສົ່ງໄຟຟ້າແຫ່ງຊາດລາວ (EDL-T) ຕາມລໍາດັບ. ໂຄງການ ນີ້, ໄດ້ປັບປຸງເສັ້ນທາງໃຫ້ເໝາະສົມ ຕັ້ງແຕ່ໄລຍະອອກແບບ ໂດຍຫລີກ ລ່ຽງເຂດອະນຸລັກ ແລະ ເຂດຊຸມຊົນ, ປົກປັກຮັກສາປ່າໄມ້ໄດ້ປະມານ 170,4 ເຮັກຕາ. ໃນຂະບວນການ ກໍ່ສ້າງ, ໄດ້ນໍາໃຊ້ຮູບແບບການ ຂົນສົ່ງແບບປະສານງານທີ່ເປັນ ການປະດິດສ້າງໃໝ່ຄື “ຍົນເຮລີ ກົບແຕ+ໂດຣນ” ໂດຍມີ ໂດຣນ 30 ກວ່າລໍາ ແລະ ຍົນເຮລີກົບແຕ 2 ລໍາ ປະກອບເປັນການຈັດຮູບແບບບິນ ທາງອາກາດ, ລວມປະລິມານການ ຂົນສົ່ງຫລາຍກວ່າ 5.000 ໂຕນ, ການລົບກວນລະບົບນິເວດຫລຸດລົງ ຫລາຍກວ່າ 90%. ຂັ້ນຕອນຕໍ່ໄປ, ບໍລິສັດຕາຂ່າຍ ໄຟຟ້າພາກໃຕ້ຈີນ ແລະ ບໍລິສັດສາຍ ສົ່ງໄຟຟ້າແຫ່ງຊາດລາວ ຈະຖືເອົາ ການເປີດນໍາໃຊ້ໂຄງການນີ້ເປັນຈຸດ ເລີ່ມຕົ້ນໃໝ່, ຮ່ວມມືກັນຊຸກຍູ້ເຕັກ ໂນໂລຊີ, ອຸປະກອນທີ່ກ້າວໜ້າ ເພື່ອ ຮັບໃຊ້ການຍົກລະດັບຕາຂ່າຍໄຟຟ້າ ຂອງລາວ ແລະ ການຫັນປ່ຽນດ້ານ ພະລັງງານໃຫ້ດີຂຶ້ນ, ລົງເລິກການ ເຊື່ອມໂຍງດ້ານພະລັງງານໄຟຟ້າ ໃນພາກພື້ນ, ປະກອບສ່ວນອັນໃໝ່ ທີ່ໃຫຍ່ຫລວງກວ່າເກົ່າເຂົ້າໃນການ ສ້າງຄູ່ຮ່ວມຊາຕາກໍາ ລາວ-ຈີນ ທີ່ ມີມາດຕະຖານສູງ, ຄຸນນະພາບສູງ ແລະ ລະດັບສູງ. ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ກ່າວວ່າ: ໂຄງການ ເຊື່ອມຕໍ່ສາຍສົ່ງໄຟຟ້າ 500 KV ບໍ່ ແມ່ນພຽງແຕ່ການຕໍ່ສາຍສົ່ງໄຟຟ້າ ຂ້າມຊາຍແດນເທົ່ານັ້ນ, ແຕ່ແມ່ນ “ການເສີມຄວາມເຂັ້ມແຂງໃຫ້ ແກ່ສາຍໃຍແຫ່ງຄູ່ຮ່ວມຊາຕາກຳ ລາວ-ຈີນ” ທີ່ຈະປະກອບສ່ວນ ເຮັດໃຫ້ສອງຊາດ ລາວ-ຈີນ ກ້າວ ເດີນໄປບົນເສັ້ນທາງແຫ່ງການ 7 ຂຸນເຂົາ, ຂ້າມແມ່ນໍ້າຢ່າລູ້ໄປ, ຍຸດທະສາດທະເລແດງ ແລະ ມ໋າ ເທິງຢ່າຖິ້ມຂ້ອຍ ທີ່ຜະລິດໂດຍ ວິທະຍຸໂທລະພາບສູນກາງຈີນ ໂດຍ ມີເນື້ອໃນທີ່ຫລາກຫລາຍເປັນຕົ້ນ ແມ່ນຄວາມຮັກຊາດ, ການເຕີບ ປ້ອງກັນປະເທດ ລົງເຄື່ອນໄຫວ ຢ້ຽມຢາມ ແລະ ຊີ້ນໍາວຽກງານຢູ່ ກະຊວງເຕັກໂນໂລຊີ ແລະ ການສື່ ສານ ໂດຍໃຫ້ການຕ້ອນຮັບຂອງ ທ່ານ ສັນຕິສຸກ ສິມມາລາວົງ ກໍາມະ ການສູນກາງພັກ, ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການ ສື່ສານ ພ້ອມດ້ວຍບັນດາຮອງລັດ ຖະມົນຕີ, ຫົວໜ້າຫ້ອງການ, ກົມ, ສູນ, ສະຖາບັນ, ອົງການອ້ອມຂ້າງ ກະຊວງເຂົ້າຮ່ວມ. ໂອກາດນີ້, ທ່ານລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການ ສື່ສານ ໄດ້ລາຍງານໂດຍຫຍໍ້ການ ຈັດຕັ້ງປະຕິບັດວຽກງານຂອງກະ ຊວງເຕັກໂນໂລຊີ ແລະ ການສື່ສານ ໄລຍະ 5 ປີ(2021-2025) ແລະ ທິດທາງແຜນການ 5 ປີ (20262030) ຊຶ່ງສະແດງອອກແຕ່ລະ ດ້ານຄື: ດ້ານກົງຈັກການຈັດຕັ້ງ, ດ້ານບຸກຄະລາກອນ ແລະ ດ້ານ ວຽກງານວິຊາສະເພາະ. ໃນນັ້ນ, ດ້ານວິຊາສະເພາະກໍມີຜົນງານ ພົ້ນເດັ່ນຫລາຍດ້ານສະແດງອອກ ເປັນຕົ້ນການພັດທະນາລະບົບ ບໍລິຫານລັດໃຫ້ເປັນທັນສະໄໝ: ລະບົບຫ້ອງການເອເລັກໂຕຣນິກ (E-office) ໄດ້ຂະຫຍາຍໄປ 44 ຫ້ອງການ ມີ 13,2 ພັນກວ່າ ບັນຊີ, ລະບົບຈົດໝາຍເອເລັກ ໂຕຣນິກ (Email) ໄດ້ຂະຫຍາຍ ໄປ 49 ພາກສ່ວນ ມີ 5,5 ພັນ ກວ່າບັນຊີ, ລະບົບສື່ສານພາກລັດ (G-Chat) ມີການນໍາໃຊ້ 24,2 ພັນກວ່າບັນຊີ, ລະບົບຈັດເກັບ ແລະ ນໍາໃຊ້ເອກະສານຮ່ວມກັນຂອງພາກ ລັດ (G-Share/G-Drive) ມີ ພັດທະນາຕາມທິດສີຂຽວ ແລະ ຍືນຍົງຮ່ວມກັນຢ່າງແຂງແຮງ. ນີ້ ຄືສາຍສຳພັນ ແລະ ການຮ່ວມມື ທີ່ມີຊີວິດຊີວາ ແລະ ມີອະນາຄົດ ທີ່ສົດໃສທີ່ຢັ້ງຢືນວ່າ: ມິດຕະພາບ ແລະ ການຮ່ວມມື ລາວ-ຈີນ ໄດ້ນໍາ ເອົາໝາກຜົນທີ່ຈັບຕ້ອງໄດ້ ແລະ ເປັນຮາກຖານໃຫ້ແກ່ການເປັນຄູ່ ຮ່ວມຊາຕາກຳ ລາວ-ຈີນ ຢ່າງແທ້ ຈິງ. ໂຄງການນີ້ປຽບເໝືອນກຸນ ແຈສໍາຄັນທີ່ປົດລັອກຂໍ້ຈຳກັດດ້ານ ການສົ່ງໄຟຟ້າ ເພື່ອມຸ່ງໜ້າສູ່ເສດ ຖະກິດທີ່ເພິ່ງຕົນເອງ ແລະ ສ້າງ ຄວາມເຂັ້ມແຂງດ້ວຍຕົນເອງ. ຖ້າ ພວກເຮົາປຽບເສັ້ນທາງລົດໄຟ ລາວ-ຈີນ ແມ່ນ “ກະດູກສັນຫລັງ ແຫ່ງການຂົນສົ່ງ”, ໂຄງການສາຍ ສົ່ງນີ້ ກໍອາດປຽບເໝືອນ “ເສັ້ນ ເລືອດໃຫຍ່” ທີ່ຈະເພີ່ມພະລັງໃຫ້ ແກ່ເສດຖະກິດຂອງ ສປປ ລາວ ເພື່ອໃຫ້ການພັດທະນາຕາມແລວ ທາງເສດຖະກິດຕ່າງໆຂອງລາວຂະ ຫຍາຍຕົວຢ່າງແຂງແຮງ ແລະ ການ ໝູນໃຊ້ເຕັກໂນໂລຊີທີ່ທັນສະໄໝ ຈາກ ສປ ຈີນ. ໂຄງການນີ້, ຈະຊ່ວຍ ໃຫ້ລະບົບຕາຂ່າຍໄຟຟ້າຂອງ ສປປ ລາວ ກ້າວໄປສູ່ຄວາມໝັ້ນຄົງ, ທັນ ສະໄໝ ແລະ ສາມາດແຂ່ງຂັນໄດ້ໃນ ເວທີພາກພື້ນ ແລະ ສາກົນ. ການນໍາໃຊ້ 15,2 ພັນກວ່າບັນຊີ, ລະບົບກອງປະຊຸມທາງໄກ (VC) 42 ພາກສ່ວນ ແລະ ມີຜູ້ນໍາໃຊ້ 20,8 ພັນກວ່າບັນຊີ; ການຄຸ້ມຄອງ ຄື້ນຄວາມຖີ່ວິທະຍຸສື່ສານ: ຢຶດ ອຸປະກອນສື່ສານຜ່ານດາວທຽມ ຕຳແໜງວົງໂຄຈອນຕ່ຳ (LEO) ທີ່ມີການລັກລອບນໍາເຂົ້າ ແລະ ຮື້ ຖອນອຸປະກອນສື່ສານດັ່ງກ່າວ ທີ່ ມີການລັກລອບນຳໃຊ້ໃນຂົງເຂດ ຕ່າງໆ; ການຄຸ້ມຄອງອິນເຕີເນັດ ແລະ ຄວາມປອດໄພໄຊເບີ ກໍໄດ້ເປີດ ນຳໃຊ້ສູນຕ້ານການຫລອກລວງ ທາງອອນລາຍ AOC1533 ໃນ ວັນທີ 29/12/2025 ມາຮອດ ປັດຈຸບັນສາມາດຮັບແຈ້ງ 700 ກວ່າຄັ້ງ ແລະ ປິດຄະດີໄດ້ 300 ກວ່າກໍລະນີ ແລະ ວຽກງານອື່ນໆ. ພ້ອມນັ້ນ, ຍັງໄດ້ວາງທິດທາງແຜນ ການຕໍ່ໜ້າ ໂດຍສະເພາະແມ່ນສືບ ຕໍ່ຍູ້ແຮງການພັດທະນາເຕັກໂນໂລ ຊີ, ການສື່ສານ ແລະ ນະວັດຕະ ກໍາໃຫ້ມີການຂະຫຍາຍຕົວແບບ ກ້າວກະໂດດ; ສົ່ງເສີມ ແລະ ນໍາ ໃຊ້ໂທລະຄົມມະນາຄົມ, ເຕັກໂນ ໂລຊີການສື່ສານຂໍ້ມູນຂ່າວສານ (ໄອຊີທີ), ປັນຍາປະດິດ ແລະ ດີ ຈິຕອນທີ່ທັນສະໄໝ, ມີຄວາມປອດ ໄພສູງເຂົ້າໃນທຸກຂະແໜງການ ເສດຖະກິດ-ສັງຄົມແຕ່ສູນກາງລົງ ຮອດທ້ອງຖິ່ນ ເພື່ອຂັບເຄື່ອນການ ພັດທະນາເສດຖະກິດ-ສັງຄົມເຂົ້າ ສູ່ຍຸກອຸດສາຫະກໍາ 4.0, ຫັນເປັນ ລັດຖະບານດີຈິຕອນ ແລະ ສ້າງ ເສດຖະກິດ-ສັງຄົມດີຈິຕອນ; ສືບຕໍ່ ຜັນຂະຫຍາຍ 8 ຍຸດທະສາດ ແລະ 14 ແຜນງານທີ່ໄດ້ກໍານົດໃນແຜນ ພັດທະນາເສດຖະກິດດີຈິຕອນເປັນ ອັນລະອຽດ. ໃນຕອນທ້າຍ, ທ່ານຮອງນາຍົກ ລັດຖະມົນຕີ ກໍໄດ້ມີຄຳເຫັນໂອ້ລົມ ເພື່ອເປັນທິດທາງໃນການເຄື່ອນ ໄຫວວຽກງານໃນຂົງເຂດເຕັກໂນ ໂລຊີ ແລະ ການສື່ສານ ຊຶ່ງເຕັມ ໄປດ້ວຍຄວາມໝາຍສໍາຄັນຢ່າງ ຍິ່ງ ເພື່ອນໍາໄປຈັດຕັ້ງຜັນຂະຫຍາຍ ເຂົ້າສູ່ການປະຕິບັດວຽກງານຕົວ ຈິງໃຫ້ເກີດດອກອອກຜົນ. ຈາກ ນັ້ນ, ທ່ານຮອງນາຍົກລັດຖະມົນຕີ ພ້ອມຄະນະຍັງໄດ້ຢ້ຽມຊົມຫ້ອງ ປະຕິບັດການຂອງກະຊວງເຕັກ ໂນໂລຊີ ແລະ ການສື່ສານ ເປັນ ຕົ້ນສູນຕ້ານການຫລອກລວງທາງ ອອນລາຍ, ສາຍດ່ວນ 1533, ຈຸດ ເຊື່ອມຕໍ່ພິເສດ ປກຊ-ປກສ, ລະ ບົບຄຸ້ມຄອງ (NOC) ແລະ ສູນ ປະຕິບັດການຄວາມປອດໄພທາງ ໄຊເບີ (SOC). ຂໍ້ມູນ-ພາບ: ຂ່າວສານເຕັກໂນໂລຊີ ແລະ ການສື່ສານ ໃຫຍ່ຂອງໄວໜຸ່ມ, ວິທະຍາສາດ, ເລື່ອງຕະຫລົກ ແລະ ຄວາມຮັກ ໃນຄອບຄົວ ເພື່ອສະແດງໃຫ້ເຫັນ ເຖິງຜົນສຳເລັດຂອງການພັດທະ ນາປະເທດຈີນ ໃນຍຸກໃໝ່ ແລະ ສະພາບຈິດໃຈທີ່ຫ້າວຫັນຂອງປະ ຊາຊົນຈີນ. ໂ ອ ກ າ ດ ນີ້ , ທ່ າ ນ ນ າ ງ ສວນສະຫວັນວິຍະເກດ ລັດຖະມົນຕີ ກະຊວງວັດທະນະທຳ ແລະ ການ ທ່ອງທ່ຽວ ໄດ້ກ່າວວ່າ: ພັກ ແລະ ລັດຖະບານຖືສໍາຄັນຕໍ່ການຈັດຕັ້ງ ປະຕິບັດແຜນແມ່ບົດວ່າດ້ວຍການ ສ້າງຄູ່ຮ່ວມຊາຕາກຳ ລາວ-ຈີນ ໂດຍສະເພາະແມ່ນການສົ່ງເສີມ ແລກປ່ຽນດ້ານວັດທະນະທຳ ແລະ ການໄປມາຫາສູ່ກັນລະຫວ່າງປະ ຊາຊົນສອງຊາດ ລາວ-ຈີນ, ຈີນລາວ ເພື່ອເຮັດໃຫ້ມູນເຊື້ອການ ພົວພັນຮ່ວມມືຢັ່ງຮາກຝັງເລິກໃນ ຈິດໃຈຂອງປະຊາຊົນສອງຊາດ. ເທສະການຮູບເງົາຄັ້ງນີ້, ພວກເຮົາ ໄດ້ຄັດເລືອກເອົາຮູບເງົາຈີນທີ່ດີ ເດັ່ນ 7 ເລື່ອງ ທີ່ມີເນື້ອໃນທີ່ຫລາກ ຫລາຍ ຊຶ່ງຮູບເງົາດັ່ງກ່າວ, ຈະບໍ່ ສາຍສະເພາະໃນນະຄອນຫລວງ ວຽງຈັນ ແຕ່ຄະນະຮັບຜິດຊອບຍັງ ຈະສືບຕໍ່ສາຍຢູ່ບັນດາແຂວງເປັນ ຕົ້ນແຂວງຫລວງພະບາງ, ຫົວພັນ ແລະ ແຂວງຈໍາປາສັກ ຕື່ມອີກ ເພື່ອ ໃຫ້ປະຊາຊົນລາວ, ປະຊາຊົນຈີນ ທີ່ ອາໄສຢູ່ ສປປ ລາວ ສາມາດເຂົ້າມາ ຮັບຊົມໄດ້. ໂອກາດນີ້, ທ່ານ ນາງ ຟາງ ຫົງ ເອກອັກຄະລັດຖະທູດ ສປ ຈີນ ປະ ຈຳລາວ ໄດ້ກ່າວວ່າ: ຮູບເງົາໃນ ຖານະເປັນສິລະປະທີ່ລວມເອົາທັງ ພາບ ແລະ ສຽງໄວ້ນຳກັນ, ມີພະ ລັງພິເສດທີ່ສາມາດເຂົ້າເຖິງຈິດໃຈ ຂອງຄົນໄດ້ໂດຍກົງ, ທັງເປັນຊ່ອງ ທາງສຳຄັນໃນການສົ່ງເສີມການ ເຊື່ອມໂຍງທາງດ້ານວັດທະນະທຳ ແລະ ສ້າງຄວາມໃກ້ຊິດລະຫວ່າງ ຈິດໃຈຂອງປະຊາຊົນ ຈີນ-ລາວ. ເກືອບ 10 ປີ ຜ່ານມາ, ວິທະຍຸໂທ ລະພາບສູນກາງຈີນ ໄດ້ຍຶດໝັ້ນ ຈັດກິດຈະກຳ “ເທສະການຮູບເງົາ ດີເດັ່ນ ລາວ-ຈີນ” ໄປສາຍຢູ່ທົ່ວ ປະເທດລາວແບບສາທາລະນະ ປະໂຫຍດ, ໄດ້ມີການແປ ແລະ ພາກ ສຽງຮູບເງົາຈີນ ທີ່ດີເດັ່ນຫລາຍ ເລື່ອງເພື່ອນຳໄປສາຍໃຫ້ປະຊາຊົນ ລາວທົ່ວປະເທດໄດ້ຮັບຊົມ ຊຶ່ງໄດ້ ຮັບການຕ້ອນຮັບຢ່າງອົບອຸ່ນ ແລະ ກາຍເປັນສາຍໃຍແຫ່ງຄວາມຜູກພັນ ທາງດ້ານຈິດໃຈຂອງປະຊາຊົນ ສອງຊາດ. ໃນຂະນະດຽວກັນ, ສອງຝ່າຍຍັງໄດ້ຮ່ວມກັນຜະລິດ ຮູບເງົາ ແລະ ລາຍການໂທລະພາບ ຫລາຍເລື່ອງເຊັ່ນ: ຮູບເງົາເລື່ອງ “ດອກຈຳປາບານ” ໃນປີ 2018 ແລະ ສາລະຄະດີ “ບັນທຶກການ ເດີນທາງລົດໄຟ ລາວ-ຈີນ” ທີ່ຫາ ກໍອອກອາກາດເມື່ອບໍ່ດົນມານີ້ ຊຶ່ງ ໄດ້ຈາລຶກເລື່ອງລາວແຫ່ງຄວາມ ສາມັກຄີ ແລະ ການຮ່ວມມືພັດທະ ນາຂອງປະຊາຊົນສອງຊາດໄວ້ເທິງ ຈໍໃຫຍ່ຕະຫລອດໄປ.

