ນວ ສຳເລັດການຄັດເລືອກຕົວແທນ ນັກຮຽນເກັ່ງເຂົ້າຮ່ວມແຂ່ງຂັນລະດັບຊາດ

01/04/2024 15:09
Email Print 2459
ຂປລ ຂປລ. ພະ​ແນ​ກສຶກສາ​ທິການ ​ແລະ ກິລາ ນະຄອນຫລວງວຽງຈັນ (ນວ) ສຳ​ເລັດ​ການ​ຄັດ​ເລືອກ​ຕົວ​ແທນ​ນັກຮຽນ​ເກັ່ງ ເຂົ້າຮ່ວມການສອບເສັງລະດັບຊາດ ໃນເດືອນເມສາ 2024.



ຂປລ. ພະ​ແນ​ກສຶກສາ​ທິການ ​ແລະ ກິລາ ນະຄອນຫລວງວຽງຈັນ (ນວ) ສຳ​ເລັດ​ການ​ຄັດ​ເລືອກ​ຕົວ​ແທນ​ນັກຮຽນ​ເກັ່ງ ເຂົ້າຮ່ວມການສອບເສັງລະດັບຊາດ ໃນເດືອນເມສາ
2024. ​ໃນ​ນັ້ນ, ຊັ້ນ ປ5 ວິຊາ ຄະນິດສາດ ໄດ້ອັນດັບທີ 1 ຈໍານວນ 2 ຄົນ ຄື: ທ້າວ ສອນມີໄຊ ແສງຄຳຢອງ ຈາກໂຮງຮຽນປະຖົມ ສິນໄຊ ແລະ ທ້າວ ໄຊຍະພອນ ຄົດສຸດີ ຈາກ​ໂຮງຮຽນປະຖົມປາຖະໜາ; ວິຊາພາສາລາວ ອັນດັບ 1 ນາງ ຫົງທອງ ອິນສິຊຽງລາຍ ຈາກ​ໂຮງຮຽນປະຖົມຊະນະພົນ ແລະ ວິຊາວິທະຍາສາດ ແລະ ສິ່ງແວດລ້ອມ ອັນດັບ 1 ນາງ ວານິດາ ອິນທະວົງ ຈາກ​ໂຮງຮຽນປະຖົມປາຖະໜາ. ສ່ວນຊັ້ນ ມ4 ວິຊາ ພາສາລາວ-ວັນນະຄະດີ ໄດ້ອັນດັບທີ 1 ນາງ ປາຢົງ ທ່າວເຈີດຈິງ, ວິຊາຄະນິດສາດ ​ແມ່ນນາງ ປາວີນາ ໄຊຍະເດດ ທັງສອງມາຈາກໂຮງຮຽນ ມສ ປາຖະໜາ, ວິຊາ ຟີຊິກສາດ ​ແມ່ນ ນາງ ສຸພະພອນ ສີສົມ ຫວັງ ຈາກ ມສ ວຽງຈັນ ແລະ ວິຊາ ເຄມີສາດ ນາງ ທິດາວັນ ໄຊຍະສຸກ ຈາກ ມສ ພອນສະຫວັນ ຊົນເຜົ່າ ​ແລະ ຊັ້ນ ມ7 ວິຊາ ພາສາລາວ-ວັນນະຄະດີ ໄດ້ອັນດັບທີ 1 ທ້າວ ທະວີຊັບ ຈັນທະສັກ  ຈາກ ມສ ພອນສະຫວັນ-ຊົນເຜົ່າ, ວິຊາຄະນິດສາດ  ທ້າວ ລັດຕະນະໄຕສັນ ແກ້ວດາລາ ແລະ ວິຊາ ຟີຊິກສາດ ທ້າວ ໂພພິທັກ ໄພສານ ທັງສອງມາຈາກ ມສ ວຽງຈັນ ແລະ ວິຊາເຄມີສາດ ທ້າວ ອານຸພາບ ລາດຊະວົງ ຈາກ ມສ ພອນສະຫວັນ.




ພິທີສະຫລຸບການສອບເສັງແຂ່ງຂັນນັກຮຽນເກັ່ງ ຂັ້ນນະຄອນຫລວງວຽງຈັນ (ນວ) ຈັດຂຶ້ນວັນທີ
29 ມີນາ 2024 ຜ່ານ​ມາ ໂດຍມີ ທ່ານ ສົມພອນ ສອນດາລາ ຫົວໜ້າພະແນກສຶກສາທິ ການ ແລະ ກິລາ ນວ, ມີຄະນະຜູ້ບໍລິຫານການສຶກສາ, ຜູ້ອຳນວຍໂຮງຮຽນ, ພ້ອມດ້ວຍຄູ-ອາຈານ ພໍ່ແມ່ຜູ້ປົກ ຄອງ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

