ກົມຕຳຫລວດຈະລາຈອນ ກຽມພ້ອມປ້ອງກັນ ສະກັດກັ້ນອຸບັດເຫດ ໄລຍະສະຫລອງປີໃໝ່ລາວ

09/04/2024 15:28
Email Print 1420
ຂປລ ຂປລ. ກົມຕຳຫລວດຈະລາຈອນ ກະກຽມພ້ອມປ້ອງກັນ, ສະກັດກັ້ນ ອຸບັດເຫດຈະລາຈອນທາງບົກ ໃນໄລຍະສະຫລີມສະຫລອງປີໃໝ່ລາວ ພສ 2567 ໄລຍະ 11-17 ເມສາ 2024 ໂດຍຈະຈັດຕັ້ງກຳລັງຕຳຫລວດຈະລາຈອນ ລົງເຮັດວຽກງານຈັດສັນ ຄວາມເປັນ ລະບຽບຮຽບຮ້ອຍ, ອຳນວຍຄວາມສະດວກຕາມເສັ້ນທາງ, ສະຖານທີ່ຊຸມນຸມຊົນ, ແຫລ່ງທ່ອງທ່ຽວ (ຖ້າມີ), ບັນດາເສັ້ນທາງທີ່ມີຄວາມສ່ຽງການເກີດ ອຸບັດເຫດ ແລະ ບ່ອນອື່ນໆ



ຂປລ. ກົມຕຳຫລວດຈະລາຈອນ ກະກຽມພ້ອມປ້ອງກັນ
, ສະກັດກັ້ນ ອຸບັດເຫດຈະລາຈອນທາງບົກ ໃນໄລຍະສະຫລີມສະຫລອງປີໃໝ່ລາວ ພສ 2567 ໄລຍະ  11-17 ເມສາ 2024 ໂດຍຈະຈັດຕັ້ງກຳລັງຕຳຫລວດຈະລາຈອນ ລົງເຮັດວຽກງານຈັດສັນ ຄວາມເປັນ ລະບຽບຮຽບຮ້ອຍ, ອຳນວຍຄວາມສະດວກຕາມເສັ້ນທາງ, ສະຖານທີ່ຊຸມນຸມຊົນ, ແຫລ່ງທ່ອງທ່ຽວ (ຖ້າມີ), ບັນດາເສັ້ນທາງທີ່ມີຄວາມສ່ຽງການເກີດ ອຸບັດເຫດ ແລະ ບ່ອນອື່ນໆ;  ເພີ່ມທະວີການປ້ອງກັນ, ສະກັດກັ້ນຄວາມໄວ, ກວດກາທາດເຫລົ້າ ຂອງຜູ້ຂັບຂີ່ຕາມເສັ້ນທາງຫລວງ, ຈັດຕັ້ງກໍາລັງຕໍາຫລວດຈະລາຈອນ ເຂົ້າປະຈຳຈຸດ, ປະຈໍາປ້ອມ ໃນ​ເຂດຕົວເມືອງ ໂດຍສະເພາະປ້ອມຖາວອນ 24 ຊົ່ວໂມງ, ປ້ອມຊົ່ວຄາວ 16 ຊົ່ວ ໂມງ ເພື່ອເຮັດໜ້າທີ່ລະບາຍການສັນຈອນ ແລະ ອຳນວຍຄວາມສະດວກ ໃຫ້ແກ່ການສັນຈອນຕາມເສັ້ນທາງສາມແຍກ, ສີ່ແຍກ, ແກ້ໄຂການຈະລາຈອນແອອັດໃຫ້ມີຄວາມວ່ອງໄວ.



