ປີ 2023 ດ່ານສາກົນດາກຕະອອກ ເກັບລາຍຮັບໄດ້ລື່ນແຜນ

29/02/2024 14:10
Email Print 514
ຂປລ ຂປລ. ຕາມ​ການ​​ໃຫ້​ສຳພາດ​ຂອງ ທ່ານ ແສງເພັດ ວາດສະຫງ່າ ຮອງຫົວໜ້າຄຸ້ມຄອງດ່ານສາ ກົນດາກຕະອອກ ໃນວັນທີ 27 ກຸມພາ ນີ້ວ່າ: ດ່ານສາກົນດາກຕະອອກ ເປີດໃຫ້ບໍລິການເລີ່ມແຕ່ 07:00-19:00 ໂມງ,

 

    ຂປລ. ຕາມ​ການ​​ໃຫ້​ສຳພາດ​ຂອງ ທ່ານ ແສງເພັດ ວາດສະຫງ່າ ຮອງຫົວໜ້າຄຸ້ມຄອງດ່ານສາ ກົນດາກຕະອອກ ໃນວັນທີ 27 ກຸມພາ ນີ້ວ່າ: ດ່ານສາກົນດາກຕະອອກ ເປີດໃຫ້ບໍລິການເລີ່ມແຕ່ 07:00-19:00 ໂມງ, ການບໍລິການ ດ້ວຍຄວາມວ່ອງໄວ ດ້ວຍລະບົບທີ່ທັນສະໄໝ, ຖືກຕ້ອງຕາມລະບຽບຫລັກການ ທີ່ພັກ-ລັດ ວາງອອກຢ່າງເຂັ້ມງວດ, ໃນແຕ່ລະວັນ ມີລົດຂົນສົ່ງສິນຄ້າ ເຂົ້າ-ອອກ ສະເລ່ຍ 85-87 ຄັນຕໍ່ວັນ. ໃນນີ້ ລົດຂົນສົ່ງແຮ່ບົກຊິດ ສະເລ່ຍ 80 ຄັນຕໍ່ວັນ, ລົດຂົນສົ່ງມັນຕົ້ນ ແລະ ແປ້ງມັນຕົ້ນ 2 ຄັນຕໍ່ວັນ, ລົດໂດຍສານ 5 ຄັນຕໍ່ວັນ, ຖ້າສົມທຽບໃສ່ສອງປີຜ່ານມາ ເຫັນວ່າມີຂະບວນຟົດຟື້ນຫລາຍ. ຂະນະ​ທີ່ ປີ 2023 ຜ່ານມາ ສາມາດເກັບລາຍຮັບໄດ້ທັງໝົດ 21,8 ຕື້​ກວ່າກີບ (ແຜນປີ 2023 ແມ່ນ 9 ຕື້ກີບ).
     ທ່ານ ແສງເພັດ ວາດສະຫງ່າ ຍັງໃຫ້ຮູ້ວ່າ: ໃນໄລຍະ
1 ປີຜ່ານມາ, ມີພາຫະນະເຂົ້າ-ອອກທັງໝົດ 19.696 ຄັນ,  ມີຄົນເຂົ້າ-ອອກເມືອງທັງໝົດ 50.525 ຄົນ, ຍິງ 5.448 ຄົນ, ອອກໃບຜ່ານແດນໃຫ້ປະຊາຊົນ ໄດ້ 698 ໃບ. ຄຽງຄູ່ກັນນີ້, ກໍໄດ້ເອົາໃຈໃສ່ການຄຸ້ມຄອງຄົນເຂົ້າ-ອອກເມືອງ ຢ່າງເຂັ້ມງວດ ດ້ວຍການກວດກາເອກະສານການເດີນທາງຢ່າງລະອຽດຊັດເຈນ ເພື່ອປ້ອງກັນບໍ່ໃຫ້ເກີດມີກຸ່ມຄົນບໍ່ດີສວຍໃຊ້ໂອກາດ ໃນລະຫວ່າງການເດີນທາງເຂົ້າ-ອອກເມືອງຢ່າງເດັດຂາດ. ນອກນີ້ຍັງໄດ້ເອົາ ໃຈໃສ່ປະຕິບັດວຽກງານກັກກັນພືດ-ສັດ ຢ່າງເຂັ້ມງວດ.
   ສໍາລັບແຜນການປີ
2024 ຈະສູ້ຊົນເກັບລາຍຮັບໃຫ້ໄດ້ຕາມຄາດໝາຍທີ່ວາງໄວ້ (ແຜນປີ 77 ຕື້ກວ່າກີບ), ຈະສືບຕໍ່ຕິດຕາມກວດກາພາຫະນະ ເຂົ້າ-ອອກ, ຄົນເຂົ້າ-ອອກເມືອງ, ການນຳເຂົ້າ ແລະສົ່ງອອກສິນຄ້າ ແລະ ການບໍລິການອື່ນໆ ໃຫ້ເຂັ້ມງວດ, ສືບຕໍ່ລະດົມນັກທຸລະກິດ, ພໍ່ຄ້າຊາວຂາຍໃຫ້ມີການນຳເຂົ້າ-ສົ່ງອອກສິນຄ້າ ໃນຂອບເຂດຊາຍແດນໃຫ້ຫລາຍຂຶ້ນ ໂດຍໃຫ້ສອດຄ່ອງກັບລະບຽບກົດໝາຍ.

