ແອຣ ນູແວນເຊລັງ ເລັ່ງໃຊ້ເຮືອບິນພະລັງງານໄຟຟ້າ ໃນປີ 2026

08/12/2023 14:16
Email Print 497
ຂປລ ແອຣ ນູແວນເຊລັງ ຊຶ່ງເປັນ ສາຍການບິນ ແຫ່ງຊາດ ຂອງ ນູແວນເຊລັງ ໄດ້ສັ່ງຊື້ ເຮືອບິນ ໄຟຟ້າ “ອາເລີຍ” (ALIA) ຈາກ ບໍລິສັດ ເບຕາ ເຕັກໂນໂລຊີ ຊຶ່ງເປັນ ຜູ້ຜະລິດ ດ້ານການບິນ ແລະ ອາວະກາດ ໃນສ.ອາເມລິກາ.

ຂປລ. ສຳນັກຂ່າວເອເອຟພີ ລາຍງານຈາກ ນະຄອນຫລວງແວນລິງຕັນ ປະເທດ ນູແວນເຊລັງເມື່ອວັນທີ 7 ທັນວາ ວ່າ: ​ແອຣ ນູແວນເຊລັງ ຊຶ່ງເປັນ ສາຍການບິນແຫ່ງຊາດ ຂອງ ນູແວນເຊລັງ ໄດ້ສັ່ງຊື້ ເຮືອບິນໄຟຟ້າອາເລີຍ” (ALIA) ຈາກ ​ບໍລິສັດ ​ເບ​ຕາ ​ເຕັກ​ໂນ​ໂລ​ຊີ ຊຶ່ງ​ເປັນ​ ຜູ້​ຜະລິດ ດ້ານ​ການບິນ ​ແລະ ອາ​ວະ​ກາດ ​ໃນ​ສ.ອາ​ເມ​ລິ​ກາ.

          ເຮືອບິນ​ລຳ​ດັ່ງກ່າວ ຄາດ​ວ່າ ​ຈະ​ເຂົ້າ​ຮ່ວມ ​ສາຍ​ການບິນ ​ແອຣ ນູ​ແວນ​ເຊ​ລັງ ​ໂດຍ​ໃນ​ເບື້ອງ​ຕົ້ນ ຈະ​ໃຫ້​ບໍລິການ ຂົນ​ສົ່ງ ພັດສະດຸ ​ແລະ ຈົດໝາຍ ພາຍ​ໃນ ​ປະ​ເທດ ພຽງ​ຢ່າງ​ດຽວ, ​ໂດຍ​ຜ່ານ​ ການ​ຮ່ວມ​ມື ກັບ​ ບໍລິສັດ​ໄປສະ​ນີ ນູ​ແວນ​ເຊ​ລັງ​ໂພສ. ໂດຍຕັ້ງເປົ້າໝາຍຈະເປັນສາຍການບິນແຫ່ງທຳອິດໃນໂລກ ທີ່ໃຊ້​​ ເຮືອບິນລຸ້ນໃໝ່ທາງດ້ານການຄ້າ . ທ່ານນາງ ຮານນີຟິນ ປະທານເຈົ້າໜ້າທີ່ ຝ່າຍຄວາມໝັ້ນຄົງ ຂອງ ບໍລິສັດນີ້ ກ່າວວ່າ ສາຍການບີນນີ້ ຍັງບໍ່ໄດ້ກຳນົດ ວັນໃຫ້ບໍລິການ ຖ້ຽວບິນ ສຳລັບຜູ້ໂດຍສານ ດ້ວຍເຮືອບີນໄຟຟ້າລຳນີ້.

          ນອກນັ້ນແອຣ ນູແວນເຊລັງ ຍັງຖະແຫລວ່າ: ​ເຮືອບິນ ອາເລີຍ ມີຄວາມຍາວ ປະມານ 12 ​ແມັດແລະ ມີນໍ້າໜັກ 3 ​ໂຕນ, ສາມາດ ບິນໄດ້ໄລຍະທາງ  480 ກິໂລແມັດໃນການບິນ ທົດລອງຖ້ຽວດຽວ , ​ໂດຍມີ ຄວາມໄວສູງສຸດ ລວມມີ 270 ກິໂລແມັດ ຕໍ່ຊົ່ວໂມງແລະ ບິນໄດ້ ລະດັບຄວາມສູງ ເຖິງ 3.000 ​ແມັດ ເທິງໜ້າດິນ. ຂະນະທີ່ເຮືອບິນໄຟຟ້າ ລຳນີ້ ສາມາດ ສາກແບັດເຕີຣີເຕັມ ໃນໄລຍະເວລາປະມານ 1 ຊົ່ວໂມງແລະ ສາມາດ ບິນຂຶ້ນ-​ລົງຈອດໄດ້ ຄືກັບ ເຮືອບິນທົ່ວ​​ໄປ./.

KPL

ຂ່າວອື່ນໆ

ads
ads

Top