ທ່ານ ພັອ ຄຳສອນ ສີດາວົງ ຮອງກົມຕຳຫລວດຈະລາຈອນ ​ໄດ້ໃຫ້ຮູ້ໃນວັນທີ
9 ເມສາ 2024 ວ່າ: ໃນໄລຍະການສະເຫລີມສະຫລອງບຸນປີໃໝ່ ລາວ ພສ 2567, ກົມຕຳຫລວດຈະລາຈອນ ໄດ້ອອກແຈ້ງການ ກ່ຽວກັບການປ້ອງກັນ ສະກັດກັ້ນອຸບັດເຫດ ຈະລາຈອນ ໂດຍສະເພາະ ຜູ້ຂັບຂີ່ລົດຕ້ອງເຄົາລົບ ແລະ ປະຕິບັດຕາມກົດຈະລາຈອນທາງບົກ ຢ່າງເຂັ້ມງວດ. ໃນນັ້ນ, ຖືເອກະສານລົດເມື່ອມີການກວດກາ ຂອງເຈົ້າໜ້າທີ່; ຂັບຂີ່ລົດຈັກ ຕ້ອງໃສ່ໝວກກັນກະທົບ ທັງຜູ້ຂັບ ແລະ ຜູ້ຊ້ອນຖ້າຫາກລະເມີດ ຈະໄດ້ສຶກສາອົບຮົມ, ກັກລົດໄວ້ ແລະ ປັບໄໝຕາມລະບຽບການ ເພື່ອຄວາມປອດໄພຂອງຜູ້ຂັບຂີ່; ຂັບຂີ່ລົດໃຫຍ່ ຕ້ອງຮັດສາຍແອວນິລະໄພ ເພື່ອຮັບປະກັນຄວາມປອດໄພ ໃຫ້ແກ່ຜູ້ຂັບຂີ່ ແລະ ຜູ້ໂດຍສານ; ກ່ອນຈະນຳໃຊ້ຍານພາຫະນະ ຕ້ອງກວດສະພາບເຕັກນິກ, ຄວາມພ້ອມຂອງຍານພາຫະນະ ໃຫ້ມີຄວາມຮັບປະກັນເປັນຢ່າງດີ; ລົດຂົນສົ່ງໂດຍສານທາງໄກ ຕ້ອງມີໂຊເຟີສໍາຮອງທຸກຄັ້ງເວລາເດີນທາງ ແລະ ປະຕິບັດລະບຽບກົດໝາຍ ກ່ຽວກັບການຂົນສົ່ງທາງບົກຢ່າງເຂັ້ມງວດ; ສະເພາະເສັ້ນທາງດ່ວນ ນະຄອນຫລວງວຽງ ຈັນ-ວັງວຽງ, ສຳລັບລົດເກັງ, ກະບະ, ລົດຈິບ ປະເພດລົດເບົາ ການໃຊ້ຄວາມໄວສູງສຸດບໍ່ໃຫ້ເກີນ 120 km/ຊົ່ວໂມງ ແລະ ຄວາມໄວຕໍ່າສຸດບໍ່ໃຫ້ຫລຸດ 80 km/ຊົ່ວໂມງ, ລົດບັນ ທຸກ, ລົດຂົນສົ່ງໂດຍສານ ແລະ ຂົນສົ່ງສິນຄ້າ ຄວາມໄວ້ສູງສຸດ ບໍ່ໃຫ້ເກີນ 70-90 km/ຊົ່ວໂມງ, ເຂົ້າທາງອຸມຸງຄວາມໄວສູງສຸດ 80 km/ຊົ່ວໂມງ (ເຈົ້າໜ້າທີ່ຕໍາຫລວດຈະໄດ້ຈັບຄວາມໄວ); ຫ້າມຜູ້ຂັບຂີ່ດື່ມສິ່ງມືນເມົາ(ເມົາຫ້າມຂັບຂີ່ລົດ) ຢ່າງເດັດຂາດ, ຖ້າຫາກກວດກາພົບເຫັນ ເຈົ້າໜ້າທີ່ຕຳຫລວດຈະ ລາຈອນຈະໄດ້ກັກ ຜູ້ຂັບຂີ່ໄວ້ ເພື່ອສຶກສາອົບຮົມ, ສວາງເມົາແລ້ວຈຶ່ງອະນຸຍາດໃຫ້ໄປ ຫລື ໃຫ້ຍາດພີ່ ນ້ອງ, ໝູ່ຄູ່ມາຮັບເອົາ ເພື່ອຮັບປະກັນຄວາມປອດໄພ, ພ້ອມດຳເນີນຕາມຂັ້ນຕອນ ຂອງກົດໝາຍ ໃນເວລາຕໍ່ໄປ.



