ປູກຜັກສະອາດເປັນສິນຄ້າຊ່ວຍແກ້ໄຂຄວາມທຸກຍາກ

28/02/2024 09:40
Email Print 816
ຂປລ ການແກ້ໄຂຄວາມທຸກຍາກເປັນວຽກງານໜຶ່ງທີ່ລັດຖະບານ ໄດ້ຖືສຳຄັນ ແລະ ເອົາໃຈໃສ່ຊີ້ນຳພາກສ່ວນກ່ຽວຂ້ອງໃຫ້ຕັ້ງໜ້າສົ່ງເສີມປະຊາຊົນບັນດາເຜົ່າຜະລິດໃຫ້ ຫລາຍກາຍເປັນສິນຄ້າຕະຫລອດມາ.

*ການແກ້ໄຂຄວາມທຸກຍາກ ເປັນວຽກງານໜຶ່ງທີ່ລັດຖະບານໄດ້ຖືສຳຄັນ ແລະ ເອົາໃຈໃສ່ຊີ້ນຳພາກສ່ວນກ່ຽວຂ້ອງໃຫ້ຕັ້ງໜ້າສົ່ງເສີມປະຊາຊົນບັນດາເຜົ່າຜະລິດໃຫ້ຫລາຍກາຍເປັນສິນຄ້າຕະຫລອດມາ. ຂະນະດຽວກັນປະຊາຊົນກໍໄດ້ຕື່ນຕົວທັງຕັ້ງໜ້າຈັດຕ້ັງປະຕິບັດຜະລິດຢ່າງເປັນຂະບວນ ເພື່ອສ້າງລາຍຮັບເຂົ້າຄອບຄົວແກ້ໄຂຄວາມທຸກຍາກໃຫ້ນັບມື້ຫລຸດລົງ. ເວົ້າລວມ, ເວົ້າສະເພາະແຂວງບໍລິຄຳໄຊ ໂດຍສະເພາະແມ່ນກຸ່ມຜະລິດ ພືດຜັກສະອາດຢູ່ບັນດາເມືອງຂອງແຂວງນີ້, ໄດ້ພ້ອມກັນຈັດຕັ້ງເປັນກຸ່ມຜະລິດຜັກສະອາດເປັນສິນຄ້າ ອັນໄດ້ສ້າງລາຍຮັບແກ້ໄຂຄວາມທຸກຍາກຂອງແຕ່ລະກຸ່ມຫລາຍຮ້ອຍລ້ານກີບໃນປີຜ່ານມາ.

     ຕາມການໃຫ້ຮູ້ຈາກເຈົ້າໜ້າທ່ີຂະແໜງປູກຝັງ ພະແນກກະສິກຳ ແລະ ປ່າໄມ້ ແຂວງບໍລິຄຳໄຊວ່າ: ໃນປີ 2023 ຜ່ານມານີ້, ຂະແໜງປູກຝັງຕົນໄດ້ເອົາໃຈໃສ່ເຄື່ອນໄຫວຕາມສິດ, ໜ້າທີ່ທີ່ທາງຂັ້ນເທິງມອບໝາຍໃຫ້ເປັນຕົ້ນການຈັດຕັ້ງຜັນຂະຫຍາຍມະຕິ, ຄຳສັ່ງ, ແນວທາງ, ນະໂຍບາຍຂອງພັກ-ລັດວາງອອກມາໂດຍຕະຫລອດ. ອັນພົ້ນເດັ່ນແມ່ນໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດໜ້າທ່ີວິຊາສະເພາະ ໃຫ້ເກີດດອກອອກຜົນໃນແຕ່ລະໄລຍະດ້ວຍການສົ່ງເສີມວິຊາການ ລົງໃກ້ຊິດຕິດແທດກະສິກອນ, ສະໜອງແນວພັນພືດຕ່າງໆ ໃຫ້ແກ່ເຂົາເຈົ້າຜະລິດສະບຽງອາຫານ, ຜະລິດເປັນສິນຄ້າ ເພື່ອນຳລາຍຮັບແກ້ໄຂຄວາມທຸກຍາກຂອງປະຊາຊົນໃຫ້ນັບມື້ຫລຸດເປັນກ້າວໆມາ. ແນວໃດກໍດີສຳລັບການສົ່ງເສີມການຜະລິດເປັນສິນຄ້າກໍມີຫລາຍດ້ານພ້ົນເດ່ັນ ແລະ ປະສົບຜົນສຳເລັດຕາມຄາດໝາຍທີ່ວາງໄວ້ ເຊິ່ງໜຶ່ງໃນນີ້ ກໍແມ່ນວຽກງານສົ່ງເສີມການຜະລິດກະສິກຳສະອາດ ກໍໄດ້ເອົາໃຈໃສ່ຕິດຕາມກຸ່ມປູກຜັກສະອາດ, ຜັກອິນຊີຢູ່ໃນແຕ່ລະເມືອງ.

   

    ພົ້ນເດັ່ນແມ່ນການຜະລິດຜັກອິນຊີຂອງກຸ່ມບ້ານຫົວນາ ເມືອງບໍລິຄັນ ປູກໃນເຮືອນຮົ່ມທັງໝົດ 40 ຫລັງ ມີ 7 ຄອບຄົວ ສາມາດໄດ້ຜົນຜະລິດຫລາຍກວ່າ 3.200 ກິໂລ ລວມເປັນ ເງິນ 33.790.000 ກີບ; ກຸ່ມປູກຜັກອີນຊີບ້ານນາຫາດ ເມືອງຄໍາເກີດ ມີທັງໝົດ 50 ຫລັງ, ມີ 53 ຄອບ ຄົວ, ຜົນຜະລິດໄດ້ 43.440 ກິໂລ ຄິດເປັນເງິນ 414.400.000 ກີບ; ກຸ່ມປູກຜັກໃນເຮືອນຮົ່ມ ບ້ານ ນາເດື່ອ, ບ້ານບຸ່ງປ່າຕາວ, ຊໍາເຕີຍ ເມືອງຄໍາເກີດ ມີທັງໝົດ 18 ຫລັງ, ມີ 18 ຄອບຄົວ, ຜົນຜະລິດ ໄດ້ 15.047 ກິໂລ ຄິດເປັນເງິນ 155.678.000 ກີບ; ກຸ່ມປູກຜັກ ໃນເຮືອນຮົ່ມ ເມືອງວຽງທອງ ມີທັງ ໝົດ 115 ຫລັງ, ມີ 97 ຄອບຄົວ, ຜົນຜະລິດໄດ້ 7.921 ກິໂລ ຄິດ ເປັນເງິນ 146.725.000 ກີບ; ກຸ່ມ ປູກຜັກໃນເຮືອນຮົ່ມບ້ານຜາໂປງ  ເມືອງທ່າພະບາດ ມີທັງໝົດ 27 ຫລັງ,  ມີ 21 ຄອບຄົວ, ຜົນຜະລິດ ໄດ້ 2.828 ກິໂລ ຄິດເປັນເງິນ 107.880.000 ກີບ.

   ເຈ້ົາໜ້າທີ່ຂະແໜງປູກຝັງຍັງໃຫ້ຮູ້ຕື່ມວ່າ: ສຳລັບໃນຕໍ່ໜ້າກໍຈະສືບຕໍ່ເອົາໃຈໃສ່ສົ່ງເສີມກຸ່ມຜະລິດພືດ ຜັກດັ່ງກ່າວໃຫ້ດີຂຶ້ນ ທັງສາມາດສ້າງລາຍຮັບຫລາຍຂຶ້ນກວ່າເກົ່າ ເພື່ອແກ້ໄຂຄວາມທຸກຍາກໃຫ້ຫລຸດໜ້ອຍຖອຍລົງ. ແນວໃດກໍຕາມນອກຈາກເອົາໃຈໃສ່ສົ່ງເສີມຜະລິດ ແລະ ສ້າງລາຍຮັບເຂົ້າຄອບຄົວກຸ່ມແລ້ວ ຍັງເປັນການປະກອບສ່ວນຫລຸດຜ່ອນການນຳເຂົ້າພືດຜັກບ່ອນອື່ນໆ ໂດຍສະເພາະແມ່ນຈາກຕ່າງປະເທດອີກຕື່ມ. ຂະນະດຽວກັນການຈັດຕັ້ງປະຕິບັດວຽກງານດັ່ງກ່າວ ແມ່ນຈັດຕັ້ງປະຕິບັດໄປຕາມໂຄງປະກອບຂອງແຜນການທີ່ໄດ້ກຳນົດໄວ້ໃນ 3 ເສົາຄໍ້າ 4 ແຜນ ງານ 10 ແຜນດຳເນີນງານ ແລະ 13 ນະໂຍບາຍສະໜັບສະໜູນການປູກຝັງ ຄໍ້າປະກັນສະບຽງອາຫານ ແລະ ຜະລິດເປັນສິນຄ້າ.

ໂດຍ: ເຂົ້າຈານນໍ້າ

KPL

ຂ່າວອື່ນໆ

    • 42 ປີ ແຫ່ງການກຳເນີດເຕີບໃຫຍ່ຂະຫຍາຍຕົວຂອງ ກອງພັນໃຫຍ່ 641ບົດ-ສາລະຄະດີ

      42 ປີ ແຫ່ງການກຳເນີດເຕີບໃຫຍ່ຂະຫຍາຍຕົວຂອງ ກອງພັນໃຫຍ່ 641

      6/30/2025 3:06:10 PM

      * ເພື່ອຕອບສະໜອງກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງ ໃນໄລຍະໃໝ່ ຂອງການປະຕິວັດ ກໍຄືການ ປັບປຸງກໍ່ສ້າງກອງທັບ ໃຫ້ເຕີບໃຫຍ່ເຂັ້ມແຂງຂຶ້ນເທື່ອລະກ້າວນັ້ນ ກອງພັນໃຫຍ່ 641 ເຊິ່ງເປັນກອງພັນທໍາອິດ ຂອງ ເຫລົ່າຮົບປ້ອງກັນອາກາດ ໄດ້ຮັບການສ້າງຕັ້ງຂຶ້ນຢ່າງເປັນທາງການ ຕາມການຕົກລົງ ຂອງກະຊວງປ້ອງກັນປະເທດ ໃນວັນທີ 24 ມິຖຸນາ 1983.