ຂ່າວ: ພຸດທະສອນ

KPL

ຂ່າວອື່ນໆ

    • ຮູບເງົາ ນວນແສງ ກຽມເຂົ້າສາຍໃນໂຮງຮູບເງົາ 19 ກັນຍານີ້ວັດທະນະທຳ-ສັງຄົມ

      ຮູບເງົາ ນວນແສງ ກຽມເຂົ້າສາຍໃນໂຮງຮູບເງົາ 19 ກັນຍານີ້

      9/5/2024 2:59:54 PM

      ຂປລ. ຮູບເງົາ​ເລື່ອງ “ນວນແສງ” ກຽມເຂົ້າສາຍໃນໂຮງຮູບເງົາ ໃນວັນທີ 19 ກັນຍາ 2024 ຢູ່ໂຮງຮູບເງົາເມເຈີ ແພັດຕິນໍ່າ ຊິນີເພັກ ວຽງຈັນເຊັນເຕີ, ໂຮງຮູບເງົາເງົາເມເຈີ ແພັດຕິນໍ່າ ຊິນີເພັກ ໄອເຕັກ, ໂຮງຮູບເງົາປາກເຊ, ໂຮງຮູບເງົາຊີຕີ້ເພັກດົງໂດກ.

    • ລາວ ເພີ່ມທະວີການເຊື່ອມຕໍ່ກັບ ສ ເກົາຫລີ ຜ່ານການປັບປຸງ ສະໜາມບິນສາກົນຫລວງພະບາງວັດທະນະທຳ-ສັງຄົມ

      ລາວ ເພີ່ມທະວີການເຊື່ອມຕໍ່ກັບ ສ ເກົາຫລີ ຜ່ານການປັບປຸງ ສະໜາມບິນສາກົນຫລວງພະບາງ

      9/5/2024 2:43:12 PM

      ຂປລ. ອົງການສົ່ງເສີມການຄ້າ-ການລົງທຶນ ສ ເກົາຫລີ (KOTRA) ວຽງ​ຈັນ ຈັດສຳມະນາວ່າດ້ວຍບົດລາຍງານເທື່ອສຸດທ້າຍ ຂອງໂຄງ​ການ​ແບ່ງ​ປັນ​ຄວາມ​ຮູ້ (KSP) ພາຍ​ໃຕ້ຫົວຂໍ້ “ການປັບປຸງ ນ່ານຟ້າ ແລະ ວົງຈອນບິນຂອງສະໜາມບິນສາກົນຫລວງພະບາງ” ​ໃນ​ວັນ​ທີ 3 ກັນຍາ 2024 ຜ່ານ​ມາ ຢູ່​ນະຄອນຫລວງ​ວຽງ​ຈັນ ໂດຍການສະໜັບສະໜູນຈາກ ກະຊວງເສດຖະກິດ ແລະ ການເງິນ ສ ເກົາ ຫລີ ແນໃສ່ ຍົກລະດັບອຸສາຫະກຳການບິນຂອງລາວ, ສົ່ງເສີມການທ່ອງທ່ຽວ, ແລະ ສົ່ງເສີມການຟື້ນຟູເສດຖະກິດຂອງລາວ.

