ນັກທ່ອງທ່ຽວເລີ່ມຈອງຫ້ອງພັກ ຢ່່່າງໜ້າແໜ້ນຢູ່ຫລວງພະບາງ

11/04/2024 05:52
Email Print 1663
ຂປລ ນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດເລີ່ມຈອງເຮືອນພັກ, ໂຮງແຮມຢ່າງໜາແໜ້ນແລ້ວເພື່ອມາສະຫລອງບຸນປີໃໝ່ລາວ ໂດຍສ່ວນໃຫຍ່ແມ່ນັກທ່ອງທ່ຽວຈາກ ໄທ, ຈີນ, ອາເມລິກາ, ເອີຣົບ, ເກົາ ຫລີ ແລະ ຊາດອື່ນໆ ແລະ ຄາດວ່າໃນໄລຍະບຸນປີໃໝ່ລາວນີ້ຈະມີນັກທ່ອງທ່ຽວເຂົ້າມາຫລິ້ນເມືອງມໍລະ ດົກໂລກບໍ່ຕໍ່າກວ່າ 4 ແສນຄົນ.

     *ນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດເລີ່ມຈອງເຮືອນພັກ, ໂຮງແຮມຢ່າງໜາແໜ້ນແລ້ວເພື່ອມາສະຫລອງບຸນປີໃໝ່ລາວ ໂດຍສ່ວນໃຫຍ່ແມ່ນັກທ່ອງທ່ຽວຈາກ ໄທ, ຈີນ, ອາເມລິກາ, ເອີຣົບ, ເກົາ ຫລີ ແລະ ຊາດອື່ນໆ ແລະ ຄາດວ່າໃນໄລຍະບຸນປີໃໝ່ລາວນີ້ຈະມີນັກທ່ອງທ່ຽວເຂົ້າມາຫລິ້ນເມືອງມໍລະດົກໂລກບໍ່ຕໍ່າກວ່າ 4 ແສນຄົນ.


    ພະແນກຖະແຫລງຂ່າວ,ວັດທະນະທໍາ ແລະ ທ່ອງທ່ຽວແຂວງ ໄດ້ລາຍງານຫວ່າງບໍ່ດົນມານີ້ວ່າ: ອໍານາດການປົກຄອງຂອງຕົນໄດ້ກະກຽມຄວາມພ້ອມຮອບດ້ານແລ້ວ ໂດຍສະເພາະໂຮງແຮມ, ເຮືອນພັກ, ຮ້ານອາຫານ, ບ່ອນຫົດສົ່ງ, ເສັ້ນທາງຍ່າງ, ທິດທາງບ່ອນແຫ່ນາງສັງຂານ, ສະ ຖານທີ່ບັນເທີງ ແລະ ອື່ນໆ, ຄາດວ່າໄລຍະບຸນປີໃໝ່ນີ້ຈະມີນັກທ່ອງທ່ຽວເຂົ້າມາຫລິ້ນພາຍໃນແຂວງບໍ່ຕໍ່າກວ່າ 4 ແສນຄົນ ເນື່ອງຈາກມີການລາຍງານຕົວເລກນັກທ່ອງທ່ຽວເຂົ້າຈັບຈອງຫ້ອງພັກເຫັນວ່າເລີ່ມໜາແໜ້ນຂຶ້ນນັບມື້ ແລະ ນັກທ່ອງທ່ຽວສ່ວນໃຫຍ່ແມ່ນຊາວໄທ, ຈີນ, ເອຣົບເດີນທາງຜ່ານເສັ້ນທາງລົດໄຟ ແລະ ເຮືອບິນ.ແນວໃດກໍດີບໍລິສັດທາງລົດໄຟ ລາວ-ຈີນ ຈຳກັດ ໄດ້ແຈ້ງວ່າເພື່ອອຳນວຍຄວາມສະດວກໃຫ້ແກ່ຜູ້ໂດຍສານ ແລະ ນັກທ່ອງທ່ຽວໃນການເດີນທາງຊ່ວງເທສະການປີໃຫມ່ລາວທີ່ຈະມາເຖິງ.


