ລັດໃຫ້ນັກລົງທຶນຂຸດຄົ້ນ ແລະ ປຸງແຕ່ງ ຫີນອ່ອນ ເນື້ອທີ່ 4 ເຮັກຕາ ຢູ່ອັດຕະປື

28/03/2024 13:36
Email Print 350
ຂປລ ຂ​ປລ. ​ແຫ​ລ່ງຂ່າວ​ຈາກ ​ແຂວງ​ອັດ​ຕະປື ​ໃຫ້​ຮູ້​ວ່າ: ປັດຈຸບັນ, ລັດໄດ້ອະນຸຍາດໃຫ້ນັກລົງທຶນສຳປະທານຂຸດຄົ້ນ ແລະ ປຸງແຕ່ງຫີນອ່ອນປາໂກໄດ ເພື່ອປຸງແຕ່ງເປັນຜະລິດຕະພັນສຳເລັດຮູບ ສະໜອງໃຫ້ຕະຫລາດທັງພາຍໃນ ແລະ ຕ່າງປະເທດ ຄາດວ່າຈະກາຍເປັນອີກໜຶ່ງທ່າແຮງໃນໂຄງປະກອບເສດ ຖະກິດ

 

  ຂ​ປລ. ​ແຫ​ລ່ງຂ່າວ​ຈາກ ​ແຂວງ​ອັດ​ຕະປື ​ໃຫ້​ຮູ້​ວ່າ: ປັດຈຸບັນ, ລັດໄດ້ອະນຸຍາດໃຫ້ນັກລົງທຶນສຳປະທານຂຸດຄົ້ນ ແລະ ປຸງແຕ່ງຫີນອ່ອນປາໂກໄດ ເພື່ອປຸງແຕ່ງເປັນຜະລິດຕະພັນສຳເລັດຮູບ ສະໜອງໃຫ້ຕະຫລາດທັງພາຍໃນ ແລະ ຕ່າງປະເທດ ຄາດວ່າຈະກາຍເປັນອີກໜຶ່ງທ່າແຮງໃນໂຄງປະກອບເສດ ຖະກິດ ຫັນປ່ຽນໄປຕາມທິດເປັນອຸດສາຫະກໍາ ແລະ ທັນສະໄໝ, ເປັນແຫລ່ງການຂະຫຍາຍຕົວທີ່ສໍາຄັນຂອງເສດຖະກິດ ແລະ ສ້າງລາຍຮັບເຂົ້າງົບປະມານຂອງລັດຢູ່ແຂວງອັດຕະປື ໄດ້ດີຂຶ້ນ.
   ມາ​ໃນວັນທີ
27 ມີນາ 2024 ຢູ່ແຂວງອັດຕະປື ກໍໄດ້ມີພິທີເຊັນສັນຍາ ສຳປະທານໂຄງການ ຂຸດຄົ້ນ ແລະ ປຸງແຕ່ງ ຫີນອ່ອນປາໂກໄດ ເຊິ່ງເປັນໂຄງການສຳປະທານແຫ່ງທີ 2 ​ໂດຍ​ການ​ຮ່ວມ​ລົງ​ນາມ ຝ່າຍອົງການປົກຄອງແຂວງນຳໂດຍ ທ່ານ ສູນນະຄອນ ແກ້ວວຽງຄຳ ຫົວໜ້າພະແນກແຜນການແລະ ການລົງທຶນແຂວງອັດຕະປື ​ແລະ ທ່ານ ນາງ ແກບ ຖານານົນ ປະທານບໍລິສັດ ແສງອາລຸນຂຸດຄົ້ນ ແລະ ປຸງແຕ່ງຫີນປາໂກໄດ ອັດຕະປື ຈຳກັດ ​ໂດຍມີ ທ່ານ ພົນໂທ ວັນທອງ ກອງມະນີ ເຈົ້າແຂວງອັດຕະປື ແລະ ພາກສ່ວນ​ກ່ຽວຂ້ອງ ​ເຂົ້າ​ຮ່ວມ​ເປັນ​ສັກຂີ​ພິຍານ.
   ໂຄງການລົງທຶນສຳປະທານຂຸດຄົ້ນ ແລະ ປຸງແຕ່ງຫີນອ່ອນປາໂກໄດ ມີ​ເນື້ນທີ່ສຳປະທານຂຸດຄົ້ນຕາມການສຳຫລວດຈາກວິຊາການ ແລະ ການເຫັນດີອະນຸມັດຕາມສັນຍາແມ່ນມີເນື້ອທີ່
4 ເຮັກຕາ ຢູ່ເຂດບ້ານຄໍາວົງສາ ເມືອງພູວົງ ແລະ ສ້າງຕັ້ງໂຮງງານປຸງແຕ່ງ ເນື້ອທີ່ 7,5 ເຮັກຕາ ຢູ່ເຂດບ້ານ ທາດພະໄຊ ເມືອງ​ໄຊເສດຖາ ແຂວງອັດຕະປື,  ໄລຍະການສຳປະທານ 8 ປີ, ມີກຳລັງການຂຸດຄົ້ນສະເລ່ຍ 600 ໂຕນ/ປີ, ມີທຶນຈົດທະບຽນມູນຄ່າ 20 ຕື້ກີບ, ມູນຄ່າການລົງທຶນທັງໝົດ 50 ຕື້ກີບ, ເປັນການລົງທຶນຂອງເອກະຊົນພາຍໃນ 100% ​ໂດຍບໍລິສັດຍິນດີປະຕິບັດພັນທະທາງດ້ານການເງິນ ໃຫ້ແກ່ອົງ ການປົກຄອງແຂວງ 170.000 ​ໂດ​ລາ​ສະຫະລັດ.​ ໃນ​ນັ້ນ, ປະກອບທຶນຊ່ວຍເຫລືອລ້າ ໃຫ້ລັດ 50.000 ​ໂດ​ລາ​ສະຫະລັດ, ເສຍຄ່າຊັບພະຍາກອນລ່ວງໜ້າ 100.000 ​ໂດ​ລາ​ສະຫະລັດ ແລະ ກອງທຶນຕ່າງໆໃນການຕິດຕາມກວດກາໂຄງການ 20.000​ ໂດ​ລາ​ສະຫະລັດ. ນອກນີ້, ບໍລິສັດຍັງຕ້ອງໄດ້ປະຕິບັດພັນທະອາກອນໃຫ້ແຂວ ງຕາມລະບຽບ ແລະ ກົດໝາຍຢ່າງຄົບຖ້ວນ, ປະກອບສ່ວນມອບທຶນປົກປັກຮັກສາ, ທຶນຄຸ້ມຄອງໂຄງການ  ແລະ ທຶນສົ່ງເສີມອື່ນໆ ຕາມທີ່ໄດ້ກຳນົດໄວ້ຢ່າງເຂັ້ມງວດ.  ພາຍຫລັງໝົດສັນຍາ ບໍລິສັດ ສາມາດຕໍ່ສັນຍາ​ໄດ້ ໂດຍອີງຕາມບົດບັນທຶກສຶກສາຄວາມເປັນໄປໄດ້ກຳນົດໄວ້ ແລະ ຖືກຕ້ອງຕາມລະບຽບ ແລະ ກົດໝາຍການລົງທຶນຂອງ ສປປ ລາວ.

ຂ່າວ: ມັດສາ

KPL

ຂ່າວອື່ນໆ

ads
ads

Top