ເຮືອເຄິ່ງສູດຊາຍ ຊະນະເລີດແຂ່ງຂັນຊ່ວງເຮືອປະເພນີ ແຂວງເຊກອງ

06/12/2023 15:27
Email Print 520
ຂປລ ຂປລ. ເຮືອເຄິ່ງສູດຊາຍ ບ້ານໂນນມີໄຊ ຊະນະເລີດໃນການແຂ່ງຂັນຊ່ວງເຮືອ ເຮືອປະເພນີ ແຂວງເຊກອງ ປະຈຳປີ 2023, ຮອງຊະນະເລີດ ໄດ້ແກ່ເຮືອຊາວໜຸ່ມແຂວງເຊກອງ ແລະ ອັນດັບ 3ໄດ້ແກ່ເຮືອບ້ານປາກໂທນ

   ຂປລ. ເຮືອເຄິ່ງສູດຊາຍ ບ້ານໂນນມີໄຊ ຊະນະເລີດໃນການແຂ່ງຂັນຊ່ວງເຮືອ ເຮືອປະເພນີ ແຂວງເຊກອງ ປະຈຳປີ 2023, ຮອງຊະນະເລີດ ໄດ້ແກ່ເຮືອຊາວໜຸ່ມແຂວງເຊກອງ ແລະ ອັນດັບ 3ໄດ້ແກ່ເຮືອບ້ານປາກໂທນ. ສຳລັບປະເພດເຮືອປະເພນີຍິງ ຊະນະເລີດໄດ້ແກ່ເຮືອບ້ານໂມ, ຮອງຊະນະເລີດໄດ້ແກ່ເຮືອ ບ້ານປາກໂທນ ແລະ ອັນກັບ 3 ໄດ້ແກ່ເຮືອບ້ານວັດຫລວງ. ສ່ວນລາງວັນເຮືອງາມ ໄດ້ແກ່ເຮືອຂົງເຂດວັດທະນະທຳ-ສັງຄົມ.
  ບຸນຊ່ວງເຮືອປະເພນີ ແຂວງເຊກອງ ປະຈຳປີ
2023 ໄດ້ຈັດຂຶ້ນ ແລະ ສຳເລັດລົງ ວັນທີ 3 ທັນວາ 2023 ຜ່ານມາ ທີ່ທ່າບັກ ແຂວງເຊກອງ ໂດຍການເຂົ້າຮ່ວມຂອງທ່ານ ສົມສະຫວາດ ເລັ່ງສະຫວັດ ອາດີດຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ທ່ານ ເຫລັກໄຫລ ສີວິໄລ ເຈົ້າແຂວງເຊກອງ ພ້ອມດ້ວຍຂະແໜງການກ່ຽວຂ້ອງເຂົ້າຮ່ວມ.
   ທ່ານ ວົງເດືອນ ຈັນທະບຸກຊຽງ ເຈົ້າເມືອງລະມາມ ກ່າວວ່າ: ການຈັດງານບຸນຊ່ວງເຮືອປະເພນີໃນຄັ້ງນີ້ ເພື່ອເປັນການອະນຸລັກຮັກສາ
, ເສີມຂະຫຍາຍມູນເຊື້ອທາງດ້ານວັດທະນະທຳ ແລະ ຮີດຄອງປະເພນີອັນດີງາມ ຂອງປະຊາຊົນບັນດາເຜົ່າແຂວງເຊກອງ ທັງເປັນການເຕົ້າໂຮມຄວາມສາມັກຄີທົ່ວປວງຊົນໃຫ້ແໜ້ນແຟ້ນຍິ່ງຂຶ້ນ, ເສີມຂະຫຍາຍສາຍພົວພັນເພື່ອນມິດກັບບ້ານໃກ້ເຮືອນຄຽງ ກໍຄືບັນດາເມືອງ ແລະ ແຂວງ ທີ່ມີຊາຍແດນຕິດຈອດກັບເມືອງລະມາມ, ພ້ອມທັງເປັນການກະຕຸ້ນເສດຖະກິດ ໃນສົ່ງເສີມໃຫ້ມີການແລກປ່ຽນຊື້-ຂາຍ ສິນຄ້າ ໂດຍສະເພາະ ຜະລິດຕະພັນກະສິກຳ-ຫັດຖະກຳ ພາຍໃນ, ເຄື່ອງອຸປະໂພກ-ບໍລິໂພກ ແລະ ອື່ນໆ ຕິດພັນກັບການສົ່ງເສີມກິລາປະເພດເຮືອຊ່ວງ ແລະ ການທ່ອງທ່ຽວແບບຍືນຍົງ. ການຈັດບຸນຊ່ວງເຮືອປະເພນີ ປະຈຳປີ 2023 ແມ່ນຢູ່ໃນໄລຍະທີ່ທົ່ວ ປວງຊົນລາວ ພວມສະເຫລີມສະຫລອງວັນສໍາຄັນທາງປະຫວັດສາດຂອງຊາດ ຄື: ວັນຊາດ ຄົບຮອບ 48 ປີ ແລະ ວັນຄ້າຍວັນເກີດຂອງ ປະທານ ໄກສອນ ພົມວິຫານ ຄົບຮອບ 103 ປີ ຄຽງຄູ່ກັບກິດຈະກຳ ສົ່ງເສີມການທ່ອງທ່ຽວພາຍໃນ ຕິດພັນກັບການກະກຽມເປີດປີທ່ອງທ່ຽວລາວ 2024 ທີ່ຈະມາເຖິງໃນມໍ່ໆນີ້ ເພື່ອໃຫ້ມີນັກທ່ອງທ່ຽວເຂົ້າມາທ່ຽວຊົມ, ສຶກສາວັດທະນະທຳ ຮີດຄອງປະເພນີອັນດີງາມຂອງແຂວງເຊກອງ ໃຫ້ຫລາຍຂຶ້ນ.
  ບຸນຊ່ວງເຮືອປະເພນີ ໃນຄັ້ງນີ້, ມີເຮືອຊ່ວງເຂົ້າຮ່ວມແຂ່ງຂັນທັງໝົດ
12 ລຳ, 15 ຄະນະ, ຍິງ 3 ຄະນະ ພ້ອມດ້ວຍນັກກິລາເຮືອຊ່ວງຫລາຍກວ່າ 300 ຄົນເຂົ້າຮ່ວມ. ສຳລັບລາງວັນຊະນະເລີດໄດ້ຮັບຂັນ 1 ໜ່ວຍ ພ້ອມດ້ວຍເງິນສົດ 15 ລ້ານກີບ, ຮອງຊະນະເລີດ ໄດ້ຮັບລາງວັນເງິນສົດ 10 ລ້ານກີບ, ອັນດັບ 3 ໄດ້ຮັບລາງວັນເງິນສົດ 7 ລ້ານກີບ.

ຂ່າວ: ພຸດທະສອນ,

KPL

ຂ່າວອື່ນໆ

ads
ads

Top