ຂປລ
ສະມັດຊາໃຫຍ່ ສະຫະ ປະຊາຊາດ (ສປຊ) ໄດ້ຈັດ ກອງປະຊຸມ ຄົບຄະນະ ກ່ຽວກັບ ມະຫາສະໝຸດ ແລະ ກົດໝາຍ ວ່າດ້ວຍ ທະເລ. ບັນດາ ກຸ່ມປະເທດ ແລະ ເກືອບ 40 ປະເທດ ກ່າວຄຳເຫັນ ແບ່ງປັນ ກ່ຽວກັບ ບັນດາ ສິ່ງທ້າທາຍ ໃນປັດຈຸບັນຄື: ບັນຫາ ມົນລະພິດ ສິ່ງແວດລ້ອມ ທະເລ, ຜົນຕາມມາ ທີ່ຫຍໍ້ທໍ້ ຈາກການປ່ຽນແປງ ຂອງດິນຟ້າ ອາກາດ, ການພັດທະນາ ອາຊີບ ຫາປາ ແບບຍືນຍົງ.

ຂປລ.ວິທະຍຸ ສາກົນ ຫວຽດນາມ, ເມື່ອບໍ່ດົນມານີ້, ສະມັດຊາໃຫຍ່ ສະຫະ ປະຊາຊາດ (ສປຊ) ໄດ້ຈັດ ກອງປະຊຸມ ຄົບຄະນະ ກ່ຽວກັບ ມະຫາສະໝຸດ ແລະ ກົດໝາຍ ວ່າດ້ວຍ ທະເລ. ບັນດາ ກຸ່ມປະເທດ ແລະ ເກືອບ 40 ປະເທດ ກ່າວຄຳເຫັນ ແບ່ງປັນ ກ່ຽວກັບ ບັນດາ ສິ່ງທ້າທາຍ ໃນປັດຈຸບັນຄື: ບັນຫາ ມົນລະພິດ ສິ່ງແວດລ້ອມ ທະເລ, ຜົນຕາມມາ ທີ່ຫຍໍ້ທໍ້ ຈາກການປ່ຽນແປງ ຂອງດິນຟ້າ ອາກາດ, ການພັດທະນາ ອາຊີບ ຫາປາ ແບບຍືນຍົງ. ໃນສະພາບ ການນັ້ນ, ບັນດາປະເທດ ໄດ້ຍົກສູງ ຄຸນຄ່າ, ຄວາມເປັນ ເອກະພາບ ແລະ ຮອບດ້ານ ຂອງ ສົນທິສັນຍາ ສປຊ ກ່ຽວກັບ ກົດໝາຍ ວ່າດ້ວຍ ທະເລ ປີ 1982 (UNCLOS). ຈາກນັ້ນ ທ່ານ ດັ່ງຮ່ວາງຢາງ, ເອກອັກ ຄະລັດຖະທູດ, ຫົວໜ້າ ຄະນະ ຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ໄດ້ຢັ້ງຢືນວ່າ: ສສ ຫວຽດນາມ ຍາມໃດ ກໍ່ຖື ເປັນສຳຄັນ UNCLOS ດ້ວຍບົດບາດ ເປັນກອບ ນິຕິກຳສາກົນ ປັບປຸງ ທຸກການເຄື່ອນໄຫວ ທາງທະເລ ແລະ ມະຫາສະໝຸດ. ສສ ຫວຽດນາມ ຮຽກຮ້ອງ ໃຫ້ບັນດາ ປະເທດ ສືບຕໍ່ ປະຕິບັດ UNCLOS ຢ່າງຄົບຖ້ວນ, ລວມມີ ພັນທະ ແກ້ໄຂ ການຂັດແຍ້ງກັນ ໂດຍສັນຕິວິທີ ແລະ ເຄົາລົບ ອະທິປະໄຕ ຂອງບັນດາ ປະເທດ ແຄມທະເລ ເມື່ອດຳເນີນ ບັນດາ ການເຄື່ອນໄຫວ ເສດຖະກິດ ທີ່ຖືກຕ້ອງ ຕາມກົດໝາຍ ຢູ່ບັນດາ ເຂດທະເລ ຂອງຕົນ ທີ່ໄດ້ກຳນົດຕາມ UNCLOS./.
(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL