ຊາວໜຸ່ມຫລວງພະບາງ ປະກອບສ່ວນຢ່າງຕັ້ງໜ້າ ໃນການພັດທະນາທ້ອງຖິ່ນ

06/12/2023 12:20
Email Print 600
ຂປລ ຂປລ. ແຫລ່ງຂ່າວຈາກ ແຂວງຫລວງພະບາງ ໃຫ້ຮູ້ວ່າ: ເນື່ອງໃນໂອກາດວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 48 ປີ, ທ່ານ ໄຊນະຄອນ ສຸດທິດາ ເລຂາຄະນະບໍລິຫານງານຊາວໜຸ່ມ ແຂວງຫລວງພະບາງ ໄດ້ສະແດງຄວາມຮູ້ສຶກວ່າ

   ຂປລ. ແຫລ່ງຂ່າວຈາກ ແຂວງຫລວງພະບາງ ໃຫ້ຮູ້ວ່າ: ເນື່ອງໃນໂອກາດວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 48 ປີ, ທ່ານ ໄຊນະຄອນ ສຸດທິດາ ເລຂາຄະນະບໍລິຫານງານຊາວໜຸ່ມ ແຂວງຫລວງພະບາງ ໄດ້ສະແດງຄວາມຮູ້ສຶກວ່າ: ຕະຫລອດໄລຍະຜ່ານມາ ຄະນະບໍລິຫານງານພັກແຂວງ ກໍຄືພະນັກງານຫລັກແຫລ່ງ ແລະ ປະຊາຊົນບັນດາເຜົ່າໃນທົ່ວແຂວງ ໄດ້ປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນພາລະກິດການປົກປັກຮັກສາ ແລະສ້າງສາພັດທະນາປະເທດຊາດ ກໍຄືພາຍໃນແຂວງຫລວງພະບາງ ໃຫ້ຈະເລີນກ້າວໜ້າຢ່າງບໍ່ຢຸດຢັ້ງ, ໂດຍໄດ້ຫັນເອົາບັນດາຄາດໝາຍ ທີ່ໄດ້ວາງໄວ້ໃນມະຕິກອງປະຊຸມໃຫຍ່ ຂອງອົງຄະນະພັກແຂວງ ມາເປັນແຜນງານ ໂຄງການອັນລະອຽດໃນທຸກຂະແໜງການ, ສະເພາະຂົງເຂດຊາວໜຸ່ມເຍົາວະຊົນ ໄລຍະຜ່ານມາຄະນະບໍລິຫານງານຊາວໜຸ່ມ ໄດ້ເອົາໃຈໃສ່ປຸກລະດົມສະມາຊິກຊາວໜຸ່ມ-ເຍົາວະຊົນ ປະກອບສ່ວນວຽກງານຂະບວນການແຕ່ລະດ້ານ ອັນພົ້ນເດັ່ນ ແມ່ນການປຸກລະດົມວັດຖຸ-ປັດໄຈຊ່ວຍເຫລືອສັງຄົມ ໂດຍສະເພາະຄອບຄົວທຸກຍາກ, ທັງໄດ້ປຸກລະດົມການປະຕິບັດຂະບວນການແຂ່ງຂັນ 4 ບຸກ ສາມາດປະກາດນາມມະຍົດທຸງໄຊນຳໜ້າ ຂະບວນການແຂ່ງຂັນ 4 ບຸກ ໄດ້ 6 ເມືອງ ແລະ ຮາກຖານອ້ອມຂ້າງແຂວງຫລາຍກວ່າ 10 ຮາກຖານ.
  ໂອກາດດຽວກັນນີ້, ທ່ານ ໄຊນະຄອນ ສຸດທິດາ ໄດ້ສະແດງຄວາມຮູ້ບຸນຄຸນເຖິງການນຳພັກ-ລັດທຸກຂັ້ນ ທີ່ໄດ້ສຸມທຸກສະຕິປັນຍາ ແລະ ເຮື່ອແຮງ ເຂົ້າໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃຫ້ມີຄວາມຈະເລີນກ້າວໜ້າມາເຖິງປັດຈຸບັນ ທັງໄດ້ອວຍພອນໄຊອັນປະເສີດ ແກ່ການນຳພັກ-ລັດທຸກຂັ້ນ
, ປະຊາຊົນບັນດາເຜົ່າທຸກຊັ້ນຄົນ ຈົ່ງມີສຸຂະພາບເຂັ້ມແຂງ, ມີພາລະໄມສົມບູນສືບຕໍ່ປະກອບສ່ວນພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ ໃຫ້ຈະເລີນກ້າວໜ້າ, ເຮັດໃຫ້ປະຊາຊົນຮັ່ງມີຜາສຸກ, ສັງຄົມມີຄວາມສະຫງົບ, ສີວິໄລ ແລະ ຍຸຕິທຳ.

KPL

ຂ່າວອື່ນໆ

ads
ads

Top