ສຶກສາສໍາຫລວດຄວາມເປັນໄປໄດ້ ໂຄງການໄຟຟ້າພະລັງງານຄູ່ຖ່ານຫີນ ແລະ ຊີວະມວນ

03/01/2024 16:24
Email Print 3649
ຂປລ ຂປລ.ບໍລິສັດ ອາຊີ-ໂປຕາສ ສາກົນ ແລະ ລັດຖະບານລາວ ໄດ້ລົງນາມໃນບົດບັນທຶກຄວາມເຂົ້າໃຈເພື່ອຮ່ວມມືໂຄງການພະລັງງານແບບປະສົມ, ສ້າງສູນພະລັງງານໃນພາກພື້ນ ແລະ ເສີມຄວາມສາມາດແກ່ການພັດທະນາເສດຖະກິດ-ສັງຄົມ.

ຂປລ.ບໍລິສັດ ອາຊີ-ໂປຕາສ ສາກົນ ແລະ ລັດຖະບານລາວ ໄດ້ລົງນາມໃນບົດບັນທຶກຄວາມເຂົ້າໃຈເພື່ອຮ່ວມມືໂຄງການພະລັງງານແບບປະສົມ, ສ້າງສູນພະລັງງານໃນພາກພື້ນ ແລະ ເສີມຄວາມສາມາດແກ່ການພັດທະນາເສດຖະກິດ-ສັງຄົມ.

ໃນວັນທີ 27 ທັນວາ 2023 ຜ່ານມາ, ບໍລິສັດອາຊີ-ໂປຕາສ ສາກົນ ແລະ ກະຊວງແຜນການ ແລະ ການລົງທຶນ ສປປ ລາວ ຮ່ວມລົງນາມໃນບົດບັນທຶກຄວາມເຂົ້າໃຈ ເພື່ອສຶກສາສໍາຫລວດຄວາມເປັນໄປໄດ້ໃນການພັດທະນາ ໂຄງການໄຟຟ້າພະລັງງານຄູ່ຖ່ານຫີນ ແລະ ຊີວະມວນຂະໜາດ 300 ເມກາວັດ ແລະ ໂຄງການໄຟຟ້າພະລັງງານແສງຕາເວັນຂະໜາດ 30 ເມກາວັດເຊິ່ງເປັນນິມິດໝາຍຂອງການຈັດຕັ້ງປະຕິບັດ ໂຄງການຮັບປະກັນຄວາມໝັ້ນຄົງດ້ານພະລັງງານທີ່ສໍາຄັນຢ່າງເປັນທາງການ ພາຍໃຕ້ຄວາມເອົາໃຈໃສ່ຂອງລັດຖະບານ ແລະ ວິສາຫະກິດ ເພື່ອຊຸກຍູ້ "ນິຄົມອຸດສາຫະກໍາໝູນວຽນອັດສະລິຍະອາຊີ-ໂປຕາສ ສາກົນຢູ່ແຂວງຄໍາມ່ວນ". ອີງຕາມບົດບັນທຶກສະບັບນີ້, ບໍລິສັດ ຈະສ້າງໂຄງການພະລັງງານໄຟຟ້າ ແບບປະສົມຄົບວົງຈອນດຽວ ທີ່ປະກອບດ້ວຍຕາໜ່າງການໂຫລດ, ການຈັດເກັບພະລັງງານທີ່ສະອາດ, ກາກບອນຕໍ່າແລະ ເປັນມິດກັບສິ່ງແວດລ້ອມ ຢູ່ໃນນິຄົມອຸດສາຫະກຳໝູນວຽນອັດສະລິຍະອາຊີ-ໂປຕາສ ສາກົນຢູ່ແຂວງຄໍາມ່ວນ ສປປ ລາວ ເພື່ອສະໜອງພະລັງງານໄຟຟ້າ ແລະ ພະລັງງານຄວາມຮ້ອນ ທີ່ໜ້າເຊື່ອຖື, ມີຄວາມສະຖຽນ ແລະ ພຽງພໍ ໃຫ້ແກ່ການພັດທະນາອຸດສາຫະກຳທ້ອງຖິ່ນ. ນອກນີ້, ຍັງເປັນມາດຕະການທີ່ເຂັ້ມແຂງ ເພື່ອເສີມຂະຫຍາຍການສະໜອງໄຟຟ້າຢູ່ພາກກາງຂອງລາວ ຢ່າງມີປະສິດທິຜົນ ແລະ ເສີມຂະຫຍາຍຂໍ້ໄດ້ປຽບໃນການພັດທະນາຂອງລາວ.

ຮ່ວມລົງນາມໃນຄັ້ງນີ້, ມີ ທ່ານ Tong Yongheng ຮອງຜູ້ອຳນວຍການໃຫຍ່ຂອງບໍລິສັດ ອາຊີ-ໂປຕາສສາກົນ, ຜູ້ຊີ້ນໍາລວມຂອງ ບໍລິສັດຊີໂນ-ອາກຣີໂປຕາສຈໍາກັດ ປະຈໍາລາວ ແລະ ທ່ານ ສະຖາບັນດິດ ອິນສີຊຽງໃໝ່ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ, ມີ ທ່ານ ທອງພັດອິນທະວົງ ຮອງລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່, ທ່ານ ເດດສັກດາ ມະນີຄໍາ ຫົວໜ້າພະແນກແຜນການ ແລະ ການລົງທຶນ ແຂວງຄຳມ່ວນ ແລະ ທ່ານ Ai Yongjun ຮອງຜູ້ອໍານວຍການໃຫຍ່ ບໍລິສັດຊີໂນ-ອາກຣີໂປຕາສ ຈຳກັດ ລົງນາມເປັນສັກຂີພິຍານໃນບົດບັນທຶກຄວາມເຂົ້າໃຈ ໂດຍມີ

ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງໆຄໍາມ່ວນ, ພ້ອມດ້ວຍການນໍາຂັ້ນສູງຈາກພາກສ່ວນກ່ຽວຂ້ອງຂອງລັດຖະບານ ເຂົ້າຮ່ວມ.

ສັງຮວມຂໍ້ໄດ້ປຽບ ດ້ານພະລັງງານຂອງນິຄົມອຸດສາຫະກໍາ ແລະ ເສີມຄວາມສາມາດແກ່ການພັດທະນາເສດຖະກິດຂອງລາວ ດ້ວຍການດຶງດູດການລົງທຶນ.

ໃນພິທີລົງນາມ, ທ່ານ Tong Yongheng ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈມາຍັງລັດ ຖະບານລາວ ທີ່ໄດ້ໃຫ້ຄວາມໄວ້ເນື້ອເຊື່ອໃຈ ແລະ ສະໜັບສະໜູນ ບໍລິສັດ ອາຊີ-ໂປຕາສສາກົນ ກໍຄືບໍລິສັດຊີໂນ-ອາກຣີໂປຕາສຈໍາກັດ ມາເປັນເວລາດົນນານ ໂດຍທ່ານໄດ້ຍົກໃຫ້ເຫັນວ່າ: ການສະໜອງພະລັງງານໄຟຟ້າ ແລະ ພະລັງງານຄວາມຮ້ອນທີ່ມີຄວາມໜ້າເຊື່ອຖື, ພຽງພໍ, ໝັ້ນຄົງ ແລະ ຕົ້ນທຶນຕ່ຳແມ່ນເປັນຫລັກຮັບປະກັນ ແລະ ສ່ວນປະກອບທີ່ສຳຄັນໃນການຊຸກຍູ້ການລົງທຶນ ແລະ ພັດທະນາກໍ່ສ້າງນິຄົມອຸດສາຫະກໍາ. ການລົງນາມໃນບົດບັນທຶກຄວາມເຂົ້າໃຈ ໂຄງການຜະລິດໄຟຟ້າຮັບໃຊ້ພາຍໃນຄັ້ງນີ້ ຖືເປັນຄວາມຄືບໜ້າອັນສຳຄັນອີກບາດກ້າວໜຶ່ງ ໃນການກໍ່ສ້າງນິຄົມອຸດສາຫະກໍາ ອາຊີ-ໂປຕາສ.

