ຂປລ
ເດືອນກໍລະກົດ 1921, ກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດຄັ້ງທີ 1 ຂອງພັກກອມມູນິດຈີນ ໄດ້ຍ້າຍຈາກຊຽງໄຮ້ ໄປສືບຕໍ່ດຳເນີນຢູ່ເຮືອລຳໜຶ່ງ ທີ່ທະເລສາບໜານຫູ ເມືອງເຈ່ຍຊິ່ງ ແຂວງເຈີ້ຈ່ຽງ ໂດຍໄດ້ປະກາດການສ້າງຕັ້ງພັກກອມມູນິດຈີນ. ຈາກນັ້ນມາ, ເຮືອແດງລຳນ້ອຍໆ ໄດ້ກາຍເປັນສັນຍະລັກ ຂອງສະຖານທີ່ວາງເຊື້ອໄຟການປະຕິວັດຈີນ, ເປັນການເປີດຂະບວນການເດີນເຮືອ ຂ້າມຜ່ານໜຶ່ງ ສະຕະວັດຜ່ານມາ ຂອງພັກກອມມູນິດຈີນ.

ຂປລ.ວິທະຍຸ ໂທລະພາບ ສູນກາງຈີນ, ເດືອນກໍລະກົດ 1921, ກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດຄັ້ງທີ 1 ຂອງພັກກອມມູນິດຈີນ ໄດ້ຍ້າຍຈາກຊຽງໄຮ້ ໄປສືບຕໍ່ດຳເນີນຢູ່ເຮືອລຳໜຶ່ງ ທີ່ທະເລສາບໜານຫູ ເມືອງເຈ່ຍຊິ່ງ ແຂວງເຈີ້ຈ່ຽງ ໂດຍໄດ້ປະກາດການສ້າງຕັ້ງພັກກອມມູນິດຈີນ. ຈາກນັ້ນມາ, ເຮືອແດງລຳນ້ອຍໆ ໄດ້ກາຍເປັນສັນຍະລັກ ຂອງສະຖານທີ່ວາງເຊື້ອໄຟການປະຕິວັດຈີນ, ເປັນການເປີດຂະບວນການເດີນເຮືອ ຂ້າມຜ່ານໜຶ່ງ ສະຕະວັດຜ່ານມາ ຂອງພັກກອມມູນິດຈີນ. ຕະຫລອດໄລຍະຮ້ອຍກວ່າປີຜ່ານມາ, ຊາວກອມມູນິດຈີນ ທຸກຮຸ່ນຄົນໄດ້ບາກບັ່ນສູ້ຊົນ, ເສຍສະຫລະຊີວິດ ຢ່າງພິລະອາດຫານ, ສາມັກຄີ ແລະ ນຳພາປະຊາຊົນຈີນຊຸກຍູ້ ປະຊາຊາດຈີນ ພັດທະນາ ແບບກ້າວກະໂດດຈາກການລຸກຢືນຂຶ້ນ ຮັ່ງມີຂຶ້ນ ຈົນຮອດເຂັ້ມແຂງຂຶ້ນ ດ້ວຍຄວາມໝັ້ນໃຈ ຢ່າງໜັກແໜ້ນ. ຈາກເຮືອແດງລຳນ້ອຍໆໃນເມື່ອກ່ອນ ສູ່ກຳປັ່ນລຳໃຫຍ່ ໃນປັດຈຸບັນ, ພັກກອມມູນິດຈີນ ເຊິ່ງເປັນພັກກຳອຳນາດໃຫຍ່ ອັນດັບໜຶ່ງໃນໂລກ ທີ່ມີສະມາຊິກພັກຫລາຍກວ່າຮ້ອຍລ້ານຄົນ ໄດ້ນຳພາປະເທດໃຫຍ່ ຕາເວັນອອກ ທີ່ມີປະຊາກອນ 1,4 ຕື້ກວ່າຄົນ ບຸກບືນຢ່າງກ້າຫານມຸ່ງໜ້າສູ່ເປົ້າໝາຍອັນຍິ່ງໃຫຍ່ ແຫ່ງການສ້າງສາປະເທດໃຫ້ເຂັ້ມແຂງ ແລະ ຟື້ນຟູຄວາມຈະເລີນຮຸ່ງເຮືອງຂອງຊາດຢ່າງສະຫງ່າຜ່າເຜີຍ. ເດືອນມັງກອນ ປີ 1935, ໃນຈຸດຫົວລ້ຽວຫົວຕໍ່ ທາງປະຫວັດສາດ ທີ່ການ ຕ້ານ “ການປິດລ້ອມ-ປາບປາມ” ຄັ້ງທີ 5 ຢູ່ເຂດທີ່ໝັ້ນສູນກາງຂອງກອງທັບແດງຈີນ ໄດ້ປະລາໄຊ ແລະ ການເດີນທັບທາງໄກໄລຍະເບື້ອງຕົ້ນໄດ້ປະສົບຄວາມລົ້ມແຫລວ ຢ່າງໜັກໜ່ວງ, ກົມການເມືອງສູນກາງພັກກອມມູນິດຈີນ ໄດ້ໄຂກອງປະຊຸມເປີດກວ້າງຢູ່ເມືອງຈຸ່ນຢີ້ ແຂວງກຸ້ຍໂຈ່ວ, ໂດຍໄດ້ກຳນົດຖານະການນຳພາ ຂອງສະຫາຍ ເໝົາເຈີຕຸ່ງ ຢູ່ໃນສູນກາງພັກ ແລະ ກອງທັບແດງ ໃນດ້ານຄວາມຈິງ, ເປັນການ ເລີ່ມກຳນົດຖານະການນຳພາຂອງແນວທາງລັດທິມາກທີ່ຖືກຕ້ອງ ໂດຍມີ ສະ ຫາຍ ເໝົາເຈີຕຸ່ງ ເປັນຕົວແທນຕົ້ນຕໍນັ້ນ ຢູ່ໃນສູນກາງພັກ, ເປັນການເລີ່ມກຳເນີດ ຄະນະນຳສູນກາງພັກຮຸ້ນທີ 1 ໂດຍມີ ສະຫາຍ ເໝົາເຈີຕຸ່ງ ເປັນແກນກາງ, ທັງເປັນການເລີ່ມຕົ້ນໄລຍະໃໝ່ ທີ່ພັກແກ້ໄຂບັນຫາຕົວຈິງ ຂອງການປະຕິວັດຈີນ ຢ່າງເປັນເອກະລາດເປັນເຈົ້າຕົນເອງ. ປະຫວັດສາດຂອງພັກ ແລະ ປະຫວັດສາດ ການພັດທະນາປະເທດຈີນໃໝ່ ລ້ວນແຕ່ບອກໃຫ້ຮູ້ວ່າ: ຖ້າຢາກຄຸ້ມຄອງພັກກອມມູນິດຈີນ ທີ່ເປັນພັກໃຫຍ່ໃຫ້ດີ ແລະ ບໍລິຫານປະເທດຈີນທີ່ເປັນປະເທດໃຫຍ່ໃຫ້ດີ, ການຮັບປະກັນຄວາມສາມັກຄີ ແລະ ລວມສູນເປັນເອກະພາບ ຂອງພັກມີຄວາມສຳຄັນທີ່ສຸດ, ການປົກປັກຮັກສາຄວາມສັກສິດ ຂອງສູນກາງພັກມີຄວາມສຳຄັນທີ່ສຸດ. ນັບແຕ່ກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດຄັ້ງທີ 18 ຂອງພັກກອມມູນິດຈີນ ເມື່ອປີ 2012 ເປັນຕົ້ນມາ, ເມື່ອຜະເຊີນໜ້າກັບ ສະພາບການອັນສັບສົນຂ້ຽວຂາດທັງພາຍໃນ ແລະ ຕ່າງປະເທດ, ສູນກາງພັກທີ່ມີ ສະຫາຍ ສີ ຈິ້ນຜິງ ເປັນແກນກາງ ໄດ້ສາມັກຄີ ແລະ ນຳພາທົ່ວພັກທົ່ວກອງທັບ ແລະ ປະຊາຊົນບັນດາເຜົ່າ ທົ່ວປະເທດ ເອົາຊະນະຄວາມສ່ຽງ ແລະ ສິ່ງທ້າທາຍສຳຄັນຕ່າງໆ, ໄດ້ແກ້ໄຂບັນຫາ ຫຍຸ້ງຍາກຫລາຍປະການ ທີ່ຕົກຄ້າງມາເປັນເວລາດົນນານ, ໄດ້ສຳເລັດຫລາຍວຽກ ສຳຄັນ ທີ່ພົວພັນເຖິງຜົນປະໂຫຍດຂອງຊາດ ໃນໄລຍະຍາວໄກດ້ວຍຈິດໃຈ ເປັນເຈົ້າການທາງປະຫວັດສາດທີ່ຍິ່ງໃຫຍ່, ຄວາມກ້າຫານທາງການເມືອງອັນໃຫຍ່ຫລວງ ແລະ ຄວາມຮັບຜິດຊອບອັນແຮງກ້າ. ພາລະກິດຂອງ ພັກ ແລະ ປະເທດຊາດ ໄດ້ຮັບຜົນ ສຳເລັດ ລັກສະນະປະຫວັດສາດ, ເກີດມີການ ປ່ຽນແປງລັກສະນະ ປະຫວັດສາດ.ການຟື້ນຟູຄວາມຈະ ເລີນຮຸ່ງເຮືອງອັນຍິ່ງໃຫຍ່ ຂອງປະຊາຊາດຈີນ ໄດ້ເຂົ້າສູ່ຂະບວນການປະຫວັດສາດ ທີ່ບໍ່ສາມາດຕ່າວປີ້ນໄດ້. ເດືອນພະຈິກ ປີ 2021, ກອງປະຊຸມຄົບຄະນະຄັ້ງທີ 6 ຂອງຄະນະກຳມະ ການສູນກາງພັກກອມມູນິດຈີນ ສະໄໝທີ 19 ໄດ້ຮັບຮອງເອົາມະຕິທາງປະຫວັດສາດ ຄັ້ງທີ 3 ຂອງພັກ ໂດຍມີຂໍ້ສະຫລຸບສຳຄັນ ທາງການເມືອງຄື: “ພັກກອມມູນິດຈີນ ກຳນົດຖານະຂອງສະຫາຍ ສີ ຈິ້ນຜິງ ເປັນແກນກາງຂອງສູນກາງພັກ ແລະ ເປັນແກນກາງຂອງທົ່ວພັກ, ກຳນົດຖານະຊີ້ນຳ ຂອງແນວຄິດສີຈິ້ນຜິິ ກ່ຽວກັບ ສັງຄົມນິຍົມທີ່ມີສີສັນພິເສດຂອງ ສປ ຈີນ ໃນຍຸກໃໝ່ (ເອີ້ນຫຍໍ້ວ່າ “ສອງກຳນົດ”), ເຊິ່ງໄດ້ສ່ອງແສງໃຫ້ເຫັນເຖິງຄວາມປາຖະໜາຮ່ວມ ຂອງທົ່ວພັກ ທົ່ວກອງທັບ ແລະ ປະຊາຊົນ ບັນດາເຜົ່າທົ່ວປະເທດ, ມີຄວາມໝາຍລັກສະນະຕັດສິນ ຕໍ່ກັບ ການພັດທະນາ ພາລະກິດຂອງພັກ ແລະ ປະເທດຊາດໃນຍຸກໃໝ່, ຕໍ່ກັບການ ຊຸກຍູ້ຂະບວນການປະຫວັດສາດ ແຫ່ງການຟື້ນຟູ ຄວາມຈະເລີນຮຸ່ງເຮືອງທີ່ຍິ່ງ ໃຫຍ່ຂອງປະຊາຊາດຈີນ.” ພຶດຕິກຳຕົວຈິງ ໄດ້ພິສູດໃຫ້ເຫັນຢ່າງເຕັມທີ່ວ່າ: “ສອງກຳນົດ” ເປັນໝາກຜົນສຳຄັນ ທາງການເມືອງທີ່ພັກກອມມູນິດຈີນ ຍາດມາໄດ້ໃນຍຸກໃໝ່, ເປັນປັດໄຈລັກສະນະຕັດສິນ ໃນການຊຸກຍູ້ໃຫ້ພາລະກິດຂອງພັກ ແລະ ປະເທດຊາດ ຍາດໄດ້ຜົນສຳເລັດ ລັກສະນະປະຫວັດສາດ ແລະ ເກີດມີການປ່ຽນແປງ ລັກສະນະປະຫວັດສາດ, ເປັນຄວາມແນ່ນອນໃຫຍ່ທີ່ສຸດ, ຄວາມໝັ້ນໃຈໃຫຍ່ທີ່ສຸດ ແລະ ການຮັບປະກັນໃຫຍ່ທີ່ສຸດ ສຳລັບການເອົາຊະນະຄວາມຫຍຸ້ງຍາກລຳບາກ ແລະ ອຸປະສັກກີດຂວາງທຸກຢ່າງ, ຮັບມືກັບຄວາມບໍ່ແນ່ນອນທຸກຢ່າງ. ເມື່ອ 90 ກວ່າປີກ່ອນ, ສະຫາຍ ເໝົາເຈີຕຸ່ງ ໄດ້ສ້າງຕັ້ງຖານທີ່ໝັ້ນປະຕິວັດຊົນນະບົດແຫ່ງທຳອິດ ທີ່ນຳພາໂດຍພັກກອມມູນິດຈີນ ຢູ່ພູຈິ່ງກ່າງ, ໄດ້ກຳນົດໃຫ້ຫັນຈຸດສຸມຂອງວຽກງານພັກຈາກຕົວເມືອງໄປສູ່ຊົນນະບົດ, ເລີ່ມກຳນົດ ເປັນແນວຄິດກ່ຽວກັບຊົນນະບົດປິດລ້ອມຕົວເມືອງ ແລະ ຍາດເອົາອຳນາດການ ປົກຄອງດ້ວຍກຳລັງອາວຸດ. ເສັ້ນທາງພູຈິ່ງກາງເປັນຜົນງານອະມະຕະ ທີ່ຫັນລັດທິມາກໃຫ້ເປັນແບບຈີນ.
ວັນທີ 23 ເມສາ 1945, ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 7 ຂອງພັກກອມມູນິດຈີນ ໄດ້ໄຂຂຶ້ນຢ່າງຍິ່ງໃຫຍ່ຢູ່ສະໂມສອນສູນກາງທີ່ບ້ານຢາງເຈ່ຍຫຼິ້ງ ເມືອງຢຽນອ່ານ. ກອງປະຊຸມຄັ້ງນີ້ໄດ້ກຳນົດເອົາແນວຄິດເໝົາເຈີຕຸ່ງເປັນແນວຄິດຊີ້ນຳຂອງທົ່ວພັກ ແລະ ບັນທຶກໄວ້ໃນກົດລະບຽບຂອງພັກ. ເດືອນຕຸລາ ປີ 2022, ການລົງເຄື່ອນໄຫວຢ້ຽມຢາມທ້ອງຖິ່ນຄັ້ງທຳອິດ ພາຍຫລັງ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 20 ຂອງພັກກອມມູນິດຈີນ ສຳເລັດລົງ, ທ່ານ ສີ ຈິ້ນຜິງ ໄດ້ເດີນທາງໄປເຖິງສະຖານທີ່ ຈັດກອງປະຊຸມໃຫຍ່ຄັ້ງທີ 7 ຂອງພັກ, ຜ່ານຈາກຂໍ້ມູນປະຫວັດສາດ ອັນລ້ຳຄ່າ, ທ່ານ ສີ ຈິ້ນຜິງ ໄດ້ຍົກໃຫ້ເຫັນວ່າ: “ກອງປະຊຸມໃຫຍ່ຄັ້ງທີ 7 ຂອງພັກມີຖານະສຳຄັນທີ່ສຸດ ໃນປະຫວັດສາດຂອງພັກ, ໄດ້ຊີ້ແຈ້ງທິດທາງອັນຖືກຕ້ອງ ແລະ ບຸກເບີກເສັ້ນທາງອັນຖືກຕ້ອງ ໃຫ້ແກ່ການພັດທະນາຂອງພັກ ຈາກໄຊຊະນະນີ້ ໄປສູ່ໄຊຊະນະໃໝ່ຍິ່ງໃຫຍ່ກວ່າເກົ່າ ຢ່າງບໍ່ຢຸດຢັ້ງໃນຕໍ່ມາ.” ພັກການເມືອງໜຶ່ງທີ່ມີ ອຸດົມການອັນສູງສົ່ງ ແລະ ຍິ່ງໃຫຍ່, ເມື່ອມີຄັນທຸງແນວຄິດອັນຊັດເຈນ, ມີການນຳພາລວມສູນ ເປັນເອກະພາບຂອງສູນກາງພັກ, ມີແນວທາງການເມືອງອັນຖືກຕ້ອງ ແລະ ໂຄງການດຳເນີນງານອັນຈະແຈ້ງ ກໍຈະສາມາດຍາດເອົາໄຊຊະນະໄດ້ສະເໝີ.ໃນພິທີປິດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 20 ຂອງພັກກອມມູນິດຈີນ, ບັນດາຜູ້ແທນທີ່ເຂົ້າຮ່ວມກອງປະຊຸມໃຫຍ່ຄັ້ງທີ 20 ຂອງພັກ ໄດ້ລົງຄະແນນສຽງຢ່າງເຄັ່ງຂຶມ, ກອງປະຊຸມເປັນເອກະພາບກັນເຫັນດີ ຖືເອົາຜົນງານການພັດທະນາຂອງແນວຄິດສີຈິ້ນຜິງກ່ຽວກັບສັງຄົມນິຍົມ ທີ່ມີສີສັນພິເສດຂອງ ສປ ຈີນ ໃນຍຸກໃໝ່ ນັບແຕ່ກອງປະຊຸມໃຫຍ່ຄັ້ງທີ 19 ຂອງພັກເປັນຕົ້ນມາ ບັນທຶກເຂົ້າໃນກົດລະບຽບຂອງພັກ. ແນວຄິດ ສີ ຈິ້ນຜິງ ກ່ຽວກັບສັງຄົມນິຍົມ ທີ່ມີສີສັນພິເສດຂອງຈີນໃນຍຸກໃໝ່ ໄດ້ສະເໜີທັດສະນະໃໝ່ ແນວຄິດໃໝ່ ແລະ ຍຸດທະສາດໃໝ່ຢ່າງເປັນລະບົບ ກ່ຽວກັບການບໍລິຫານປະເທດທີ່ມີຫົວຄິດປະດິດສ້າງໂດຍຕົນເອງ, ໄດ້ບັນລຸການກ້າວກະໂດດຄັ້ງໃໝ່ ຈາກລັດທິມາກ ຫັນເປັນແບບຈີນ. ແນວຄິດກໍຄືພະລັງແຮງ. ຊົນຊາດໜຶ່ງຖ້າຢາກກ້າວເດີນຢູ່ແຖວໜ້າ ຂອງຍຸກສະໄໝ ກໍຈະບໍ່ມີເວລາໃດທີ່ຈະບໍ່ມີແນວຄິດທິດສະດີ, ບໍ່ມີເວລາໃດທີ່ຈະບໍ່ມີການຊີ້ນຳດ້ານແນວຄິດ. ເນື່ອງໃນໂອກາດພັກກອມມູນິດຈີນ ສ້າງຕັ້ງຂຶ້ນຄົບຮອບ 