22/04/2026 xtgmf]k; 3 0j k; c]t gsfdko gru j ,mt;u 7;k,lk,a d7u gxa oxb dczj o0v'xt-k-q o.o-kf [q orN o4ko]a f4tme,to6 o csj ' lxx ]k; K ຕໍ່ຈາກສະບັບກ່ອນ (ເນ່ືອງໃນໂອກາດວັນສ້າງຕັ້ງສາຍພົວພັນການທູດ ລາວ-ຈີນ ຄົບຮອບ 65 ປີ 25/4/1961-25/4/2026) ບົດສະເໜີ ©ດຍ ຄະນະ ບກ 65 xu csj 'dkolh k'8A 'lkprq ;ra odkom6 f ]ts;j k' lxx ]k;{lx 9u o ສຳລັບການຮ່ວມມື ລາວ-ຈີນ ໃນປີ 2025 ມີຫລາຍດ້ານພົ້ນ ເດັ່ນ, ໃນນີ້ ດ້ານການເມືອງ, ການ ນໍາພັກ-ລັດຂອງສອງປະເທດນັບ ແຕ່ລະດັບສູງສຸດຈົນຮອດລະດັບ ທ້ອງຖິ່ນໄດ້ຜັດປ່ຽນກັນແລກປ່ຽນ ການຢ້ຽມຢາມ ແລະ ພົບປະກັນ ຢ່າງເປັນປົກກະຕິ ເພື່ອແລກປ່ຽນ ບົດຮຽນທາງດ້ານທິດສະດີ, ພຶດ ຕິກໍາຕົວຈິງ ແລະ ສະໜັບສະໜູນ ຊ່ວຍເຫລືອເຊິ່ງກັນ ແລະ ກັນໃນ ຂອບສອງຝ່າຍ ກໍຄື ໃນເວທີພາກ ພື້ນ ແລະ ສາກົນ ເຊິ່ງສໍາຄັນທີ່ສຸດ ແມ່ນການເດີນທາງຢ້ຽມຢາມຈີນ ຂອງທ່ານ ທອງລຸນ ສີສຸລິດ ເລຂາ ທິການໃຫຍ່ຄະນະບໍລິຫານງານສູນ ກາງພັກປະຊາຊົນປະຕິວັດລາວ, ປະທານປະເທດລາວໃນຕົ້ນເດືອນ ກັນຍາທີ່ຜ່ານມາ ເພື່ອເຂົ້າຮ່ວມ ກອງປະຊຸມສຸດຍອດອົງການຮ່ວມ ມືຊຽງໄຮ້ 2025, ລວມທັງເຂົ້າ ຮ່ວມກິດຈະກຳລະນຶກໄຊຊະນະສົງ ຄາມຕໍ່ຕ້ານຟາດຊິດໂລກ ຄົບຮອບ 80 ປີ ແລະ ພົບປະກັບ ທ່ານ ສີຈິ້ນ ຜິງ, ເລຂາທິການໃຫຍ່ຄະນະກຳ ມະການສູນກາງພັກກອມມູນິດຈີນ ປະທານປະເທດຈີນ ແລະ ການ ເດີນທາງມາຢ້ຽມຢາມລາວຂອງ ທ່ານຫວັງຮູ້ໜິງກຳມະການປະຈໍາ ກົມການເມືອງສູນກາງພັກ, ປະ ທານສະພາທີ່ປຶກສາການເມືອງທົ່ວ ປະເທດຈີນໃນຕົ້ນເດືອນທັນວາ, ນອກຈາກໄດ້ເຂົ້າຮ່ວມພິທີສະເຫລີມ ສະຫລອງວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ (02/12/ 1975-02/12/2025) ທ່ານຍັງ ໄດ້ພົບປະກັບການນໍາຂັ້ນສູງພັກ- ລັດຂອງລາວຫລາຍທ່ານ ເພື່ອປຶກ ສາຫາລືກ່ຽວກັບການຮ່ວມມືຈີນ- ລາວໃນປັດຈຸບັນ ແລະ ໃນຕໍ່ໜ້າ. ດ້ານເສດຖະກິດ, ມາຮອດປີ2025, ຈີນຍັງສືບຕໍ່ຈັດຢູ່ອັນດັບ 1 ໃນຈໍາ ນວນ 53 ປະເທດ ແລະ ເຂດແຄວ້ນ ທີ່ເຂົ້າມາລົງທຶນຢູ່ລາວ ໂດຍໄດ້ລົງ ທຶນຢູ່ຫລາຍຂະແໜງການ ເຊັ່ນ: ພະລັງງານ, ບໍ່ແຮ່, ການບໍລິການ, ກະສິກໍາ ແລະ ອື່ນໆ. ສ່ວນມູນຄ່າ ການຄ້າລະຫວ່າງ ລາວ-ຈີນ ມີທ່າ ອ່ຽງເພີ່ມຂຶ້ນຢ່າງຕໍ່ເນື່ອງ, ຄາດວ່າ ໃນປີ 2026 ຈະເພີ່ມຂຶ້ນຈໍານວນ ຫລາຍ ແລະ ຄາດວ່າອີກບໍ່ດົນຈີນ ຈະກາຍເປັນຄູ່ຄ້າທີ່ໃຫຍ່ອັນດັບ ໜຶ່ງຂອງລາວເພາະຍັງມີທ່າແຮງ ບົ່ມຊ້ອນຢ່າງຫລວງຫລາຍ. ຂະນະ ທີ່ປັດຈຸບັນ ລາວໄດ້ເຊັນສັນຍານ ເພື່ອເປີດຕະຫລາດສົ່ງອອກສິນຄ້າ ກະສິກຳໄປຈີນພາຍໃຕ້ເງື່ອນໄຂ ສຸຂານາໄມ ແລະ ສຸຂານາໄມພືດ ແລ້ວ40ກວ່າລາຍການແລະ ພວມ ສືບຕໍ່ເຈລະຈາເພື່ອສະເໜີໃຫ້ຝ່າຍ ຈີນ ພິຈາລະນາຕື່ມອີກຫລາຍລາຍ ການ. ດ້ານການຄົມມະນາຄົມຂົນ ສົ່ງ: ສອງປະເທດ ໄດ້ມີຜົນສໍາເລັດ ອັນຍິ່ງໃຫຍ່ ໂດຍສະເພາະການ ເປີດນໍາໃຊ້ ເສັ້ນທາງດ່ວນນະຄອນ ຫລວງວຽງວຽງຈັນ-ວັງວຽງແລະ ໂຄງການກໍ່ສ້າງເສັ້ນທາງລົດໄຟ ລາວ-ຈີນ ໄດ້ເຮັດໃຫ້ການຄົມມະ ນາຄົມຂົນສົ່ງຂອງ ສປປ ລາວ ກ້າວຂຶ້ນສູ່ອຸດສາຫະກໍາການຂົນ ສົ່ງທີ່ທັນສະໄໝ ແບບກ້າວກະໂດດ, ທັງປະກອບສ່ວນສໍາຄັນເຂົ້າໃນ ການຈັດຕັ້ງປະຕິບັດຂໍ້ລິເລີ່ມ “ໜຶ່ງ ແລວ ໜຶ່ງເສັ້ນທາງ” ແລະ ການ ສ້າງປະຊາຄົມຮ່ວມຊາຕາກໍາ ຂອງ ມວນມະນຸດ ຂອງ ສປ ຈີນ ແລະ ສອດຄ່ອງກັບແຜນຍຸດທະສາດ ຂອງສປປລາວໃນການຫັນປະເທດ ທີ່ບໍ່ມີຊາຍແດນຕິດຈອດກັບທະເລ ໃຫ້ກາຍເປັນປະເທດ ເຊື່ອມໂຍງເຊື່ອມຈອດກັບປະເທດໃກ້ຄຽງ ແລະ ພາກພື້ນ ເຮັດໃຫ້ການໄປ-ມາ ຫາສູ່ກັນຂອງປະຊາຊົນສອງຊາດ ແລະ ປະຊາຊົນບັນດາປະເທດໃກ້ ຄຽງ, ລວມທັງການຂົນສົ່ງສິນຄ້າ ມີຄວາມສະດວກສະບາຍ ແລະ ຂະ ຫຍາຍຕົວຂຶ້ນເປັນກ້າວໆ. ເສັ້ນ ທາງລົດໄຟລາວ-ຈີນ ໄດ້ກາຍເປັນ ຕົວແບບສໍາຄັນ ພາຍໃຕ້ ຂໍ້ລິເລີ່ມ “ໜຶ່ງແລວ ໜຶ່ງເສັ້ນທາງ” ແລະ ກາຍເປັນເສັ້ນທາງຄໍາ ທີ່ບໍ່ພຽງແຕ່ ສະເພາະ ສປປ ລາວ ແລະ ສປ ຈີນ ເທົ່ານັ້ນ, ຫາກຍັງລວມເຖິງປະເທດ ໃກ້ຄຽງ ແລະ ພາກພື້ນຕື່ມອີກ. ອີກ ດ້ານໜຶ່ງທີ່ພົ້ນເດັ່ນ ແລະ ຄວນເວົ້າ ເຖິງນັ້ນ ແມ່ນການທີ່ ສອງປະເທດ ລາວ-ຈີນ ໄດ້ຮ່ວມກັນລົງນາມ ກໍ່ ສ້າງສູນການຮ່ວມມືດ້ານນະວັດຕະ ກຳ ປັນຍາປະດິດ (A*) ຢູ່ ສປປ ລາວ ເຊິ່ງເປັນການຕັດສິນໃຈທີ່ຖືກ ຕ້ອງ ແລະ ສອດຄ່ອງກັບຍຸກສະໄໝ ແຫ່ງເຕັກໂນໂລຊີ ທັນສະໄໝ ເພາະ ຈຸດປະສົງການສ້າງຕັ້ງສູນດັ່ງກ່າວ ແມ່ນເພື່ອຊ່ວຍປະເທດລາວ ສ້າງ ແບບຈຳລອງ A* ຂະໜາດໃຫຍ່ ຂອງຕົນເອງ ແລະ ຄວບຄຸມດ້ວຍ ຕົນເອງ, ສ້າງຖານຂໍ້ມູນພາສາ, ແບບຈຳລອງຂະແໜງການ ແລະ ຮູບແບບການນຳໃຊ້ຕົວຈິງ, ຫລຸດ ຜ່ອນການອາໄສເຕັກໂນໂລຊີຕ່າງ ປະເທດ, ສ້າງພະລັງຂັບເຄື່ອນໃຫ້ ແກ່ຂົງເຂດກະສິກຳ,ການແພດແລະ ຂົງເຂດອື່ນໆ. ນອກຈາກນີ້, ການ ຮ່ວມມື ໃນຂົງເຂດການສຶກສາ-ວັດ ທະນະທໍາ, ສາທາລະນະສຸກ, ການ ທ່ອງທ່ຽວ ແລະ ຂົງເຂດອື່ນໆ ໄດ້ ຮັບຜົນສໍາເລັດຢ່າງຕໍ່ເນື່ອງ ແລະ ນັບມື້ກ້າວຂຶ້ນສູ່ບາດກ້າວໃໝ່ ທີ່ບໍ່ ເຄີຍມີມາກ່ອນ ໃນປະຫວັດສາດ ແລະ ປະກອບສ່ວນເພີ່ມເນື້ອໃນ ດ້ານວັດທະນະທໍາ ຂອງຄູ່ຮ່ວມຊາ ຕາກໍາ ລາວ-ຈີນ ໃຫ້ອຸດົມສົມບູນ ຂຶ້ນຢ່າງບໍ່ຢຸດຢັ້ງ. ສະຫລຸບລວມແລ້ວ ການພົວພັນ ຂອງ ລາວ-ຈີນ ໃນໄລຍະຊຸມປີຜ່ານ ມາ ແມ່ນມີຄວາມສະເໝີຕົ້ນສະເໝີ ປາຍ, ບົນພື້ນຖານຕ່າງຝ່າຍຕ່າງ ຊຸກຍູ້ ແລະ ໃຫ້ການຊ່ວຍເຫລືອ ເຊິ່ງກັນ ແລະ ກັນ ເຊິ່ງສະແດງ ອອກໃຫ້ເຫັນໃນຂອດການຮ່ວມມື ຕ່າງໆ ທີ່ໄດ້ຈັດຕັ້ງປະຕິບັດໃນໄລ ຍະຜ່ານມາ ຈົນເຖິງປັດຈຸບັນ ກໍ່ເປັນ ໄລຍະທີ່ຜັນຂະຫຍາຍ ໃຫ້ເກີດດອກ ອອກຜົນຫລາຍທີ່ສຸດ ເພື່ອໃຫ້ໄດ້ ຜົນປະໂຫຍດອັນສູງສຸດ ມາສູ່ສອງ ປະເທດ. ການເພີ່ມທະວີສາຍພົວພັນ ລະຫວ່າງສອງຊາດ ໄດ້ສະແດງ ອອກໃຫ້ເຫັນ ໃນຕົວເລກການຄ້າ ລະຫວ່າງສອງປະເທດ ທີ່ນັບມື້ນັບ ສູງຂຶ້ນ, ການແລກປ່ຽນສິນຄ້າ ລະ ຫວ່າງຊາຍແດນຫາຕົວເມືອງ ນັບ ມື້ນັບມີຄວາມຄຶກຄື້ນ, ການລົງທຶນ ຂອງນັກທຸລະກິດຈີນໃນລາວ ກໍ ມີຕົວເລກທີ່ກ້າວກະໂດດ, ການໄປ ມາຫາສູ່ລະຫວ່າງ ປະຊາຊົນສອງ ຊາດ ກໍມີຄວາມສະດວກສະບາຍ ຂຶ້ນເປັນກ້າວໆ. ຂປລ. ເມື່ອບໍ່ດົນມານີ້, ຫ້ອງ ການ ກະຊວງການເງິນ ໄດ້ຈັດກອງ ປະຊຸມເຜີຍແຜ່ເອກະສານຄຳແນະ ນຳ ກ່ຽວກັບການຈັດຕັ້ງປະຕິບັດ ມະຕິ ວ່າດ້ວຍການສ້າງເສດຖະກິດ ເອກະລາດ ເປັນເຈົ້າຕົນເອງ ໃນ ໄລຍະໃໝ່ (ສອຈ) ຂອງຂະແໜງ ການເງິນ ສະບັບເລກທີ 4941/ກງ, ລົງວັນທີ 30 ທັນວາ 2025 ໂດຍ ການເປັນປະທານຂອງ ທ່ານ ສົມ ຈິດ ຄຳມຸງຄຸນ ຫົວໜ້າຫ້ອງການ ກະຊວງການເງິນ, ມີຄະນະກົມ ກ່ຽວຂ້ອງອ້ອມຂ້າງກະຊວງ, ພະ ແນກການເງິນນະຄອນຫລວງວຽງ ຈັນ, ພະແນກການເງິນແຂວງໃນ ແບບເຊິ່ງໜ້າ ແລະ ຮູບແບບທາງ ໄກ (ອອນລາຍ). ກອງປະຊຸມຄັ້ງນີ້, ເພື່ອສ້າງ ຄວາມຮັບຮູ້ແລະ ເຂົ້າໃຈເຮັດໃຫ້ພະ ນັກງານ-ລັດຖະກອນ ໃນຂະແໜງ ການເງິນກໍາໄດ້ເນື້ອໃນຈິດໃຈກ່ຽວ ກັບການສ້າງພື້ນຖານເສດຖະກິດທີ່ ເຂັ້ມແຂງ, ຫລຸດຜ່ອນການເພິ່ງພາ ຈາກພາຍນອກ ແລະ ເພີ່ມທະວີການ ກຸ້ມຕົນເອງທາງດ້ານງົບປະມານ; ເປັນບ່ອນອີງໃນການຈັດຕັ້ງປະຕິ ບັດ ຜັນຂະຫຍາຍເນື້ອໃນຄຳແນະ ນຳ 4941/ກງ ເຂົ້າສູ່ແຜນວຽກຈຸດ ສຸມຂອງແຕ່ລະກົມກອງ, ໂດຍສະ 0tc|'dkog'o gzu pczj 7ecotoedko9a f8A 'xt8y [a f lv9 y ເພາະແມ່ນການຂຸດຄົ້ນລາຍຮັບບົ່ມ ຊ້ອນ, ການຄຸ້ມຄອງລາຍຈ່າຍຢ່າງ ມັດທະຍັດແລະການຫັນເປັນທັນສະ ໄໝ ແລະ ສ້າງຄວາມເປັນເອກະ ພາບ ເສີມຂະຫຍາຍຄວາມຮັບຜິດ ຊອບ ແລະ ຄວາມເປັນເຈົ້າການ ຂອງພະນັກງານ-ລັດຖະກອນ ຂະ ແໜງການເງິນ ເພື່ອຜ່ານຜ່າຄວາມ ຫຍຸ້ງຍາກດ້ານເສດຖະກິດ-ການ ເງິນ ທີ່ພວກເຮົາພວມຜະເຊີນຢູ່. ຂະນະທີ່ ທ່ານ ສົມຈິດ ຄຳມຸງ ຄຸນ ຫົວໜ້າຫ້ອງການ ໄດ້ມີຄຳເຫັນ ວ່າ: ເພື່ອຈັດຕັ້ງປະຕິບັດມະຕິ ຂອງ ກົມການ ເມືອງສູນກາງພັກວ່າດ້ວຍ ການສ້າງເສດຖະກິດ ເອກະລາດ ເປັນເຈົ້າຕົນເອງ ໃນໄລຍະໃໝ່ ແລະ ທັງເປັນການສືບຕໍ່ຜັນຂະຫຍາຍ ທິດທາງການສ້າງເສດຖະກິດຕະ ຫລາດ ຕາມທິດສັງຄົມນິຍົມໃນ ເງື່ອນໄຂ, ຈຸດພິເສດ, ທ່າແຮງບົ່ມ ຊ້ອມຂອງ ສປປ ລາວ, ພັດທະນາ ເສດຖະກິດເປັນເຈົ້າຕົນເອງ, ເພິ່ງ ຕົນເອງ, ສ້າງຄວາມເຂັ້ມແຂງ ດ້ວຍຕົນເອງ ແນໃສ່ຮັບປະກັນການ ແກ້ໄຂຄວາມຫຍຸ້ງຍາກທາງດ້ານ ເສດຖະກິດ-ການເງິນ ທັງໃນໄລຍະ ສັ້ນ ແລະ ໄລຍະຍາວ. ການສ້າງເສດຖະກິດເອກະ ລາດ ເປັນເຈົ້າຕົນເອງ ໃນໄລຍະໃໝ່ (ສອຈ) ແມ່ນການສ້າງຄວາມເຂັ້ມ ແຂງຮອບດ້ານຂອງ ສປປ ລາວ ເຮົາ. ສຳລັບຂະແໜງການເງິນແມ່ນ ດ່ານໜ້າທີ່ສຳຄັນທີ່ສຸດ. ຖ້າການ ເງິນບໍ່ເຂັ້ມແຂງ, ງົບປະມານບໍ່ກຸ້ມ ຕົນເອງ, ການຈະສ້າງເສດຖະກິດ ເອກະລາດ ກໍຈະເປັນໄປໄດ້ຍາກ. ພ້ອມນັ້ນ, ໃນກອງປະຊຸມຍັງໄດ້ຮັບ ຟັງການປະກອບຄຳຄິດເຫັນຈາກ ບັນທ່ານຜູ້ຕາງໜ້າຈາກພະແນກ ການເງິນບັນດາແຂວງ, ນະຄອນ ຫລວງວຽງຈັນ ແລະ ຂະແໜງສາມ ສາຍຕັ້ງຕື່ມອີກ. ຂອບເຂດທົ່ວປະເທດ ແລະ ສາມ ສາຍຕັ້ງ ພ້ອມດ້ວຍຫົວໜ້າຂະແໜງ ແລະ ແຂກຮັບເຊີນເຂົ້າຮ່ວມ. ກອງ ປະຊຸມດັ່ງກ່າວ ແມ່ນໄດ້ຈັດໃນຮູບ

RkJQdWJsaXNoZXIy MTc3MTYxMQ==