ໃນເດືອນມີນາຜ່ານມາ, ບໍລິສັດອາຊີ-ໂປຕາສສາກົນ ແລະ ລັດຖະບານລາວ ໄດ້ຮ່ວມກັນເປີດໂຄງການ ນິຄົມອຸດສາຫະກຳໝູນວຽນອັດສະລິຍະອາຊີ-ໂປຕາສສາກົນ”. ໃນເດືອນກໍລະກົດຜ່ານມາໂຄງການນິຄົມອຸດສາຫະກໍາ ໄດ້ບັນລຸການລົງນາມຄັ້ງທຳອິດ 10 ໂຄງການ, ລວມມູນຄ່າການລົງທຶນທັງໝົດ 835 ລ້ານໂດລາ, ຕໍ່ມາໂຄງການໂບຣມີນ ແລະ ຄລໍ-ອັນຄາໄລ ໄລຍະທີໜຶ່ງໄດ້ກໍ່ສ້າງສໍາເລັດ ແລະ ເລີ່ມດຳເນີນການຜະລິດແລ້ວ, ລະບົບຕ່ອງໂສ້ອຸດສາຫະກຳໂບຣມີນ ແຫ່ງທຳອິດ ໄດ້ສ້າງຕັ້ງຂຶ້ນໃນເບື້ອງຕົ້ນ. ນິຄົມອຸດສາຫະກຳ ຖືຊັບພະຍາກອນແຮ່ເກືອໂປຕາສ ເປັນແກນຫລັກ ໂດຍມີເປົ້າໝາຍໃນການສ້າງນິຄົມເປັນຕົວແບບລະດັບຊາດຢູ່ລາວ. ບໍລິສັດ ໄດ້ທຸ້ມເທກໍາລັງແຮງໃຫຍ່ຫລວງເລັ່ງພັດ ທະນາອຸດສາຫະກຳຝຸ່ນໂປຕາສ, ສືບຕໍ່ຂະຫຍາຍກໍາລັງການຜະລິດຈາກ 5 ລ້ານໂຕນເປັນ 7 ລ້ານໂຕນ ຫາ 10 ລ້ານໂຕນ, ພ້ອມທັງສ້າງພື້ນຖານການຜະລິດຝຸ່ນໂປຕາສໃຫຍ່ທີ່ສຸດໃນອາຊີ ແລະ ສ້າງປະເທດລາວ ໃຫ້ກາຍເປັນຖານສະໜອງຝຸ່ນໂປຕາສ ທີ່ໃຫຍ່ເປັນອັນດັບສີ່ຂອງໂລກ.

ໂດຍຜ່ານການນໍາໃຊ້ຮູບແບບການດຶງດູດການລົງທຶນ ແລະ ການພັດທະນາຮ່ວມກັນ, ພວກເຮົາສາມາດຂຸດຄົ້ນຫາຄຸນຄ່າຂອງແຫລ່ງຊັບພະຍາກອນແຮ່ ຕິດພັນຂອງບໍ່ແຮ່ເກືອໂປຕາສ, ຮ່ວມມືພັດ ທະນາອຸດສາຫະກຳອະໂປຕາສ, ຂະຫຍາຍຕ່ອງໂສ້ອຸດສາຫະກຳໃຫ້ຍາວອອກຕື່ມ, ສ້າງຕາໜ່າງເມ ທຣິກອຸດສາຫະກຳ, ສ້າງກຸ່ມອຸດສາຫະກຳ, ຮ່ວມກັນຊຸກຍູ້ການພັດທະນາອຸດສາຫະກຳຂອງລາວ ແລະ ຫັນປ່ຽນຂໍ້ໄດ້ປຽບຂອງຊັບພະຍາກອນ ໃຫ້ເປັນມູນຄ່າທາງດ້ານເສດຖະກິດ. ໃນຄັ້ງນີ້, ລັດຖະບານລາວ ໄດ້ສະໜັບສະໜູນອາຊີ-ໂປຕາສສາກົນ ຍົກລະດັບລະບົບພະລັງງານໄຟຟ້າ ຂອງນິຄົມອຸດສາຫະ ກຳ ເພື່ອສ້າງຂໍ້ໄດ້ປຽບດ້ານການສະໜອງພະລັງງານທີ່ມີຕົ້ນທຶນຕໍ່າ ໃນນິຄົມອຸດສາຫະກຳ, ນີ້ເປັນນິມິດໝາຍວ່າ ນິຄົມອຸດສາຫະກຳ ຈະບັນລຸການສະໜອງພະລັງງານໄຟຟ້າໃຫ້ແກ່ຕົນເອງ, ເປັນການຍົກປະສິດທິຜົນ ແລະ ສາມາດຄວບຄຸມຕົ້ນທຶນ. ພາຍຫລັງໂຄງການດັ່ງກ່າວກໍ່ສ້າງສຳເລັດ ຈະຮັບປະກັນໃຫ້ແກ່ການກໍ່ສ້າງ, ການຜະລິດ ແລະ ການດໍາເນີນທຸລະກິດ ຂອງບັນດາວິສາຫະກິດໃນນິຄົມຢ່າງມີປະສິດທິຜົນ, ເປັນການເພີ່ມກໍາລັງຂັບເຄື່ອນແກ່ການດຶງດູດການລົງທຶນ ແລະ ການພັດທະນານິຄົມ, ເສີມສ້າງຄວາມສາມາດແກ່ການພັດທະນາເສດຖະກິດຂອງລາວ.

