ລົດໄຟ ລາວ-ຈີນ ເພີ່ມຈຸດຈອດສະຖານີ ລົດໄຟສາກົນ ຖ້ຽວ C88/7 ອີກ 2 ຈຸດ

12/03/2024 09:53
Email Print 268
ຂປລ ຂປລ. ນັບແຕ່ວັນທີ 10 ມີນາ 2024 ເປັນຕົ້ນໄປ, ບໍລິສັດທາງລົດໄຟ ລາວ-ຈີນ ຈຳກັດ ໄດ້ເພີ່ມຈຸດຈອດສະຖານີ 2 ຈຸດ ສຳລັບລົດໄຟສາກົນຖ້ຽວ C88/7 ຄື: ສະຖານີເມືອງໄຊ (ເບື້ອງລາວ) ແລະ ສະຖານີຢູ້ຊີ (ເບື້ອງຈີນ).



ຂປລ. ນັບແຕ່ວັນທີ
10 ມີນາ 2024 ເປັນຕົ້ນໄປ, ບໍລິສັດທາງລົດໄຟ ລາວ-ຈີນ ຈຳກັດ ໄດ້ເພີ່ມຈຸດຈອດສະຖານີ 2 ຈຸດ ສຳລັບລົດໄຟສາກົນຖ້ຽວ C88/7 ຄື: ສະຖານີເມືອງໄຊ (ເບື້ອງລາວ) ແລະ ສະຖານີຢູ້ຊີ (ເບື້ອງຈີນ). ສໍາລັບເບື້ອງລາວ ປັດຈຸບັນປະກອບມີ 5 ສະຖານີ ຄື: ສະຖານີນະ ຄອນຫລວງວຽງຈັນ, ສະຖານີວັງວຽງ, ສະຖານີຫລວງພະບາງ, ສະຖານີບໍ່ເຕ່ນ ແລະ ສະຖານີເມືອງໄຊ(​ເພີ່ມ​ໃໝ່) ເພື່ອອຳນວຍຄວາມສະດວກໃຫ້ແກ່ຜູ້ໂດຍສານທັງພາຍໃນ ແລະ ຜູ້ໂດຍສານສາກົນ ທີ່ຈະເດີນທາງໄປຍັງ 2 ສະຖານີດັ່ງກ່າວ ເພື່ອປະຕິບັດ​ໜ້າ​ທີ່ວຽກງານ, ທ່ອງທ່ຽວ, ສຶກສາ, ດໍາເນີນທຸລະກິດ ແລະ ອື່ນໆ.

ນອກນີ້, ຍັງໄດເພີ່ມຈຸດຈອດສະຖານີໂພນໂຮງ ສໍາລັບ ຂະບວນລົດໄຟຖ້ຽວ C84 ແລະ ປັບເວລາເດີນທາງຂອງຖ້ຽວ C85, C92, C84, K12 ແລະ K11 ໃນບາງສະຖານີຕື່ມອີກ ເພື່ອອໍານວຍຄວາມສະດວກໃນການເດີນທາງຂອງປະຊາຊົນໃຫ້ດີຍິ່ງຂຶ້ນ.



ຂໍ້ມູນ-ພາບ: ລົດໄຟ ລາວ-ຈີນ

KPL

ຂ່າວອື່ນໆ

ads
ads

Top