​ໃນ​ພິທີ, ທ່ານ ຂັນໄຊ ແສງສຸນີ ຫົວໜ້າຂະແໜງສາມັນ ພະແນກສຶກສາທິການ ແລະ ກິລາ ນວ ໄດ້ລາຍງານຜົນການສອບເສັງນັກຮຽນເກັ່ງລະດັບ ນວ ສົກຮຽນ 2023-2024 ວ່າ: ການແຂ່ງຂັນໄດ້ກໍານົດວິທີການ ແລະ ຂັ້ນຕອນເປັນ 3 ຂັ້ນ ແຂ່ງຂັນລະດັບໂຮງຮຽນ ໄດ້ເລີ່ມແຂ່ງຂັນນັບແຕ່ເດືອນ ທັນວາ 2023, ລະດັບເມືອງ ໄດ້ມອບໃຫ້ຫ້ອງການສຶກສາທິການ ແລະ ກິລາ ເມືອງ ເປັນຜູ້ຈັດຕັ້ງສອບເສັງຫົດບົດສອບເສັງ ຊັ້ນ ປ5, ມ4 ແລະ ມ7 ແມ່ນພະແນກສຶກສາທິການ ແລະ ກິລາ ນວ ສອບເສັງເອກະພາບກັນທົ່ວ ນວ ສຳເລັດໃນວັນທີ 9 ກຸມພາ 2024. ພາຍຫລັງສອບເສັງຄັດເລືອກຂັ້ນເມືອງແລ້ວ, ຫ້ອງການສຶກສາທິການ ແລະ ກິລາ ເມືອງ ໄດ້ຄັດເລືອກນັກຮຽນ ເພື່ອເປັນຕົວແທນເຂົ້າຮ່ວມການສອບເສັງຂັ້ນ ນວ ວິຊາລະ 5 ນ້ອງ ​ໂດຍອີງຕາມສະພາບຄວາມເປັນຈິງຂອງແຕ່ລະເມືອງ ແຂ່ງຂັນລະດັບ ນວ (ຮອບຊີງຊະນະເລີດ) ໄດ້ຈັດການສອບເສັງຂຶ້ນ ໂດຍມີນັກຮຽນສອບເສັງທັງໝົດ 665 ຄົນ, ຍິງ 357 ຄົນ, ຈັດເປັນ 26 ຫ້ອງ, ສອບເສັງໃນວັນທີ 1 ມີນາ 2024 ທີ່ ໂຮງຮຽນ ມ ປາຍ ມິດຕະພາບວຽງຈັນ-ໂຮຈິມິງ.

KPL

ຂ່າວອື່ນໆ

    • ຝືກອົບຮົມການນໍາໃຊ້ AI ເພື່ອພັດທະນາວຽກງານການສຶກສາສຶກສາ-ກິລາ

      ຝືກອົບຮົມການນໍາໃຊ້ AI ເພື່ອພັດທະນາວຽກງານການສຶກສາ

      7/1/2025 1:26:32 PM

      ຂປລ. ສະມາຄົມການສຶກສາພາກເອກະຊົນ ຈັດຝຶກອົບຮົມການນໍາໃຊ້ ປັນຍາປະດິດ ຫລື AI ເພື່ອພັດທະ ນາວຽກງານການສຶກສາ ໃນວັນທີ 28 ມິຖຸນາ 2025 ຜ່ານມາ ຢູ່ນະຄອນຫລວງວຽງຈັນ ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ຄໍາແສນ ສີສະວົງ ປະທານສະມາຄົມ ການສຶກສາພາກເອກະຊົນ ແລະ ທ່ານ ສົມກຽດ ຜິວດໍາ ປະທານຜູ້ບໍລິຫານ ບໍລິສັດທີ່ປຶກສາທາງດ້ານ AI ປະເທດໄທ,

    • ຫາລື ຮ່າງຄຳແນະນຳການພັດທະນາ ວິຊາຊີບຄູແບບຕໍ່ເນື່ອງສຳລັບຄູສອນປະຖົມສຶກສາ-ກິລາ

      ຫາລື ຮ່າງຄຳແນະນຳການພັດທະນາ ວິຊາຊີບຄູແບບຕໍ່ເນື່ອງສຳລັບຄູສອນປະຖົມ

      6/6/2025 7:32:37 AM

      ຂປລ. ກະຊວງສຶກສາທິການ ແລະ ກິລາ (ສສກ) ຮ່ວມກັບລັດຖະບານອົດສະຕຣາລີ ໂດຍຜ່ານແຜນງານບີຄວາ ຈັດກອງປະຊຸມປຶກສາຫາລືກ່ຽວກັບຮ່າງຄຳແນະນຳ ການພັດທະນາວິຊາຊີບຄູແບບຕໍ່ເນື່ອງ ສຳລັບຄູສອນຊັ້ນປະຖົມສຶກສາ ແບບເຊິ່ງໜ້າ ແລະ ແບບອອນລາຍ ເພື່ອທົບທວນຄືນ ແລະ ປັບປຸງຄຳແນະນຳດັ່ງກ່າວ ແລະ ເພື່ອຮັບປະກັນໃຫ້ການພັດທະນາ ວິຊາຊີບມີຄວາມເຂັ້ມແຂງ ເພື່ອຄູທຸກຄົນໃນທົ່ວປະເທດ