ຍົກສູງຄວາມສາມາດໃນການແຂ່ງຂັນສາກົນຂອງລາວ, ສະໜອງກໍາລັງຂັບເຄື່ອນທີ່ແຂງແຮງ ເພື່ອສ້າງເປັນປະເທດເຂັ້ມແຂງດ້ານອຸດສາຫະກຳ

 ໂດຍນໍາໃຊ້ນິຄົມອຸດສາຫະກໍາ ເປັນເວທີດຶງດູດ, ບໍລິສັດອາຊີ-ໂປຕາສສາກົນ ແລະ ລັດຖະ ບານລາວ ໄດ້ຮ່ວມກັນຄົ້ນຄວ້າເສັ້ນທາງໃໝ່ ເພື່ອເຊື່ອມໂຍງອຸດສາຫະກຳພະລັງງານ ແລະ ບໍ່ແຮ່ຢ່າງມີປະສິດທິພາບ ແລະ ກະຕຸ້ນທ່າແຮງການພັດທະນາເສດຖະກິດຢ່າງເຕັມສ່ວນ ເຊິ່ງສອດຄ່ອງທີ່ສຸດກັບແນວທາງການພັດທະນາຂອງລັດຖະບານກ່ຽວກັບ ຂະແໜງພະລັງງານ ແລະ ບໍ່ແຮ່ແມ່ນຜູ້ນໍາໜ້າ ເພື່ອບັນລຸຍຸດທະສາດການຫັນເປັນອຸດສາຫະກໍາ ແລະ ທັນສະໄໝຂອງລາວ, ຮັບປະກັນໝາກຜົນອັນໃຫຍ່ຫລວງທີ່ມີປະສິດທິພາບ ໃນການຈັດຕັ້ງປະຕິບັດແຜນພັດທະນາພະລັງງານ ແລະ ບໍ່ແຮ່ 5 ປີ ຄັ້ງທີ IX ເປັນການເຄື່ອນໄຫວຢ່າງທັນການ ແລະ ເໝາະສົມ ເພື່ອຊ່ວຍໃຫ້ລາວຫັນເປັນອຸດສາຫະກຳ ແລະ ທັນສະໄໝ. ພາຍຫລັງໂຄງການກໍ່ສ້າງສຳເລັດ ບໍ່ພຽງແຕ່ຈະເປັນສະຖານທີ່ສະໜອງພະລັງງານໄຟຟ້າ ທີ່ສຳຄັນຂອງນິຄົມອຸດສາຫະກຳເທົ່ານັ້ນ, ແຕ່ຍັງຈະກາຍເປັນສູນພະລັງງານໃນພາກພື້ນຂອງລາວ, ເຕີມເຕັມການສະໜອງໄຟຟ້າໃນພາກກາງຂອງລາວ, ຮັບປະກັນການສະໜອງພະລັງງານໄຟຟ້າ ແລະ ພະລັງ ງານຄວາມຮ້ອນ ເພື່ອພັດທະນາອຸດສາຫະກຳ, ເສີ່ມສ້າງຂໍ້ໄດ້ປຽບໃນການແຂ່ງຂັນດ້ານພະລັງງານ ແລະ ເປັນແຮງຊຸກຍູ້ທີ່ເຂັ້ມແຂງໃນການສ້າງປະເທດລາວ ໃຫ້ເປັນປະເທດທີ່ເຂັ້ມແຂງດ້ານອຸດສາຫະ ກຳ.

