ສາຍການບິນຫວຽດເຈັດ ມອບລາຄາພິເສດສະຫລອງວັນແມ່ຍິງສາກົນ

06/03/2024 13:38
Email Print 3511
ຂປລ ເພື່ອສະເຫລີມສະຫລອງວັນແມ່ຍິງສາກົນ ວັນທີ 8 ມີນາ, ສາຍການບິນຫວຽດເຈັດ (Vietjet) ໄດ້ມີລາຄາປີ້ເຮືອບິນພິເສດ ແລະ ຂອງຂວັນພິເສດຫລາຍກວ່າພັນລາຍການ ເພື່ອສ້າງຄວາມຊົງຈຳໃນການເດີນທາງທີ່ດີກັບຄົນທີ່ທ່ານຮັກ.

ເພື່ອສະເຫລີມສະຫລອງວັນແມ່ຍິງສາກົນ ວັນທີ 8 ມີນາ, ສາຍການບິນຫວຽດເຈັດ (Vietjet) ໄດ້ມີລາຄາປີ້ເຮືອບິນພິເສດ ແລະ ຂອງຂວັນພິເສດຫລາຍກວ່າພັນລາຍການ ເພື່ອສ້າງຄວາມຊົງຈຳໃນການເດີນທາງທີ່ດີກັບຄົນທີ່ທ່ານຮັກ. ນັບແຕ່ວັນທີ 6-8 ມີນາ 2024, ຜູ້ໂດຍສານຈາກລາວສາມາດຈອງປີ້ຍົນ ນະຄອນຫລວງວຽງຈັນ-ນະຄອນໂຮ່ຈີມິນ ຂອງສາຍການບິນ Vietjet ທັງຖ້ຽວບິນພາຍໃນ ແລະ ຕ່າງປະເທດ ໃນລາຄາເລີ່ມມຕົ້ນພຽງແຕ່ 0 ໂດລາ ບໍ່ລວມພາສີ ແລະ ຄ່າທຳນຽມ (ລວມພາສີ ແລະ ຄ່າທຳນຽມແມ່ນ 55 ໂດລາ/ຖ້ຽວ) ໂດຍສາມມາດຈອງໄດ້ທີ່ www.vietjetair.com ຫລື ແອັບມືຖື Vietjet Air. ສຳລັບເສັ້ນທາງບິນ ນະຄອນຫລວງວຽງຈັນ-ໂຮ່ຈິມິນ ມີຖ້ຽວບິນໄປກັບ 4 ຖ້ຽວຕໍ່ອາທິດ ໃນວັນຈັນ, ພຸດ, ສຸກ ແລະ ວັນອາທິດ ໃຊ້ເວລາພຽງ 1 ຊົ່ວໂມງ 45 ນາທີຕໍ່ຖ້ຽວເທົ່ານັ້ນ.

ພ້ອມນີ້, ຍັງມີສ່ວນຫລຸດ 10% ສໍາລັບຄ່າໂດຍສານຊັ້ນທຸລະກິດເມື່ອໃຊ້ລະຫັດ BUSINESSWOMAN10 (ຕາມຂໍ້ກໍານົດ ແລະ ເງື່ອນໄຂ) ຜູ້ໂດຍສານສາມາດບິນໄດ້ຢ່າງສະດວກສະບາຍ ແລະ ມີສິ່ງອໍານວຍຄວາມສະດວກຕ່າງໆ. ທ່ານສາມາດເພີດເພີນກັບບໍລິການພິເສດນີ້ ລະຫວ່າງວັນທີ 01 ເມສາ ຫາ 31 ຕຸລາ 2024 (ຍົກເວັ້ນວັນພັກ ແລະ ລະດູການທ່ອງທ່ຽວ), ມອບຄວາມສະດວກສະບາຍໃນການເດີນທາງໃນລະດູຮ້ອນ ແລະ ລະດູໃບໄມ້ຫລົ່ນ ຊຶ່ງໄລຍະນີ້ເໝາະສົມທີ່ສຸດ ທີ່ທ່ານ​ຈະ​ພາ​ຜູ້​ຄົນທີ່​ທ່ານຮັກ​ເດີນ​ທາງ​ທ່ອງ​ທ່ຽວ​ສາຍການບິນ Vietjet ໄປຮອດຈຸດໝາຍປາຍທາງທີ່ຫລາກຫລາຍ ເຊັ່ນ: ໄປຊົມທັດສະນີຍະພາບທີ່ສວຍງາມ ແລະ ອາຫານຫວຽດນາມ, ຊົມດອກຊາກຸລະໃນປະເທດຍີ່ປຸ່ນ, ສ ເກົາຫລີ, ໄປຊົມລະດູໃບໄມ້ຫລົ່ນຢູ່ອົດສະຕຣາລີ. ນອກຈາກນີ້, ສາຍ​ການ​ບິນຫວຽດເຈັດ ຍັງ​ໄດ້​ເປີດ​ເສັ້ນ​ທາງ​ທີ​ 2 ​ຂອງ​ຕົນ​ໄປ​ແຂວງ​ດ້ຽນ​ບຽນ​ພາກ​ຕາ​ເວັນ​ຕົກ​ສຽງ​ເໜືອ​ຂອງ​ຫວຽດ​ນາມ ຊຶ່ງເປີດເມື່ອ 2 ເດືອນ​ຜ່ານ​ມາ ຊຶ່ງຊ່ວຍຫລຸດເວລາເດີນທາງລະຫວ່າງສອງທ້ອງຖິ່ນຈາກ 10 ຊົ່ວໂມງໂດຍການຂັບລົດ ໃຫ້ໜ້ອຍກວ່າ 1 ຊົ່ວໂມງ ດ້ວຍຖ້ຽວບິນທີ່ສະດວກສະບາຍ.

ສາຍການບິນ Vietjet ຍັງມີປະກັນໄພການເດີນທາງ Sky Care ໃຫ້ກັບຜູ້ໂດຍສານທັງໝົດໂດຍບໍ່ເສຍຄ່າ, ຮັບປະກັນວ່ານັກທ່ອງທ່ຽວສາມາດເພີດເພີນກັບຖ້ຽວບິນທີ່ເຕັມໄປດ້ວຍຮອຍຍິ້ມໃນເຮືອບິນທີ່ທັນສະໄໝ. ສາຍການບິນມີອາຫານຫວຽດນາມຮ້ອນໆ, ແຊບໆ, ບໍ່ວ່າຈະເປັນ: ເຝີ, ເຂົ້າຈີ່ຫວຽດນາມ ແລະ ອີກຫລາຍຢ່າງ, ເສີບໂດຍພະນັກງານຫ້ອງໂດຍສານທີ່ເປັນກັນເອງ ແລະ ເປັນມືອາຊີບ. ສອບຖາມຂໍ້ມູນເພີ່ມຕື່ມທີ່ www.vietjetair.com./. 
KPL

ຂ່າວອື່ນໆ

    • ສຳເລັດໂຄງການກໍ່ສ້າງທໍ່ຂົນສົ່ງບໍ່ນ້ຳຮ້ອນປຸ່ງເລາະ ຫາເຂດເສດຖະກິດພິເສດສາມຫລ່ຽມຄຳເສດຖະກິດ

      ສຳເລັດໂຄງການກໍ່ສ້າງທໍ່ຂົນສົ່ງບໍ່ນ້ຳຮ້ອນປຸ່ງເລາະ ຫາເຂດເສດຖະກິດພິເສດສາມຫລ່ຽມຄຳ

      6/30/2025 11:08:40 AM

      ຂປລ. ເຂດເສດຖະກິດພິເສດສາມຫລ່ຽມຄຳ ຈັດພິທີວາງສີລາລືກໂຄງການກໍ່ສ້າງບໍ່ນ້ຳຮ້ອນປຸ່ງເລາະ ທີ່ມີທໍ່ສົ່ງນ້ຳຍາວເກືອບ 50 ກິໂລແມັດ ໄດ້ຖືກນຳມານຳໃຊ້ຢ່າງເປັນທາງການ ໃນວັນທີ 27 ມິຖຸນາ 2025 2025 ແລະ ສຳເລັດການນຳສົ່ງນ້ຳພຸຮ້ອນທຳມະຊາດປຸ່ງເລາະ ເຖິງເຂດເສດຖະກິດພິ ເສດສາມຫລ່ຽມຄຳ, ຮັບປະກັນແຫລ່ງຊັບພະຍາກອນຫລັກ ໃຫ້ເຂດເສດຖະກິດພິເສດສາມຫລ່ຽມຄຳ ເພື່ອສ້າງໂຄງການທ່ອງທ່ຽວນ້ຳພຸຮ້ອນ ໂດຍມີ ທ່ານ ທອງຈັນ ມະນີໄຊ ເຈົ້າແຂວງບໍ່ແກ້ວ, ທ່ານ ຄຳພະຫຍາ ພົມປັນຍາ ຮອງເຈົ້າແຂວງບໍ່ແກ້ວ, ທ່ານ ກ່າວ ຫລົງ ຮອງປະທານສະພາບໍລິຫານເຂດເສດຖະ ກິດພິເສດສາມຫລ່ຽມຄຳ, ທ່ານ ເວີ້ຍ ຈ້ຽນ ອຳນວຍການກຸ່ມບໍລິສັດດອກງິ້ວຄຳຈຳກັດ, ທ່ານ ຢາງ ຢົ່ງ ຜູ້ຮັບຜິດຊອບ ບໍລິສັດ ບຳລຸງຮັບສາສຸຂະພາບຊານຕົງຈູນຊ້ວງ ຈຳກັດ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

    • 6 ເດືອນຕົ້ນປີ ເສດຖະກິດໄຊສົມບູນ ຂະຫຍາຍຕົວ 8%ເສດຖະກິດ

      6 ເດືອນຕົ້ນປີ ເສດຖະກິດໄຊສົມບູນ ຂະຫຍາຍຕົວ 8%

      6/24/2025 9:29:45 AM

      ໃນໄລຍະ 6 ເດືອນຕົ້ນປີຜ່ານມາ, ແຂວງໄຊສົມບູນ ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ຕິດພັນກັບດໍາລັດ 414/ລບ ແລະ 2 ວາລະແຫ່ງຊາດຢ່າງແຂງແຮງ ເຮັດໃຫ້ເສດຖະກິດມະຫາພາກຂອງແຂວງ ສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ.

    • ກຸ່ມຜະລິດແນວພັນເຂົ້າເປັນສິນຄ້າ ບ້ານພ້າວໃຫຍ່ ສ້າງຄວາມເຂັ້ມແຂງໄດ້ຫລາຍດ້ານເສດຖະກິດ

      ກຸ່ມຜະລິດແນວພັນເຂົ້າເປັນສິນຄ້າ ບ້ານພ້າວໃຫຍ່ ສ້າງຄວາມເຂັ້ມແຂງໄດ້ຫລາຍດ້ານ

      5/28/2025 3:57:55 PM

      ປລ. ແຫລ່ງຂ່າວຈາກ ແຂວງສາລະວັນ ໃຫ້ຮູ້ວ່າ: ເມື່ອບໍ່ດົນມານີ້, ທ່ານ ພັນໄຊ ອິງໄຊ ຮອງຫົວໜ້າກົມສົ່ງເສີມກະສິກຳ ແລະ ສະຫະກອນ ກະຊວງກະສິກຳ ແລະ ປ່າໄມ້, ທ່ານ ສິນໄຊ ເພັດແພງລາສີ ຮອງຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງສາລະວັນ ພ້ອມດ້ວຍຫົວໜ້າໂຄງການ ສົ່ງເສີມລະບົບຕ້ອງໂສ້ ການຜະລິດກະສິກຳເປັນສິນຄ້າ ທີ່ເປັນມິດຕໍ່ສິ່ງແວດລ້ອມ (ຄສກສ) ແລະ ທີມງານ ຂັ້ນສູນກາງ ເຄື່ອນໄຫວຢ້ຽມຢາມ ກຸ່ມຜະລິດແນວພັນເຂົ້າເປັນສິນຄ້າ ຢູ່ບ້ານພ້າວໃຫຍ່ ເມືອງສາລະວັນ ແຂວງສາລະວັນ.