    • ສາຍການບິນຫວຽດເຈັດ ໄດ້ຮັບລາງວັນການທ່ອງທ່ຽວໂລກວັດທະນະທຳ-ສັງຄົມ

      ສາຍການບິນຫວຽດເຈັດ ໄດ້ຮັບລາງວັນການທ່ອງທ່ຽວໂລກ

      9/5/2024 2:33:20 PM

      ສາຍການບິນຫວຽດເຈັດ (VietJet) ໄດ້ຮັບ 2 ລາງວັນໃນງານມອບລາງວັນການທ່ອງທ່ຽວຂອງໂລກປີ 2024 ເຊິ່ງ ໄດ້ຮັບລາງວັນຄື: ສາຍການບິນຊັ້ນນໍາຂອງອາຊີ ດ້ານການໃຫ້ປະສົບການແກ່ລູກຄ້າ ແລະ ລາງວັນສາຍການບິນຊັ້ນນໍາດ້ານໂປຣແກມສະສົມຄະແນນຂອງອາຊີ ໂດຍພິທີ​​ໄດ້​ຈັດ​ຂຶ້ນ​ຢູ່​ນະຄອນຫລວງ​ມະ​ນີລາ​ ປະເທດ​ຟີ​ລິບ​ປິນ, ​ໂດຍ​ການ​ເຂົ້າ​ຮ່ວມ​ຂອງ​ຜູ້ນໍາ​ຕ່າງປະ​ເທດ ແລະ ຜູ້​ຊ່ຽວຊານ​ດ້ານ​ຂະ​ແໜງ​ການ​ການບິນ, ການ​ເດີນທາງ ​ແລະ ການທ່ອງທ່ຽວ.

    • ເມືອງລະຄອນເພັງ ກຽມຄວາມພ້ອມ  ເປີດດ່ານສາກົນ ປາກຕາພານ 100%ວັດທະນະທຳ-ສັງຄົມ

      ເມືອງລະຄອນເພັງ ກຽມຄວາມພ້ອມ ເປີດດ່ານສາກົນ ປາກຕາພານ 100%

      9/5/2024 2:29:51 PM

      ຂປລ. ດ່ານທ້ອງຖິ່ນປາກຕາພານ ຕັ້ງຢູ່ບ້ານປາກຕາພານ, ເມືອງລະຄອນເພັງ ແຂວງສາລະວັນ ມີປະຕູດ່ານເຊິ່ງໜ້າກັບດ່ານຊາຍແດນຖາວອນປາກແຊງ ອໍາເພີນາຕານ ແຂວງອຸບົນຣາຊະທານີ ຣາຊະອານາຈັກໄທ. ປັດຈຸບັນ, ພາກສ່ວນ​ກ່ຽວຂ້ອງ ກໍ​ຄື ​ເມືອງ​ລະຄອນ​ເພັງ ​​ແຂວງ​ສາລະ​ວັນ ແມ່ນ​ໄດ້​ກຽມ​ຄວາມ​ພ້ອມ​ຮອບດ້ານ​​ເພື່ອ​ເປີດ​ດ່ານ​ດັ່ງກ່າວ ​ເປັນ​ດ່ານ​ສາກົນ.

    • ການດຳລົງຊີວິດຂອງຊົນເຜົ່າກະຕູວັດທະນະທຳ-ສັງຄົມ

      ການດຳລົງຊີວິດຂອງຊົນເຜົ່າກະຕູ

      9/5/2024 12:33:30 PM

      ລາວ ເປັນປະເທດທີ່ມີອະລິຍະທໍາເກົ່າແກ່ໃນອາຊີຕາເວັນອອກສຽງໃຕ້ ແລະ ມີຄວາມຫລາກຫລາຍທາງດ້ານຊົນເຜົ່າ, ວັດທະ ນາທໍາ, ຮີດຄອງປະເພນີ ແລະ ຮູບແບບການດໍາລົງຊີວິດພົນລະເມືອງລາວ ປະກອບຫລາຍຊົນເຜົ່າ.

ads
ads

Top