ສສຂ ຫາລືກົນໄກປະສານງານ ການຮ່ວມມືກັບສື່ມວນຊົນທົ່ວປະເທດ

06/12/2023 11:58
Email Print 617
ຂປລ ຂປລ. ສູນສະຖິຕີ ແລະ ຂ່າວສານສາທາລະນະສຸກ (ສ​ສ​ຂ) ກະ​ຊວງ​ສາ​ທາ​ລະ​ນະ​ສຸກ ຈັດກອງປະຊຸມປຶກສາຫາລື ກົນໄກການປະສານງານ ແລະ ການຮ່ວມມື ລະຫວ່າງ ຂະແໜງ ສາທາລະນະສຸກ ແລະ ຂະແໜງຖະ​ແຫລ​ງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ

ຂປລ. ສູນສະຖິຕີ ແລະ ຂ່າວສານສາທາລະນະສຸກ (ສ​ສ​ຂ) ກະ​ຊວງ​ສາ​ທາ​ລະ​ນະ​ສຸກ ຈັດກອງປະຊຸມປຶກສາຫາລື ກົນໄກການປະສານງານ ແລະ ການຮ່ວມມື ລະຫວ່າງ ຂະແໜງ ສາທາລະນະສຸກ ແລະ ຂະແໜງຖະ​ແຫລ​ງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ​ໂດຍ​ສະ​ເພາະວຽກ​ງານ​ສື່​ມວນ​ຊົນ​ ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ ໃນວັນທີ 6-8 ທັນວາ 2023 ທີ່ເມືອງວັງວຽງ ແຂວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ວິສິດ ຄໍາລືຊາ ຫົວໜ້າສູນສະຖິຕິ ແລະ ຂ່າວສານສາທາລະນະສຸກ ກະ​ຊວງ​ສາ​ທາ​ລະ​ນະ​ສຸກ, ມີຮອງຫົວໜ້າສູນສະຖິຕິ, ວິຊາການສູນ, ສື່​ມວນ​ຊົນ​ຈາກ​ສູນ​ກາງ ​ແລະ ບັນດາແຂວງ ​ເຂົ້າຮ່ວມ ເພື່ອປຶກສາຫາລືກົນໄກ ການປະສານງານໃນໄລຜ່ານ ກໍຄື ໄລຍະທີ່ມີການລະບາດ ຂອງພະຍາດໂຄວິດ-19, ຈຸດດີ, ຈຸດອ່ອນ, ຂໍ້ຄົງຄ້າງ ຂອງການຈັດຕັ້ງປະຕິບັດ ແລະ ຂອບຂອງການຮ່ວມມືກັນໃນຕໍ່ໜ້າ ໂດຍສະເພາະ ສຸມໃສ່ການລະບາດຂອງພະຍາດ ທີ່ອາດຈະເກີດຂຶ້ນໃນອະນາຄົດ.

ໃນກອງປະຊຸມ, ໄດ້ນໍາສະເໜີການຈັດຕັ້ງປະຕິບັດ ວຽກງານການສື່ສານຄວາມສ່ຽງ ໃນໄລຍະການລະບາດພະຍາດໂຄວິດ-19 ຂອງສູນສະຖິຕິ ແລະ ຂ່າວສານສາທາລະນະສຸກ ໂດຍ​ສະ​ເພາະ​ ການ​ສື່​ສານ​ຄວາມສ່ຽງ​ແມ່ນ​ຫຍັງ, ອົງ​ປະ​ກອບ​ຄວາມ​ສ່ຽງ, ພາ​ລະ​ບົດ​ບາດ​ຂອງ​ສູນ, ການ​ເຮັດ​ວຽກ​ຮ່ວມ​ກັບ​ສື່ມວນ​ຊົນ, ຂໍ້​ສະ​ດວກ, ຂໍ້​ຍຸ້ງ​ຍາກ ແລະ​ ບົດ​ຮຽນ​ທີ່​ຖອນ​ຖອນ​ໄດ້, ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ວຽກ​ງານ, ​ຮັບ​ຟັງ​ຄຳ​ຄິດ​ເຫັນ​ຂອງ​ສັງ​ຄົມ ສ​ສ​ຂ ໃນ​ໄລ​ຍະ​ຜ່ານ​ມາ.


ພ້ອມ​ນີ້, ຍັງ​ຈະ​ໄດ້​ຮັບ​ຟັງ​ການສະເໜີ ການຈັດຕັ້ງປະຕິບັດວຽກງານ ການເຊື່ອມສານວຽກງານ ສື່ມວນຊົນກັບການຄວບຄຸມ
, ປ້ອງກັນພະຍາດໂຄວິດ-19 ​ໂດຍ​ສະ​ເພາະ ການເຮັດວຽກ ຮ່ວມກັນລະ ຫວ່າງຂະແໜງ ສາທາລະນະສຸກ ແລະ ຂະແໜງຖະແຫລງຂ່າວ, ວັດທະນະທຳ ແຕ່ສູນກາງຮອດທ້ອງຖິ່ນ, ການມີສ່ວນຮ່ວມ ແລະ ເປັນເຈົ້າການໃນວຽກງານໂຄສະນາຕ້ານ ແລະ ຄວບຄຸມ​ການ​ລະ​ບາດ​ຂອງ ​ພະ​ຍາດໂຄວິດ-19; ການຈັດຕັ້ງນະຕິບັດການສື່ສານ ເພື່ອຫລຸດຜ່ອນຄວາມສ່ຽງ ແລະ ການເຮັດວຽກຮ່ວມກັນ ລະຫວ່າງ ຂະແໜງສາທາ ແລະ ຂະແໜງ ຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ຢູ່ໃນຂັ້ນແຂວງ, ເມືອງ ແລະ ບ້ານ ພາກເໜືອ ແຂວງຫລວງພະບາງ; ພາກກາງ​ ນະ​ຄອນຫລວງວຽງ​ຈັນ ​ແລະ  ພາກ​ໃຕ້​ ແຂວງ​ຈຳ​ປາ​ສັກ.

ຂ່າວ-ພາບ: ວຽງສະຫວັນ

KPL

ຂ່າວອື່ນໆ

ads
ads

Top