ກອງປະຊຸມເຈົ້າໜ້າທີ່ອາວຸໂສເຂດສາມຫລ່ຽມ ພັດທະນາ ກຳປູເຈຍ-ລາວ-ຫວຽດນາມ ຄັ້ງທີ 13

01/03/2024 16:13
Email Print 1098
ຂປລ ຂປລ. ສປປ ລາວ ເປັນເຈົ້າພາບຈັດກອງປະຊຸມ ເຈົ້າໜ້າທີອາວຸໂສ ເຂດສາມຫລ່ຽມພັດທະນາ ກຳປູເຈຍ-ລາວ-ຫວຽດນາມ ຄັ້ງທີ 13 ໃນວັນທີ 29 ກຸມພາ 2024 ຢູ່ແຂວງອັດຕະປື ໂດຍການເປັນປະທານຂອງ ທ່ານ ທອງຜ່ານ ສະຫວັນເພັດ ຮອງລັດຖະມົນຕີ ກະຊວງການຕ່າງປະເທດ, ຫົວໜ້າເຈົ້າໜ້າທີ່ອາວຸໂສ ເຂດສາມຫລ່ຽມພັດທະ ນາ ກຳປູເຈຍ-ລາວ-ຫວຽດນາມ



ຂປລ. ສປປ ລາວ ເປັນເຈົ້າພາບຈັດກອງປະຊຸມ ເຈົ້າໜ້າທີອາວຸໂສ ເຂດສາມຫລ່ຽມພັດທະນາ ກຳປູເຈຍ-ລາວ-ຫວຽດນາມ ຄັ້ງທີ
13 ໃນວັນທີ 29 ກຸມພາ 2024 ຢູ່ແຂວງອັດຕະປື ໂດຍການເປັນປະທານຂອງ ທ່ານ ທອງຜ່ານ ສະຫວັນເພັດ ຮອງລັດຖະມົນຕີ ກະຊວງການຕ່າງປະເທດ, ຫົວໜ້າເຈົ້າໜ້າທີ່ອາວຸໂສ ເຂດສາມຫລ່ຽມພັດທະ ນາ ກຳປູເຈຍ-ລາວ-ຫວຽດນາມ, ມີຄະນະຜູ້ແທນຈາກປະເທດສະມາຊິກເຂົ້າຮ່ວມ ຈາກສູນກາງ ແລະ ທ້ອງຖິ່ນ, ພ້ອມທັງບັນດາການນຳ ແລະ ພາກສ່ວນກ່ຽວຂ້ອງ ຈາກ 4 ແຂວງພາກໃຕ້ ຈຳປາສັກ, ສາລະວັນ, ອັດຕະປື ແລະ ເຊກອງ ໃນເຂດສາມຫລ່ຽມພັດທະນາ ຂອງ   ສປປ ລາວ ເຂົ້າຮ່ວມ.



ກອງປະຊຸມ ໄດ້ຕີລາຄາຄືນຄວາມຄືບໜ້າ ກ່ຽວກັບການຈັດຕັ້ງປະຕິບັດແຜນແມ່ບົດ ວ່າດ້ວຍ ການພັດທະ ນາເສດຖະກິດ-ສັງຄົມ ໃນເຂດສາມຫລ່ຽມພັດທະນາ ຮອດປີ
2020 ແລະ ສະບັບປັບປຸງໃໜ່ ຮອດປີ 2030, ແຜນປະຕິບັດງານວ່າດ້ວຍ ການເຊື່ອມຈອດ ດ້ານເສດຖະກິດ ຮອດປີ 2030, ແຜນພັດທະນາການທ່ອງທ່ຽວເຂດ ສາມຫລ່ຽມພັດທະນາ. ພ້ອມກັນນີ້, ຍັງໄດ້ຮັບຟັງການລາຍງານຜົນຂອງ 4 ກອງປະຊຸມອະນຸກໍາມະການ: ກອງປະຊຸມອະນຸກຳມະການດ້ານຄວາມໝັ້ນຄົງ ແລະ ວຽກງານການຕ່າງປະເທດ, ກອງປະຊຸມອະນຸ ກຳມະການດ້ານເສດ ຖະກິດ, ກອງປະຊຸມອະນຸກໍາມະການດ້ານສັງຄົມ ແລະ ສິ່ງແວດລ້ອມ  ແລະ ກອງປະຊຸມອະນຸກຳມະການປະສານງານ ລະດັບແຂວງ ແລະ 3 ກິດຈະກໍາປີ້ນອ້ອມ ເພື່ອທົບທວນຄືນຄວາມຄືບໜ້າ ແລະ ກໍານົດທິດທາງ



