ສາຍການບິນຫວຽດເຈັດ ເປີດຖ້ຽວບິນກົງໄປ ເມວເບີນ ແລະ ຮີໂຣຊີມາ

07/03/2024 21:09
Email Print 4020
ຂປລ ຂປລ. ສາຍການບິນຫວຽດເຈັດ (Vietjet) ຂອງຫວຽດນາມ ຈະຂະຫຍາຍຖ້ຽວບິນກົງ ທີ່ເຊື່ອມຕໍ່ນະຄອນ ຫລວງຮ່າໂນ້ຍ ຂອງຫວຽດນາມ ຫາ ຮີໂຣຊີມາ ຂອງຢີ່ປຸ່ນ ແລະ ເມວເບີນ ຂອງອົດສະຕຣາລີ.

ຂປລ. ສາຍການບິນຫວຽດເຈັດ (Vietjet) ຂອງຫວຽດນາມ ຈະຂະຫຍາຍຖ້ຽວບິນກົງ ທີ່ເຊື່ອມຕໍ່ນະຄອນ ຫລວງຮ່າໂນ້ຍ ຂອງຫວຽດນາມ ຫາ ຮີໂຣຊີມາຂອງຢີ່ປຸ່ນ ແລະ ເມວເບີນ ຂອງອົດສະຕຣາລີ. ເສັ້ນທາງບິນກົງໃໝ່ນີ້ ຈະບໍລິການລູກຄ້າ ຢ່າງສະດວກສະບາຍ ແລະ ໃນລາຄາປະຢັດ, ທັງຊ່ວຍຕອບສະໜອງຄວາມຕ້ອງການໃນການເດີນທາງທີ່ເພີ່ມຂຶ້ນໃນທົ່ວພາກພື້ນ.

ພິທີເປີດເສັ້ນ​ທາງບິນ​ໃໝ່ໄດ້ຈັດຂຶ້ນໃນວັນທີ 07 ມີນາ 2024 ນີ້ ໂດຍມີທ່ານ ຟາມມິງ ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ແລະ ການ​ນຳທັງ​ສອງ​ປະ​ເທດເຂົ້າຮ່ວມ. ເສັ້ນທາງບິນ ຮ່າໂນ້ຍ - ເມວເບີນ ຈະເລີ່ມໃຫ້ບໍລິການໃນວັນທີ 03 ມິຖຸນາ 2024, ອອກບິນອາທິດລະ 2 ຄັ້ງ ຄືວັນຈັນ ແລະ ວັນສຸກ ຈາກຮ່າໂນ້ຍ ຫາ ເມວເບີນໃນມື້ດຽວກັນ. ຖ້ຽວບິນຂາກັບອອກຈາກນະຄອນເມວເບິນໃນວັນອັງຄານ ແລະ ວັນເສົາ. ປັດຈຸບັນສາຍການບິນ Vietjet ມີຖ້ຽວບິນລະຫວ່າງ ຫວຽດນາມ ແລະ ອົດສະຕຣາລີ ຫລາຍກວ່າ 58 ຖ້ຽວຕໍ່ອາທິດ ໂດຍເຊື່ອມຕໍ່ການເດີນທາງລະຫວ່າງ ນະຄອນໂຮ່ຈີມິນ ແລະ 5 ເມືອງໃຫຍ່ຂອງອົດສະຕຣາລີ ຄື: Melbourne, Sydney, Brisbane, Perth ແລະ Adelaide, ໂດຍນຳໃຊ້ເຮືອບິນທີ່ທັນສະໄໝລະດັບໂລກ ເຊັ່ນ: A330 ແລະ A321.

