ແກ້ງເຊລະນອງ ບ້ານຕະຫລຸງ ເມືອງຕະໂອ້ຍ ຍິນດີຕ້ອນຮັບນັກທ່ອງທ່ຽວທຸກທ່ານໃນໄລຍະບຸນປີໃໝ່ລາວ

16/04/2026 14:32
Email Print 348
ຂປລ ຂປລ. ແກ້ງເຊລະນອງ ບ້ານຕະຫລຸງ ເມືອງຕະໂອ້ຍ ແຂວງສາລະວັນ ກຽມພ້ອມຕ້ອນຮັບນັກທ່ອງທ່ຽວດ້ວຍຄວາມອົບອຸ່ນ ແລະ ເປັນກັນເອງ ໂດຍໄດ້ພາກັນປຸກຕູບກາງນໍ້າ ຫລາຍກວ່າ 10 ຕູບ ເພື່ອໃຫ້ເປັນບ່ອນພັກຜ່ອນ, ກິນເຂົ້າ, ນັ່ງຫລິ້ນ ແລະ ແຊ່ນໍ້າເຢັນໆ ທ່າມກາງທໍາມະຊາດທີ່ສວຍງາມ ຊຶ່ງສະຖານທີ່ທ່ອງທ່ຽວແຫ່ງນີ້ ເໝາະສໍາລັບການມາທ່ຽວແບບຄອບຄົວ ຫລື ພາໝູ່ຄູ່ມາເປັນທີມ ເພື່ອຜ່ອນຄາຍຮ້ອນ ແລະ ສະເຫລີມສະຫລອງບຸນປີໃໝ່ລາວ ພສ 2569 ຢ່າງເບີກບານມ່ວນຊື່ນ.

ຂປລ. ແກ້ງເຊລະນອງ ບ້ານຕະຫລຸງ ເມືອງຕະໂອ້ຍ ແຂວງສາລະວັນ ກຽມພ້ອມຕ້ອນຮັບນັກທ່ອງທ່ຽວດ້ວຍຄວາມອົບອຸ່ນ ແລະ ເປັນກັນເອງ ໂດຍໄດ້ພາກັນປຸກຕູບກາງນໍ້າ ຫລາຍກວ່າ 10 ຕູບ ເພື່ອໃຫ້ເປັນບ່ອນພັກຜ່ອນ, ກິນເຂົ້າ, ນັ່ງຫລິ້ນ ແລະ ແຊ່ນໍ້າເຢັນໆ ທ່າມກາງທໍາມະຊາດທີ່ສວຍງາມ ຊຶ່ງສະຖານທີ່ທ່ອງທ່ຽວແຫ່ງນີ້ ເໝາະສໍາລັບການມາທ່ຽວແບບຄອບຄົວ ຫລື ພາໝູ່ຄູ່ມາເປັນທີມ ເພື່ອຜ່ອນຄາຍຮ້ອນ ແລະ ສະເຫລີມສະຫລອງບຸນປີໃໝ່ລາວ ພສ 2569 ຢ່າງເບີກບານມ່ວນຊື່ນ.

ທ່ານ ເດີນ ເລຂາ ພັກບ້ານ ຕະຫລຸງ ກ່າວໃນພິທີເປີດແຫລ່ງທ່ອງທ່ຽວແກ້ງເຊລະນອງ ຢ່າງເປັນທາງການ ໃນວັນທີ 3 ເມສາ 2026 ຜ່ານມາວ່າ: ແກ້ງເຊລະນອງ ຖືເປັນອີກໜຶ່ງສະຖານທີ່ທ່ອງທ່ຽວທີ່ສຳຄັນຂອງບ້ານຕະຫລຸງ ໂດຍສະເພາະແມ່ນໄລຍະບຸນປີໃໝ່ທີ່ຈະມາເຖິງນີ້ ຊຶ່ງຈຸດເດັ່ນທີ່ໜ້າສົນໃຈຂອງແກ້ງເຊລະນອງຈະມີນໍ້າໃສເຢັນໆໄຫລຜ່ານຕະຫລອດ,  ມີທຳມະຊາດທີ່ສວຍສົດງົດງາມ ເໝາະສໍາລັບການແຊ່ນໍ້າຜ່ອນຄາຍຮ້ອນໃນໄລຍະລະດູຮ້ອນແບບນີ້, ນອກຈາກນັ້ນ,ຍັງມີບ່ອນພັກຜ່ອນທີ່ສະດວກສະບາຍໂດຍສະເພາະແມ່ນ ຕູບກາງນໍ້າ ທີ່ປຸກດ້ວຍວັດສະດຸທໍາມະຊາດ ເຮັດໃຫ້ມີຄວາມກົມກືນກັບສະພາບແວດລ້ອມ ເພື່ອຮອງຮັບນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ ທີ່ຈະເຂົ້າມາທ່ຽວໃນໄລຍະປີໃໝ່ນີ້.