   ດ່ັງນ້ັນ, ບໍລິສັດທາງລົດໄຟລາວ-ຈີນ ຈຳກັດ ຈິ່ງໄດ້ເປີດຂາຍປີ້ລົດໄຟລ່ວງໜ້າເຖິງ 7 ມື້ ສຳລັບປີ້ວັນທີ 14-22 ເມສາ 2024. ນອກຈາກນ້ີ, ໃນບໍລິສັດທາງລົດໄຟລາວ-ຈີນ ຈຳກັດຍັງເປີດນຳໃຊ້ລົດໄຟ EMU ສອງຂະບວນຕໍ່ໃສ່ກັນໃນລະຫວ່າງວັນ ທີ 12-19 ເມສາ 2024 ສໍາລັບຖ້ຽວ C92/1 ແລະ C84/3 ໄປ-ກັບ ນະຄອນຫລວງວຽງຈັນ-ຫລວງພະບາງ ເພື່ອຕອບສະໜອງ ຄວາມຮຽກຮ້ອງຕ້ອງການໃນການເດີນທາງຂອງຜູ້ໂດຍສານຈຳນວນຫລວງຫລາຍ ໃນການເດີນທາງລະຫວ່າງສອງສະຖານີນີ້. ພ້ອມດຽວກັນນັ້ນ, ບໍລິສັດທາງລົດໄຟລາວ-ຈີນ ໄດ້ປັບຕາຕະລາງເດີນລົດບາງສະຖານີເພື່ອອຳນວຍຄວາມສະດວກໃນການເດີນທາງຂອງຜູ້ໂດຍສານຫລາຍຂຶ້ນ.

ໂດຍ: ເກີດຂວັນໃຈ ມາລີຈັນສີ

KPL

ຂ່າວອື່ນໆ

    • ມາເລເຊຍ ຮຽກຮ້ອງໃຫ້ນຳພາການພັດທະນາ ຂອງອາຊຽນ ໃນອະນາຄົດ ດ້ວຍການປະດິດສ້າງໃໝ່ອາຊຽນ ASEAN

      ມາເລເຊຍ ຮຽກຮ້ອງໃຫ້ນຳພາການພັດທະນາ ຂອງອາຊຽນ ໃນອະນາຄົດ ດ້ວຍການປະດິດສ້າງໃໝ່

      11/26/2025 4:19:04 PM

      ອາ​ຊຽນ ​ພວມ​ວາງ​ບາດ​ກ້າວ ​ເຂົ້າ​ສູ່ 10 ປີ​ ສຳ​ຄັນ ​ທີ່​ຕັດ​ສິນ​ ທິດ​ທາງ​ກ້າວ​ເດີນ ​ໃນ​ອະ​ນາ​ຄົດ, ບັນ​ດາ​ປະ​ເທດ ​ໃນ​ພາກ​ພື້ນ ​ຕ້ອງ​ເພີ່ມ​ຄວາມ​ໜຽວ​ແໜ້ນ ແລະ ຊຸກ​ຍູ້​ ການ​ພັດ​ທະ​ນາ​ ແບບ​ຍືນ​ຍົງ ດ້ວຍ​ການ​ປະ​ດິດ​ສ້າງ​ໃໝ່ ​ດ້ານ​ວິ​ທະ​ຍ​າ​ສາດ ​ເຕັກ​ໂນ​ໂລ​ຊີ.

    • ປະເທດ ກຳປູເຈຍອາຊຽນ ASEAN

      ປະເທດ ກຳປູເຈຍ

      11/10/2025 1:05:25 PM

      ເນື່ອງໃນໂອກາດ ວັນຊາດ ກຳປູເຈຍ (Cambodia) ຫລື ຣາຊະອານາຈັກ ກຳປູເຈຍ (Kingdom of Cambodia) ຄົບຮອບ 72 ປີ (9/11/1953-9/11/2025). ໂດຍມີ ນະຄອນຫລວງ ຊື່ວ່າ: ພະນົມເປັນ (Phanompenh), ຕັ້ງຢູ່ໃນເຂດອາຊີ ທາງພາກຕາເວັນອອກສຽງໃຕ້ ມີຊາຍແດນ ທາງທິດໃຕ້ຕິດກັບ ອ່າວໄທ, ທິດຕາເວັນຕົກ ຕິດກັບ ໄທ; ທິດເໜືອຕິດກັບ ລາວ ແລະ ໄທ