ພ້ອມດຽວກັນ ສາຍການບິນ Vietjet ຈະເປີດຖ້ຽວບິນໂດຍກົງລະຫວ່າງຮ່າໂນ້ຍ ແລະ ຮີໂຣຊີມາເລີ່ມແຕ່ວັນທີ 12 ພຶດສະພາ 2024. ຖ້ຽວບິນໃໝ່ນີ້ແມ່ນເປັນເສັ້ນທາງການບິນກົງທຳອິດຈາກເຂດ Chugoku ແລະ Shikoku ໄປຫວຽດນາມ. ເສັ້ນ​ທາງ ຮ່າ​ໂນ້ຍ - ຮິ​ໂຣ​ຊິີມາ ຈະ​ບິນ​ກັບ​ອາ​ທິດລະ 2 ຄັ້ງ​ໃນ​ວັນ​ພະ​ຫັດ ແລະ ວັນ​ອາ​ທິດ, ໃຊ້ເວ​ລາ​​ປະ​ມານ 4 ຊົ່ວ​ໂມງ 30 ນາ​ທີ. ການເປີດຖ້ຽວບິນກົງໃໝ່ນີ້ເເປັນການເພີ່ມຖ້ຽວບິນຂອງຫວຽດນາມ ແລະ ຍິປຸ່ນ ເປັນ 8 ຖ້ຽວບິນກົງ ໂດຍເຊື່ອມຕໍ່ບັນດາເມືອງໃຫຍ່ທີ່ສຸດຂອງຫວຽດນາມ ຄື:  ຮ່າໂນ້ຍ ແລະ ນະຄອນໂຮ່ຈີມິນ ກັບບັນດາເມືອງໃຫຍ່ຂອງ ຍີ່ປຸ່ນ ເຊັ່ນ: ໂຕກຽວ, ໂອຊາກາ, ນາໂກຢາ, ຟູກຸໂອກະແລະ ຮີໂຣຊີມາ.

ເພື່ອສະເຫລີມສະຫລອງຖ້ຽວບິນໃໝ່, ສາຍການບິນ Vietjet ມອບປີ້ຍົນລາຄາປະຢັດເລີ່ມຕົ້ນພຽງແຕ່ 0 ໂດລາເທົ່ານັ້ນ (ບໍ່ລວມພາສີ ແລະ ຄ່າທຳນຽມ) ຕິດຕາມຂໍ້ມູນລະອຽດໄດ້ທີ່ເວັບໄຊ www.vietjetair.com ແລະ ແອັບມືຖື Vietjet Air, ນຳໃຊ້ໄດ້ທຸກເສັ້ນທາງຕ່າງປະເທດຂອງ ສາຍການບິນ Vietjet ໂດຍມີລາຄາພິເສດໃຫ້ຈັບຈອງໄດ້ທຸກວັນສຸກຕັ້ງແຕ່ວັນທີ 8 ມີນາ 2024, ເດີນທາງຕັ້ງແຕ່ວັນທີ 08 ມີນາ ຫາ 31 ທັນວາ 2024 (ບໍ່ລວມວັນພັກແລະ ລະດູການທ່ອງທ່ຽວ). ຈາກ​ຮ່າ​ໂນ້ຍນັກ​ທ່ອງ​ທ່ຽວ​ສາມາດ​ເດີນທາງໄປເມືຶອງ​ອື່ນໆ​ຂອງ​ປະ​ເທດ​ໄດ້​ຢ່າງ​ສະດວກ​ສະບາຍ ບໍ່ວ່າຈະເປັນ ​ເຫ້ວ, ດ່າໜັງ, ນະຄອນ​ໂຮ່ຈິ​ມິນ, ຍາ​ຈາງ, ຟູກກວັກ ​ແລະ ສະຖານ​ທີ່​ທ່ອງ​ທ່ຽວ​ອີກ​ຫລາຍ​ແຫ່ງ. ພິເສດແມ່ນເສັ້ນທາງໃໝ່ທີ່ເຊື່ອມຕໍ່ວຽງຈັນ-ໂຮ່ຈິມິນ, ທີ່ຊ່ວຍສ້າງໂອກາດໃຫ້ນັກເດີນທາງທີ່ມີແຜນຈະເດີນທາງສາມາດເຊື່ອມຕໍ່ບັນດາຈຸດໝາຍປາຍທາງໃນທົ່ວພາກພື້ນອາຊຽນ ແລະ ອາຊີ-ປາຊີຟິກ.

KPL

ຂ່າວອື່ນໆ

    • ສຳເລັດໂຄງການກໍ່ສ້າງທໍ່ຂົນສົ່ງບໍ່ນ້ຳຮ້ອນປຸ່ງເລາະ ຫາເຂດເສດຖະກິດພິເສດສາມຫລ່ຽມຄຳເສດຖະກິດ