    • ຂະບວນລົດໄຟຈີນ-ລາວທີ່ແລ່ນໃນໄຕມາດທໍາອິດເພີ່ມຂຶ້ນ 40% ທຽບໃສ່ໄລຍະດຽວກັນ, ເມືອງເສີນຕູ ພວມເລັ່ງກໍ່ສ້າງເສັ້ນທາງທອງຄໍາ ອາຊີ-ເສີນຕູ-ເອີຣົບເສດຖະກິດ

      ຂະບວນລົດໄຟຈີນ-ລາວທີ່ແລ່ນໃນໄຕມາດທໍາອິດເພີ່ມຂຶ້ນ 40% ທຽບໃສ່ໄລຍະດຽວກັນ, ເມືອງເສີນຕູ ພວມເລັ່ງກໍ່ສ້າງເສັ້ນທາງທອງຄໍາ ອາຊີ-ເສີນຕູ-ເອີຣົບ

      4/29/2025 1:49:21 PM

      ຂປລ. ຢູ່ສູນວາງສະແດງທ່າກຳປັ່ນລົດໄຟສາກົນເສີນຕູ, ຂະບວນລົດໄຟສາກົນທີ່ກຳລັງແລ່ນຢູ່ໄດ້ສະແດງໃຫ້ເຫັນຜ່ານໜ້າຈໍໃຫຍ່ແບບ real time. ນັບແຕ່ປີນີ້ເປັນຕົ້ນມາ, ຂະບວນລົດໄຟສາກົນເສີນຕູ ໄດ້ສືບຕໍ່ ຂະຫຍາຍຂີດ ຄວາມສາມາດການເຂົ້າເຖິງເຄືອຂ່າຍຂອງຕົນ. ໃນໄຕມາດທໍາອິດຂອງປີ 2025, ຂະບວນລົດໄຟສາກົນເສີນຕູ ເປີດແລ່ນໄດ້ 1.380 ຂະບວນ. ໃນນັ້ນ, ມີປະລິມານການຂົນສົ່ງສິນຄ້າຂາເຂົ້າ-ຂາອອກ 417.000 ໂຕນ, ເພີ່ມຂຶ້ນ 11,4% ເມື່ອທຽບໃສ່ໄລຍະດຽວກັນ; ຈຳນວນຂະບວນລົດໄຟຈີນ-ລາວເພີ່ມຂຶ້ນ 40% ເມື່ອທຽບໃສ່ໄລຍະດຽວກັນ, ໄດ້ບັນລຸ "ການເລີ່ມຕົ້ນດ້ວຍໝາກຜົນທີ່ດີ" ໃນໄຕມາດທຳອິດ.

    • ສາຍການບິນຫວຽດເຈັດ ເປີດ​ຖ້ຽວ​ບິນ​ໄປ​ເກາະ​ໂກນ​ດ່າວເສດຖະກິດ

      ສາຍການບິນຫວຽດເຈັດ ເປີດ​ຖ້ຽວ​ບິນ​ໄປ​ເກາະ​ໂກນ​ດ່າວ

      4/23/2025 12:33:40 PM

      ສາຍການບິນຫວຽດເຈັດ (Vietjet) ໄດ້ເປີດ 2 ເສັ້ນທາງບິນກົງໃໝ່ເຊື່ອມຕໍ່ຮ່າໂນ້ຍ ແລະ ນະຄອນໂຮ່ຈີ່ມິງ ກັບເກາະໂກນດ່າວ ເກາະທີ່ມີທຳມະຊາດສວຍງາມຂອງປະເທດຫວຽດນາມ, ການເປີດເສັ້ນທາງໃໝ່ນີ້ຈະຊ່ວຍປັບປຸງການເຊື່ອມຕໍ່ພາຍໃນຂອງສາຍການບິນ ​ແລະ ສະໜອງ​ຄວາມ​ສະດວກ​ໃຫ້​ນັກ​ທ່ອງ​ທ່ຽວ​ເຂົ້າ​ເຖິງ​ສະຖານທີ່ສຳຄັນດ້ານ​ປະຫວັດສາດ ​ແລະ ຈຸດໝາຍປາຍທາງອັນສັກສິດ​ຂອງ​ຫວຽດນາມ.

ads
ads

Top