105 ປີ, ສູນກາງພັກກອມມູນິດຈີນ ໄດ້ກຳນົດແນວຄິດສີຈິ້ນຜິງ ກ່ຽວກັບການກໍ່ສ້າງພັກ ຢ່າງຈະແຈ້ງ, ເຊິ່ງມີຄວາມໝາຍສຳຄັນຍິ່ງ ແລະ ເລິກເຊິ່ງຍາວໄກ ຕໍ່ການເສີມຂະຫຍາຍລັດທິມາກແບບຈີນ ໃນຍຸກປັດຈຸບັນ ແລະ ລັດທິມາກໃນສັດຕະວັດທີ 21 ໃຫ້ອຸດົມສົມບູນຂຶ້ນ, ຊຸກຍູ້ທົ່ວພັກຍົກສູງ ລະດັບທິດສະດີແນວຄິດຢ່າງບໍ່ຢຸດຢັ້ງ, ໄດ້ເສີມຂະຫຍາຍລະບົບທິດສະດີວິທະຍາສາດແນວຄິດສີຈິ້ນຜິງ ກ່ຽວກັບສັງຄົມນິຍົມ ທີ່ມີສີສັນພິເສດຂອງ ສປ ຈີນ ໃນຍຸກໃໝ່ໃຫ້ອຸດົມສົມບູນຂຶ້ນຕື່ມອີກ. ຕະຫລອດໄລຍະຮ້ອຍກວ່າປີຜ່ານມາ, ພັກກອມມູນິດຈີນ ໄດ້ສາມັກຄີ ແລະ ນຳພາປະຊາຊົນບັນດາເຜົ່າທົ່ວປະເທດຈີນ ບຸກບືນສູ້ຊົນຢ່າງບໍ່ລົດລະ ດ້ວຍຄວາມທໍລະຫົດອົດທົນ ແລະ ພິລະອາດຫານ, ໂດຍສາມາດຜ່ານຜ່າອຸປະສັກຄວາມຫຍຸ້ງຍາກທີ່ເບິ່ງຄືບໍ່ອາດຜ່ານຜ່າໄດ້ນັ້ນຢ່າງຕໍ່ເນື່ອງ, ໄດ້ສ້າງສິ່ງມະຫັດສະຈັນທີ່ສະຫງ່າລາສີໃນປະຫວັດສາດຢ່າງຕໍ່ເນື່ອງ. ວັນທີ 29 ມິຖຸນາ 2021, ໃນພິທີປະດັບຫຼຽນໄຊ “1 ກໍລະກົດ” ໃຫ້ສະມາຊິກພັກຜູ້ດີເດັ່ນ, ທ່ານ ສີ ຈິ້ນຜິງ ໄດ້ມີຄຳຮຽກຮ້ອງໄປຍັງ ສະມາຊິກທົ່ວພັກວ່າ: “ຍິ່ງເປັນພາລະກິດ ອັນຍິ່ງໃຫຍ່, ຍິ່ງຈະເຕັມໄປດ້ວຍສິ່ງທ້າທາຍ, ຍິ່ງຕ້ອງຮັບຮູ້ ແລະ ແບກຫາບໜ້າທີ່ ອັນໜັກໜ່ວງ. ບັນດາສະຫາຍທົ່ວພັກ ຕ້ອງຮັກສາຄວາມອາດຫານແບບ ‘ຍິ່ງພົບຄວາມຫຍຸ້ງຍາກ ອັນຕະລາຍຍິ່ງບຸກບືນ ກ້າວໄປຂ້າງໜ້າ’, ຮັກສາຄວາມຫ້າວຫັນແບບ ‘ກ້າປ່ຽນແປງໂລກເກົ່າ ໃຫ້ເປັນໂລກໃໝ່ອ່ຽມ’ ບຸກບືນສູ້ຊົນດ້ວຍຄວາມທໍລະຫົດອົນທົນ, ບຸກບືນຜ່ານຜ່າຄວາມຫຍຸ້ງຍາກ, ພະຍາຍາມສ້າງຜົນງານທີ່ບໍ່ເຮັດໃຫ້ພັກຜິດຫວັງ, ບໍ່ເຮັດໃຫ້ປະຊາຊົນຜິດຫວັງ ແລະ ບໍ່ເຮັດໃຫ້ຍຸກສະໄໝຜິດຫວັງ.”