ສຳລັບ ຂໍ້​ຫ້າມ ​ແມ່ນຫ້າມຂັບຂີ່ຍານພາຫະນະ ເກີນຄວາມໄວ ທີ່ກົດໝາຍລະບຽບການ ແລະ ປ້າຍສັນຍານຈະລາຈອນ ກໍານົດໄວ້
, ຫ້າມໃຊ້ໂທລະສັບໃນເວລາຂັບຂີ່; ຫ້າມຂີ່ລົດຈັກ ເປັນພຶງເປັນແພ ກີດຂວາງການສັນຈອນ ຕາມເສັ້ນທາງຢ່າງເດັດຂາດ; ຫ້າມຜູ້ໂດຍສານ ນັ່ງຂອບກະບະລົດ ຫລື ນັ່ງຝາທ້າຍລົດ ໃນເວລາລົດກຳລັງສັນຈອນຢ່າງເດັດຂາດ; ຫ້າມນຳໃຊ້ລົດຂົນສົ່ງໂດຍສານ ບັນທຸກສິນຄ້າ ແລະ ບັນທຸກຄົນໂດຍສານເກີນຈຳນວນ ແລະ ຊ່ວງຊີງເອົາຄົນໂດຍສານ ຢ່າງເດັດຂາດ; ຫ້າມຜູ້ປົກຄອງປະປ່ອຍໃຫ້ ເດັກນ້ອຍທີ່ອາຍຸ ບໍ່ເຖິງກະສຽນ ຂັບຂີ່ຍານພາຫະນະຢ່າງເດັດຂາດ; ຫ້າມຈອດລົດໃນເສັ້ນ ທາງດ່ວນຢ່າງເດັດຂາດ (ຍົກເວັ້ນກໍລະນີຍານພາຫະນະເປ່ເພ່); ຖ້າບຸກຄົນໃດຫາກລະເມີດ ຕໍ່ບັນດາຂໍ້ຫ້າມ ດໍາລັດວ່າດ້ວຍກົດຈະລາຈອນທາງບົກ ຈະຖືກສຶກສາອົບຮົມ ແລະ ປັບໃໝ ຕາມກົດໝາຍກຳນົດໄວ້ ຢ່າງເຂັ້ມງວດ.

ຂ່າວ-ພາບ: ກິດຕາ

KPL

ຂ່າວອື່ນໆ

    • ຝຶກອົບຮົມ ທັກສະການນຳໃຊ້ ເອໄອ ເຂົ້າໃນວຽກສື່ມວນຊົນຫລາຍຮູບແບບ-ຫລາຍຊ່ອງທາງວັດທະນະທຳ-ສັງຄົມ

      ຝຶກອົບຮົມ ທັກສະການນຳໃຊ້ ເອໄອ ເຂົ້າໃນວຽກສື່ມວນຊົນຫລາຍຮູບແບບ-ຫລາຍຊ່ອງທາງ

      6/23/2026 10:33:58 AM

      ຂປລ. ຄະນະໂຄສະນາອົບຮົມສູນກາງພັກ ປະຊາຊົນປະຕິວັດລາວ ຮ່ວມກັບ ກະຊວງວັດທະ ນະທຳ, ກິລາ ແລະ ການທ່ອງທ່ຽວ ແຫ່ງ ສສ ຫວຽດນາມ ຈັດພິທີເປີດຊຸດຝຶກອົບຮົມວຽກງານສື່ມວນຊົນ ພາຍໃຕ້ຫົວຂໍ້ “ທັກສະການນຳໃຊ້ເຄື່ອງມືປັນຍາປະດິດ (AI) ເຂົ້າໃນວຽກງານສື່ມວນຊົນຫລາຍຮູບແບບ-ຫລາຍຊ່ອງທາງ” ແລະ “ທັກສະການຜະລິດລາຍການ, ຂ່າວ, ບົດຂ່າວ ຜ່ານໂທລະ ສັບມືຖື”

    • ສອງ​ກະ​ຊວງວັດ​ທະ​ນະ​ທຳ ລາວ-ຫວຽດ​ນາມ ຮັດ​ແໜ້ນ​ການ​ຮ່ວມ​ມື​ສອງ​ຝ່າຍວັດທະນະທຳ-ສັງຄົມ

      ສອງ​ກະ​ຊວງວັດ​ທະ​ນະ​ທຳ ລາວ-ຫວຽດ​ນາມ ຮັດ​ແໜ້ນ​ການ​ຮ່ວມ​ມື​ສອງ​ຝ່າຍ

      5/13/2026 10:47:45 AM

      ພິທີພົບປະສອງຝ່າຍ ລະຫວ່າງ ກະຊວງວັດທະນະທຳ ແລະ ການທ່ອງທ່ຽວ ແຫ່ງ ສປປ ລາວ ແລະ ກະຊວງວັດທະນະທໍາ, ກິລາ ແລະ ທ່ອງທ່ຽວ ແຫ່ງ ສສ ຫວຽດນາມ ຈັດຂຶ້ນໃນວັນທີ 12 ພຶດສະພາ 2026 ຢູ່ນະຄອນຫລວງວຽງຈັນ,

