ຕາດຟານ-ຕາດເຢືອງ ຈຸດນັດພົບຍອດນິຍົມຂອງນັກທ່ອງທ່ຽວ

03/04/2024 05:45
Email Print 1184
ຂປລ ນໍ້າຕົກຕາດຟານ-ຕາດເຍືອງເປັນໜຶ່ງໃນຫລາຍນໍ້າຕົກຕາດທີ່ມີຊື່ສຽງໂດ່ງດັງ ແລະ ໃນຮັບຄວາມນິຍົມໃນອາຊຽນ ເຊິ່ງປັດຈຸບັນມັນກາຍເປັນຈຸດ ໝາຍປາຍທາງຂອງນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດທີ່ມີຄົນເຂົ້າໄປຢ້ຽມຢາມສະເລ່ຍ 800-1.000 ຄົນຕໍ່ມື້.

      *ນໍ້າຕົກຕາດຟານ-ຕາດເຍືອງເປັນໜຶ່ງໃນຫລາຍນໍ້າຕົກຕາດທີ່ມີຊື່ສຽງໂດ່ງດັງ ແລະ ໃນຮັບຄວາມນິຍົມໃນອາຊຽນ ເຊິ່ງປັດຈຸບັນມັນກາຍເປັນຈຸດໝາຍປາຍທາງຂອງນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດທີ່ມີຄົນເຂົ້າໄປຢ້ຽມຢາມສະເລ່ຍ 800-1.000 ຄົນຕໍ່ມື້.ດັ່ງທີ່ຮູ້ນໍາກັນໃນປີ 2023 ຜ່ານມານີ້, ນໍ້າຕົກຕາດເຍືອງຫາກໍໄດ້ຮັບລາງວັນການທ່ອງທ່ຽວແບບຍືນຍົງຂອງອາຊຽນ (ASTA) ຄັ້ງທີ 3 ຈັດຂຶ້ນທຸກໆ 2 ປີ ເພື່ອສະໜັບສະໜູນການຈັດຕັ້ງປະຕິບັດແຜນຍຸດທະສາດການທ່ອງທ່ຽວຂອງອາຊຽນ 2016-2025. ນ້ຳຕົກຕາດເຍືອງໄດ້ຮັບລາງວັນຄັ້ງນີ້ ອັນເນື່ອງມາຈາກຜົນສຳເລັດຂອງການພັດທະນາແຫລ່ງທ່ອງທ່ຽວແບບຍືນຍົງອ້ອມຂ້າງນ້ຳຕົກ.


     ໂດຍສະເພາະຜູ້ປະກອບການຮ່ວມກັບອຳນາດການປົກຄອງ ໄດ້ຊຸກຍູ້ໃຫ້ບັນດາຊຸມຊົນທີ່ອາໄສຢູ່ໃກ້ນ້ຳຕົກສ້າງວຽກເຮັດງານທໍາ, ຜະລິດຜັກປອດສານພິດ ແລະ ກິດຈະກໍາອື່ນໆ ເພື່ອຂາຍໃຫ້ນັກທ່ອງທ່ຽວ, ຕິດພັນກັບການສົ່ງເສີມຮີດຄອງປະເພນີ ແລະ ຮັກສາໄວ້ຄວາມເປັນເອກະລັກໄວ້ ເພື່ອດຶງດູດນັກທ່ອງທ່ຽວ ແລະ ຊ່ວຍໃຫ້ປະຊາຊົນທ້ອງຖິ່ນມີລາຍຮັບເພີ່ມຂຶ້ນ.ນ້ຳຕົກຕາດຟານ, ເຖິງແມ່ນວ່າອາດຈະຍັງບໍ່ໄດ້ຮັບລາງວັນໃນເວທີສາກົນ ຫລື ລາງວັນອາຊຽນກໍຕາມຫາກປຽບທຽບກັບນໍ້າຕົກຕາດອື່ນໆ ຖືວ່ານໍ້າຕົກແຫ່ງນີ້ບໍ່ເປັນສອງຮອງນໍ້າຕົກໃດໆໃນ ສປປ ລາວ ແລະ ຍັງມືຊື່ສຽງໂດ່ງດັງຂ້າມນໍ້າຂ້າມທະເລໄປເຖິງອາຊຽນເຊັ່ນກັນ ໂດຍສະເພາະນັກທ່ອງທ່ຽວຈາກປະເທດໄທ, ຫວຽດນາມ, ເກົາຫລີ, ຈີນ, ເອີຣົບ ມັກຈະມາຢ້ຽມຢາມສະຖານທ່ີນ້ໍາຕົກແຫ່ງນ້ີເມ່ືອມີໂອ ກາດໄດ້ມາລາວ.ນ້ຳຕົກຕາດຟານ (ຕາດ ຄືນ້ຳຕົກຟານ ຄື ຊື່ຂອງສັດປ່າຊະນິດໜຶ່ງ) ນ້ຳຕົກຕາດຟານ ຫລື ຮຽກອີກຊື່ໜຶ່ງວ່າ ນ້ຳຕົກຕາດດົງຫົວສາວ ນ້ຳຕົກຕາດຟານແຫ່ງນີ້ເປັນນ້ຳຕົກຕາດ ທີ່ສູງທີ່ສຸດຂອງປະເທດລາວມີຄວາມສູງປະມານ 200 ແມັດ, ມີນໍ້າ 2 ສາຍ (ຫ້ວຍບັ້ງລຽງ ແລະ ຫ້ວຍຈິບ) ຕົກໃສ່ກັນ, ບັນຍາກາດ ໂດຍຮອບຂອບນ້ຳຕົກຕາດຟານເປັນສະພາບອາກາດຊຸ່ມຊື່ນໜາວເຢັນຕະຫລອດປີ.

