ປີນີ້ເມືອງທຸລະຄົມ ຈະຫັນການຜະລິດກະສິກຳໄປສູ່ຄຸນນະພາບໃໝ່

27/03/2024 09:05
Email Print 492
ຂປລ ເມືອງທຸລະຄົມ ກໍ່ແມ່ນເມືອງໜຶ່ງຂອງແຂວງວຽງຈັນທີ່ມີທ່າແຮງທາງດ້ານການຜະລິດ ທັງແມ່ນເມືອງອູ່ເຂົ້າອູ່ປາກໍ່ວ່າໄດ້ເຊິ່ງໄລຍະຜ່ານມາເມືອງດັ່ງກ່າວ ໄດ້ເອົາໃຈໃສ່ຫັນພະນັກງານລົງໃກ້ຊິດຕິດແທດປະຊາຊົນໃນການທຳການຜະລິດປູກ-ລ້ຽງ ເພື່ອສະໜອງອາຫານໃຫ້ແກ່ພາຍໃນ ແລະ ເປັນສິນຄ້າສົ່ງອອກໄປຕ່າງເມືອງຕ່າງແຂວງບໍ່ໜ້ອຍ.

*ເມືອງທຸລະຄົມ ກໍ່ແມ່ນເມືອງໜຶ່ງຂອງແຂວງວຽງຈັນທີ່ມີທ່າແຮງທາງດ້ານການຜະລິດ ທັງແມ່ນເມືອງອູ່ເຂົ້າອູ່ປາກໍ່ວ່າໄດ້ ເຊິ່ງໄລຍະຜ່ານມາເມືອງດັ່ງກ່າວ ໄດ້ເອົາໃຈໃສ່ຫັນພະນັກງານລົງໃກ້ຊິດຕິດແທດປະຊາຊົນໃນການທຳການຜະລິດປູກ-ລ້ຽງ ເພື່ອສະໜອງອາຫານໃຫ້ແກ່ພາຍໃນ ແລະ ເປັນສິນຄ້າສົ່ງອອກໄປຕ່າງເມືອງຕ່າງແຂວງບໍ່ໜ້ອຍ. ດ້ວຍຜົນງານ ແລະ ປະສົບການຜ່ານມານັ້ນ ປີນີ້ເຈົ້າໜ້າກ່ຽວຂ້ອງຈະສືບຕໍ່ຮັກສາມູນເຊື້ອຕິດພັນກັບການພັດທະນາພະນັກງານວິຊາການໃຫ້ດີຂຶ້ນກວ່າເກົ່າ ເພື່ອຫັນການຜະລິດ ໄປສູ່ຄຸນນະພາບໃໝ່ ແລະ ມີຄວາມຍືນຍົງຕະຫລອດໄປ ເພື່ອເປັນການປະກອບສ່ວນແກ້ໄຂຄວາມທຸກຍາກໃຫ້ນັບມື້ຫລຸດລົງ. 

    ທ່ານ ຄຳສອນ ກຸນນະວົງ ຮັກສາການຫົວໜ້າຫ້ອງການກະສິກຳ ແລະ ປ່າໄມ້ເມືອງທຸລະຄົມໄດ້ຍົກໃຫ້ເຫັນວ່າ: ປີຜ່ານມານີ້, ພະນັກງານທຸກຂະແໜງການຂອງຫ້ອງການຕົນໄດ້ຕ້ັງໜ້າປະຕິບັດໜ້າທີ່ຢ່າງຫ້າວຫັນ ສາມາດຍາດໄດ້ຜົນງານພົ້ນເດ່ັນຫລາຍດ້ານ ດ້ວຍການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງເມືອງ ແລະ ທິດທາງແຜນການເຄື່ອນໄຫວວຽກງານທີ່ວາງອອກ,  ເອົາໃຈໃສ່ຊີ້ນໍາ-ນໍາພາພະນັກງານລົງຊຸກຍູ້ການຜະລິດກະສິກໍາດ້ານສະບຽງອາຫານ ແລະ ຜະລິດເປັນສິນຄ້າ ໂດຍໄດ້ຫັນເອົາພະນັກງານວິຊາການ, ສົ່ງເສີມດ້ານເຕັກນິກຕ່າງໆເຂົ້າໃສ່ການຜະລິດຂອງປະຊາຊົນ  ອັນສາມາດຍົກສະມັດຕະພາບຜົນຜະລິດເຂົ້າສູງຂຶ້ນ. ນອກຈາກນີ້, ຍັງໄດ້ເອົາໃຈໃສ່ຈັດຕັ້ງ 4 ເປ້ົ່າໝາຍ, 8 ແຜນງານ ແລະ 14 ມາດຕະການຂອງກະຊວງກະສິກໍາ ແລະ ປ່າໄມ້ ວາງອອກໄດ້ຮັບຜົນດີຕະຫລອດມາ. ດ້ວຍຄວາມຕ້ັງໜ້າຫ້າວຫັນດ່ັງກ່າວ ສະແດງໃຫ້ເຫັນການຜະລິດເຂົ້ານາແຊງປະຕິບັດໄດ້ຕົວຈິງ 5.800 ກວ່າເຮັກຕາ, ສະມັດຕະພາບ 4,2 ໂຕນ/ເຮັກຕາ, ຜົນຜະລິດໄດ້ 24.570 ໂຕນ.

