ບໍ່ໃຫ້ຕາໃຫຍ່ກວ່າທ້ອງ

28/03/2024 06:26
Email Print 344
ຂປລ ບົດຜ່ານມານໍາເອົາບາງທັດສະນະມາແລກປ່ຽນຄໍາເຫັນຕິດພັນ “ການກິນເພື່ອຢູ່” ໂດຍເຫັນວ່າວັດທະນະທໍາອັນດີງາມຂອງລາວເຮົາ ກໍ່ຖືສໍາຄັນການກິນທີ່ມີຄວາມພໍດ້າມພໍດີເຊ່ິງສັງເກດບັນດາຄໍາສອນ, ຄໍາສຸພາສິດ, ຜະຫຍາ, ສໍານວນ...ທີ່ມີເນື້ອໃນຄວາມໝາຍ “ກິນເພື່ອຢູ່ຢ່າຢູ່ເພື່ອກິນ”.

      *ບົດຜ່ານມານໍາເອົາບາງທັດສະນະມາແລກປ່ຽນຄໍາເຫັນຕິດພັນ “ການກິນເພື່ອຢູ່” ໂດຍເຫັນວ່າວັດທະນະທໍາອັນດີງາມຂອງລາວເຮົາ ກໍ່ຖືສໍາຄັນການກິນທີ່ມີຄວາມພໍດ້າມພໍດີເຊ່ິງສັງເກດບັນດາຄໍາສອນ, ຄໍາສຸພາສິດ, ຜະຫຍາ, ສໍານວນ...ທີ່ມີເນື້ອໃນຄວາມໝາຍ “ກິນເພື່ອຢູ່ຢ່າຢູ່ເພື່ອກິນ”.ຄົນລາວມີພື້ນຖານແຫ່ງຄວາມສຸພາບອ່ອນນ້ອມສະຫງຽມຄ່ຽມຄົມ, ພໍ່ແມ່ຜູ້ປົກຄອງບອກສອນລູກຫລານຜ່ານນິທານເຕືອນສະຕິຕ່າງໆ, ນັບທັງປະດິດຄໍາສອນ, ຄໍາສຸພາສິດ, ຄໍາຜະຫຍາ...ມີລັກສະນະ ສິລະປະເຕືອນລູກຫລານໂດຍທາງ ກົງ-ທາງອ້ອມ, ບາງຄໍາເບິ່ງມີລັກສະນະແປນໆແຕ່ແຝງດ້ວຍຄວາມໝາຍເລິກເຊິ່ງເຊັ່ນ ຢາກກິນເຂົ້າໃຫ້ປູກໃສ່ພະລານຫີນ...ການກິນຄົນດຽວ ຫລື ຮ່ວມພາເຂົ້ານໍາໝູ່ກໍ່ຍິ່ງຕ້ອງຮັກສາມາລະຍາດບໍ່ຄວນຟ້າວຟ່ັງ...ເຊິ່ງບ່ໍຕ່າງຫຍັງກັບມາລະຍາດການຮ່ວມໂຕະອາຫານໃນພິທີທາງການ.