ແນວໃດກໍດີ, ແກ້ງເຊລະນອງ ຖືເປັນອີກໜຶ່ງສະຖານທີ່ທ່ອງທ່ຽວທີ່ສຳຄັນຂອງ ບ້ານຕະຫລຸງ ທີ່ມີທັດສະນີຍະພາບສວຍງາມ, ອ້ອມຮອບບໍເວນດັ່ງກ່າວມີປ່າໄມ້ທີ່ຂຽວງາມ ແລະ ພູທີ່ສະຫລັບສັບຊ້ອນ ເຮັດໃຫ້ມີອາກາດທີ່ບໍລິສຸດສົດຊື່ນ, ມີສາຍລົມເຢັນພັດຜ່ານມາເປັນບາດໆ, ມີແກ້ງຫີນທີ່ເປັນເອກະລັກ ແລະ ລະດັບນ້ຳທີ່ປອດໄພສຳລັບການລົງຫລິ້ນນ້ຳ. ເຖິງແນວໃດກໍຕາມ, ປີໃໝ່ລາວທີ່ຈະມາເຖິງນີ້ ຂໍເຊີນຊວນນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ ມາທ່ຽວຢູ່ ແກ້ງເຊລະນອງ ເມືອງຕະໂອ້ຍ ແຂວງສາລະວັນ ເພື່ອສຳຜັດກັບຄວາມງາມຂອງທໍາມະຊາດ, ແຊ່ນໍ້າເຢັນໆ, ກິນອາຫານແຊບໆທີ່ເປັນເອກະລັກ ແລະ ຮ່ວມສະ ເຫລີມສະຫລອງບຸນປີໃໝ່ລາວ ຢ່າງເບີກບານມ່ວນຊື່ນ.

ໂດຍ: ກິລິຍາ

KPL

ຂ່າວອື່ນໆ

    • ເປີດແຫລ່ງທ່ອງທ່ຽວທໍາມະຊາດ ນໍ້າຕົກຕາດຫ້ວຍກາງ ບ້ານຜາດໍາບົດ-ສາລະຄະດີ

      ເປີດແຫລ່ງທ່ອງທ່ຽວທໍາມະຊາດ ນໍ້າຕົກຕາດຫ້ວຍກາງ ບ້ານຜາດໍາ

      4/16/2026 2:41:59 PM

      ຂປລ. ນໍ້າຕົກຕາດຫ້ວຍກາງ ຕັ້ງຢູ່ບ້ານຜາດໍາ ເມືອງເມິງ ແຂວງບໍ່ແກ້ວ ເຊິ່ງໄດ້ຮັບການສໍາຫລວດໃນປີ 2023 ທັງຖືກກໍານົດເປັນແຫລ່ງທ່ອງທ່ຽວຢູ່ໃນລະດັບຂັ້ນເມືອງ, ມີເນື້ອທີ່ ທີ່ໄດ້ກໍານົດໄວ້ຫລາຍກວ່າ 110 ເຮັກຕາ, ພື້ນທີ່ດັ່ງກ່າວ ເປັນປ່າຫົວນໍ້າ ແລະ ເປັນປ່າສະຫງວນຂອງບ້ານທີ່ມີຄວາມອຸດົມສົມບູນທາງດ້ານຊີວະນາໆພັນນາໆຊະນິດຕ່າງໆ.

    • ປີໃໝ່ ຄວນເອົາໃຈໃສ່ບັນຫາອຸບັດເຫດ ບົດ-ສາລະຄະດີ

      ປີໃໝ່ ຄວນເອົາໃຈໃສ່ບັນຫາອຸບັດເຫດ

      4/16/2026 2:35:44 PM

      ຂປລ. ຍັງອີກບໍ່ພໍເທົ່າໃດມື້ ບຸນຕຸດສົງການ ຫລື ບຸນປີລາວໃໝ່ ໄດ້ໝູນວຽນມາຮອດອີກເທື່ອໜຶ່ງ ຊຶ່ງເປັນບຸນລະດັບຊາດທີ່ໄດ້ຈັດຕັ້ງກັນມາເທົ່າທຸກວັນນີ້ ທັງເປັນບຸນທີ່ພວກເຮົາລໍຄອຍ ທີ່ຈະໄດ້ພົບພໍ້ກັນ ແລະ ອອຍພອນເຊິ່ງກັນ ແລະ ກັນ.

    •  ນ້ຳຫວານ ປິຍະດາ   ພ້ອມຄວ້າໂອກາດໃນເວທີປະກວດ ນາງສັງຂານຫລວງພະບາງ 2026ບົດ-ສາລະຄະດີ

      ນ້ຳຫວານ ປິຍະດາ ພ້ອມຄວ້າໂອກາດໃນເວທີປະກວດ ນາງສັງຂານຫລວງພະບາງ 2026

      4/16/2026 2:27:17 PM

      ຂປລ. ຄໍ​ລໍາ​ “ບັນ​ເທີ​ງ” ໜັງສື​ພິມ​ປະ​ເທດ​ລາວ​ມື້ນີ້ ຈະ​ພາ​ບັນດາ​ທ່ານ​ມາ​ສ່ອງ​ເບິ່ງສາວ​ງາມ ຈາກ​ເວ​ທີປະ​ກວດ ນາງສັງຂານຫລວງພະບາງ 2026 ຜູ້ເຂົ້າປະກວດໝາຍເລກ 7 ນາງ ນ້ຳຫວານ ປິຍະດາ ທີ່ພົກພາທັງຄວາມສາມາດຮອບດ້ານ ແລະ ຫົວໃຈທີ່ຮັກໃນຄວາມເປັນຫລວງພະບາງມາເຕັມປ່ຽມ ທີ່​ຈະ​ມາ​ຫາ​ຄວາມ​ຮູ້, ປະສົບ​ການ​ທີ່ ​ແລະ ພ້ອມ​ຄວ້າ​ທຸກ​ໂອກ​າດ ຈາກ​​ກອງ​ປະ​ກວດ​ໃນ​ຄັ້ງ​ນີ້.

    •  ໂຄງການຮ່ວມມືຊຸກຍູ້ສົ່ງເສີມຄວາມຮູ້ທາງດ້ານວິຊາການ ຈະເປັນສ່ວນໜຶ່ງແກ້ໄຂຄວາມທຸກຍາກ ບົດ-ສາລະຄະດີ

      ໂຄງການຮ່ວມມືຊຸກຍູ້ສົ່ງເສີມຄວາມຮູ້ທາງດ້ານວິຊາການ ຈະເປັນສ່ວນໜຶ່ງແກ້ໄຂຄວາມທຸກຍາກ

      4/16/2026 2:23:23 PM

      ຂປລ. ເປັນອີກໜຶ່ງຄວາມພາກພູມໃຈຂອງຊາວກະສິກອນພາຍໃນນະຄອນຫລວງວຽງຈັນ ໂດຍສະເພາະແມ່ນກະສິກອນເມືອງປາກງື່ມ ທີ່ຈະໄດ້ຮຽນຮູ້ທາງດ້ານວິຊາການເຂົ້າໃນການຜະລິດກະສິກຳເປັນສິນຄ້າແກ້ໄຂຄວາມທຸກຍາກໃຫ້ນັບມື້ຫລຸດລົງ ພາຍຫລັງສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ

    •    ບັນຫາຂີ້ເຫຍື້ອໃນນະຄອນຫລວງວຽງຈັນ ຍັງຈະໄດ້ສືບຕໍ່ເອົາໃຈໃສ່ແກ້ໄຂບົດ-ສາລະຄະດີ

      ບັນຫາຂີ້ເຫຍື້ອໃນນະຄອນຫລວງວຽງຈັນ ຍັງຈະໄດ້ສືບຕໍ່ເອົາໃຈໃສ່ແກ້ໄຂ

      4/16/2026 2:19:58 PM

      ຂປລ. ດັ່ງທີ່ພວກເຮົາຮູ້ນຳກັນແລ້ວວ່າ: ນະຄອນຫລວງວຽງຈັນ ແມ່ນເມືອງເອກຂອງປະເທດລາວເຮົາ ທັງແມ່ນສູນກາງທາງດ້ານການເມືອງ, ເສດຖະກິດ-ສັງຄົມ ແລະ ເປັນສູນກາງການທ່ອງທ່ຽວທີ່ສຳຄັນຂອງພາກພື້ນ. ດັ່ງນັ້ນ, ທົ່ວສັງຄົມຕ້ອງໄດ້ເອົາໃຈໃສ່ຕໍ່ບັນຫາຂີ້ເຫຍື້ອຕື່ມ ຊຶ່ງປັດຈຸມີບາງບຸກຄົນຍັງຖືເບົາຕໍ່ບັນຫາການເກັບມ້ຽນຂີ້ເຫຍື້ອໃຫ້ເປັນລະບຽບຮຽບຮ້ອຍ ທັງຍັງຖິ້ມຂີ້ິເຫຍື້ອຊະຊາຍ.

ads
ads

Top