    • ບໍລິສັດ ເບຍລາວ ຈຳກັດ ເປີດໂຄງການຂະຫຍາຍກຳລັງການຜະລິດໄລຍະຍາວ LDP1ວັດທະນະທຳ-ສັງຄົມ

      ບໍລິສັດ ເບຍລາວ ຈຳກັດ ເປີດໂຄງການຂະຫຍາຍກຳລັງການຜະລິດໄລຍະຍາວ LDP1

      4/9/2026 9:37:49 PM

      ຂປລ. ພິທີເປີດນໍາໃຊ້ໂຄງການຂະຫຍາຍກຳລັງການຜະລິດໄລຍະຍາວ ບໍລິສັດ ເບຍລາວ ຈຳກັດ ໄລຍະທີ 1 (LDP1) ຂັບເຄື່ອນການເຕີບໂຕແບບຍືນຍົງ ຈັດຂຶ້ນໃນວັນທີ 9 ເມສາ 2026 ຊຶ່ງໂຄງການນີ້ ເປັນສ່ວນໜຶ່ງ ຂອງແຜນພັດທະນາ 10 ປີ ບໍລິສັດ ເບຍລາວ ຈຳກັດ ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ຂະແໜງອຸດສາຫະກຳ ແລະ ຄວາມຄ່ອງຕົວທາງດ້ານເສດຖະກິດຂອງ ສປປ ລາວ, ພ້ອມຂັບເຄື່ອນການເຕີບໂຕແບບຍືນຍົງໃນໄລຍະໃໝ່, ໃຫ້ກຽດເຂົ້າຮ່ວມໃນພິທີມີ ທ່ານ ສັນຕິພາບ ພົມວິຫານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ, ມີ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ຮອງລັດຖະມົນຕີກະຊວງກະສິກຳ ແລະ ສິ່ງແວດລ້ອມ, ປະທານຄະນະກໍາມະການປົກຄອງເມືອງຫາດຊາຍຟອງ, ທ່ານເອກອັກຄະລັດຖະທູດ ແດນມາກ ປະຈຳຫວຽດ ນາມ ແລະ ສປປ ລາວ, ຮອງປະທານບໍລິຫານ ກຸ່ມບໍລິສັດ ຄາສເບີກ ພາກພື້ນອາຊີ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

    •  ບິນໄປຫວຽດນາມກັບຂໍ້ສະເໜີສຸດພິເສດຈາກ ຫວຽດເຈັດ ພ້ອມຮັບໂຊກລາບວັດທະນະທຳ-ສັງຄົມ

      ບິນໄປຫວຽດນາມກັບຂໍ້ສະເໜີສຸດພິເສດຈາກ ຫວຽດເຈັດ ພ້ອມຮັບໂຊກລາບ

      3/5/2026 2:22:12 PM

      ສາຍການບິນຫວຽດເຈັດ (Vietjet) ໄດ້ເຊີນຊວນນັກທ່ອງທ່ຽວຈາກປະເທດລາວ ສໍາຜັດກັບວັດທະນະທຳທີ່ສົດໃສ, ອາຫານທີ່ມີຊື່ສຽງລະດັບໂລກ ແລະ ທິວທັດທຳມະຊາດທີ່ສວຍງາມຂອງຫວຽດນາມ ດ້ວຍໂປຣໂມຊັນພິເສດ “ບິນກັບ Vietjet, ລຸ້ນຮັບໂຊກຄຳ” (Fly Vietjet, Strike Gold) ເຊິ່ງເລີ່ມຕັ້ງແຕ່ວັນທີ 3 ມີນາ ຫາ 19 ພຶດສະພາ 2026.

    • ຊົນເຜົ່າກຶມມຸບ້ານວຽງຄຳ ຈັດບຸນເກີຣຢ່າງຟົດຟື້ນ ວັດທະນະທຳ-ສັງຄົມ

      ຊົນເຜົ່າກຶມມຸບ້ານວຽງຄຳ ຈັດບຸນເກີຣຢ່າງຟົດຟື້ນ

      1/26/2026 1:11:12 PM

      ຂປລ. ຊົນເຜົ່າກຶມມຸ ເປັນເຜົ່າໜຶ່ງທີ່ນອນຢູ່ໃນວົງຄະນາຍາດແຫ່ງຊາດລາວ ແລະ ກໍຄ້າຍຄືກັນກັບບັນດາຊົນເຜົ່າມີເຊື້ອສາຍພົວພັນກັບຊົນຊາດຂອມ ໄດ້ຍົກຍ້າຍມາຕັ້ງຖິ່ນຖານຢູ່ເຂດໃຈກາງສຸວັນນະພູມ. ຊົນເຜົ່າກຶມມຸໄດ້ດໍາລົງຊີວິດຢູ່ບັນດາແຂວງພາກເໜືອລົງຮອດແຂວງຄໍາມວນ, ເຜົ່າກຶມມຸມີພາສາປາກເວົ້າເປັນຂອງຕົນເອງ ແລະ ຢຶດຖືຮີດຄອງປະເພນີຂອງເຜົ່າ ໂດຍໄດ້ຖືເອົາບຸນເກີຣ ຫລື ບຸນເຕ້ຍນືມເປັນບຸນປົດປີ

ads
ads

Top