        ແຕ່ໃດມາຖ້າຜູ້ໃດບໍ່ມີມາລະຍາດໃນການກິນຈະແບບໃດກໍ່ຕາມ ກໍ່ມັກຖືກໝູ່ຄູ່ໄທບ້ານເວົ້າຂວັນ, ຖືກລູກໃຜຜົວເມຍໃຜກ່ອາຍເພາະຕ່າງໝູ່.ຕົກມາຍຸກສະໄໝພັດທະນາໄລຍະໃໝ່, ເຕັກໂນໂລຊີຂໍ້ມູນຂ່າວສານ-ການສື່ສານກ້າວໜ້າ, ວັດທະນະທໍານາໆຊາດໄຫລຜ່ານຈໍໂທລະພາບ, ຄື້ນວິທະຍຸ...ມາຮອດດຽວນີ້ພັດມາຢູ່ໃນກໍາມືໃຜລາວ ບັນດາຂໍ້ມູນຂ່າວສານ, ບໍ່ຈັກອັນຮ້າຍອັນດີມີປົນເປ...ລວມໃນນັ້ນຍັງມີການສະແດງກິນເພື່ອເປົ້າໝາຍຕ່າງໆນາໆ, ມີທັງແບບກິນແນວແປກປະຫລາດ, ກິນຫລາຍ, ກິນຄືແຊບຊ້ອຍ ໃຫ້ຜູ້ເບິ່ງນໍ້າລາຍຍ້ອຍ...ແຕ່ກໍ່ບໍ່ຄ່ອຍເຫັນການສະແດງກິນແບບໜ້ອຍທີ່ສຸດແລ້ວອີ່ມ. ການສະແດງກິນຟ້າວໆຟັ່ງໆຄໍາໃຫຍ່ໆຕໍ່ໜ້າມີພາຖາດອາຫານ...ຫລາຍສໍາລັບຜູ້ດຽວ...ກິນແບບນັ້ນຖ້າແຕ່ກ່ອນ ຄົນຊົນນະບົດພາກເໜືອເພິ່ນວ່າ ເປັນຄົນຮ້າຍກິນ, ອັນໝາຍເຖິງກິນແບບບໍ່ຄໍານຶງເຖິງທ້ອງຕົວຈິງ, ສະນັ້ນ ສັງຄົມລາວຈຶ່ງມີຄໍາ “ກິນມໍາໆ ບໍ່ຄໍາເບິ່ງທ້ອງ” ເວົ້າໃຫ້ຄົນມັກກິນ, ກິນແລ້ວເປັນບັນຫາໃສ່ທ້ອງ (ກະທົບຕໍ່ສຸຂະພາບ). ຄວາມພໍດ້າມພໍດີແມ່ນສໍາຄັນໃນການກິນ ເພາະຄວນກິນເພື່ອຢບໍ່ແມ່ນຢູ່ເພື່ອກິນ, ຢ່າງໜ້ອຍມັນກໍ່ຕິດພັນລາຍຈ່າຍ, ເວລາ ແລະ ສຸຂະພາບ.

        ການໂຄສະນາມີລັກສະນະຍົວະໃຫ້ຄົນກິນຫລາຍເກີນຄວາມພໍດີ (ຄວາມຕ້ອງການຕົວຈິງຂອງຮ່າງກາຍຄົນ)  ຫາງສຽງສັງຄົມຈໍານວນໜຶ່ງ ເຫັນວ່າຄວນໄດ້ຮັບການຄຸ້ມຄອງໃຫ້ຢູ່ໃນຄວາມພໍດີເພາະແຕ່ໃດມາຄົນລາວ ບໍ່ແມ່ນຄົນທີ່ເຫັນແກ່ກິນເປັນໃຫຍ່, ແມ່ນຢູ່ວ່າຜູ້ເຮັດໂຄສະນາ ມີເປົ້າໝາຍໃດໜຶ່ງຈະແຈ້ງ, ແຕ່ຍ້ອນເຕັກໂນໂລຊີທັນສະໄໝທຸກມື້ນີ້ທຸກຄົນເຂົ້າເຖິງໄດ້ໝົດ, ບໍ່ວ່າຜູ້ຍິງ-ຜູ້ຊາຍ-ເດັກນ້ອຍ-ຊາວໜຸ່ມ-ເຖົ້າແກ່...ເກີດການລອກແບບ-ຮຽນແບບໃນມູມທີ່ບໍ່ສົມຄວນຜ່ານພຶດຕິກໍາຕົວຈິງກໍ່ມີ.ໃນຍຸກສະໄໝແຫ່ງຄວາມກ້າວໜ້າດ້ານເຕັກໂນໂລຊີຂໍ້ຂ່າວສານ ແລະ ການສື່ສານ, ຄົນສ່ວນຫລາຍສາມາດເຂົ້າເຖິງຂໍ້ມູນຂ່າວສານຜ່ານສັນຍານດາວທຽມ-ອິນເຕີເນັດ...ບວກໃສ່ບັນດາຊ່ອງທາງຮັບຂໍ້ມູນຂ່າວສານແບບເກົ່າແກ່ດັ້ງເດີມແລ້ວ, ຖືວ່າດຽວນີ້ຄົນເຮົາມີຫລາຍທາງເລືອກໃນການຮັບຂ້ໍມູນຂ່າວສານດ້ານຕ່າງໆ ໂດຍສະເພາະນັບແຕ່ມີໂທລະສັບມືຖືທັນສະໄໝມານີ້.