      ຕາດຟານຕັ້ງຢູ່ເຂດບ້ານຫລັກ 38 ກຸ່ມ 3 ເມືອງປາກຊ່ອງ ແຂວງ ຈຳປາສັກ, ຫ່າງຈາກເທສະບານ ເມືອງດັ່ງກ່າວໄປທາງທິດຕາເວັນອອກປະມານ 12 ກິໂລແມັດ.ທ່ານ ສວນສະຫວັນ ເຮືອງວົງສາ ຜູ້ບໍລິຫານແຫລ່ງທ່ອງທ່ຽວທໍາມະຊາດນໍ້າຕົກຕາດຟານຣີສອດ ໄດ້ລາຍງານທ້າຍເດືອນຜ່ານມານີ້ວ່າ: ເພື່ອກະກຽມຄວາມພ້ອມໃນການຕ້ອນຮັບນັກທ່ອງທ່ຽວທີ່ມາທ່ຽວຊົມໂດຍສະເພາະໃນໄລຍະບຸນປີໃໝ່ລາວ ພວກເຮົາໄດ້ມີການປັບປຸງຫລາຍດ້ານຕົ້ນຕໍແມ່ນປັບປຸງສະຖານທີ່ຈອດລົດໃຫ້ກວ້າງຂວາງ, ສະອາດສວຍງາມ, ປັບປຸງເສັ້ນທາງເຂົ້າ-ອອກໃຫ້ມີຄວາມສະດວກ, ປັບປຸງດ້ານການບໍລິຫານ-ຈັດການໃຫ້ມີຄວາມວ່ອງໄວ. ນອກນີ້ກໍປັບປຸງຈຸດຊົມວິວ ແລະ ສະລິງໃຫ້ມີຄວາມແໜ້ນໜາ, ສາມາດຮັບປະກັບຄວາມປອດໄພແກ່ນັກທ່ອງທ່ຽວ. ທ່ານ ສວນສະຫວັນ ເຮືອງວົງສາ ໃຫ້ຮູ້ຕື່ມວ່າ: ກິດຈະກໍາທີ່ໂດດເດັ່ນຢູ່ແຫລ່ງທ່ອງທ່ຽວທໍາມະຊາດ ນໍ້າຕົກຕາດຟານ ແມ່ນການຂີ່ສະລິງ, ການດ່ືມກາເຟກາງເວຫາຊົມວິວທິວທັດທໍາມະຊາດທ່ີສວຍສົດງົດງາມ ຢູ່ອ້ອມຮອບບໍລິເວນນໍ້າຕົກຕາດ ແລະ ອຸທິຍານດົງຫົວສາວ, ຊົມນ້ຳຕົກຕາດທີ່ສວຍງາມ. ນອກນີ້, ແຫລ່ງທ່ອງທ່ຽວທໍາມະຊາດນໍ້າຕົກຕາດຟານຍັງບໍລິການສະຖານທີ່ພັກແຮມ ເຊິ່ງກໍ່ສ້າງໃຫ້ກົມກືນກັບທໍາມະຊາດ, ສາມາດຮັບຮອງນັກທ່ອງທ່ຽວໄດ້ 40 ຄົນ/ຄືນ. ມີບໍລິການດ້ານອາຫານ, ກາເຟ ແລະ ເຄື່ອງດື່ມທຸກປະເພດ, ມີກິດຈະກໍານໍາພາຍ່າງປ່າຊົມທຳມະຊາດ ແລະ ຄວາມອຸດົມສົມບູນຂອງອຸທິຍານດົງຫົວສາວ. ຍ້ອນແນວນັ້ນ, ຖ້າວ່າແຂກກໍຄືນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ຜູ້ທ່ີມີເງ່ືອນໄຂກໍຂໍເຊີນຊວນທຸກທ່ານມາທ່ອງທ່ຽວແຂວງຈໍາປາສັກ, ມາທ່ຽວຊົມແຫລ່ງທ່ອງທ່ຽວນໍ້າຕົກຕາດຟານ ແລະ ແຫລ່ງທ່ອງທ່ຽວແຫ່ງອື່ນໆພາຍໃນເມືອງປາກຊ່ອງ.