ການລົງນາມຄັ້ງນີ້, ເປັນການເປີດໜ້າໃໝ່ຂອງການຮ່ວມມືລະຫວ່າງ ລັດຖະບານ ແລະ ວິສາຫະກິດ ເພື່ອຊຸກຍູ້ການພັດທະນາເສດຖະກິດ ທີ່ມີຄຸນນະພາບສູງຢູ່ລາວ ໃນໄລຍະທີ່ປະເທດລາວພວມເລັ່ງການເຊື່ອມໂຍງເຂົ້າກັບຕ່ອງໂສ້ອຸດສາຫະກຳ ແລະ ຕ່ອງໂສ້ການສະໜອງຂອງໂລກ, ການປັບປຸງລະດັບການສະໜອງພະລັງງານຢ່າງບໍ່ຢຸດຢັ້ງ ແລະ ການຫລຸດຕົ້ນທຶນດ້ານພະລັງງານຈະເປັນຫົວຈັກຂັບເຄື່ອນອັນໃໝ່ໃຫ້ແກ່ລາວ ໃນການດຶງດູດການລົງທຶນທີ່ມີຄຸນນະພາບສູງລະດັບໂລກ, ສ້າງກຸ່ມອຸດສາຫະກໍາທີ່ໄດ້ປຽບ ແລະ ເນັ້ນການຫັນເປັນອຸດສາຫະກໍາ ເພື່ອຊຸກຍູ້ການພັດທະນາເສດຖະກິດໃຫ້ມີຄຸນນະພາບສູງ. ພາຍໃຕ້ຂໍ້ໄດ້ປຽບດ້ານພະລັງງານ, ນິຄົມອຸດສາຫະກໍາ ອາຊີ-ໂປຕາສສາກົນ ຈະກາຍເປັນເຂດພື້ນທີ່ສູງທີ່ມີການພັດທະນາແບບກ້າວກະໂດດ ເຊິ່ງເຕົ້າໂຮມຜູ້ຄົນ, ໂລຈິສຕິກ ແລະ ການໜູນວຽນຂອງທຶນ, ຊ່ວຍໃຫ້ ສປປ ລາວ ສ້າງຮູບແບບອຸດສາຫະກຳທີ່ທົດແທນການນຳເຂົ້າ ແລະ ສົ່ງອອກເພື່ອສ້າງເງິນຕາ, ເພື່ອປະກອບສ່ວນກໍາລັງແຮງມະຫາສານໃນການສ້າງ ສປປ ລາວ ເປັນປະເທດທີ່ຈະເລີນຸຮ່ງເຮືອງ ແລະ ປະຊາຊົນເຂັ້ມແຂງ.

KPL

ຂ່າວອື່ນໆ

    • ສາຍການບິນຫວຽດເຈັດຕົກລົງຊື້ເຮືອບິນ 20 ລຳ ມູນຄ່າ 7,4 ຕື້ໂດລາ ເສດຖະກິດ

      ສາຍການບິນຫວຽດເຈັດຕົກລົງຊື້ເຮືອບິນ 20 ລຳ ມູນຄ່າ 7,4 ຕື້ໂດລາ

      7/24/2024 4:13:23 PM

      ຂປລ. ສາຍການບິນຫວຽດເຈັດ (VietJet) ແລະ ແອບັດ (Airbus) ໄດ້ລົງນາມຢ່າງເປັນທາງການໃນສັນຍາຊື້ເຮືອບິນ A330neo (A330-900) ລຸ້ນໃໝ່ຈໍານວນ 20 ລໍາ, ລວມມູນຄ່າ 7,4 ຕື້ໂດລາຕາມລາຄາຂອງລາຍຊື່ຜູ້ຜະລິດ ຢູ່ທີ່ງານວາງສະແດງການບິນສາກົນ Farnborough. ລົງນາມໃນສັນຍາດັ່ງກ່າວມີ ທ່ານ Nguyen Thi Phuong Thao ປະທານບໍລິສັດສາຍການບິນ VietJet ແລະ ທ່ານ Christian Scherer ຄະນະບໍລິຫານສູງສຸດຂອງບໍລິສັດ Airbus Commercial Aircraft.

    • ທົ່ວແຂວງອຸດົມໄຊ ມີຄອບຄົວພົ້ນທຸກ ກວມເອົາ 60,83%ເສດຖະກິດ

      ທົ່ວແຂວງອຸດົມໄຊ ມີຄອບຄົວພົ້ນທຸກ ກວມເອົາ 60,83%

      7/24/2024 9:57:54 AM

      ການຈັດຕັ້ງປະຕິບັດວຽກງານພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກໃນໄລຍະຜ່ານມາ ໄດ້ຍຶດໝັ້ນ ແລະ ສືບຕໍ່ຈັດຕັ້ງປະຕິບັດຕາມທິດສ້າງຊົນນະບົດໃໝ່ ໂດຍໄດ້ກຳນົດໄວ້ໃນມະຕິກອງປະຊຸມໃຫຍ່ ຄັ້ງທີ IX ຂອງອົງຄະນະພັກ ແຂວງ.