    ການໂຄສະນາອາຫານ ແມ່ນໜຶ່ງໃນວິທີການຫາລາຍໄດ້ ຂອງບັນດານັກລ່າຄະແນນນິຍົມໃນໂລກອອນລາຍ, ໃນນັ້ນແມ່ນມີການສະແດງກິນ-ດື່ມ ທີ່ຫລາກຫລາຍຜ່ານຊ່ອງທາງຢູທູບ, ເຟສບຸກ, ຕິກຕັອກ...ເລີ່ມແຮກໜ້າຈະມາຈາກນັກສະແດງ “ກິນ” ຂອງຕ່າງປະເທດ, ຈາກນັ້ນມາຢູ່ບັນດາປະເທດໃກ້ຄຽງ ແລະ  ລາວເຮົາກໍ່ເລີ່ມມີ ແລະ ມີຫລາຍຂຶ້ນເພາະທຸກເຊື້ອຊາດລ້ວນມີວັດທະນະທໍາການກິນທ່ີເປັນຂອງຕົນເອງ. ມີບາງທັດສະນະເຫັນວ່າການສະແດງກິນແບບເອົາຕາເປັນໃຫຍ່ຄືການສອນໃຫ້ “ຢູ່ເພື່ອກິນ”, ແຕ່ນັ້ນບ່ໍໝາຍວ່າບໍ່ຮັບຮູ້-ເຂົ້າໃຈເຖິງວິທີເຮັດການຕະ ຫລາດຂອງຢູທູບເບີ ແລະ ບັນດາດາວຕິກຕັອກ, ເຟສບຸກ...ແຕ່ຕາມທັດສະນະທີ່ສັງຮວມມາ ແມ່ນຄວນຢູ່ໃນຄວາມພໍດີ, ຄວນກິນ-ຢູ່ຢ່າງສີວິໄລ.ສັງຄົມມະນຸດມີຄໍາສອນ “ກິນເພື່ອຢູ່ ຢ່າຢູ່ເພື່ອກິນ” ກໍ່ຕາມ, ແຕ່ສັງຄົມຍຸກ 4.0 ເບິ່ງຄືປີ້ນທາງກັນ, ຮ້ານອາຫານຈໍ່ປານດອກເຫັດຍາມ ຝົນ, ວ່າແຕ່ຍິນຂ່າວມີຮ້ານອາຫານແປກ, ແຊບ...ໄກປານໃດ, ຢູ່ບ່ອນແຄບໄປຍາກປານໃດກໍ່ນໍາໄປ (ກິນ- ດື່ມ), ຖ້າມີການບໍລິການມີລັກສະນະລະດົມກິນ-ດື່ມຫລຸດແລກແຈກແຖມ ກໍ່ຍິ່ງປຸ້ມກັນໄປ, ເບິ່ງຄື “ຢູ່ເພື່ອກິນ”!? ເຖິງຢ່າງໃດກໍ່ດີອີກດ້ານກໍ່ເລີ່ມມີສະຕິຕື່ນຕົວໃນການກິນ-ດື່ມ ເຫັນສົມຄວນ “ກິນເພື່ອຢູ່” ຈຶ່ງເກີດມີອາຫານເພື່ອສຸຂະພາບນັບແຕ່ເຂົ້າ, ຊີ້ນ-ປາ...ຄວນກິນ? ກິນສໍ່າໃດ? ໃຫ້ພໍດີພໍອີ່ມມີຜົນດີຕໍ່ສຸຂະພາບ. ເຖິງປານນັ້ນໃນດ້ານກິນແບບຟູມເຟືອຍຄືຄວາມໝາຍ ຢູ່ເພື່ອກິນນັ້ນກໍ່ຍັງເກີດມີຄວາມເປັນຫ່ວງຈາກສັງຄົມໂລກບໍ່ໜ້ອຍເພາະມັນພົວພັນກັບຊັບພະຍາກອນ ແລະ ວັດຖຸດິບ, ຕະຫລອດການເກີດບັນຫາຂີ້ເຫຍື້ອ ແກ້ບໍ່ຕົກຕະຫລອດມາຍ້ອນຄົນເຮົາບໍ່ໍຄໍານຶງເຖິງ “ການກິນເພ່ືອຢູ່” ເທ່ົາທີ່ຄວນ, ອາດຍ້ອນເຮົາຖືວ່າ “ຕາໃຫຍ່ກວ່າທ້ອງ”?.

ໂດຍ: ຄ້ອງໃໝ່

KPL

ຂ່າວອື່ນໆ

ads
ads

Top