    • ກອງປະຊຸມສຸດຍອດ ອາຊຽນ-ອິນເດີຍ ແລະ ອາຊຽນ-ຍີ່ປຸ່ນອາຊຽນ ASEAN

      ກອງປະຊຸມສຸດຍອດ ອາຊຽນ-ອິນເດີຍ ແລະ ອາຊຽນ-ຍີ່ປຸ່ນ

      10/29/2025 4:39:24 PM

      ທ່ານ ຟ້າມມິນຈິງ ນາຍົກລັດຖະມົນຕີ ຫວຽດນາມ ພ້ອມກັບ ການນຳ ອາຊຽນ ແລະ ທ່ານ ນາເຣັນດຣາ ໂມດີ(Narendra Modi), ນາຍົກລັດຖະມົນຕີ ອິນ ເດຍ ໄດ້ເຂົ້າຮ່ວມ ກອງປະຊຸມ ສຸດຍອດ ອາຊຽນ-ອິນເດຍ ຄັ້ງທີ 22 ຢູ່ນະຄອນຫລວງ ກົວລາລຳເປີ

    • ກອງປະຊຸມສຸດຍອດຈີນ-ອາຊຽນ ຄັ້ງທີ 28ອາຊຽນ ASEAN

      ກອງປະຊຸມສຸດຍອດຈີນ-ອາຊຽນ ຄັ້ງທີ 28

      10/29/2025 4:13:58 PM

      ສປ ຈີນ​ ຍິນ​ດີ​ ຮ່ວມ​ກັບ ​ບັນ​ດາ​ປະ​ເທດ​ ອາ​ຊຽນ ເຊື່ອມ​ຕໍ່ ​ຍຸດ​ທະ​ສາດ ​ການ​ພັດ​ທະ​ນາ​, ຈັດ​ຕັ້ງປະ​ຕິ​ບັດ “ແຜນ​ດຳ​ເນີນ​ງານ ​ການ​ພົວ​ພັນ ​ຄູ່​ຮ່ວມ​ຍຸດ​ທະ​ສາດ ​ຮອບ​ດ້ານ​ຈີນ-ອາ​ຊຽນ(2026-2030)” ໃຫ້​ດີ ແລະ ຊຸກ​ຍູ້​ການ​ສ້າງ​ ປະ​ຊາ​ຄົມ​ ຮ່ວມ​ຊາ​ຕາ​ກຳ ​ຈີນ-ອາ​ຊຽນ ​ທີ່​​ແໜ້ນ​ແຟ້ນ​ກວ່າ​ເກົ່າ.

    • ສປ ຈີນ-ອາຊຽນ ລົງນາມ ອະນຸສັນຍາ ວ່າດ້ວຍ ເຂດການຄ້າເສລີ ສະບັບ 3.0 ຢ່າງເປັນທາງການອາຊຽນ ASEAN

      ສປ ຈີນ-ອາຊຽນ ລົງນາມ ອະນຸສັນຍາ ວ່າດ້ວຍ ເຂດການຄ້າເສລີ ສະບັບ 3.0 ຢ່າງເປັນທາງການ

      10/29/2025 4:06:51 PM

      ໃນ​ໄລ​ຍະ​ຈັດ​ ກອງ​ປະ​ຊຸມ ​ສຸ​ດຍອດ​ ອາ​ຊຽນ ​ຄັ້ງ​ທີ 47 ​ຢູ່​ນະ​ຄອນ​ຫລວງ ​ກົວ​ລາ​ລຳ​ເປີ​ ປະ​ເທດ​ ມາ​ເລ​ເຊຍ, ສປ ຈີນ​ ແລະ ອາ​ຊຽນ​ ໄດ້​ລົງ​ນາມ ອະ​ນຸ​ສັນ​ຍາ​ ວ່າ​ດ້ວຍ ​ເຂດ​ການ​ຄ້າ​ເສ​ລີ​ ສະ​ບັບ 3.0 ຢ່າງ​ເປັນ​ທາງ​ການ.

ads
ads

Top