ແຂ່ງຂັນຂີ່ລົດຖີບ ຊີງລາງວັນ ປະທານສະພາແຫ່ງຊາດ ເພື່ອມິດຕະພາບ 3 ປະເທດ

06/12/2023 11:51
Email Print 634
ຂປລ ຂປລ. ໃນຕອນເຊົ້າຂອງວັນທີ 6 ທັນວາ 2023, ທີ່ເດີນສະພາແຫ່ງຊາດ ໄດ້ຈັດກິດຈະກໍາຂະບວນຂີ່ລົດຖີບຂອງຄະນະນຳສາມປະເທດ ກໍາປູເຈຍ-ລາວ-ຫວຽດນາມ ແລະ ການແຂງຂັນຂີ່ລົດ ຖີບ ເພື່ອມິດຕະພາບ ແຂ່ງຂັນຊິງລາງວັນ ປະທານສະພາແຫ່ງຊາດ ເພື່ອສະເຫລີມສະຫລອງກອງປະຊຸມ ສຸດຍອດລັດຖະສະພາ ກໍາປູເຈຍ-ລາວ-ຫວຽດນາມ ຫລື CLV ຄັ້ງທີ 1


ຂປລ. ໃນຕອນເຊົ້າຂອງວັນທີ 6 ທັນວາ 2023, ທີ່ເດີນສະພາແຫ່ງຊາດ ໄດ້ຈັດກິດຈະກໍາຂະບວນຂີ່ລົດຖີບຂອງຄະນະນຳສາມປະເທດ ກໍາປູເຈຍ-ລາວ-ຫວຽດນາມ ແລະ ການແຂງຂັນຂີ່ ລົດ ຖີບ ເພື່ອມິດຕະພາບ ແຂ່ງຂັນຊິງລາງວັນ ປະທານສະພາແຫ່ງຊາດ ເພື່ອສະເຫລີມສະຫລອງກອງປະຊຸມ ສຸດຍອດລັດຖະສະພາ ກໍາປູເຈຍ-ລາວ-ຫວຽດນາມ ຫລື CLV ຄັ້ງທີ 1 ພາຍໃຕ້ຫົວຂໍ້ ເພີ່ມທະວີບົດບາດ ຂອງລັດຖະສະພາ ໃນການສົ່ງເສີມການຮ່ວມມືຮອບດ້ານ ລະຫວ່າງກຳປູ ເຈຍ-ລາວ-ຫວຽດນາມ ໂດຍເລີ່ມຈາກໜ້າສະພາແຫ່ງຊາດ ຕາມເສັ້ນທາງ ຮອດໜ້າ ສໍານັກງານປະທານປະເທດ ແລ້ວກັບຄືນຫາໜ້າ ຫໍສະພາແຫ່ງຊາດ ໂດຍມີ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ, ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງການຕ່າງປະເທດ, ມີຜູ້ແທນຈາກ ກໍາປູເຈຍ, ລາວ, ຫວຽດນາມ ແລະ ບັນດາເອກອັກຄະລັດຖະທູດ ແລະ ຕາງໜ້າບັນດາອົງການ ຈັດຕັ້ງສາກົນປະຈໍາລາວ, ພ້ອມດ້ວຍມວນຊົນພາຍ​ໃນ ນະຄອນຫລວງວຽງຈັນ ​ເຂົ້າ​ຮ່ວມ.




ທ່ານ ສັນຍາ ປຣະເສີດ
ປະທານກໍາມາທິການ ການຕ່າງປະເທດ ສະພາແຫ່ງຊາດ ໄດ້ກ່າວວ່າ: ການຈັດງານໃນຄັ້ງນີ້, ເປັນໜຶ່ງກິດຈະກໍາໜຶ່ງ ທີ່ 3 ປະເທດຮ່ວມກັນຈັດ ໃນໂອກາດສະເຫລີມ ສະຫລອງ ຜົນສຳເລັດກອງປະຊຸມສຸດຍອດ ລັດຖະສະພາ ກໍາປູເຈຍ-ລາວ-ຫວຽດນາມ ຫລື CLV ເພື່ອເສີມຂະຫຍາຍການພົວພັນຮ່ວມມື ແລະ ຄວາມສາມັກຄີ ລະຫວ່າງສາມປະເທດ ກໍຄື ສາມສະພາແຫ່ງຊາດ ກໍາປູເຈຍ-ລາວ-ຫວຽດນາມ ແນໃສ່ຊຸກຍູ້ການພົວພັນເພື່ອສັນຕິພາບ, ມິດຕະພາບ ແລະ ການຮ່ວມມື ເພື່ອການພັດທະນາ ແບບຍືນຍົງໃນພາກພື້ນ ແລະ ສາກົນ.



ກອງປະຊຸມ ສຸດຍອດລັດຖະສະພາ ກໍາປູເຈຍ-ລາວ-ຫວຽດນາມຄັ້ງນີ້
, ເປັນການຍົກລະດັບກົນໄກ ການປະຊຸມຈາກຂັ້ນກຳມາທິການຕ່າງໆ ຂອງສະພາແຫ່ງຊາດສາມປະເທດ ຂຶ້ນເປັນກອງ ປະຊຸມສຸດຍອດລັດຖະສະພາ ໃນລະດັບປະທານສະພາ ຂອງສາມປະເທດ CLV ແນໃສ່ເພີ່ມທະວີ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ, ຄວາມສາມັກຄີຢ່າງ ແໜ້ນແຟ້ນ ແລະ ຮ່ວມມືຮອບດ້ານ ໂດຍສຸມໃສ່ຊຸກຍູ້ການພັດທະນາ ເສດຖະກິດ-ສັງຄົມ, ການຮ່ວມມືວຽກງານ ປ້ອງກັນຊາດ-ປ້ອງກັນຄວາມສະ ຫງົບ ແລະ ການພົວພັນດ້ານ ວັດທະນາທຳ ແລະ ສັງຄົມ, ການພົວພັນລະຫວ່າງ ປະຊາຊົນກັບປະຊາຊົນ ເພື່ອການພັດທະນາແບບຍືນຍົງ ລະຫວ່າງສາມປະເທດ ແລະ ຢູ່ໃນພາກພື້ນ.

ຂ່າວ-ພາບ: ຈັນທະສອນ

KPL

ຂ່າວອື່ນໆ

ads
ads

Top