ກິນເພື່ອຢູ່ ເພື່ອສຸຂະພາບທີ່ດີ

26/03/2024 06:15
Email Print 550
ຂປລ ມີຄໍາເວົ້າຂອງລາວເຮົາຄໍາໜຶ່ງວ່າ “ຕາໃຫຍ່ກວ່າທ້ອງ”, ຄວາມໝາຍຂອງມັນທຸກຄົນຮູ້ດີ. ເລື່ອງສອນໃຈມາແຕ່ເປີງເຫິງນານກໍ່ມີ “ກ່ອງເຂົ້ານ້ອຍຂ້າແມ່ຕາຍ” ແລະ ອື່ນໆ.

  *ມີຄໍາເວົ້າຂອງລາວເຮົາຄໍາໜຶ່ງວ່າ “ຕາໃຫຍ່ກວ່າທ້ອງ”, ຄວາມໝາຍຂອງມັນທຸກຄົນຮູ້ດີ. ເລື່ອງສອນໃຈມາແຕ່ເປີງເຫິງນານກໍ່ມີ  “ກ່ອງເຂົ້ານ້ອຍຂ້າແມ່ຕາຍ” ແລະ  ອື່ນໆ. ທັງໝົດທັງມວນພັວພັນກັບການກິນ, ການກິນຂອງຄົນມີສ່ວນກ່ຽວຂ້ອງກັບຫລາຍພາກສ່ວນອະໄວຍະວະ ກໍ່ຄືບັນດາກາຍະອິນຊີທີ່ມີບົດບາດສໍາຄັນໃນການມີຊີວິດຂອງຄົນເຮົາ. ກ່ຽວກັບການກິນ, ຍັງມີຄໍາເວ້ົາທີ່ສັງຄົມໂລກຮູ້ຈັກໃນຄວາມໝາຍ “ກິນເພື່ອຢູ່ ບໍ່ຢູ່ເພື່ອກິນ”. ຄວາມໝາຍຂອງຄໍານີ້ ໃນມູມມອງໜຶ່ງໝາຍເຖິງ ການກິນໃຫ້ພໍດ້າມພໍດີເພື່ອສຸຂະພາບ, ຫາກບໍ່ແມ່ນກິນຖິ້ມກິນເສຍ, ເວົ້າໃນໄລຍະໃໝ່ກໍ່ແມ່ນກິນຢ່າງມີແບບແຜນ, ທັງບໍ່ໃຫ້ຄຶດແຕ່ກິນຢ່າງດຽວ ເພາະລາຍຮັບທ່ີຫາມາໄດ້, ຄວາມຕ້ອງການຈ່າຍບໍ່ມີແຕ່ເພື່ອການກິນ-ດື່ມເທົ່ານັ້ນ, ມັນພົວພັນກ່ຽວຂ້ອງກັບຫລາຍອັນ, ສະນັ້ນ ຈຶ່ງບໍ່ຄວນຖືກິນເປັນໃຫຍ່. 

     ການເຕືອນສະຕິກ່ຽວກັບການກິນ-ດື່ມ, ຄໍາສຸພາສິດລາວເຮົາກໍ່ຍັງມີວ່າ “ກິນມໍາໆ ບໍ່ຄໍາເບິ່ງທ້ອງ”,  “ກິນຫລາຍທ້ອງແຕກ ແບກຫລາຍຫລັງຫັກ”, “ເຮັດຄືໝີກິນເຜິ້ງ”...ແມ່ນການປະພຶດທີ່ບໍ່ຄວນ.  ໄລຍະມໍ່ໆມານີ້ມີຂ່າວການລະບາດຂອງພະຍາດໄຂ້ເລືອດດໍາໃນສັດລາກແກ່ປະເພດງົວ-ຄວາຍ... ເຊິ່ງຕາມຂໍ້ມູນສາທາລະນະສຸກ ແລ້ວ ພະຍາດດັ່ງກ່າວສາມາດຕິດແປດສູ່ຄົນ. ຄວາມເປັນຫ່ວງຂອງຫລາຍຄົນແມ່ນ “ການກິນຊີ້ນດິບ”. ຜ່ານມາດາວກິນທາງຢູທູບ, ຕິກຕັອກ...ຈໍານວນໜຶ່ງໂຄສະນາການກິນຊີ້ນສັດດິບໂດຍສະເພາະຊອຍຈຸທ່ີຜູ້ດຽວກິນໝົດເປັນພາຖາດໃຫຍ່, ຊີ້ນ-ຕັບ-ເຄື່ອງໃນບັນດາຜ້າອ້ອມ-ສາມສິບຫລືບມືຢິບຄຸ້ຍແຈ່ວ ເພ້ຍດິບ... ກັບບັນດາຜັກໝີ່ຊີຊອມ (ດິບ). ການກິນລັກສະນະນັ້ນຖືກ ຫລັກອະນາໄມສາມສະອາດຄືແນວ ໃດຂໍໃຫ້ຢູ່ໃນດ້ານຂອງສາທາລະນະສຸກເພິ່ນມີຄໍາເຫັນຕື່ມກໍ່ດີໄດນໍ. ການສົ່ງເສີມການກິນ, ກໍ່ມີສ່ວນຕິດພັນກັບການສົ່ງເສີມວັດທະນະທໍາ (ອັນດີງາມ) ຜ່ານພຶດຕິກໍາດໍາລົງຊີວິດ ແລະ ຕັ້ງໂຄສະນາຜ່ານ ຊ່ອງທາງ ກໍ່ຄືບັນດາເຄື່ອງມືໂຄສະນາທີ່ໄດ້ຜົນດີຜ່ານຫູໄດ້ຍິນຍັງບໍ່ພໍ, ຕາໄດ້ເຫັນຕື່ມອີກຍິ່ງມີລັກສະນະດຶງດູດຊວນເຊື່ອສູງ ແລະ ເກີດຢາກທົດລອງ ສໍາລັບຜູ້ບໍ່ເຄີຍ “ກິນ” ແບບນັ້ນ-ອາຫານນັ້ນ...ກໍ່ມີຫລາຍຂຶ້ນ ເຊິ່ງຜົນບວກກໍ່ມີ ແລະ ບໍ່ອາດປາ ສະຈາກຜົນລົບທ່ີບ່ໍສົມຄວນໃນບາງເຍື່ອງອາຫານ ເພາະມັນຕິດພັນເລື່ອງສຸຂະພາບ, ສຸຂະນາໄມ...“ການກິນເພື່ອຢູ່” ຍັງໝາຍເຖິງການກິນເພື່ອໃຫ້ມີຄວາມໝັ້ນຄົງທາງດ້ານສະບຽງອາຫານ ເພື່ອອະນາຄົດທີ່ຍືນຍົງຂອງມວນມະນຸດ. ກິນຢ່າງພໍດີ, ບໍ່ຫລາຍບໍ່ໜ້ອຍເກີນໄປເຊິ່ງໃນບາງທັດສະນະກໍ່ວ່າເປັນການປະຢັດເວລາ, ປະຢັດລາຍຈ່າຍ, ຊື້ໃຫ້ພໍດີບໍ່ເພື່ອຈົນເຫລືອຖິ້ມ, ຄໍານຶງເລື່ອງສຸຂະພາບ, ຄຸນຄ່າການໂພຊະນາການເປັນກົກເຊິ່ງຄວນປູກຈິດສໍານຶກນັບແຕ່ໄວເດັກ.