   ໃນນັ້ນ, ນໍາໃຊ້ແນວພັນປັບປຸງ 100% ເຊັ່ນ: ແນວພັນ TDK8, TDK11 ແລະ ເຊບັ້ງໄຟ. ຂະນະທີ່ການຜະລິດເຂົ້ານາປີ ປະຕິບັດໄດ້ກວ່າ 9.150 ເຮັກຕາ, ສະມັດຕະພາບຜົນຜະລິດ ໄດ້ຫລາຍກວ່າ 41.197 ໂຕນ, ນຳໃຊ້ແນວພັນຄືກັບນາແຊງ. ຂະນະທີ່ການຜະລິດພືດຜັກ, ໄມ້ໃຫ້ໝາກ ແລະ ອື່ນໆເພື່ອບໍລິໂພກ, ເປັນສິນຄ້າສາມາດຈັດຕັ້ງປະຕິບັດໄດ້ຕາມແຜນການໂດຍສ່ວນໃຫຍ່. ແນວໃດກໍ່ດີ ສຳລັບການລ້ຽງສັດກໍ່ມີການຂະຫຍາຍຕົວເທື່ອລະກ້າວໂດຍໃນປີຜ່ານມາໄດ້ມີຄວາຍເພີ່ມຂຶ້ນກວ່າ 3.300 ໂຕ, ງົວກວ່າ 13.950 ໂຕ, ໝູກວ່າ 3.610 ໂຕ, ແບ້ ແລະ ແກະກວ່າ 1.620 ໂຕ, ສັດປີກ 610.140 ກວ່າໂຕ. ແນວໃດກໍ່ຕາມຜົນງານ ແລະ ຜົນຜະລິດທີ່ໄດ້ຮັບໃນປີຜ່ານມາ, ຍ້ອນຄວາມເອົາໃຈໃສ່ຊີ້ນຳ-ນຳພາຂອງຄະນະນຳບວກໃສ່ການຕື່ນຕົວ, ມູນເຊື້ອດຸໝັ່ນຂອງປະຊາຊົນ ເຮັດໃຫ້ທົ່ວເມືອງມີຢູ່ມີິກິນ, ຊີວິດການເປັນຢູ່ໄດ້ຮັບການປັບປຸງດີຂຶ້ນເທື່ອລະກ້າວ.

   ທ່ານ ຄຳສອນ ກຸນນະວົງ ຍັງຢືນຢັນຕື່ມວ່າ: ຜົນງານທີ່ກ່າວມານັ້ນ ບໍ່ຢຸດພຽງແຕ່ເທົ່ານັ້ນ ຍັງຈະສຸມທຸກເຫື່ອແຮງ ເງື່ອນໄຂສືບຕໍ່ປັບປຸງບາງດ້ານທີຍັງຄ້າງຄາໃນປີ 2024 ນີ້, ເຊ່ິງຫລັກໆອັນໜຶ່ງແມ່ນສືບຕໍ່ສຶກສາອົບຮົມພະນັກງານ-ລັດຖະກອນໃຫ້ມີຄວາມຫ້າວຫັນປະຕິບັດໜ້າທີ່ວຽກງານວິຊາສະເພາະຄຽງຄູ່ກັບຄວາມຮັບຜິດຊອບທີ່ຖືກມອບໝາຍ ທັງສືບຕໍ່ປະຕິບັດ 4 ເປົ້່າ ໝາຍ, 8 ແຜນງານ ແລະ 14 ມາດຕະການຕິດພັນກັບການຊຸກຍູ້ໜ່ວຍງານວິຊາການ-ວິຊາສະເພາະລົງເຖິງປະຊາຊົນຫລາຍກວ່າເກົ່າ, ສົ່ງເສີມກຸ່ມຜະລິດເປັນສິນຄ້າໃຫ້ຫລາຍຂຶ້ນ ເພື່ອເຮັດໃຫ້ເມືອງທຸລະຄົມມີການຜະລິດກະສິກໍາທີ່ຫັນປ່ຽນໄປສູ່ຄຸນນະພາບໃໝ່ດີກວ່າຜ່ານມາ ທັງຍົກສະມັດຕະພາບການຜະລິດສະບຽງອາຫານໃຫ້ຍືນຍົງບົນພື້ນຖານວິໄສທັດສ້າງໃຫ້ເມືອງ ທຸລະຄົມເປັນອູ່ເຂົ້າອູ່ປາ ແລະ ກາຍເປັນເມືອງສໍາຄັນສະໜອງຜົນຜະລິດກະສິກໍາທີ່ຫລາກຫລາຍປ້ອນຕະຫລາດພາຍໃນເມືອງ ທັງສົ່ງເຂົ້າຕະຫລາດນະຄອນຫລວງວຽງຈັນ ແລະ ເມືອງອ້ອມຂ້າງ. ແຜນການດັ່ງກ່າວຫລັກໆກ່ໍແມ່ນເພື່ອການພັດທະນາເສດຖະກິດ- ສັງຄົມຂອງເມືອງໃຫ້ເຂັ້ມແຂງ, ຊີວິດການເປັນຢູ່, ຄວາມທຸກຍາກໄດ້ຮັບການແກ້ໄຂໃຫ້ນັບມື້ຫລຸດລົງກ້າວໄປສູ່ການຫລຸດພົ້ນອອກຈາກຄວາມທຸກຍາກຢ່າງສີ້ນເຊີງໃນເວລາອັນໃກ້ນີ້. 

KPL

ຂ່າວອື່ນໆ

ads
ads

Top