ການສອບເສັງນັກຮຽນເກັ່ງ ຊັ້ນມັດທະຍົມ ສຶກສາລະດັບຊາດ ມີນັກສອບເສັງ 144 ຄົນ

05/04/2024 10:04
Email Print 1667
ຂປລ ຂປລ. ບັ້ນສອບເສັງ ແຂ່ງຂັນນັກຮຽນເກັ່ງຊັ້ນມັດທະຍົມສຶກສາ ລະດັບຊາດ ມ4 ແລະ ມ7 ສົກຮຽນ 2023- 2024 ທີ່ຈັດຂຶ້ນໃນວັນທີ 2 ເມສາ 2024 ທີ່ສະໂມສອນໃຫຍ່ມະຫາວິທະຍາໄລແຫ່ງຊາດ ມີນັກຮຽນເກັ່ງເຂົ້າຮ່ວມສອບເສັງທັງໝົດ 144 ຄົນ, ຍິງ 74 ຄົນ ກວມເອົາ 16 ຊົນເຜົ່າ ແລະ 4 ກຸ່ມພາສາ.



ຂປລ. ບັ້ນສອບເສັງ ແຂ່ງຂັນນັກຮຽນເກັ່ງຊັ້ນມັດທະຍົມສຶກສາ ລະດັບຊາດ ມ
4 ແລະ ມ7 ສົກຮຽນ 2023- 2024 ທີ່ຈັດຂຶ້ນໃນວັນທີ 2 ເມສາ 2024 ທີ່ສະໂມສອນໃຫຍ່ມະຫາວິທະຍາໄລແຫ່ງຊາດ ມີນັກຮຽນເກັ່ງເຂົ້າຮ່ວມສອບເສັງທັງໝົດ 144 ຄົນ, ຍິງ 74 ຄົນ ກວມເອົາ 16 ຊົນເຜົ່າ ແລະ 4 ກຸ່ມພາສາ. ໃນນັ້ນ, ມ4 ຈຳນວນ 72 ຄົນ, ຍິງ 43 ຄົນ ແລະ ມ7 ຈຳນວນ 72 ຄົນ, ຍິງ 31 ຄົນ, ມີສາມະເນນ 3 ອົງ ໂດຍຈັດຕັ້ງສອບເສັງໃນ 4 ວິຊາຄື: ວິຊາພາສາລາວ-ວັນນະຄະດີ, ວິຊາຄະນິດສາດ, ຟີຊິກ ສາດ ແລະ ວິຊາເຄມີສາດ



ການຈັດຕັ້ງສອບເສັງແຂ່ງຂັນນັກຮຽນເກັ່ງ ເປັນກິດຈະກຳບຸລິມະສິດ ຂອງກະຊວງສຶກສາທິການ ແລະ ກິລາຈັດ ຂຶ້ນເປັນປະຈຳທຸກໆປີ ຊຶ່ງໃນສົກຮຽນນີ້ ຂັ້ນ ມ
4 ແມ່ນຈັດຂຶ້ນເປັນຄັ້ງທີ 15 ແລະ ຂັ້ນ ມ7 ເປັນຄັ້ງທີ 14 ໂດຍມີຈຸດປະສົງຫລັກເພື່ອ ຊຸກຍູ້ຂະບວນການແຂ່ງຂັນ ທາງດ້ານການຮຽນ-ການສອນເພື່ອວັດ ແລະ ປະເມີນຜົນສໍາເລັດດ້ານການສິດສອນຂອງຄູ ແລະ ນັກຮຽນ, ສ້າງໂອກາດໃຫ້ນ້ອງນັກຮຽນໄດ້ສະແດງອອກ ດ້ານຄວາມຮູ້-ຄວາມສາມາດ, ສາມາດເລືອກໄດ້ນັກຮຽນເກັ່ງ ລະດັບຊາດ ເພື່ອໄປເຂົ້າ ຮ່ວມແຂ່ງຂັນນັກຮຽນເກັ່ງ ລະດັບພາກພື້ນ ແລະ ສາກົນ, ທັງເປັນການສົ່ງເສີມນັກຮຽນ ທີ່ມີພອນສະຫວັນ ແລະ ນັກຮຽນເກັ່ງທີ່ສອບໄດ້ອັນດັບທີ 1 ທີ 2 ແລະ ທີ 3 ແຕ່ລະວິຊາໄດ້ຮັບທຶນການສຶກສາ ໃນມະຫາວິທະຍາໄລແຫ່ງຕ່າງໆ ພາຍໃນ ແລະ ຕ່າງປະເທດ ຕື່ມອີກ.

