ຫຍິບຂັນໝາກເບັງຂາຍ ມີລາຍຮັບລ້ຽງຄອບຄົວ

28/03/2024 05:53
Email Print 379
ຂປລ ຫຍິບຂັນໝາກເບັງຂາຍ ເປັນອີກອາຊີບໜ່ຶງທ່ີປະຊາຊົນເຮັດຫລາຍ ເນື່ອງຈາກວ່າຄົນລາວຊາວພຸດຖືສິນ, ເຂົ້າວັດຟັງທໍາໃນວັນສໍາຄັນຄັນທາງພຸດທະສາສະໜາ ໂດຍເຄື່ອງສັກກະລະບູຊາທີ່ຂາດບໍ່ໄດ້ນັ້ນກໍຄືດອກໄມ້, ທູບ, ທຽນ, ຂັນໝາກເບັງ ຊຶ່ງນັ້ນໄດ້ເຮັດໃຫ້ການຂາຍຂັນໝາກເບັງກາຍເປັນສີສັນໃນຍາມວັນສິນວັນພະ.


   *ຫຍິບຂັນໝາກເບັງຂາຍ ເປັນອີກອາຊີບໜ່ຶງທ່ີປະຊາຊົນເຮັດຫລາຍ ເນື່ອງຈາກວ່າຄົນລາວຊາວພຸດຖືສິນ, ເຂົ້າວັດຟັງທໍາໃນວັນສໍາຄັນຄັນທາງພຸດທະສາສະໜາ ໂດຍເຄື່ອງສັກກະລະບູຊາທີ່ຂາດບໍ່ໄດ້ນັ້ນກໍຄືດອກໄມ້, ທູບ, ທຽນ, ຂັນໝາກເບັງ ຊຶ່ງນັ້ນໄດ້ເຮັດໃຫ້ການຂາຍຂັນໝາກເບັງກາຍເປັນສີສັນໃນຍາມວັນສິນວັນພະ, ສະແດງໃຫ້ເຫັນວ່າ ຄົນລາວຊາວພຸດທັງຫລາຍໃຫ້ຄວາມເຫລື້ອມໃສໃນສາສະໜາ. ດັ່ງນັ້ນ, ຈຶ່ງເຮັດໃຫ້ອາຊີບນີ້ເປັນອີກອາຊີບໜຶ່ງທີ່ສາມາດສ້າງລາຍໄດ້ເສີມ ເພີ່ມລາຍຮັບໃຫ້ຫລາຍຄອບຄົວເໝືອນຄອບຄົວ ນາງ ວິໄລພັນ ໄຊຍະປັນຍາ ທີ່ຫຍິບຂັນໝາກເບັງຂາຍເປັນອາຊີບເສີມເພີ່ມລາຍຮັບໃຫ້ຄອບຄົວອີກທາງໜຶ່ງ.


       ນາງ ວິໄລພັນ ໄຊຍະປັນຍາ ຂາຍຂັນໝາກເບັງຢູ່ຕໍ່ໜ້າວັດທາດຫລວງໄດ້ເວົ້າໃຫ້ຟັງວ່າ: ຈຸດເລີ່ມຕົ້ນທີ່ໄດ້ມາເຮັດອາຊີບຂາຍຂັນໝາກເບັງ ຍ້ອນວ່າຕົນເອງເປັນຄົນມັກເຂົ້າວັດຟັງທໍາມາແຕ່ຍັງນ້ອຍ ແລະ ການເຂົ້າວັດຟັງທໍານັ້ນກໍ່ໄດ້ຫຍິບຂັນໝາກເບັງເອງຈຶ່ງເປັນຄວາມຮູ້ຕິດໂຕມາຕະຫລອດ ແຕ່ກໍ່ບໍ່ໄດ້ເຮັດຂາຍເພາະເມື່ອກ່ອນຢູແຂວງສະຫວັນນະເຂດ ແມ່ນໃຜກໍ່ຫຍິບເອງບໍ່ໄດ້ຊື້ ຈົນໄດ້ຂຶ້ນມາສ້າງຄອບຄົວຢູ່ນະຄອນຫລວງວຽງຈັນ ກໍ່ບໍ່ໄດ້ເຮັດຫຍັງນອກຈາກຂາຍເຄື່ອງອອນລາຍ  ຈຶ່ງມີແນວຄວາມຄິດຢາກຫຍິບຂັນໝາກເບັງຂາຍໃນເວລາວ່າງເພື່ອສ້າງລາຍຮັບ ເສີມເພີ່ມຈາກການຂາຍເຄື່ອງອອນລາຍ ໂດຍຂັນໝາກເບັງທີ່ຂາຍແມ່ນຫຍິບເອງສ່ວນໜຶ່ງ ອີກສ່ວນໜຶ່ງກໍ່ຊື້ມາຂາຍຕໍ່ເພາະຄົນດຽວຫຍິບບໍ່ທັນກັບຄວາມຕ້ອງການຂອງລູກຄ້າ ເພາະການຂາຍແມ່ນສົ່ງໃຫ້ລູກຄ້າປະຈໍາ ແລະ ຂາຍຕາມແຄມທາງກໍ່ໄດ້ຂາຍດີ ໂດຍສະເພາະວັນສິນໃຫຍ່ ແລະ ເທສະການສໍາຄັນທາງສາສະໜາ ແມ່ນຈະໄດ້ຂາຍດີຫລາຍໂດຍລາຄາຂາຍເລີ່ມຕົ້ນ 5.000 ກີບຂຶ້ນໄປ ຕາມຂະໜາດຂອງຂັນໝາກເບັງຄູ່ນ້ອຍ, ຄູ່ໃຫຍ່ນັ້ນເອງ. ສໍາລັບອາຊີບການຂາຍຂັນໝາກເບັງ ສິ່ງສໍາຄັນທີ່ເປັນໂຕວັດກໍາໄລໃນແຕ່ລະສິນນັ້ນແມ່ນດອກໄມ້ ຖ້າໄລຍະໃດດອກໄມ້ຫລາຍ, ລາຄາບໍ່ແພງກໍ່ໄດ້ກໍາໄລດີແຕ່ຖ້າໄລຍະໃດດອກໄມ້ແພງກໍາໄລກໍ່ບໍ່ຫລາຍປານໃດ ແຕ່ກໍ່ບໍ່ເປັນຫຍັງຍ້ອນໃຈມັກໃນການຫຍິບຂັນໝາກເບັງ ແລະ ຫຍິບເພື່ອບູຊາເປັນປະຈໍາຢູ່ແລ້ວຈຶ່ງມີຄວາມສຸກໃນອາຊີບນີ້ເຖິງກໍາໄລຈະບໍ່ຫລາຍ ສະເລ່ຍປະມານ 2-3 ແສນກີບຕໍ່ສິນ ແຕ່ມັນກໍ່ເປັນລາຍຮັບເສີມເພີ່ມຈາກການຂາຍເຄື່ອງອອນລາຍນັ້ນເອງ.ນາງ ວິໄລພັນ ເວົ້າເສີມວ່າ:  ພາຍຫລັງທີ່ໄດ້ເຮັດອາຊີບນີ້ເຮັດໃຫ້ຄອບຄົວມີລາຍຮັບເພີ່ມຂຶ້ນທັງມີເງິນພໍໃຊ້ຈ່າຍໃຫ້ລູກຫລານໄປໂຮງຮຽນໃນແຕ່ລະມື້; ທີ່ສໍາຄັນໄດ້ຝຶກໃຫ້ລູກຫລານໃຊ້ເວລາໃຫ້ເປັນປະໂຫຍດພາຍຫລັງເລີກໂຮງຮຽນ ເພື່ອຫລີກເວັ້ນການເອົາເວລາໄປຫລິ້ນ ແລະ ໃຊ້ໃນທາງທີ່ບໍ່ເປັນປະໂຫຍດນັ້ນເອງ.

ໂດຍ: ມາລີດາ

KPL

ຂ່າວອື່ນໆ

ads
ads

Top