ຊາວໜຸ່ມແຂວງອັດຕະປື ເປີດຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ

06/12/2023 15:07
Email Print 519
ຂປລ ຂປລ. ແຫລ່ງຂ່າວຈາກ ແຂວງອັດຕະປື ໃຫ້ຮູ້ວ່າ: ຄະນະຊາວໜຸ່ມປະຊາຊົນ ປະຕິວັດລາວ ແຂວງອັດຕະປື ເປີດຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ໃນວັນທີ 1 ທັນວາ 2023 ທີ່ຫໍປະຊຸມໃຫຍ່ຂອງແຂວງ, ໂດຍການເຂົ້າຮ່ວມຂອງທ່ານ ບຸນໂຮມ ພົມມະສານ

   ຂປລ. ແຫລ່ງຂ່າວຈາກ ແຂວງອັດຕະປື ໃຫ້ຮູ້ວ່າ: ຄະນະຊາວໜຸ່ມປະຊາຊົນ ປະຕິວັດລາວ ແຂວງອັດຕະປື ເປີດຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ໃນວັນທີ 1 ທັນວາ 2023 ທີ່ຫໍປະຊຸມໃຫຍ່ຂອງແຂວງ, ໂດຍການເຂົ້າຮ່ວມຂອງທ່ານ ບຸນໂຮມ ພົມມະສານ ຄະນະປະຈຳພັກແຂວງ ປະທານແນວລາວສ້າງຊາດ ແຂວງອັດຕະປື ພ້ອມດ້ວຍສະມາຊິກຊາວໜຸ່ມອ້ອມຂ້າງແຂວງເຂົ້າຮ່ວມ.
   ທ່ານ ພູວັນ ພົມມະຈັນ ເລຂາຄະນະບໍລິຫານງານ ຊາວໜຸ່ມ ປະຊາຊົນ ປະຕິວັດລາວ ແຂວງອັດຕະປື ໄດ້ຜ່ານແຜນການແຂ່ງຂັນ ຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ຂອງຄະນະບໍລິຫານງານຊາວໜຸ່ມແຂວງ
, ແຕ່ປີ 2021-2025 ເພື່ອເປັນບ່ອນອີງ ແລະ ຢັ້ງຢືນໃນການຄັດເລືອກຜົນງານບຸກຄົນ ແລະ ການຈັດຕັ້ງທີ່ດີເດັ່ນ ແລະ ນຳສະເໜີຂັ້ນເທິງພິຈາລະນາຍ້ອງຍໍ, ຊົມເຊີຍ. ສຳລັບຂອບເຂດການແຂ່ງຂັນ ແມ່ນຄະນະຊາວໜຸ່ມ, ສະມາຊິກຊາວໜຸ່ມທຸກຂັ້ນ ທົ່ວແຂວງ ອັດຕະປື ແລະ ເປົ້າໝາຍການແຂ່ງຂັນ ແມ່ນຄະນະບໍລິຫານງານຊາວໜຸ່ມແຂວງ ພ້ອມດ້ວຍພະນັກງານ-ລັດຖະກອນ ທັງໝົດ ໃນຄະນະບໍລິຫານງານຊາວໜຸ່ມແຂວງ ຈຳນວນ 21 ທ່ານ, ຍິງ 11 ທ່ານ ແລະ 3 ອົງການຈັດຕັ້ງມະຫາຊົນ.
 ສຳລັບ ເນື້ອໃນຂໍ້ແຂ່ງຂັນ ໂດຍຜັນຂະຫຍາຍຈາກມະຕິຂອງກອງປະຊຸມໃຫຍ່ຂອງພັກ
, ມະຕິກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມທົ່ວປະເທດ ກໍຄືມະຕິກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມທົ່ວແຂວງອັດຕະປື ຄັ້ງທີ VIII, ຂະບວນການຂໍ້ແຂ່ງຂັນ 4 ບຸກ ຂອງຊາວໜຸ່ມ, 3 ດີ 4 ຮູ້ ຂອງເຍົາວະຊົນ, ຕິດພັນກັບຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາຂອງແຂວງ ກໍຄືຂອງກົມກອງ, ເພື່ອຍົກສູງຄວາມສາມາດນໍາພາ ເສີມສ້າງຄວາມສາມັກຄີ ເປັນປຶກແຜ່ນ, ພັດທະນາຕົນເອງທັນກັບຍຸກສະໄໝ, ເພື່ອໃຫ້ບັນລຸຕາມຄາດໝາຍ ແລະ ແຜນການທີ່ວາງໄວ້, ເຊິ່ງພະນັກງານ-ລັດຖະກອນທຸກຄົນ ຕ້ອງໄດ້ປະກອບສ່ວນຢ່າງຕັ້ງໜ້າ ເຂົ້າຮ່ວມຈັດຕັ້ງປະຕິບັດບັນດາແຜນງານ, ໂຄງການ, ກິດຈະກຳ, ແຜນວຽກ ໃນແຕ່ລະໄລຍະ ຂອງຄະນະບໍລິຫານງານຊາວໜຸ່ມແຂວງ ໄດ້ກຳນົດເນື້ອໃນຂໍ້ແຂ່ງຂັນຮັກຊາດ ແລະ ພັດທະນາ ພາຍໃນກົມກອງ, ໄລຍະເວລາການແຂ່ງຂັນແມ່ນກຳນົດ 5 ປີ ເລີ່ມຕົ້ນແຕ່ປີ 2021-2025.
   ໂອກາດດັ່ງກ່າວ, ຄະນະບໍລິຫານງານຊາວໜຸ່ມແຂວງ
, ເລຂາຊາວໜຸ່ມຮາກຖານອ້ອມຂ້າງແຂວງ ແລະ ເລຂາຄະນະບໍລິຫານງານຊາວໜຸ່ມ 5 ເມືອງ ໄດ້ພ້ອມກັນຈັບມື ເພື່ອເປີດຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ຢ່າງເປັນທາງການ.

ຂ່າວ: ສິດຕິພອນ, 

KPL

ຂ່າວອື່ນໆ

ads
ads

Top