ເມືອງໄຊຍະບູລີ ເລົ່າມູນເຊື້ອ 2 ວັນປະຫວັດຊາດສຳຄັນຂອງຊາດ

06/12/2023 15:32
Email Print 871
ຂປລ ຂປລ. ແຫລ່ງຂ່າວຈາກ ແຂວງໄຊຍະບູລີ ໃຫ້ຮູ້ວ່າ: ເມືອງ ໄຊຍະບູລີ ແຂວງໄຊຍະບູລີ ເລົ່າມູນເຊື້ອ 2 ວັນປະຫວັດຊາດສໍາຄັນຂອງຊາດຄື: ວັນຊາດທີ 2 ທັນວາ ຄົບຮອບ 48 ປີ ແລະ ວັນຄ້າຍວັນເກີດຂອງປະທານ ໄກສອນ ພົມວິຫານ ຄົບຮອບ 103 ປີ ໃນວັນທີ 5 ທັນວາ 2023

   ຂປລ. ແຫລ່ງຂ່າວຈາກ ແຂວງໄຊຍະບູລີ ໃຫ້ຮູ້ວ່າ: ເມືອງ ໄຊຍະບູລີ ແຂວງໄຊຍະບູລີ ເລົ່າມູນເຊື້ອ 2 ວັນປະຫວັດຊາດສໍາຄັນຂອງຊາດຄື: ວັນຊາດທີ 2 ທັນວາ ຄົບຮອບ 48 ປີ ແລະ ວັນຄ້າຍວັນເກີດຂອງປະທານ ໄກສອນ ພົມວິຫານ ຄົບຮອບ 103 ປີ ໃນວັນທີ 5 ທັນວາ 2023 ໃຫ້ພະນັກງານອາວຸດໂສບຳນານ, ພະນັກງານຫລັກແຫລ່ງອ້ອມຂ້າງເມືອງ ແລະ ອົງການປົກຄອງບ້ານ ໂດຍການປາຖະກະຖາຂອງທ່ານ ບຸນແທນ ທີແກ້ວ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງໄຊຍະບູລີ.
  ທ່ານ ບຸນແທນ ທີແກ້ວ ໄດ້ກ່າວວ່າ: ຈຸດປະສົງໃນການຈັດປະຖະກະຖາໃນຄັ້ງນີ້ ເພື່ອເຮັດໃຫ້ ສະມາຊິກພັກ
, ພະນັກງານຫລັກແຫລ່ງຂອງເມືອງ ໄດ້ຮັບຮູ້ ເຊື່ອມຊຶມ ແລະ ເສີມຂະຫຍາຍມູນເຊື້ອອັນດີງາມຂອງສອງວັນດັ່ງກ່າວ, ເຊິ່ງພວກເຮົາຄວນຕັ້ງໜ້າປະຕິບັດ 2 ໜ້າທີ່ຍຸດທະສາດຄື ປົກປັກຮັກສາປະເທດຊາດ ແລະ ສ້າງສາປະເທດຊາດ, ມີຄວາມຈົ່ງຮັກພັກດີ, ເດັດດ່ຽວໜຽວແໜ້ນ ພ້ອມກັນພັດທະນາປະເທດຊາດ ໃຫ້ຈະເລີນຮຸ່ງເຮືອງຂຶ້ນເລື້ອຍໆ. ພ້ອມທັງໄດ້ຍົກໃຫ້ເຫັນເຖິງຄວາມສໍາຄັນຂອງວັນຊາດ ຄົບຮອບ 48 ປີ (2 ທັນວາ 1975-2 ທັນວາ 2023) ເຊິ່ງເປັນວັນແຫ່ງໄຊຊະນະອັນຍິ່ງໃຫຍ່ ໃນປະຫວັດສາດ ຂອງຊາດລາວເປັນວັນທີ່ປະຊາຊົນບັນດາເຜົ່າ ໄດ້ມີອິດສະຫລະພາບ ເປັນເຈົ້າຂອງປະເທດຊາດຢ່າງແທ້ຈິງ, ມີຖານະເທົ່າທຽມກັບປະເທດອື່ນໆ ໃນເວທີສາກົນ ໂດຍສືບທອດມູນເຊື້ອອັນອົງອາດຂອງບັນທະບູລຸດ ປະຊາຊົນລາວບັນດາເຜົ່າ ພາຍໃຕ້ການນຳພາ ຂອງພັກປະຊາຊົນປະຕິວັດລາວ ໄດ້ສາມັກຄີກັນຕໍ່ສູ້ຢ່າງພິລະອາດຫານ ຕ້ານພວກຮຸກຮານ ແລະ ການຄອບຄອງຂອງພວກຈັກກະພັດລ່າເມືອງຂຶ້ນ ທັງແບບເກົ່າ ແລະ ແບບໃໝ່ ສາມາດປົດປ່ອຍປະເທດຊາດໄດ້ຢ່າງມີໄຊ ແລະ ສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂຶ້ນໃນວັນທີ 2 ທັນວາ 1975 ຢ່າງສະຫງ່າຜ່າເຜີຍ.
  ທ່ານ ເຈົ້າເມືອງ ໄຊຍະບູລີ ຍັງໄດ້ຍົກໃຫ້ເຫັນເຖິງຊີວິດ
, ການເຄື່ອນໄຫວ, ຜົນງານ, ຄຸນງາມຄວາມດີຂອງປະທານ ໄກສອນ ພົມວິຫານ ໃນພາລະກິດ ປົກປັກຮັກສາປະເທດຊາດ ແລະ ເປັນຜູ້ນໍາທີ່ຮັກຊາດ, ເປັນນັກຮົບທີ່ຍິ່ງໃຫຍ່ຂອງຊາດ, ເປັນວິລະບູລຸດ ແລະ ຜູ້ນໍາທີ່ປີຊາສາມາດ ສະຫລາດສ່ອງໃສ ແລະ ສະດຸ້ງໄວ, ມີທັດສະນະມະຫາຊົນກວ້າງຂວາງ.

ຂ່າວ-ພາບ: ສົມພົງ ສີສະຫວັດ,

KPL

ຂ່າວອື່ນໆ

ads
ads

Top