      ສຳເລັດໂຄງການກໍ່ສ້າງທໍ່ຂົນສົ່ງບໍ່ນ້ຳຮ້ອນປຸ່ງເລາະ ຫາເຂດເສດຖະກິດພິເສດສາມຫລ່ຽມຄຳ

      6/30/2025 11:08:40 AM

      ຂປລ. ເຂດເສດຖະກິດພິເສດສາມຫລ່ຽມຄຳ ຈັດພິທີວາງສີລາລືກໂຄງການກໍ່ສ້າງບໍ່ນ້ຳຮ້ອນປຸ່ງເລາະ ທີ່ມີທໍ່ສົ່ງນ້ຳຍາວເກືອບ 50 ກິໂລແມັດ ໄດ້ຖືກນຳມານຳໃຊ້ຢ່າງເປັນທາງການ ໃນວັນທີ 27 ມິຖຸນາ 2025 2025 ແລະ ສຳເລັດການນຳສົ່ງນ້ຳພຸຮ້ອນທຳມະຊາດປຸ່ງເລາະ ເຖິງເຂດເສດຖະກິດພິ ເສດສາມຫລ່ຽມຄຳ, ຮັບປະກັນແຫລ່ງຊັບພະຍາກອນຫລັກ ໃຫ້ເຂດເສດຖະກິດພິເສດສາມຫລ່ຽມຄຳ ເພື່ອສ້າງໂຄງການທ່ອງທ່ຽວນ້ຳພຸຮ້ອນ ໂດຍມີ ທ່ານ ທອງຈັນ ມະນີໄຊ ເຈົ້າແຂວງບໍ່ແກ້ວ, ທ່ານ ຄຳພະຫຍາ ພົມປັນຍາ ຮອງເຈົ້າແຂວງບໍ່ແກ້ວ, ທ່ານ ກ່າວ ຫລົງ ຮອງປະທານສະພາບໍລິຫານເຂດເສດຖະ ກິດພິເສດສາມຫລ່ຽມຄຳ, ທ່ານ ເວີ້ຍ ຈ້ຽນ ອຳນວຍການກຸ່ມບໍລິສັດດອກງິ້ວຄຳຈຳກັດ, ທ່ານ ຢາງ ຢົ່ງ ຜູ້ຮັບຜິດຊອບ ບໍລິສັດ ບຳລຸງຮັບສາສຸຂະພາບຊານຕົງຈູນຊ້ວງ ຈຳກັດ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

    • 6 ເດືອນຕົ້ນປີ ເສດຖະກິດໄຊສົມບູນ ຂະຫຍາຍຕົວ 8%ເສດຖະກິດ

      6 ເດືອນຕົ້ນປີ ເສດຖະກິດໄຊສົມບູນ ຂະຫຍາຍຕົວ 8%

      6/24/2025 9:29:45 AM

      ໃນໄລຍະ 6 ເດືອນຕົ້ນປີຜ່ານມາ, ແຂວງໄຊສົມບູນ ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ຕິດພັນກັບດໍາລັດ 414/ລບ ແລະ 2 ວາລະແຫ່ງຊາດຢ່າງແຂງແຮງ ເຮັດໃຫ້ເສດຖະກິດມະຫາພາກຂອງແຂວງ ສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ.

    • ກຸ່ມຜະລິດແນວພັນເຂົ້າເປັນສິນຄ້າ ບ້ານພ້າວໃຫຍ່ ສ້າງຄວາມເຂັ້ມແຂງໄດ້ຫລາຍດ້ານເສດຖະກິດ

      ກຸ່ມຜະລິດແນວພັນເຂົ້າເປັນສິນຄ້າ ບ້ານພ້າວໃຫຍ່ ສ້າງຄວາມເຂັ້ມແຂງໄດ້ຫລາຍດ້ານ

      5/28/2025 3:57:55 PM

      ປລ. ແຫລ່ງຂ່າວຈາກ ແຂວງສາລະວັນ ໃຫ້ຮູ້ວ່າ: ເມື່ອບໍ່ດົນມານີ້, ທ່ານ ພັນໄຊ ອິງໄຊ ຮອງຫົວໜ້າກົມສົ່ງເສີມກະສິກຳ ແລະ ສະຫະກອນ ກະຊວງກະສິກຳ ແລະ ປ່າໄມ້, ທ່ານ ສິນໄຊ ເພັດແພງລາສີ ຮອງຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງສາລະວັນ ພ້ອມດ້ວຍຫົວໜ້າໂຄງການ ສົ່ງເສີມລະບົບຕ້ອງໂສ້ ການຜະລິດກະສິກຳເປັນສິນຄ້າ ທີ່ເປັນມິດຕໍ່ສິ່ງແວດລ້ອມ (ຄສກສ) ແລະ ທີມງານ ຂັ້ນສູນກາງ ເຄື່ອນໄຫວຢ້ຽມຢາມ ກຸ່ມຜະລິດແນວພັນເຂົ້າເປັນສິນຄ້າ ຢູ່ບ້ານພ້າວໃຫຍ່ ເມືອງສາລະວັນ ແຂວງສາລະວັນ.