    • ຊຽງຂວາງ ຄຸ້ມຄອງການລົງທຶນ ຢ່າງມີປະສິດທິຜົນດີຂຶ້ນເສດຖະກິດ

      ຊຽງຂວາງ ຄຸ້ມຄອງການລົງທຶນ ຢ່າງມີປະສິດທິຜົນດີຂຶ້ນ

      7/23/2024 10:43:36 AM

      ຊຽງຂວາງເອົາໃຈໃສ່ປະຕິບັດວຽກງານສົ່ງເສີມການລົງທຶນ ຂອງພາກເອກະຊົນພາຍໃນ ແລະ ຕ່າງປະເທດມີປະສິດທິຜົນດີຂຶ້ນສະແດງອອກໃນໄລຍະ 6 ເດືອນຕົ້ນປີ 2024 ສາມາດປະຕິບັດໄດ້ທັງໝົດ 319 ຫົວໜ່ວຍ, ມູນຄ່າທັງໝົດ 711,52 ຕື້ກີບ, ເທົ່າກັບ 49,16%ຂອງແຜນການປີ.

    • ອຸດົມໄຊ ສຸມໃສ່ຜະລິດກະສິກຳເປັນສິນຄ້າ ເພື່ອແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດເສດຖະກິດ

      ອຸດົມໄຊ ສຸມໃສ່ຜະລິດກະສິກຳເປັນສິນຄ້າ ເພື່ອແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ

      7/18/2024 10:38:39 AM

      ແຂວງອຸດົມໄຊ ມີທ່າແຮງທາງດ້ານກະສິກຳ ໂດຍສະເພາະແມ່ນມີພື້ນທີ່ກວ້າງຂວາງ, ອຸດົມສົມບູນ, ດິນກໍເໝາະສົມກັບການປູກພຶດຫລາຍຊະນິດລວມທັງພືດລົ້ມລຸກ, ໄມ້ຢືນຕົ້ນ, ໄມ້ໃຫ້ໝາກຕ່າງໆ ແລະ ເໝາະສົມກັບການລ້ຽງສັດ; ຫລາຍເມືອງກໍມີທ່າແຮງແຕກຕ່າງກັນ.

    • ຈຳປາສັກ ສຸມໃສ່ການຜະລິດກະສິກຳ ເປັນທາແຮງໃນການສົ່ງອອກສິນຄ້າເສດຖະກິດ

      ຈຳປາສັກ ສຸມໃສ່ການຜະລິດກະສິກຳ ເປັນທາແຮງໃນການສົ່ງອອກສິນຄ້າ

      7/16/2024 5:14:32 PM

      ຂປລ. ແຂວງຈຳປາສັກ ເລັ່ງແກ້ໄຂບັນຫາຄວາມຫຍຸງຍາກ ທາງດ້ານເສດຖະກິດ-ການເງິນ ເປັນວຽກງານບູລິມະສິດ ເຊິ່ງໄດ້ສຸມໃສ່ການຜະລິດກະສິກຳ ເພື່ອຄໍ້າປະກັນສະບຽງອາຫານ ທົດແທນການ ນໍາເຂົ້າ, ຫລຸດຜ່ອນການໄຫລອອກເງິນຕາຕ່າງປະເທດ; ສຸມໃສ່ການຜະລິດກະສິກຳ ແລະ ປຸງແຕ່ງເປັນສິນຄ້າ ເພື່ອສົ່ງອອກ ແລະ ເຮັດໃຫ້ເງິນຕາຕ່າງປະເທດ ໄຫລເຂົ້າມາໃຫ້ໄດ້ຫລາຍຂຶ້ນ; ສ້າງຄວາມເຂັ້ມ ແຂງໃຫ້ແກ່ວິສາຫະກິດຂະໜາດນ້ອຍ ແລະ ກາງພາຍໃນແຂວງ; ຄຸ້ມຄອງການນຳເຂົ້າ ແລະ ການສົ່ງອອກສິນຄ້າ

ads
ads

Top