ເຈົ້າແຂວງເຊກອງ ຕ້ອນຮັບຫົວໜ້າອົງການໄອຍະການປະຊາຊົນສູງສຸດ

27/03/2024 15:17
Email Print 310
ຂປລ ຂປລ. ​ແຫ​ລ່ງຂ່າວ​ຈາກ ​ແຂວງ​ເຊ​ກອງ ​ໃຫ້​ຮູ້​ວ່າ: ວັນທີ 26 ມີນາ ຜ່ານມາ, ທ່ານ ເຫລັກໄຫລ ສີວິໄລ ເຈົ້າແຂວງເຊກອງ ໄດ້ຕ້ອນຮັບ ທ່ານ ໄຊຊະນະ ໂຄດພູທອນ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ພ້ອມຄະນະ ໃນໂອກາດມາເຄື່ອນໄຫວຢ້ຽມຢາມ

 

   ຂປລ. ​ແຫ​ລ່ງຂ່າວ​ຈາກ ​ແຂວງ​ເຊ​ກອງ ​ໃຫ້​ຮູ້​ວ່າ: ວັນທີ 26 ມີນາ ຜ່ານມາ, ທ່ານ ເຫລັກໄຫລ ສີວິໄລ ເຈົ້າແຂວງເຊກອງ ໄດ້ຕ້ອນຮັບ ທ່ານ ໄຊຊະນະ ໂຄດພູທອນ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ພ້ອມຄະນະ ໃນໂອກາດມາເຄື່ອນໄຫວຢ້ຽມຢາມ, ຕິດຕາມ ແລະ ຊຸກຍູ້ວຽກງານຂົງເຂດໄອຍະການ ຢູ່ແຂວງເຊກອງ.
   ໂອກາດນີ້
, ທ່ານ ເຫລັກໄຫລ ສີວິໄລ ໄດ້ກ່າວຕ້ອນຮັບ ແລະ ຕີລາຄາສູງຕໍ່ການມາເຄື່ອນໄຫວເຮັດວຽກຢູ່ແຂວງເຊກອງ ຂອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ​ ຄັ້ງນີ້, ເປັນການຮັດແໜ້ນຄວາມສາມັກຄີ ລະຫວ່າງ ແຂວງເຊກອງ ກັບອົງການໄອຍະການປະຊາຊົນສູງສຸດ ໃຫ້ນັບມື້ແໜ້ນແຟ້ນຍິ່ງຂຶ້ນ. ພ້ອມນີ້, ຍັງໄດ້ລາຍງານຜົນສໍາເລັດການເຄື່ອນໄຫວວຽກງານໄອຍະການ ໃນໄລຍະຜ່ານມາ ພ້ອມທັງສະເໜີໃຫ້ອົງການໄອຍະການປະຊາຊົນສູງສຸດ ສືບຕໍ່ນໍາພາ-ຊີ້ນໍາ ແລະ ສ້າງຄວາມເຂັ້ມແຂງ, ຄວາມຮູ້ຄວາມສາມາດດ້ານກົດໝາຍ, ຍົກລະດັບດ້ານວິຊາການ ໂດຍສະເພາະວຽກງານການຄຸ້ມຄອງຕິດຕາມກວດກາ, ວຽກງານສືບສວນ-ສອບສວນ, ການສັ່ງຟ້ອງຜູ້ຖືກຫາ ແລະ ວຽກງານຈັດຕັ້ງປະຕິ ບັດຄໍາຕັດສິນຂອງສານໃຫ້ມີປະສິດທິພາບ, ປະສິດທິຜົນ, ໂປ່ງໃສ, ຮັບປະກັນຄວາມຍຸຕິທໍາ ເພື່ອເຮັດໃຫ້ສັງຄົມມີຄວາມສະຫງົບສຸກ.
    ພ້ອມ​ກັນ​ນີ້, ທ່ານ ໄຊຊະນະ ໂຄດພູທອນ ໄດ້ແຈ້ງຈຸດປະສົງມາເຄື່ອນໄຫວວຽກ ແລະ ເຂົ້າພົບການນໍາຂອງແຂວງເຊກອງຄັ້ງນີ້ ເພື່ອເປັນການຕິດຕາມ
, ຊຸກຍູ້ວຽກງານວິຊາສະເພາະຂົງເຂດໄອຍະການ ແລະ ສະແດງຄວາມຂອບໃຈຕໍ່ການນໍາແຂວງ ທີ່ໄດ້ເອົາໃຈໃສ່ນໍາພາ-ຊີ້ນໍາ ເຮັດໃຫ້ການເຄື່ອນໄຫວວຽກງານຕ່າງໆ ຂອງອົງການໄອຍະການປະຊາຊົນ ມີຜົນສໍາເລັດຫລາຍດ້ານທີ່ພົ້ນເດັ່ນ. ພ້ອມນີ້, ຍັງສະເໜີໃຫ້ການນໍາແຂວງຈັດຫາບ່ອນເຮັດວຽກ (ຫ້ອງການອົງການໄອຍະການເຂດ); ປະກາດສ້າງຕັ້ງອົງການໄອຍະການເຂດ ແລະ ຈັດແບ່ງພະນັກງານ-ລັດຖະກອນ ທີ່ມີຄວາມຮູ້ທາງດ້ານກົດໝາຍບັນຈຸສັບຊ້ອນເຂົ້າໃນຕໍາແໜ່ງງານຕ່າງໆຂອງ ອົງການໄອຍະການເຂດ ຕາມຄວາມເໝາະສົມ ແນໃສ່ພັດທະ ນາວຽກງານອົງການໄອຍະການປະຊາຊົນ ໃຫ້ເຕີບໃຫຍ່, ເຂັ້ມແຂງ ແລະ ປະຊາຊົນໄດ້ເຂົ້າເຖິງຂະບວນການຍຸຕິທໍາຫລາຍຂຶ້ນ.

ຂ່າວ-ພາບ: ສັນຍາ

KPL

ຂ່າວອື່ນໆ

ads
ads

Top