ສປ ຈີນ ຈະເປີດໃຊ້ກ້ອງກວດຈັບດາວເຄາະ ນອກລະບົບສຸລິຍະ ໃນປີ 2026

12/02/2024 16:25
Email Print 542
ຂປລ ມະຫາວິທະຍາໄລ ຊຽງໄຮ້ ຈຽວທົງ ຂອງສປ ຈີນ, ຜູ້ພັດທະນາກ້ອງໂທລະພາບ ສະເປກໂທຣສະໂກປິກ ຂະໜາດໃຫຍ່ ຊຶ່ງອອກແບບມາ ເພື່ອຄົ້ນຫາດາວເຄາະ ນອກລະບົບສຸຣິຍະ ໄດ້ເປີດເຜີຍວ່າ: ການກໍ່ສ້າງ ກ້ອງໂທລະພາບນີ້ ໃນພື້ນທີ່ ທາງຕາເວັນຕົກ ສຽງເໜືອ ຂອງຈີນ ມີກຳນົດສ້າງສຳເລັດ ແລະ ເປີດໃຊ້ງານ ພາຍໃນປີ 2026.

ຂປລ. ສຳນັກຂ່າວ ຊິນຮວາ ຂອງສປ ຈີນ, ມະຫາວິທະຍາໄລ ຊຽງໄຮ້ ຈຽວທົງ ຂອງສປ ຈີນ, ຜູ້ພັດທະນາ ກ້ອງໂທລະພາບສະເປໂທຣສະໂກປິກ ຂະໜາດໃຫຍ່ ຊຶ່ງອອກແບບມາ ເພື່ອຄົ້ນຫາດາວເຄາະ ນອກລະບົບສຸຣິຍະໄດ້ເປີດເຜີຍວ່າ: ການກໍ່ສ້າງ ກ້ອງໂທລະພາບນີ້ໃນພື້ນທີ່ ທາງຕາເວັນຕົກ ສຽງເໜືອ ຂອງຈີນ ມີກຳນົດສ້າງສຳເລັດແລະເປີດໃຊ້ງານ ພາຍໃນປີ 2026.

ໂດຍກ້ອງໂທລະພາບສະເປໂທຣສະໂກປິກ ເຕເລສະໂກບ ຈຽວກົງ ຢູນິເວີຣຊີຕີ (Jiaotong University Spectroscopic Telescope) ຈະ​ຖືກ​ກໍ່ສ້າງ ຢູ່​ເທິງ​ພູຊ່າ​ຍ​ເສີນ​ເຖິງ​ ໃກ້​ກັບ​ເມືອງ ​ເຫ​ລີ່​ງຫູທີ່​ຊິງ ​ແຂວງ​ຊິງ​ໄຫ ທີ່​ໄດ້​ຈັດ​ຕັ້ງ​ ຖານສັງ​ເກດ​ການ ທາງ​ດາລາສາດ ​ແລະ ຈະ​ເປັນ​ກ້ອງ​ໂທລະພາບ ​ສະ​ເປ​ກໂຕຣ ອັນ​ໂດດ​ເດັ່ນ​ທີ່​ສຸດ​ ຂອງຈີນ ​ໃນ​ໄລຍະ​ເວລາ​ໜຶ່ງ. ກ້ອງ​ໂທລະພາບ​ດັ່ງກ່າວ​ ຈະ​ມີ​ຮູ​ຮັບ​ແສງ ຂະໜາດ 4,4 ​ແມັດ, ສາມາດສັບ​ປ່ຽນ​ ລະຫວ່າງແ​ຫລ່ງ ​ເປົ້າ​ໝາຍ​ໄດ້ຢ່າງ​ວອ່ງ​ໄວ ​ແລະ ຊ່ວຍ​ເຮັດ​ໃຫ້ ສັງ​ເກດ​ການ ທາງສະ​ເປ​ກໂຕຣ ​ໄດ້​ທັນທີ, ​ຊຶ່ງ​ຄະນະ​ນັກວິທະຍາສາດ ຄາດ​ວ່າ ກ້ອງດັ່ງກ່າວ​ ຈະ​ຊ່ວຍ​ໃຫ້ປະສົບ​ຜົນສຳ​ເລັດ ທາງດ້ານ​ການ​ວິ​ໄຈ ຫລາຍ​ລາຍການ ​ເຊັ່ນ: ດາລາສາດ ​ໂດ​ເມນ​ເວລາ ​ແລະ ການ​ສຳ​ຫລວດ​ ດາວ​ເຄາະ ​ນອກ​ລະບົບ​ສຸຣິຍະ.

ນອກຈາກ​ນັ້ນ, ກ້ອງ​ໂທລະພາບນີ້ ຍັງ​ຈະ​ມີ​ອຸປະກອນ ສະ​ເປ​ກ​ໂຕຣມິ​ເຕີ ​ທີ່ມີຄວາມຊັດເຈນສູງ ທີ່ຈະ​ຊ່ວຍ​ໃຫ້​ຄວາມ​ ສາມາດ ເຮັດ​ການ​ສັງ​ເກດ​ການ ທາງສະ​ເປ​ກໂຕຣ ​ແບບ​ຫລາຍ​ເປົ້າ​ໝາຍ ​ແລະ ​ຊັດເຈນສູງ​ ຊຶ່ງເປັນ​ຄັ້ງ​ທຳ​ອິດຂອງ​ໂລກ, ລວມ​ເຖິງ​ຈະ​ເພີ່ມ​ປະສິດ ທິພາບການກວດ​ຈັບ ດາວ​ເຄາະ ນອກ​ລະບົບສຸລິຍະ ຢ່າງ​ຊັດເຈນ ແລະເລິກເຊິ່ງ.

KPL

ຂ່າວອື່ນໆ

ads
ads

Top