    • ຫວນຄືນການເຕີບໃຫຍ່ຂະຫຍາຍຕົວ ຂອງຄະນະພົວພັນຕ່າງປະເທດສູນກາງພັກບົດ-ສາລະຄະດີ

      ຫວນຄືນການເຕີບໃຫຍ່ຂະຫຍາຍຕົວ ຂອງຄະນະພົວພັນຕ່າງປະເທດສູນກາງພັກ

      6/30/2025 2:07:33 PM

      *ໃນທ່າມກາງບັນຍາກາດທີ່ທົ່ວພັກ, ທົ່ວລັດ, ທົ່ວກອງທັບ ແລະ ປວງຊົນລາວທັງຊາດ ພວມແຂ່ງຂັນສ້າງຜົນງານ ຂ່ຳນັບຮັບຕ້ອນ ກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ທີ່ຈະມີເຖິງ ແລະ ເປັນໄລຍະທີ່ອົງຄະນະພັກ, ສະມາຊິກ ພັກ-ພະ ນັກງານ ທົ່ວຄະນະພົວພັນຕ່າງປະເທດສູນກາງພັກ ພວມກະກຽມໄຂກອງປະຊຸມໃຫຍ່ ຄັ້ງທີ III ຂອງຕົນ ເຊິ່ງກໍພໍດີ ຖືກກັບໂອກາດວັນສ້າງຕັ້ງ ຄະນະພົວພັນຕ່າງປະເທດສູນກາງພັກ ທີ່ໄດ້ບັນຈົບມາຄົບຮອບ 42 ປີ ໃນວັນທີ 29 ມິຖຸນາ 2025.

    • ເລີແກຣນປາກແບງລີສອດ ເນັ້ນການບໍລິການທີ່ສ້າງຄວາມປະທັບໃຈໃຫ້ລູກຄ້າບົດ-ສາລະຄະດີ

      ເລີແກຣນປາກແບງລີສອດ ເນັ້ນການບໍລິການທີ່ສ້າງຄວາມປະທັບໃຈໃຫ້ລູກຄ້າ

      6/24/2025 10:02:11 AM

      ເລີແກຣນ ປາກແບງຣີສອດ,ເມືອງປາກແບງ, ແຂວງອຸດົມໄຊ ໃນການບໍລິການດຳເນີນທຸລະກິດກ່ຽວກັບທີ່ພັກ ແລະ ຮ້ານອາຫານອີກແຫ່ງໜຶ່ງທີ່ຂຶ້ນຊື່ລືນາມ ເລື່ອງການບໍລິການທີ່ດີ, ສະຖານທີ່ສວຍງາມປານຮູບແຕ້ມ.

    • ເມືອງບາຈຽງຈະເລີນສຸກ ຈັດງານວາງສະແດງສິນຄ້າຫັດຖະກຳ-ກະສິກຳ ຄັ້ງທີ XIXບົດ-ສາລະຄະດີ

      ເມືອງບາຈຽງຈະເລີນສຸກ ຈັດງານວາງສະແດງສິນຄ້າຫັດຖະກຳ-ກະສິກຳ ຄັ້ງທີ XIX

      6/24/2025 9:44:58 AM

      ນັບວ່າເປັນອີກໜຶ່ງງານທີສຳຄັນ ທັງເປັນການສົ່ງເສີມການຜະລິດເປັນສິນຄ້າແກ້ໄຂຄວາມທຸກຍາກເພືື່ອພັດທະນາຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ, ການສົ່ງເສີມທາງດ້ານການຕະຫລາດ ໂດຍສະເພາະແມ່ນການຈັດງານວາງສະແດງຜົນຜະລິດກະສິກຳ-ຫັດຖະກຳໃນແຕ່ລະປີ.

    • ການປົກປັກຮັກສາ ແລະ ການພັດທະນາສັດປ່າບົດ-ສາລະຄະດີ

      ການປົກປັກຮັກສາ ແລະ ການພັດທະນາສັດປ່າ

      6/16/2025 6:16:34 PM

      ໃນໝວດ 2 ຂອງກົດໝາຍວ່າດ້ວຍສັດປ່າສະບັບປັບປຸງມາດຕາ 31 (ປັບປຸງ) ໄດ້ກຳນົດໄວ້ວ່າ: ການປົກປັກຮັກສາສັດປ່າປະກອບດ້ວຍກິດຈະກຳດັ່ງນີ້: ການສຳຫລວດປ່າ; ການກຳນົດເຂດປົກປັກຮັກສາສັດປ່າ; ການສ້າງສູນຟື້ນຟູສຸຂະພາບສັດປ່າ; ການປ່ອຍສັດປ່າຄືນສູ່ທຳມະຊາດ; ການສຶກສາຄົ້ນຄວ້າດ້ານວິທະຍາສາດ; ການປູກຈິດສຳນຶກ ແລະ ກິດຈະການອື່ນ.

ads
ads

Top