ສຳຜັດຜາຈ້ອງເທິງພູເຂົ້າຄວາຍ

20/02/2024 09:29
Email Print 2640
ຂປລ ພະພຸດທະຮູບ ແລະ ຮອຍຕີນພະບາດທີ່ເຊື່ອງຊ້ອນໃນປ່າໄມ້ສົນ- ໄມ້ແປກນັບຫລາຍຮ້ອຍປີພວມກາຍເປັນແຫລ່ງທ່ອງທ່ຽວທ່ີໜ້າ ສົນໃຈ ສໍາລັບນັກທ່ອງທ່ຽວເພື່ອ ເຂົ້າໄປສໍາຜັດກັບຄວາມມະຫັດສະຈັນ.

     *ພະພຸດທະຮູບ ແລະ ຮອຍຕີນພະບາດທີ່ເຊື່ອງຊ້ອນໃນປ່າໄມ້ສົນ- ໄມ້ແປກນັບຫລາຍຮ້ອຍປີພວມກາຍເປັນແຫລ່ງທ່ອງທ່ຽວທ່ີໜ້າສົນໃຈ ສໍາລັບນັກທ່ອງທ່ຽວເພື່ອເຂົ້າໄປສໍາຜັດກັບຄວາມມະຫັດສະຈັນ. ເມື່ອບໍ່ດົນມານີ້, ນັກທ່ອງທ່ຽວໄດ້ພາກັນໄປຫລິ້ນຜາຈ້ອງ ຕັ້ງຢູ່ເທິງອຸທະຍານແຫ່ງຊາດ ພູເຂົາຄວາຍ ເປັນອີກໜຶ່ງຈຸດຊົມວິວທີ່ກໍາລັງລໍຖ້າທ່ານ ແລະ ເຂົ້າໄປຄົ້ນຫາຄວາມງົດງາມທີ່ທໍາມະຊາດສ້າງຂຶ້ນເອງ. ການຂ້ຶນໄປຊົມຄວາມສວຍງາມຂອງພາບທໍາມະຊາດ, ພະພຸດທະຮູບ ແລະ ປ່າໄມ້ສົນຢູ່ເທີງຜາຈ້ອງ ແມ່ນຈະຂຶ້ນໄປໄດ້ສະເພາະໃນໄລ ຍະລະດູແລ້ງ, ຈຸດເດີນທາງຖ້າຂຶ້ນ ໃກ້ບໍລິເວນວັດເທບພະວົງ ພູເຂົາຄວາຍ ຈະໃຊ້ເວລາຂຶ້ນ ປະມານ 2 ຊົ່ວໂມງ ແຕ່ຕ້ອງຍ່າງ ແລະ ຜ່ານ ຜາຫີນ, ສໍາລັບກຸ່ມນັກທ່ອງທ່ຽວ ໃໝ່ ອາດໃຊ້ເວລາປະມານ 4-5 ຊົ່ວໂມງກໍ່ເປັນໄດ້. ລະດັບຄວາມຍາກຂອງການຍ່າງຂຶ້ນພູ: ປານກາງ-ຍາກ ລະຫວ່າງທາງຍ່າງຂຶ້ນ ທ່ານຈະຜ່ານ 4 ເຂດ: ເຂດປ່າດົງດິບ, ເຂດພູຄ້ອຍຊັນ, ເຂດປ່າໂຄກ (ໄມ້ແປກ) ແລະ ເຂດປ່າພະລານຫີນ.

     ຄໍາມີບ່ອນວ່າທ່ານຈະໄປເບິ່ງຫຍັງ? ຕອບທີ່ໄດ້ໄປສໍາຜັດສິ່ງດັ່ ນີ້: ຕາເວັນຂຶ້ນ ແລະ ຕາເວັນຕົກດິນສວຍງາມຫລາຍ;  ໄປສໍາພັດໝອກ ແລະ ອາກາດເຢັນ; ໄປຕັ້ງເຕັ້ນນອນຢູ່ພະລານຫີນຫ; ໄປນະມັດສະການ ບູຊາພະພຸດທະຮູບຫລວງປູພຸດທະບາຣະມີ ຕັ້ງສູງເດັ່ນ ເປັນສະຫງ່າເທິງໂງ່ນຫີນ; ໄປເບິ່ງຮອຍພະບາດ; ໄປເບິ່ງວິວ ແລະ ແສງສີຂອງນະຄອນຫລວງວຽງຈັນ ໃນຍາມຄໍາຄືນ;  ໄປຟັງສຽງນົກສຽງແມງໄມ້ຮ້ອງມ່ວນຫູ; ໄປເລາະຊົມປ່າໂຄກ ແລະ ພະລານຫີນໃຫຍ່ ຮູບຊົງຫລາຍແບບແປກຕາ; ໄປນັ່ງສະມາທິສະ ຫງົບສະຕິອາລົມ ແລະ ອື່ນໆ ເນື່ອງຈາກເປັນເຂດອຸທະຍານແຫ່ງຊາດສໍາຄັນຢ່າງຍິ່ງ ສະນັ້ນພວກເຮົ ຄວນຊ່ວຍກັນປົກປັກຮັກສາປ່າໄມ້, ບໍ່ຖິ້ມຂີ້ເຫຍື້ອຊະຊາຍ, ບໍ່ຕັດເອົາເປືອກໄມ້ແປກມາດັງໄຟ, ບໍ່ຄວນຮ້ອງລໍາທໍາເພັງສ້າງສຽງດັງເກີນ, ບໍ່ຄວນນໍາເອົາເຄື່ອງປ່າຂອງດົງອອກມາເປັນຕົ້ນ.