ໂດຍ: ເກີດຂວັນໃຈ ມາລີຈັນສີ

KPL

ຂ່າວອື່ນໆ

    • ປະເທດ ເປຣູອາຊຽນ ASEAN

      ປະເທດ ເປຣູ

      4/28/2025 2:01:56 PM

      ປະເທດເປຣູ (Peru) ທີ່ມີຊື່ທາງການຄື ສາທາລະນະລັດ ເປຣູ(Republic Of Peru), ມີນະຄອນຫລວງຊື່ວ່າ ລີມາ(Lima), ຕັ້ງຢູ່ທາງຕາເວັນຕົກຂອງທະວີບ ອາເມລິກາໃຕ້ ມີຊາຍແດນທິດເໜືອຕິດກັບ ເອກວາດໍ ແລະ ໂກໂລມບີ , ທິດຕາເວັນອອກຕິດກັບ ບຣາຊິນ ແລະ ໂບລີວີ, ທິດໃຕ້ຕິດກັບ ຊີເລ ແລະ ທິດຕາເວັນຕົກຕິດກັບ ມະຫາສະໝຸດປາຊີຟິກ. ມີເນື້ອທີ່ທັງໝົດ1.285.000 ກິໂລຕາແມັດ, ກວມເອົາປະຊາກອນ 33,85 ລ້ານຄົນ(ໃນປີ 2023)

    • ຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມສະພາ ປະຊາຄົມວັດທະນະທຳ-ສັງຄົມອາຊຽນ ຄັ້ງທີ 33ອາຊຽນ ASEAN

      ຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມສະພາ ປະຊາຄົມວັດທະນະທຳ-ສັງຄົມອາຊຽນ ຄັ້ງທີ 33

      4/28/2025 9:27:05 AM

      ຂປລ. ໃນລະຫວ່າງວັນທີ 22-26 ເມສາ 2025 ທີ່ເມືອງກຸຈິງ ແຂວງສາລະວັກ ປະເທດມາເລເຊຍ, ທ່ານ ວັນສີ ກົວມົວ ຮອງລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ແຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ແທນ ເຂົ້າຮ່ວມກອງປະຊຸມສະພາປະຊາຄົມ ວັດທະນະທຳ-ສັງຄົມອາຊຽນ ຄັ້ງທີ 33