ປີ 2026 ເປັນປີທຳອິດທີ່ ສປ ຈີນ ເລີ່ມປະຕິບັດແຜນພັດທະນາເສດຖະກິດສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ 15, ພັກກອມມູນິດຈີນ ໄດ້ດຳເນີນການສຶກສາອົບຮົມ ວ່າດ້ວຍການສ້າງ ແລະ ຈັດຕັ້ງປະຕິບັດທັດສະນະອັນຖືກຕ້ອງ ກ່ຽວກັບຜົນງານການບໍລິຫານໃນທົ່ວພັກ. ພະນັກງານສະມາຊິກພັກ ຈຳນວນມະຫາສານ ໄດ້ສ້າງ ແລະ ຈັດຕັ້ງປະຕິບັດທັດສະນະອັນຖືກຕ້ອງກ່ຽວກັບ ຜົນງານການບໍລິຫານຕື່ມອີກ, ເລັ່ງພະຍາຍາມສູ້ຊົນ ຢ່າງບໍ່ຢຸດຢັ້ງໃນການເດີນທາງໄລຍະສຳຄັນແຫ່ງການສ້າງສາປະເທດໃຫ້ເຂັ້ມແຂງ ແລະ ການຟື້ນຟູຄວາມຈະເລີນຮຸ່ງເຮືອງອັນຍິ່ງໃຫຍ່ ຂອງປະຊາຊາດຈີນ. ນັບແຕ່ຍຸກໃໝ່ເປັນຕົ້ນມາ, ພັກກອມມູນິດຈີນ ໄດ້ຈັດກິດຈະກຳໂຮມສູນສຶກສາອົບຮົມ ພາຍໃນພັກຢ່າງຕໍ່ເນື່ອງ ເພື່ອຊຸກຍູ້ການຮັກສາຄວາມກ້າວໜ້າ ແລະ ຄວາມບໍລິສຸດຂອງພັກ ຢ່າງບໍ່ຢຸດຢັ້ງ, ຮັບປະກັນໃຫ້ພັກບໍ່ປ່ຽນທາດແທ້, ບໍ່ປ່ຽນສີ ແລະ ບໍ່ປ່ຽນກິ່ນ, ກ້າວເດີນຢູ່ແຖວໜ້າ ຂອງຍຸກສະໄໝຢ່າງສະເໝີຕົ້ນ ສະເໝີປາຍ ໃນຂະບວນວິວັດ ປະຫວັດສາດທີ່ສະຖານະການໂລກປ່ຽນແປງຢ່າງເລິກເຊິ່ງ.ທຸກມື້ນີ້, ຢູ່ບົນຂະບວນການໃໝ່ ແຫ່ງການສ້າງສາປະເທດໃຫ້ເຂັ້ນແຂງ ແລະ ຟື້ນຟູຄວາມຈະເລີນຮຸ່ງເຮືອງ ອັນຍິ່ງໃຫຍ່ຂອງປະຊາຊາດຈີນ, ມີການນຳພາອັນເຂັ້ມແຂງ ຂອງສູນກາງພັກກອມມູນິດຈີນ ທີ່ມີ ສະຫາຍ ສີ ຈິ້ນຜິງ ເປັນແກນກາງ, ມີການຊີ້ນຳຢ່າງມີວິທະຍາສາດຈາກແນວຄິດ ສີ ຈິ້ນຜິງ ກ່ຽວກັບສັງຄົມນິຍົມທີ່ມີສີສັນພິເສດຂອງ ສປ ຈີນ ໃນຍຸກໃໝ່, ປະຊາຊົນຈີນ 1,4 ຕື້ກວ່າຄົນ ຈະສາມາດສ້າງປະຫວັດສາດ ທີ່ສະຫງ່າງາສີອັນໃໝ່ຂອງປະຊາຊາດຈີນຢ່າງແນ່ນອນ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL