ໄຊຍະບູລີ ເປີດຝືກອົບຮົມກົດໝາຍ ຂັ້ນພື້ນຖານ ໃຫ້ອົງການປົກຄອງບ້ານ

27/03/2024 15:30
Email Print 381
ຂປລ ຂປລ. ​ແຫ​ລ່ງຂ່າວ​ຈາກ ​ແຂວງ​ໄຊ​ຍະ​ບູລີ ​ໃຫ້​ຮູ້​ວ່າ: ໃນວັນທີ 27 ມີນາ 2024 ນີ້, ເມືອງ ໄຊຍະບູລີ ເປີດຝືກອົບຮົມກົດໝາຍຂັ້ນພື້ນຖານລະບົບບຳລຸງ 45 ວັນ ຊຸດທີ VI ໃຫ້ອົງການປົກຄອງບ້ານ ​ເຊິ່ງຫລັກສູດການຮຽນ-ການສອນປະກອບມີ 34 ວິຊາ, ມີ 22.5 ໜ່ວຍກິດ

 

ຂປລ. ​ແຫ​ລ່ງຂ່າວ​ຈາກ ​ແຂວງ​ໄຊ​ຍະ​ບູລີ ​ໃຫ້​ຮູ້​ວ່າ: ໃນວັນທີ 27 ມີນາ 2024 ນີ້, ເມືອງ ໄຊຍະບູລີ ເປີດຝືກອົບຮົມກົດໝາຍຂັ້ນພື້ນຖານລະບົບບຳລຸງ 45 ວັນ ຊຸດທີ VI ໃຫ້ອົງການປົກຄອງບ້ານ ​ເຊິ່ງຫລັກສູດການຮຽນ-ການສອນປະກອບມີ 34 ວິຊາ, ມີ 22.5 ໜ່ວຍກິດ, ຮຽນຈົບວິຊາໃດແມ່ນຈະໄດ້ຄົ້ນຄວ້າ ແລະ ສອບເສັງເອົາຄະແນນໄປພ້ອມ.
    ​ໂອກາດ​ນີ້, ທ່ານ ເສນ ພັນລັກ ເລຂາຄະນະບໍລິຫານງານພັກເມືອງ, ວ່າການເຈົ້າເມືອງໄຊຍະບູລີ ໄດ້ເນັ້ນໃຫ້ສຳມະນາກອນ ຈົ່ງພ້ອມກັນຈັດຕັ້ງປະຕິບັດຕາມກົດລະບຽບການຝືກອົບຮົມທີ່ ຄະນະຮັບຜິດຊອບໄດ້ກຳນົດ ແລະ ອົດທົນຊອກຮູ້ຮໍ່າຮຽນໃຫ້ຈົບຕາມຫລັກສູດການຝືກອົບຮົມ, ເຂົ້າຮ່ວມທຸກກິດຈະກຳ, ທຸກຂະບວນການທີ່ກຳນົດໄວ້, ເປັນເຈົ້າການຊອກຮູ້ຮໍ່າຮຽນ ແລະ ແລກ ປ່ຽນປະກອບຄຳຄິດຄຳເຫັນນຳໝູ່ຄູ່ ແລະ ຄູອາຈານ ເພື່ອໃຫ້ໄດ້ບົດຮຽນ ໄປຈັດຕັ້ງປະຕິບັດຢູ່ອົງ ການປົກຄອງບ້ານ ໃຫ້ສົມກັບຄວາມໄວ້ວາງໃຈຂອງຄະນະພັກ, ຄະນະບ້ານ ທີ່ໄດ້ສົ່ງມາຝືກອົບຮົມ ແລະ ​ໃຫ້ໄດ້ຮັບໃບຢັ້ງຢືນໝົດທຸກຄົນ.

ຂ່າວ-ພາບ: ສົມພົງ ສີສະຫວັດ

KPL

ຂ່າວອື່ນໆ

ads
ads

Top