ທົບທວນເບິ່ງວິທີພະຍັນຊະນສົນທິ

28/03/2024 06:32
Email Print 678
ຂປລ ຫລັກການສົນທິ ແມ່ນການນໍາເອົາຄໍາເຄົ້າພາສາປາລີ ແລະ ສັນສະກິດຕັ້ງແຕ່ສອງຄໍາຂຶ້ນໄປມາເຊ່ືອມຕໍ່ເຂົ້າກັນໃຫ້ເປັນຄໍາດຽວ ໂດຍມີການປ່ຽນແປງສະຫລະ ຫລື ພະຍັນຊະນະເຮັດໃຫ້ພະຍາງຫລັງຂອງຄໍາໜ້າກົມກືນກັບສຽງພະຍາງໜ້າຂອງຄໍາຫລັງ.

     *ຫລັກການສົນທິ ແມ່ນການນໍາເອົາຄໍາເຄົ້າພາສາປາລີ ແລະ ສັນສະກິດຕັ້ງແຕ່ສອງຄໍາຂຶ້ນໄປມາເຊ່ືອມຕໍ່ເຂົ້າກັນໃຫ້ເປັນຄໍາດຽວ ໂດຍມີການປ່ຽນແປງສະຫລະ ຫລື ພະຍັນຊະນະເຮັດໃຫ້ພະຍາງຫລັງຂອງຄໍາໜ້າກົມກືນກັບສຽງພະຍາງໜ້າຂອງຄໍາຫລັງ. ສະເພາະພະຍັນຊະນະສົນທິກໍ່ແມ່ນນອນຢູ່ໃນຫລັກການສົນທິ ອັນໝາຍເຖິງການເຊື່ອມຕໍ່ຄໍາສອງຄໍາເຂົ້າກັນດ້ວຍພະຍັນຊະນະນັ້ນເອງ ຊຶ່ງມີວິທີທັງການລົບພະຍັນຊະນະ, ຕື່ມ ຫລື ເພີ່ມພະຍັນຊະນະ, ແປງພະຍັນຊະນະ, ຊ້ອນພະຍັນຊະນະ.

    ໃນຫລັກການສົນທິຕາມໄວຍາກອນລາວ ປັດຈຸບັນໄດ້ກໍານົດເອົາໄວ້ວ່າການລົບພະຍັນຊະນະ, ຖ້າພະຍັນຊະນະຊ້ອນກັນສອງຕົວ ໃຫ້ລົບອອກຕົວໜຶ່ງ (ຖ້າມີພະຍັນຊະນະຊ້ອນກັນຢູ່ສອງຕົວ ຊຶ່ງຕົວໜຶ່ງເປັນຕົວສະກົດ ແລະ ຕົວໜຶ່ງເປັນຕົວແກນ ໃຫ້ລົບຕົວສະກົດຂອງພາສາປາລີອອກ ແລ້ວໃຊ້ຕົວສະກົດລາວແທນບ່ອນນັ້ນ ໂດຍໃຫ້ຖືກຕ້ອງຕາມແມ່ສະກົດທັງແປດ ຂອງພາສາລາວ), ຕົວຢ່າງ: ປຸພພ+ ກາຣີ ເປັນ ບຸບພະກາລີ (ຄົນຜູ້ມີບຸນຄຸນ); ຣັຕຖະ+ປາລະເປັນລັດຖະບານ. ວິທີຕື່ມ ຫລື ເພີ່ມພະຍັນຊະນະ ແມ່ນຖ້າມີສະຫລະຢູ່ຫລັງໃຫ້ຕື່ມພະຍັນຊະນະຕົວໃດໜຶ່ງ ຄື ລ, ຍ, ທ, ຕົວຢ່າງ: ຈະຕຸ+ອັງຄະ ເປັນຈະຕຸລົງ(ອົງປະກອບ 4 ຢ່າງ ຄື ກອງຊ້າງ, ກອງມ້າ, ກອງລົດ ແລະ ກອງທະຫານ); ນິຣະ+ພະຍະ ເປັນນິລະໄພ (ບໍ່ມີໄພ); ອຸ+ ອາຫຣ ເປັນ ອຸທາຫອນ (ຕົວຢ່າງ, ສິ່ງທີ່ເກີດຂຶ້ນມາເປັນຕົວຢ່າງ).

  ສ່ວນການແປງພະຍັນຊະນະ ກໍ່ມີສອງຢ່າງຄື: ແປງພະຍັນຊະນະຄູ່ ເຊັ່ນ: ປະຕິ ເປັນ ປັຈຈະ, ຕົວຢ່າງ:  ປະຕິ+ເອກະ ເປັນປັດເຈກະ (ພະ ພຸດທະເຈົ້າ); ປະຕິ+ອຸປປັນນະ ເປັນປັດຈຸບັນ (ດຽວນີ້). ແປງພະ ຍັນຊະນະດ່ຽວ ຄືແປງ ຕ ເປັນ ທ, ຕົວຢ່າງ: ຄົນຕັພພະເປັນຄັນທັບພະ (ເທວະດາທີ່ຊ່ຽວຊານດ້ານສິລະປະ); ແປງ ຣ ເປັນ ລ ແລ້ວແປງ ເປັນ ນ, ຕົວຢ່າງ: ມະຫາສາຣ ເປັນ ມະຫາສາລະ = ມະຫາສານ (ປະໂຫຍດຫລາຍ). ນອກນີ້ຍັງມີຫລັກການຊ້ອນພະຍັນຊະນະ ຕື່ມອີກ ເຊັ່ນ ຄໍາທີ່ໃຊ້ຫລັງຈາກແປງມາແລ້ວ: ກະຕັນຍູ, ປະລິນຍາ, ປັນຍາ, ວິນຍານ...ທ່ີນໍາມາທົບທວນ, ເປ້ົາໝາຍເພື່ອໃຫ້ເຫັນທີ່ມາຂອງຫລາຍໆຄໍາໃນພາສາລາວ ທີ່ໄດ້ມາຈາກການສົນທິ, ອັນເປັນຫລັກການປະສົມຄໍາຕາມເຄົ້າປາລີ-ສັນສະກິດ.ດັ່ງນັ້ນ ຈຶ່ງນໍາມາສຶກສາຮ່ວມກັນຄືດັ່ງນີ້ແລ, ພໍ້ກັນໃໝ່ບົດຕໍ່ໄປ.

ຮິບໂຮມໂດຍ: ພະກາ

KPL

ຂ່າວອື່ນໆ

ads
ads

Top