ສ້າງຄວາມເຂັ້ມແຂງ ແລະ ຄຸ້ມຄອງກອງທຶນພັດທະນາບ້ານ ຢູ່ແຂວງໄຊສົມບູນ

06/12/2023 14:56
Email Print 546
ຂປລ ຂປລ. ແຫລ່ງຂ່າວຈາກ ແຂວງໄຊສົມບູນ ໃຫ້ຮູ້ວ່າ: ບໍລິສັດ ພູເບ້ຍມາຍນິງ ຈຳກັດ ແລະ ກອງທຶນພັດທະນາໄຊສົມບູນ ໄດ້ເຊັນບົດບັນທຶກການຮ່ວມມື ແລະ ການມອບ-ຮັບ ກອງທຶນພັດທະນາບ້ານນ້ຳໂມ້ ເມືອງອະນຸວົງ, ກອງທຶນພັດທະນາບ້ານນາໄຊສະຫວ່າງ ເມືອງລ້ອງແຈ້ງ

   ຂປລ. ແຫລ່ງຂ່າວຈາກ ແຂວງໄຊສົມບູນ ໃຫ້ຮູ້ວ່າ: ບໍລິສັດ ພູເບ້ຍມາຍນິງ ຈຳກັດ ແລະ ກອງທຶນພັດທະນາໄຊສົມບູນ ໄດ້ເຊັນບົດບັນທຶກການຮ່ວມມື ແລະ ການມອບ-ຮັບ ກອງທຶນພັດທະນາບ້ານນ້ຳໂມ້ ເມືອງອະນຸວົງ, ກອງທຶນພັດທະນາບ້ານນາໄຊສະຫວ່າງ ເມືອງລ້ອງແຈ້ງ ແລະ ສືບຕໍ່ສ້າງຄວາມເຂັ້ມແຂງ ໃຫ້ແກ່ກອງທຶນພັດທະນາບ້ານນໍ້າຍອນ ເມືອງອະນຸວົງ ແຂວງໄຊສົມບູນ ເມື່ອບໍ່ດົນມານີ້ ທີ່ຫ້ອງວ່າການແຂວງ. ຕາງໜ້າເຊັນໂດຍທ່ານ ລອນ ພອນພັກດີ ຫົວໜ້າພະແນກພັດທະນາຊຸມຊົນ, ບໍລິສັດ ພູເບ້ຍ ມາຍນິງ ຈຳກັດ ແລະ ທ່ານ ສີສຸພັນ ໂພໄຊສີ ຫົວໜ້າກອງທຶນພັດທະນາໄຊສົມບູນ, ມີທ່ານ ສຸກສະຫວາດ ວົງພູມເຫລັກ ຮອງເຈົ້າແຂວງໄຊສົມບູນ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
  ທ່ານ ສຸກປະເສີດ ເສັນບັນດິດ ຫົວໜ້າຂະແໜງເຜີຍແຜ່ ແລະ ສ້າງຄວາມເຂັ້ມແຂງ ກອງທຶນພັດທະນາໄຊສົມບູນ ໄດ້ລາຍງານວ່າ: ການຈັດຕັ້ງປະຕິບັດວຽກງານສ້າງຄວາມເຂັ້ມແຂງ ແລະ ຄຸ້ມຄອງກອງທຶນພັດທະນາບ້ານ ທີ່ໄດ້ມີການຮ່ວມມືກັບ ບໍລິສັດ ພູເບ້ຍ ມາຍນິງ ຈຳກັດ ມີ
3 ບ້ານ ໃນ 2 ເມືອງຄື: ບ້ານນໍ້າໂມ້, ບ້ານນໍ້າຍອນ ເມືອງອະນຸວົງ ແລະ ບ້ານນາໄຊສະຫວ່າງ ເມືອງລ້ອງແຈ້ງ ແຂວງໄຊສົມບູນ, ໄລຍະຜ່ານມາ ໄດ້ຈັດຝຶກອົບຮົມວຽກງານສ້າງຄວາມເຂັ້ມແຂງ ແລະ ການຄຸ້ມຄອງກອງທຶນພັດທະນາບ້ານ ໃຫ້ແກ່ຄະນະກຳມະການທັງ 3 ບ້ານ ພ້ອມທັງລົງກວດກາ-ເກັບກຳຂໍ້ມູນກອງທຶນພັດທະນາບ້ານນ້ຳໂມ້, ເຊິ່ງມີຊັບສິນ, ໜີ້ສິນ ແລະ ທຶນທັງໝົດ 1 ຕື້ກວ່າກີບ.
  ສຳລັບກອງທຶນພັດທະນາ ບ້ານນາໄຊສະຫວ່າງ
ມີຊັບສິນ, ໜີ້ສິນ ແລະ ທຶນທັງໝົດ 1 ຕື້ກວ່າກີບ. ພ້ອມດຽວກັນນີ້, ຍັງໄດ້ຍົກໃຫ້ເຫັນເຖິງບັນຫາຂໍ້ຫຍຸ້ງຍາກ, ບົດຮຽນທີ່ຖອດຖອນໄດ້ ແລະ ວິທີແກ້ໄຂໃນຕໍ່ໜ້າ ທັງນີ້ກໍເພື່ອ ເປັນການສືບຕໍ່ປັບປຸງ ແລະ ພັດທະນາລະບົບຄຸ້ມຄອງ ກອງທຶນພັດທະນາໃນການ 3 ບ້ານ ໃຫ້ມີຄວາມເຂັ້ມແຂງ, ຂະຫຍາຍຕົວ, ໝັ້ນຄົງ, ຍືນຍົງ ແລະ ເປັນການຜັນຂະຫຍາຍດຳລັດ 414 ຂອງລັດຖະບານໃຫ້ປະກົດຜົນເປັນຈິງ ສາມາດເຮັດໃຫ້ແຕ່ລະຝ່າຍ ດຳເນີນວຽກງານວິຊາສະເພາະ ຢ່າງມີຈຸດສຸມພັດທະນາ, ສົ່ງຜົນໃຫ້ການຈັດຕັ້ງປະຕິບັດວຽກງານຢ່າງຖືກຕ້ອງ ແລະ ບັນລຸເປົ້າໝາຍທີ່ວາງໄວ້.

ຂ່າວ: ຟອງ ນໍນິນທາ,

KPL

ຂ່າວອື່ນໆ

ads
ads

Top