ໃນໂອກາດນີ້, ຄະນະຮັບຜິດຊອບການສອບເສັງໄດ້ນໍາພາ ນັກຮຽນເກັ່ງ ແລະ ຄູ ນໍາພາເດີນທາງໄປຢ້ຽມຢາມ ແລະ ເຮັດກິດຈະກຳໂຮງຮຽນນານາຊາດ ວີໄອເອັສ, ທັດສະນະສຶກສາທີ່ຫໍພິພິຕະພັນປະທານ ໄກສອນ ພົມວິຫານ ແລະ ສະຖານທີ່ທ່ອງທ່ຽວ ທາງປະຫວັດສາດ ໃນນະຄອນຫລວງວຽງຈັນ, ຮ່ວມກິດຈະກຳຖາມ-ຕອບວິທະຍາສາດ ແລະ ຈະໄດ້ປະກາດຜົນການສອບເສັງໃນວັນທີ 5 ເມສາ 2024

ຂໍ້ມູນ: ໜັງສືພິມສຶກສາ ແລະ ກິລາ

KPL

ຂ່າວອື່ນໆ

    • ສົກສຶກສາ 2024-2025 ມຊ ຈະຮັບ ເອົານັກສຶກສາໃໝ່ເຂົ້າຮຽນ 5.920 ຄົນສຶກສາ-ກິລາ

      ສົກສຶກສາ 2024-2025 ມຊ ຈະຮັບ ເອົານັກສຶກສາໃໝ່ເຂົ້າຮຽນ 5.920 ຄົນ

      7/17/2024 4:48:14 PM

      ຂປລ. ໃນສົກສຶກສາ 2024-2025 ນີ້, ມະຫາວິທະຍາໄລແຫ່ງຊາດ (ມຊ) ມີແຜນຈະຮັບເອົານັກສຶກສາໃໝ່ ເຂົ້າຮຽນຈຳນວນ 5.920 ຄົນ ເຊິ່ງຈະຈະດໍາເນີນການສອບເສັງໃນວັນທີ 10 ສິງຫາ 2024 ນີ້. ປັດຈຸບັນ, ມຊ ມີຫລັກສູດການຮຽນທັງໝັດ 244 ຫລັກສູດ.

    • ສະຖານທູດລາວ ປະຈຳ ຫວຽດນາມ ສະຫລຸບ ວຽກຄຸ້ມຄອງການສຶກສາລາວ ສົກປີ 2023-2024 ສຶກສາ-ກິລາ

      ສະຖານທູດລາວ ປະຈຳ ຫວຽດນາມ ສະຫລຸບ ວຽກຄຸ້ມຄອງການສຶກສາລາວ ສົກປີ 2023-2024

      7/16/2024 6:17:09 PM

      ຂປລ. ເມື່ອບໍ່ດົນມານີ້, ສະ​ຖານເອກ​ອັກ​ຄະ​ລັດ​ຖະ​ທູດ​ລາວ ປະ​ຈຳ ສ​ສ ຫວຽດ​ນາມ ​ຈັດກອງ​ປະ​ຊຸມ ​ສະຫລຸບ​ວຽກ​ງານ ການ​ຄຸ້ມ​ຄອງ​ການ​​ສຶກ​ສາ​ລາວ ສົກ​​ປີ 2023-2024 ແລະ ວາງ​ທິດ​ທາງແຜນ​ການ ສົກ​ປີ 2024-2025 ຢູ່​ໂຮງ​ຮຽນ​ມະ​ຫາ​ວິ​ທະ​ຍາ​ໄລ ກິວລອງ ແຂວງຫວິງລອງ ສ​ສ ຫວຽດ​ນາມ ໂດຍມີ ທ່ານ ສຳ​ລານ ພັນ​ຄະ​ວົງ ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ສຶກ​ສາ​ທິ​ການ ແລະ ກິ​ລາ ແຫ່ງ ສປປ ລາວ, ທ່ານ ຄຳ​ຕັນ ສົມ​ວົງ ທີ່​ປຶກ​ສາ​ສຶກ​ສາ-ວັດ​ທະ​ນະ​ທຳ ສະ​ຖານ​ທູດ​ລາວ​ ປະ​ຈຳ ສ​ສ ຫວຽດ​ນາມ, ທ່ານ ຫງວຽນ ວັນ​ຟຸກ ຮອງ​ລັດ​ຖະ​ມົນ​ຕີກະ​ຊວງ​ສຶກ​ສາ ແລະ ກໍ່​ສ້າງ​ພະ​ນັກ​ງານ​ຫວຽດ​ນາມ, ທ່ານ ຫງວຽນ ທິກວຽນ​ແທັກ ຮອງປະ​ທານ​ສະ​ພາ​ປະ​ຊາ​ຊົນ​ແຂວງຫວິງ​ລອງ, ມີຜູ້​ອຳ​ນວຍ​ການ​ໂຮງ​ຮຽນ​ມະ​ຫາ​ວິ​ທະ​ຍາ​ໄລ ກິວລອງ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

