ເມືອງໝື່ນ ຝຶກອົບຮົມ ການສອບເສັງເອົາໃບຂັບຂີ່ປະຈຳປີ 2024

29/02/2024 14:16
Email Print 463
ຂປລ ຂປລ. ​ແຫ​ລ່ງຂ່າວ​ຈາກ ​ເມືອງ​ໝື່ນ ​ແຂວງ​ວຽງ​ຈັນ ​ໃຫ້​ຮູ້​ວ່າ: ໃນວັນທີ 27-28 ກຸມພາ 2024 ນີ້, ເມືອງໝື່ນ ຈັດຝຶກອົບຮົມການສອບເສັງເອົາໃບຂັບຂີ່ລົດຈັກ, ລົດເບົາ ມີນັກຂັບຂີ່​ເຂົ້າ​ຮ່ວມ 130 ຄົນ. ທັງ​ນີ້

 

    ຂປລ. ​ແຫ​ລ່ງຂ່າວ​ຈາກ ​ເມືອງ​ໝື່ນ ​ແຂວງ​ວຽງ​ຈັນ ​ໃຫ້​ຮູ້​ວ່າ: ໃນວັນທີ 27-28 ກຸມພາ 2024 ນີ້, ເມືອງໝື່ນ ຈັດຝຶກອົບຮົມການສອບເສັງເອົາໃບຂັບຂີ່ລົດຈັກ, ລົດເບົາ ມີນັກຂັບຂີ່​ເຂົ້າ​ຮ່ວມ 130 ຄົນ. ທັງ​ນີ້, ກໍ​ເພື່ອເປັນການສ້າງໃຫ້ຜູ້ຂັບຂີ່ ໃຊ້ລົດໃຊ້ຖະໜົນຢ່າງຖືກຕ້ອງຕາມລະບຽບການສັນຈອນ, ແກ້ໄຂ, ຫລຸດຜ່ອນປາກົດການຫຍໍ້ທໍ້ໃນສັງຄົມ ກໍຄື ອຸບັດເຫດ ແລະ ເສຍຊີວິດຕາມທ້ອງຖະໜົນ, ທັງເປັນການສ້າງຄວາມຮູ້ພື້ນຖານກ່ຽວກັບກົດ ຈະລາຈອນ, ຄຸນສົມບັດ ມາລະຍາດໃນການຂັບຂີ່, ເຕັກ ນິກຂອງການຂັບຂີ່ທີ່ປອດໄພ ໃຫ້ແກ່ນັກຂັບຂີ່ອີກດ້ວຍ.
    ​ໂອກາດ​ນີ້, ຄະນະກຳມະການຮັບຜິດຊອບ ໄດ້ອະທິບາຍກ່ຽວກັບກົດຈະລາຈອນ
, ປ້າຍ, ເຄື່ອງໝາຍ ​ແລະ ໄຟສັນຍານ. ຈາກ​ນັ້ນ, ນັກຝຶກອົບຮົມກໍໄດ້ ສອບເສັງ ທັງພາກທິດສະດີ ແລະ ພາກ ປະຕິ ບັດຕົວຈິງ. ໃນນັ້ນ, ເສັງໄດ້ຫ້ອງ A ຈໍານວນ 5 ທ່ານ, ເສັງໄດ້ຫ້ອງ B ຈໍານວນ 4 ທ່ານ, ເສັງໄດ້ AB ຈໍານວນ 121 ທ່ານ.

ຂ່າວ-ພາບ: ນາງ ວັນນາ

KPL

ຂ່າວອື່ນໆ

ads
ads

Top