    • ສະຫລອງ 10 ປີ ແຜນງານປັບປຸງ ຄຸນນະພາບການສຶກສາຂັ້ນພື້ນຖານ ໃນລາວສຶກສາ-ກິລາ

      ສະຫລອງ 10 ປີ ແຜນງານປັບປຸງ ຄຸນນະພາບການສຶກສາຂັ້ນພື້ນຖານ ໃນລາວ

      5/27/2025 3:29:10 PM

      ຂປລ. ກະຊວງສຶກສາທິການ ແລະ ກິລາ (ສສກ) ຮ່ວມກັບ ສະຖານເອກອັກຄະລັດຖະທູດອົດສະຕຣາລີ ປະ​ຈໍາ​ລາວ ຈັດ​ພິທີສະເຫລີມສະຫລອງ ການຈັດຕັ້ງປະຕິບັດແຜນງານ ປັບປຸງຄຸນນະພາບການສຶກສາຂັ້ນພື້ນຖານ (ບີຄວາ) ຄົບຮອບ 10 ປີ ໄດ້ຈັດຂຶ້ນໃນວັນທີ 26 ພຶດສະພາ 2025 ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ ລະບົບການສຶກສາ ແລະ ປັບປຸງການເຂົ້າເຖິງ ການສຶກສາຊັ້ນປະຖົມສຶກສາ ທີ່ມີຄຸນນະພາບໃຫ້ແກ່ເດັກນ້ອຍໃນ ສປປ ລາວ ໂດຍສະເພາະ ຜູ້ທີ່ຢູ່ເຂດຫ່າງໄກສອກຫລີກ ແລະ ມີຄວາມຫຍຸ້ງຍາກ.

    • ແຂ່ງຂັນບານເຕະມິດຕະພາບ ຮັດແໜ້ນຄວາມສາມັກຄີພາຍໃນສຶກສາ-ກິລາ

      ແຂ່ງຂັນບານເຕະມິດຕະພາບ ຮັດແໜ້ນຄວາມສາມັກຄີພາຍໃນ

      5/13/2025 9:50:19 AM

      ຂປລ. ໃນທ້າຍອາທິດຜ່ານມານີ້, ສະມາຄົມນັກທຸລະກິດຮ້ານອາຫານລາວ ຮ່ວມກັບ ຝ່າຍຂາຍ ແລະ ການຕະຫລາດ ບໍລິສັດ ເບຍລາວ ຈໍາກັດ ຈັດ ການແຂ່ງຂັນບານເຕະມິດຕະພາບ ໃນຮູບແບບ 4 ສາມັກຄີ ຊີງຂັນຜູ້ອຳນວຍການຝ່າຍຂາຍ ບໍລິສັດ ເບຍລາວ ຈຳກັດ ປະຈຳປີ 2025 ເພື່ອສ້າງຂະບວນການຮັດແໜ້ນຄວາມສາມັກຄີ, ທັງເປັນການສ້າງສາຍພົວພັນມິດຕະພາບລະຫວ່າງ 4 ພາກສ່ວນ ທັງພາກລັດ ແລະ ເອກະຊົນ ໃຫ້ແໜ້ນແຟ້ນ, ທັງໄດ້ແລກປ່ຽນບົດຮຽນ, ປະສົບການຕ່າງໆ

    • ສະຫລອງ 1  ປີ ການນໍາໃຊ້ລະບົບລົງທະບຽນ ການໃຫ້ວັກຊີນກັນພະຍາດແບບເອເລັກໂຕຣນິກສຶກສາ-ກິລາ

      ສະຫລອງ 1 ປີ ການນໍາໃຊ້ລະບົບລົງທະບຽນ ການໃຫ້ວັກຊີນກັນພະຍາດແບບເອເລັກໂຕຣນິກ

      5/6/2025 8:04:35 PM

      ຂປລ. ພິທີສະເຫລີມສະຫລອງ ຄົບຮອບ 1 ປີ ການນໍາໃຊ້ລະບົບລົງທະບຽນ ການໃຫ້ວັກຊີນກັນພະຍາດ ແບບເອເລັກໂຕຣນິກ ຫລື EIR ໃນ ສປປ ລາວ ຈັດຂຶ້ນໃນວັນທີ 5 ພຶດສະພາ 2025 ຢູ່ນະຄອນຫລວງວຽງຈັນ

ads
ads

Top