    • ເລີ່ມຈັດຕັ້ງປະຕິ ບົດຮຽນຝຶກເວົ້າພາສາລາວ ທົ່ວປະເທດ ໃນສົກຮຽນ 2024-2025ສຶກສາ-ກິລາ

      ເລີ່ມຈັດຕັ້ງປະຕິ ບົດຮຽນຝຶກເວົ້າພາສາລາວ ທົ່ວປະເທດ ໃນສົກຮຽນ 2024-2025

      7/12/2024 10:41:02 PM

      ຂປລ. ກະຊວງສຶກສາທິການ ແລະ ກິລາ (ສສກ) ຮ່ວມກັບລັດຖະບານ ອົດສະຕຣາລີ ໂດຍຜ່ານແຜນງານ ປັບປຸງຄຸນນະພາບ ແລະ ຂະຫຍາຍໂອກາດເຂົ້າເຖິງ ການສຶກສາຂັ້ນພື້ນຖານ ໃນ ສປປ ລາວ (ແຜນງານບິຄວາ) ຈັດກອງປະຊຸມສະຫລຸບ ກ່ຽວກັບການທົດລອງ ສື່ການຮຽນ-ການສອນ ຝຶກເວົ້າພາສາລາວ ໃຫ້ນັກຮຽນ ຂັ້ນ ປ1 ເວົ້າພາສາອື່ນ ທີ່ບໍ່ແມ່ນພາສາລາວ ເປັນຫລັກໃນຄອບຄົວ ໃນວັນທີ 11 ກໍລະກົດ 2024 ທີ່ນະຄອນຫລວງວຽງຈັນ

    • ປະທານປະເທດຫວຽດນາມ ຢ້ຽມຢາມ  ໂຮງຮຽນສອງພາສາ ລາວ-ຫວຽດນາມ ຫວງຽນຢູສຶກສາ-ກິລາ

      ປະທານປະເທດຫວຽດນາມ ຢ້ຽມຢາມ ໂຮງຮຽນສອງພາສາ ລາວ-ຫວຽດນາມ ຫວງຽນຢູ

      7/12/2024 10:15:11 PM

      ຂປລ. ໃນໂອກາດການຢ້ຽມຢາມທາງລັດຖະກິດທີ່ ສປປ ລາວ, ວັນທີ 12 ກໍລະກົດ 2024 ນີ້, ສະຫາຍ ໂຕ ເລິມ ປະທານປະເທດແຫ່ງ ສສ ຫວຽດນາມ ພ້ອມດ້ວຍຄະນະ ໄດ້ໄປຢ້ຽມຢາມ ໂຮງຮຽນສອງພາສາ ລາວ-ຫວຽດນາມ ຫວງຽນຢູ ໂດຍການຕ້ອນຮັບຂອງ ທ່ານ ນາງ ສີວັນເຮືອງ ເພັງຄໍາໄມ ຜູ້ອໍານວຍການ ໂຮງຮຽນສອງພາສາ ລາວ-ຫວຽດນາມ ຫວງຽນຢູ.

    • ລັດຖະບານເຢຍລະມັນ ສະໜັບສະໜູນ ວຽກງານສົ່ງເສີມອາຫານທ່ຽງໃນໂຮງຮຽນສຶກສາ-ກິລາ

      ລັດຖະບານເຢຍລະມັນ ສະໜັບສະໜູນ ວຽກງານສົ່ງເສີມອາຫານທ່ຽງໃນໂຮງຮຽນ

      7/2/2024 4:40:41 PM

      ຂປລ. ພິທີເຊັນບົດບັນທຶກການຮ່ວມມື ລະຫວ່າງ ກະຊວງສຶກສາທິການ ແລະ ກິລາ ແລະ ລັດ ຖະບານເຢຍລະມັນ ຈັດ​ຂຶ້ນ​ໃນວັນທີ 2 ກໍລະກົດ 2024 ທີ່ນະຄອນຫລວງວຽງຈັນ ແນໃສ່ສະໜັບສະໜູນເຄືອຂ່າຍ ຄວາມປອດໄພທາງສັງຄົມ ກໍຄື ວຽກງານສົ່ງເສີມ ອາຫານທ່ຽງໃນໂຮງຮຽນ, ລວມທັງ ການສົ່ງເສີມການຜະລິດກະສິກຳທ້ອງຖິ່ນ ເພື່ອສະໜອງສະບຽງອາຫານ ໃຫ້ໂຮງຮຽນຢ່າງຕໍ່ເນື່ອງ ແນໃສ່ຫລຸດຜ່ອນຄວາມທຸກຍາກໃນເຂດຊົນນະບົດ

ads
ads

Top