ການຮ່ວມມື ໃນແຕ່ລະດ້ານຂອງຂອບການຮ່ວມມືດັ່ງກ່າວ ເຊິ່ງໄດ້ເນັ້ນໃສ່ການສົ່ງເສີມການຄ້າ ແລະ ການລົງທຶນ, ການແລກປ່ຽນວັດທະນະທໍາ ໂດຍຜ່ານກິດຈະກໍາຊາວໜຸ່ມ ຂອງປະເທດ CLV.




ກອງປະຊຸມ ໄດ້ຮັບຮອງເອົາບົດບັນທຶກກອງປະຊຸມເຈົ້່າໜ້າທີ່ອາວຸໂສ ເຂດສາມຫລ່ຽມພັດທະນາ ກຳປູ ເຈຍ-ລາວ-ຫວຽດນາມ ເພື່ອລາຍງານຕໍ່ ຄະນະກຳມະການປະສານງານຮ່ວມ ເຂດສາມຫລ່ຽມພັດທະນາ ໃນວັນທີ
1ມີນາ  2024. 

ກອງປະຊຸມເຈົ້າໜ້າທີ່ອາວຸໂສ ເຂດສາມຫລ່ຽມພັດທະນາ ກຳປູເຈຍ-ລາວ-ຫວຽດນາມ ຄັ້ງຕໍ່ໄປ ຈະຈັດຂຶ້ນ ໃນປີ 2026 ທີ່ ສສ ຫວຽດນາມ.

ພາບ: ຂັນໄຊ

KPL

ຂ່າວອື່ນໆ

    • ປະເທດ ເປຣູອາຊຽນ ASEAN

      ປະເທດ ເປຣູ

      4/28/2025 2:01:56 PM

      ປະເທດເປຣູ (Peru) ທີ່ມີຊື່ທາງການຄື ສາທາລະນະລັດ ເປຣູ(Republic Of Peru), ມີນະຄອນຫລວງຊື່ວ່າ ລີມາ(Lima), ຕັ້ງຢູ່ທາງຕາເວັນຕົກຂອງທະວີບ ອາເມລິກາໃຕ້ ມີຊາຍແດນທິດເໜືອຕິດກັບ ເອກວາດໍ ແລະ ໂກໂລມບີ , ທິດຕາເວັນອອກຕິດກັບ ບຣາຊິນ ແລະ ໂບລີວີ, ທິດໃຕ້ຕິດກັບ ຊີເລ ແລະ ທິດຕາເວັນຕົກຕິດກັບ ມະຫາສະໝຸດປາຊີຟິກ. ມີເນື້ອທີ່ທັງໝົດ1.285.000 ກິໂລຕາແມັດ, ກວມເອົາປະຊາກອນ 33,85 ລ້ານຄົນ(ໃນປີ 2023)

    • ຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມສະພາ ປະຊາຄົມວັດທະນະທຳ-ສັງຄົມອາຊຽນ ຄັ້ງທີ 33ອາຊຽນ ASEAN

      ຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມສະພາ ປະຊາຄົມວັດທະນະທຳ-ສັງຄົມອາຊຽນ ຄັ້ງທີ 33

      4/28/2025 9:27:05 AM

      ຂປລ. ໃນລະຫວ່າງວັນທີ 22-26 ເມສາ 2025 ທີ່ເມືອງກຸຈິງ ແຂວງສາລະວັກ ປະເທດມາເລເຊຍ, ທ່ານ ວັນສີ ກົວມົວ ຮອງລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ແຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ແທນ ເຂົ້າຮ່ວມກອງປະຊຸມສະພາປະຊາຄົມ ວັດທະນະທຳ-ສັງຄົມອາຊຽນ ຄັ້ງທີ 33