    • ປະເທດ ສປຈີນອາຊຽນ ASEAN

      ປະເທດ ສປຈີນ

      4/25/2025 11:59:37 AM

      ປະເທດຈີນ(China) ມີຊື່ຢ່າງເປັນທາງການວ່າ: ສາທາລະນະລັດ ປະຊາຊົນຈີນ(People’s Republic of China), ມີນະຄອນ ຫລວງ ຊື່ວ່າ: ປັກກິ່ງ, ຈີນ ເປັນລັດເອກະລາດ ໃນອາຊີຕາເວັນອອກ, ຕັ້ງຢູ່ລະຫວ່າງ ສປປ ເກົາຫລີ ກັບ ຫວຽດນາມ ຕິດກັບທະເລຈີນໃຕ້, ອ່າວເກົາຫລີ, ທະເລເຫລືອງ ແລະ ທະເລຈີນຕາເວັນອອກ; ເປັນປະເທດທີ່ມີ ປະຊາກອນ ຫລາຍທີ່ ສຸດໃນໂລກ 1,411 ຕື້ກວ່າຄົນ(ໃນປີ 2023)

    • ນະໂຍບາຍພາສີຂອງສ.ອາເມລິກາ ສ້າງຜົນກະທົບຕໍ່ການຄ້າໃນພາກພື້ນ-ສາກົນອາຊຽນ ASEAN

      ນະໂຍບາຍພາສີຂອງສ.ອາເມລິກາ ສ້າງຜົນກະທົບຕໍ່ການຄ້າໃນພາກພື້ນ-ສາກົນ

      4/10/2025 4:34:33 PM

      ອາ​ຊຽນ​ ໄດ້​ຈັດ​ກອງ​ປະ​ຊຸມ ​ລັດ​ຖະ​ມົນ​ຕີ ​ເສດ​ຖະ​ກິດ ​ອາ​ຊຽນ ​ຜ່ານ​ທາງວິ​ດີ​ໂອ, ເພື່ອ​ປຶ​ກ​ສາ ​ຫາ​ລື​​ວ່າ​ ຈະເຮັດ​ແນວ​ໃດ ​ເພື່ອ​ຮັບ​ມື​ກັບ ​ນະ​ໂຍ​ບາຍ ​ພາ​ສີ ຫລ້າ​ສຸດ​ ຂອງ ສ.​ອາ​ເມ​ລິ​ກາ ແລະ​ ໄດ້​ອອກ​ຖະ​ແຫລງ​ການ​ຮ່ວມ ຫລັງ​ກອງ​ປະ​ຊຸມ.

    • ສປປ ລາວ ຮ່ວມສະເຫລີມສະຫລອງ ວັນສັງຄົມສົງເຄາະອາຊຽນ ອາຊຽນ ASEAN

      ສປປ ລາວ ຮ່ວມສະເຫລີມສະຫລອງ ວັນສັງຄົມສົງເຄາະອາຊຽນ

      3/27/2025 5:01:34 PM

      ຂປລ. ສປປ ລາວ ໄດ້ຮ່ວມກັບບັນດາປະເທດສະມາຊິກອາຊຽນ ສະເຫລີມສະຫລອງວັນສັງຄົມສົງເຄາະອາຊຽນ (15 ມີນາ) ເພື່ອຍົກສູງບົດບາດອັນສໍາຄັນ ຂອງນັກສັງຄົມສົງເຄາະ ແລະ ບຸກຄະລາກອນສັງຄົມສົງເຄາະ ໃນການຫລຸດຜ່ອນຄວາມສ່ຽງ ຈາກໄພພິບັດ ແລະ ການສ້າງຄວາມທົນທານຕໍ່ ການປ່ຽນແປງສະພາບ ດິນຟ້າອາກາດ ໃນວັນທີ 25 ມີນາ 2025 ທີ່ນະຄອນຫລວງວຽງຈັນ ໂດຍມີພະນັກງານຈາກພາກລັດ, ສະຖາບັນການສຶກສາ, ຄູ່ຮ່ວມພັດທະນາ ແລະ ນັກສຶກສາທີ່ໜຸ່ມນ້ອຍ ຈາກພາກວິຊາສັງຄົມສົງເຄາະ ແລະ ການພັດທະນາ ຄະນະວິທະຍາສາດສັງຄົມ ເຂົ້າຮ່ວມ.

ads
ads

Top