     ສິ່ງສໍາຄັນການເດີນທາງຄວນມີຜູ້ນໍາທາງ ຫລື ຮູ້ທາງ ເພື່ອບໍ່ໃຫ້ຫລົງທາງ; ຄວນກຽມນໍ້າດື່ມ ແລະ ອາຫານໄປນໍາ ເພາະຢູ່ເທິງບໍ່ໃຫ້ຜູ້ໃຫ້ບໍລິການຄ້າຂາຍ ແລະ ແຫລ່ງນໍ້າຢ່າງພຽງພໍ. ຜາຈ້ອງແມ່ນໜຶ່ງໃນສະຖານທີ່ທ່ອງທ່ຽວສໍາຄັນໂດຍນາຍົກລັດຖະມົນຕີໄດ້ໄດ້ອອກດໍາລັດເລກທີ 733/ນຍ ລົງວັນທີ 30 ທັນວາ 2021 ວ່າດ້ວຍການສ້າງຕັ້ງອຸທິຍານແຫ່ງຊາດພູເຂົາຄວາຍ ເພື່ອຄຸ້ມຄອງ, ປົກປັກຮັກສາພູມສັນຖານທີ່ເປັນຜາຫີນສູງ ແລະ ຄຸ້ມຄອງຊີວະນາໆພັນຮວມທັງສັດປ່າ ແລະ ເຄື່ອງປ່າຂອງດົງ ທີ່ມີຄວາມສໍາຄັນທາງດ້ານການທ່ອງທ່ຽວຕາມທິດສີຂຽວ. ອຸທິຍານແຫ່ງຊາດພູເຂົາຄວາຍ ມີເນື້ອທີ່ເກືອບ 200,000 ເຮັກຕາ, ກວມເອົາພື້ນທີ່ສ່ວນໜຶ່ງຂອງເມືອງ ໄຊທານີ ແລະ ເມືອງປາກງື່ມ ນະຄອນຫລວງວຽງຈັນ ໃນເນື້ອທີ່ 22,000 ເຮັກຕາ, ຂອງເມືອງທຸລະຄົມ ແລະ ເມືອງແກ້ວອຸດົມ ແຂວງ ວຽງຈັນ ໃນເນື້ອທີ່ 38,000 ປາຍ ເຮັກຕາ, ຂອງເມືອງລ້ອງຊານ ແລະ ເມືອງຮົ່ມ ແຂວງໄຊສົມບູນ ໃນເນື້ອທີ່24,000 ປາຍເຮັກຕາ, ຂອງເມືອງທ່າພະບາດ ແຂວງບໍລິຄໍາໄຊ ໃນເນ້ືອທ່ີ 107,600 ປາຍເຮັກຕາ.

ໂດຍ: ເກີດຂວັນໃຈ ມາລີຈັນສີ

KPL

ຂ່າວອື່ນໆ

    • ນ້ຳລ້ຽງມ້າ ຈາກຫ້ວຍ ກາຍເປັນສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງຂອງ ປັກກິ່ງທ່ອງທ່ຽວ

      ນ້ຳລ້ຽງມ້າ ຈາກຫ້ວຍ ກາຍເປັນສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງຂອງ ປັກກິ່ງ

      10/14/2025 8:43:35 AM

      ນະຄອນຫລວງ ປັກກິ່ງ ສປ ຈີນ ນອກຈາກເປັນເມືອງໜຶ່ງທີ່ຂຶ້ນຊື່ດ້ານຄວາມທັນສະໄໝ ແລະ ຄວາມຈະເລີນຮຸ່ງເຮືອງສີວິໄລແລ້ວ, ຍັງເປັນເມືອງທີ່ມີຊື່ສຽງໂດ່ງດັງດ້ານການທ່ອງທ່ຽວ

    • ໄປສໍາພັດເກາະໄຫຫລໍາແຫລ່ງທ່ອງທ່ຽວລະດັບໂລກທ່ອງທ່ຽວ

      ໄປສໍາພັດເກາະໄຫຫລໍາແຫລ່ງທ່ອງທ່ຽວລະດັບໂລກ

      10/9/2025 11:42:40 AM

      ຂປລ. ເກາະໄຫຫລຳ ຫລື ເອີ້ນຊື່ເຕັມວ່າ ແຂວງໄຫໜານ ສປ ຈີນ ຕັ້ງຢູ່ກາງທະເລຕອນໃຕ້ຂອງຈີນແຜ່ນດິນໃຫຍ່ທີ່ອ້ອມຮອບດ້ວຍນໍ້າທະເລ ແລະ ບໍ່ມີຊາຍແດນທາງທິດໃດຕິດກັບແຜນດິນໃຫຍ່.