    • ປະເທດ ສປຈີນອາຊຽນ ASEAN

      ປະເທດ ສປຈີນ

      4/25/2025 11:59:37 AM

      ປະເທດຈີນ(China) ມີຊື່ຢ່າງເປັນທາງການວ່າ: ສາທາລະນະລັດ ປະຊາຊົນຈີນ(People’s Republic of China), ມີນະຄອນ ຫລວງ ຊື່ວ່າ: ປັກກິ່ງ, ຈີນ ເປັນລັດເອກະລາດ ໃນອາຊີຕາເວັນອອກ, ຕັ້ງຢູ່ລະຫວ່າງ ສປປ ເກົາຫລີ ກັບ ຫວຽດນາມ ຕິດກັບທະເລຈີນໃຕ້, ອ່າວເກົາຫລີ, ທະເລເຫລືອງ ແລະ ທະເລຈີນຕາເວັນອອກ; ເປັນປະເທດທີ່ມີ ປະຊາກອນ ຫລາຍທີ່ ສຸດໃນໂລກ 1,411 ຕື້ກວ່າຄົນ(ໃນປີ 2023)

    • ນະໂຍບາຍພາສີຂອງສ.ອາເມລິກາ ສ້າງຜົນກະທົບຕໍ່ການຄ້າໃນພາກພື້ນ-ສາກົນອາຊຽນ ASEAN

      ນະໂຍບາຍພາສີຂອງສ.ອາເມລິກາ ສ້າງຜົນກະທົບຕໍ່ການຄ້າໃນພາກພື້ນ-ສາກົນ

      4/10/2025 4:34:33 PM

      ອາ​ຊຽນ​ ໄດ້​ຈັດ​ກອງ​ປະ​ຊຸມ ​ລັດ​ຖະ​ມົນ​ຕີ ​ເສດ​ຖະ​ກິດ ​ອາ​ຊຽນ ​ຜ່ານ​ທາງວິ​ດີ​ໂອ, ເພື່ອ​ປຶ​ກ​ສາ ​ຫາ​ລື​​ວ່າ​ ຈະເຮັດ​ແນວ​ໃດ ​ເພື່ອ​ຮັບ​ມື​ກັບ ​ນະ​ໂຍ​ບາຍ ​ພາ​ສີ ຫລ້າ​ສຸດ​ ຂອງ ສ.​ອາ​ເມ​ລິ​ກາ ແລະ​ ໄດ້​ອອກ​ຖະ​ແຫລງ​ການ​ຮ່ວມ ຫລັງ​ກອງ​ປະ​ຊຸມ.

    • ສປປ ລາວ ຮ່ວມສະເຫລີມສະຫລອງ ວັນສັງຄົມສົງເຄາະອາຊຽນ ອາຊຽນ ASEAN

      ສປປ ລາວ ຮ່ວມສະເຫລີມສະຫລອງ ວັນສັງຄົມສົງເຄາະອາຊຽນ

      3/27/2025 5:01:34 PM

      ຂປລ. ສປປ ລາວ ໄດ້ຮ່ວມກັບບັນດາປະເທດສະມາຊິກອາຊຽນ ສະເຫລີມສະຫລອງວັນສັງຄົມສົງເຄາະອາຊຽນ (15 ມີນາ) ເພື່ອຍົກສູງບົດບາດອັນສໍາຄັນ ຂອງນັກສັງຄົມສົງເຄາະ ແລະ ບຸກຄະລາກອນສັງຄົມສົງເຄາະ ໃນການຫລຸດຜ່ອນຄວາມສ່ຽງ ຈາກໄພພິບັດ ແລະ ການສ້າງຄວາມທົນທານຕໍ່ ການປ່ຽນແປງສະພາບ ດິນຟ້າອາກາດ ໃນວັນທີ 25 ມີນາ 2025 ທີ່ນະຄອນຫລວງວຽງຈັນ ໂດຍມີພະນັກງານຈາກພາກລັດ, ສະຖາບັນການສຶກສາ, ຄູ່ຮ່ວມພັດທະນາ ແລະ ນັກສຶກສາທີ່ໜຸ່ມນ້ອຍ ຈາກພາກວິຊາສັງຄົມສົງເຄາະ ແລະ ການພັດທະນາ ຄະນະວິທະຍາສາດສັງຄົມ ເຂົ້າຮ່ວມ.

ads
ads

Top