     ກິນເພ່ືອຢູ່ມີຜົນດີຫລາຍກວ່າ, ຖ້າຢູ່ເພ່ືອຕັ້ງຕາຕັ້ງໃຈກິນ-ດື່ມ ບໍ່ສະເພາະແຕະຕ້ອງເຖິງຖົງເງິນແລ້ວຍັງ ກ່ຽວຂ້ອງສຸຂະພາບທີ່ດີ, ເວລາ... ສົມມຸດຄືເຮົາເຮັດງານໃຫຍ່-ນ້ອຍຕ່າງໆ ສົມຄວນສໍາເລັດໃນ 1 ຊົ່ວ ໂມງ, ແຕ່ແກ່ຍາວໄປຫລາຍຊົ່ວໂມງ ກໍ່ຈະຮູ້ເຖິງຜົນລົບກະທົບຄືນເພາະຕິດພັນບັນຫາລາຍຈ່າຍ, ສຸຂະພາບ(ກິນ-ດື່ມຫລາຍກາຍຄວາມຕ້ອງການອັນພໍດີຂອງຮ່າງກາຍ) ແລະ ເວລາ. ກິນ-ດື່ມແບບຈົນບໍ່ຈື່ ໜ້າກັນຈຶ່ງເລີກ ? ກົງກັນຂ້າມກັບ ກິນເພື່ອຢູ່. ໃນງານລ້ຽງ, ຕາມພິທີ ການສາກົນ ໂດຍມາລະຍາດຄວນ ຕັກອາຫານຢ່າງພໍດີ, ພໍດີກິນສໍາລັບ ຮ່າງກາຍເຮົາ ແລະ ຄິດເຫັນຜູ້ອື່ນໆ, ຕັກມາແລ້ວ ກິນໃຫ້ໝົດບໍ່ກິນຖິ້ມ ກິນເສຍ. ຮ່ວມງານເພື່ອ ຮ່ວມເປັນ ກຽດແກ່ເຈົ້າພາບ, ຫາກບໍ່ແມ່ນເພື່ອຕັ້ງໃຈໄປກິນ-ດື່ມ?ໃນຍາມຫຍຸ້ງຍາກທາງເສດຖະກິດ ຍ່ິງຕ້ອງຄໍານຶງເຖິງຄໍາ “ຢູ່ເພ່ືອກິນ” ທີ່ມີຄວາມໝາຍທັງກວ້າງ ແລະ ເລິກ, ມີຜົນດີໃນການດໍາລົງຊີວິດ-ທໍາມາຫາກິນ ເຊິ່ງມັນແຝງໄວ້ດ້ວຍຄວາມໝາຍ “ປະຢັດ” ນໍາອີກ. “ປະຢັດ” ແມ່ນຄົນລະຄວາມໝາຍກັບ “ຂີ້ຖີ່”. ປະຢັດກິນບໍ່ແມ່ນບໍ່ກິນຈັກດີ້, ກິນໃຫ້ພໍດົມ, ສົມຖານະເຮົາ (ບໍ່ສົມທຽບໃສ່ຜູ້ມີກວ່າ,  ຄວນເບິ່ງໃສ່ຜູ້ທຸກກວ່າເຮົາ).  

ໂດຍ: ຄ້ອງໃໝ່

KPL

ຂ່າວອື່ນໆ

ads
ads

Top