    • ທ່ຽວຊົມໝູ່ບ້ານຢາພື້ນເມືອງ “ໄປ໋ເສົາຊານ”ທ່ອງທ່ຽວ

      ທ່ຽວຊົມໝູ່ບ້ານຢາພື້ນເມືອງ “ໄປ໋ເສົາຊານ”

      10/2/2025 12:26:06 PM

      ຂປລ. ນັບວ່າ ເປັນອີກໜຶ່ງໂອກາດທີ່ດີສຳລັບຜູ້ຂຽນເອງ ທີ່ໄດ້ມີໂອກາດເດີນທາງໄປ ສປ ຈີນ ຊຶ່ງຈຸດປະສົງກໍ່ເພື່ອເຂົ້າຮ່ວມເຂົ້າຮ່ວມ ເວທີປາໄສສື່ມວນຊົນ ແລະ ຄັງປັນຍາ “ທົ່ວໂລກໃຕ້” ປີ 2025 ໂດຍພາຍຫລັງສຳເລັດ ກອງປະຊຸມດັ່ງກ່າວ ຄະນະສື່ມວນຊົນລາວພວກເຮົາກໍ່ ໄດ້ມີໂອກາດໄປທ່ຽວຊົມສະຖານທີ່ຕ່າງໆ

    • ແຂວງຈຳປາສັກເຄື່ອນໄຫວຊຸກຍູ້ສະຖານທີ່ທ່ອງທ່ຽວ ທາດສາມປາງ ແລະ ວັດພູຈຳປາສັກທ່ອງທ່ຽວ

      ແຂວງຈຳປາສັກເຄື່ອນໄຫວຊຸກຍູ້ສະຖານທີ່ທ່ອງທ່ຽວ ທາດສາມປາງ ແລະ ວັດພູຈຳປາສັກ

      8/20/2025 11:58:15 AM

      *ເພື່ອເຮັດໃຫ້ບັນຍາກາດການທ່ອງທ່ຽວ ໃນໄລຍະລະດູຝົນໃຫ້ຟົດຟື້ນຕິດພັນກັບ ຟັງຄຳຄິດຄຳເຫັນ ແລະ ຂໍ້ສະເໜີຈາກປະຊາຊົນ, ຜູ້ປະກອບການນໍາໄປຄົ້ນຄວ້າ ຫາຊ່ອງທາງແກ້ໄຂໃນຕໍ່ໜ້ານັ້ນ, ເມື່ອມໍ່ໆມານີ້, ທ່ານ ສຸລິນ ເພັດທານີ ຮອງຫົວໜ້າພະແນກ ວັດທະນະທໍາ ແລະ ທ່ອງທ່ຽວ (ວທ) ແຂວງຈໍາປາສັກພ້ອມຄະນະ ໄດ້ເຄື່ອນໄຫວຊຸກຍູ້ສະຖານທີ່ທ່ອງທ່ຽວ, ການທ່ອງທ່ຽວສີຂຽວຢູ່ ເມືອງ ສຸຂຸມາ ແລະ ເມືອງຈຳປາສັກ

    • ທ່ຽວທຳມະຊາດຕາດຫີນຄັນນາທ່ອງທ່ຽວ

      ທ່ຽວທຳມະຊາດຕາດຫີນຄັນນາ

      7/14/2025 11:32:39 AM

      ຕາດຫີນຄັນນາ ເປັນຕາດທ່ີມີຂະໜາດບ່ໍໃຫຍ່ຫລາຍ ແຕ່ກໍເປັນແຫລ່ງທ່ອງທ່ຽວທີ່ນິຍົມມາແຕ່ດົນນານ, ເນື່ອງຈາກວ່າເປັນຕາດທ່ີມີຄວາມສວຍງາມ, ມີນ້ຳໃສໄຫລເຢັນ ແລະ ປົກຄຸມດ້ວຍທຳມະຊາດທີ່ຂຽວສົດງົດງາມໄປດ້ວຍຕົ້ນໄມ້ນາໆຊະນິດ, ສາມາດດຶງດູດນັກທ່ອງທ່ຽວໃຫ້ມາທ່ຽວຊົມຢ່າງຫລວງຫລາຍ.

ads
ads

Top