    • ຂະບວນລົດໄຟຈີນ-ລາວທີ່ແລ່ນໃນໄຕມາດທໍາອິດເພີ່ມຂຶ້ນ 40% ທຽບໃສ່ໄລຍະດຽວກັນ, ເມືອງເສີນຕູ ພວມເລັ່ງກໍ່ສ້າງເສັ້ນທາງທອງຄໍາ ອາຊີ-ເສີນຕູ-ເອີຣົບເສດຖະກິດ

      ຂະບວນລົດໄຟຈີນ-ລາວທີ່ແລ່ນໃນໄຕມາດທໍາອິດເພີ່ມຂຶ້ນ 40% ທຽບໃສ່ໄລຍະດຽວກັນ, ເມືອງເສີນຕູ ພວມເລັ່ງກໍ່ສ້າງເສັ້ນທາງທອງຄໍາ ອາຊີ-ເສີນຕູ-ເອີຣົບ

      4/29/2025 1:49:21 PM

      ຂປລ. ຢູ່ສູນວາງສະແດງທ່າກຳປັ່ນລົດໄຟສາກົນເສີນຕູ, ຂະບວນລົດໄຟສາກົນທີ່ກຳລັງແລ່ນຢູ່ໄດ້ສະແດງໃຫ້ເຫັນຜ່ານໜ້າຈໍໃຫຍ່ແບບ real time. ນັບແຕ່ປີນີ້ເປັນຕົ້ນມາ, ຂະບວນລົດໄຟສາກົນເສີນຕູ ໄດ້ສືບຕໍ່ ຂະຫຍາຍຂີດ ຄວາມສາມາດການເຂົ້າເຖິງເຄືອຂ່າຍຂອງຕົນ. ໃນໄຕມາດທໍາອິດຂອງປີ 2025, ຂະບວນລົດໄຟສາກົນເສີນຕູ ເປີດແລ່ນໄດ້ 1.380 ຂະບວນ. ໃນນັ້ນ, ມີປະລິມານການຂົນສົ່ງສິນຄ້າຂາເຂົ້າ-ຂາອອກ 417.000 ໂຕນ, ເພີ່ມຂຶ້ນ 11,4% ເມື່ອທຽບໃສ່ໄລຍະດຽວກັນ; ຈຳນວນຂະບວນລົດໄຟຈີນ-ລາວເພີ່ມຂຶ້ນ 40% ເມື່ອທຽບໃສ່ໄລຍະດຽວກັນ, ໄດ້ບັນລຸ "ການເລີ່ມຕົ້ນດ້ວຍໝາກຜົນທີ່ດີ" ໃນໄຕມາດທຳອິດ.

    • ສາຍການບິນຫວຽດເຈັດ ເປີດ​ຖ້ຽວ​ບິນ​ໄປ​ເກາະ​ໂກນ​ດ່າວເສດຖະກິດ

      ສາຍການບິນຫວຽດເຈັດ ເປີດ​ຖ້ຽວ​ບິນ​ໄປ​ເກາະ​ໂກນ​ດ່າວ

      4/23/2025 12:33:40 PM

      ສາຍການບິນຫວຽດເຈັດ (Vietjet) ໄດ້ເປີດ 2 ເສັ້ນທາງບິນກົງໃໝ່ເຊື່ອມຕໍ່ຮ່າໂນ້ຍ ແລະ ນະຄອນໂຮ່ຈີ່ມິງ ກັບເກາະໂກນດ່າວ ເກາະທີ່ມີທຳມະຊາດສວຍງາມຂອງປະເທດຫວຽດນາມ, ການເປີດເສັ້ນທາງໃໝ່ນີ້ຈະຊ່ວຍປັບປຸງການເຊື່ອມຕໍ່ພາຍໃນຂອງສາຍການບິນ ​ແລະ ສະໜອງ​ຄວາມ​ສະດວກ​ໃຫ້​ນັກ​ທ່ອງ​ທ່ຽວ​ເຂົ້າ​ເຖິງ​ສະຖານທີ່ສຳຄັນດ້ານ​ປະຫວັດສາດ ​ແລະ ຈຸດໝາຍປາຍທາງອັນສັກສິດ​ຂອງ​ຫວຽດນາມ.

ads
ads

Top