ເສີມສ້າງຄວາມຮັບຮູ້ ແລະ ຄວາມເຂົ້າໃຈກ່ຽວກັບວຽກງານຄົນພິການ

06/12/2023 11:34
Email Print 5143
ຂປລ ຂປລ. ກະຊວງສຶກສາທິການ ແລະ ກິລາ ແລະ ສະຖານທູດອົດສະຕຣາລີ ປະຈຳ ສປປ ລາວ ຈັດກອງປະຊຸມ ເພື່ອເສີມສ້າງຄວາມຮັບຮູ້ ແລະ ຄວາມເຂົ້າໃຈກ່ຽວກັບ ວຽກງານ ຄົນພິການ, ການປົກປ້ອງ ແລະ ການປະຕິບັດທີ່ດີທີ່ສຸດ ສຳລັບການຮັກສາ ຄວາມປອດໄພສຳລັບເດັກ ໃຫ້ພະນັກງານຂັ້ນ ກະຊວງສຶກສາທິການ ແລະ ກິລາ




ຂປລ. ກະຊວງສຶກສາທິການ ແລະ ກິລາ ແລະ ສະຖານທູດອົດສະຕຣາລີ ປະຈຳ ສປປ ລາວ ຈັດກອງປະຊຸມ ເພື່ອເສີມສ້າງຄວາມຮັບຮູ້ ແລະ ຄວາມເຂົ້າໃຈກ່ຽວກັບ ວຽກງານ ຄົນພິການ
, ການປົກປ້ອງ ແລະ ການປະຕິບັດທີ່ດີທີ່ສຸດ ສຳລັບການຮັກສາ ຄວາມປອດໄພສຳລັບເດັກ ໃຫ້ພະນັກງານຂັ້ນ ກະຊວງສຶກສາທິການ ແລະ ກິລາ ເນື່ອງໃນວັນລະນຶກ ວັນຄົນພິການສາກົນ ປີ 2023 ໃນວັນທີ 5 ທັນວາ 2023 ທີ່ນະຄອນຫລວງວຽງຈັນ ເພື່ອຍົກລະດັບຄວາມເຂົ້າໃຈ, ຄວາມຮູ້ ແລະ ຄວາມສາມາດ ທາງດ້ານການສຶກສາຮຽນຮ່ວມ ໃຫ້ທີມງານຄູຝຶກບົດບາດ ຍິງ-ຊາຍ ຂອງກະຊວງສຶກສາທິການ ແລະ ກິລາ. ນອກຈາກ ນີ້, ຍັງມີບັນດາຄູ່ຮ່ວມງານຈາກ ອົງການຈັດຕັ້ງທາງສັງຄົມ ແລະ ອົງການຈັດຕັ້ງສາ ກົນບັນດາພະແນກການຂອງກະຊວງ ເພື່ອແລກປ່ຽນປະສົບການ ໃນການໃຫ້ການສະໜັບສະໜູນ ເດັກທີ່ມີຂໍ້ຫຍຸ້ງຍາກໃນການຮຽນ ກໍຄື ເດັກທີ່ມີຄວາມບົກຜ່ອງ ທາງດ້ານຮ່າງກາຍ ເພື່ອຮັບຮູ້ວິທີທີ່ເດັກພິການ ສາມາດໄດ້ຮັບການ ສະໜັບສະໜູນໃຫ້ຈະເລີນເຕີບໂຕໃນລະບົບການສຶກສາ.

ທ່ານ ພຸດ ສິມມາລາວົງ ລັດຖະມົນຕີ ກະຊວງສຶກສາ ທິການ ແລະ ກິລາ ໄດ້ກ່າວວ່າ: ວັນຄົນພິການສາກົນ ເປັນວັນລະນຶກງານໜຶ່ງທີ່ມີຄວາມສໍາຄັນ ຂອງສະຫະປະຊາຊາດ ເຊິ່ງໄດ້ຈັດຂຶ້ນໃນວັນທີ 3 ທັນວາ ຂອງທຸກໆປີ ໂດຍມີຈຸດປະສົງ ເພື່ອສ້າງຄວາມເຂົ້າໃຈໃຫ້ກັບສັງຄົມ ແລະ ສົ່ງເສີມການຮັບຮູ້ ແລະ ຍອມຮັບຄົນພິການ. ພ້ອມກັນນີ້, ກໍຍັງເປັນ ການເຊີດຊູຜົນສໍາເລັດ ແລະ ການປະກອບສ່ວນເຂົ້າໃນ ຂະບວນການພັດທະນາ ປະເທດຊາດຂອງເຂົາເຈົ້າ ພາຍໃຕ້ຄໍາຂວັນ ຮ່ວມກັນປະຕິບັດເພື່ອຊ່ວຍ ເຫລືອ ແລະ ບັນລຸເປົ້າໝາຍ ພັດທະນາແບບຍືນຍົງ ຮ່ວມກັນກັບຄົນພິການ ແລະ ໂດຍຄົນພິການເອງ”. ອີງຕາມການສໍາຫລວດ ຕົວຊີ້ບອກສັງຄົມຂອງລາວ ປີ 2017, ຊີ້ໃຫ້ເຫັນວ່າ 2% ຂອງເດັກອາຍຸ 2 ຫາ 4 ປີ ມີຄວາມຫຍຸ້ງຍາກ ດ້ານໜ້າທີ່ການທາງຮ່າງກາຍ ຢ່າງໜ້ອຍໜຶ່ງໜ້າທີ່ການຄື: ການເບິ່ງເຫັນ, ການໄດ້ຍິນ, ການຍ່າງ, ການເຄື່ອນຍ້າຍ, ການສື່ສານ, ການຮຽນຮູ້, ການຫລິ້ນ, ການຄວບຄຸມພຶດຕິກໍາ. ອັດຕາໃນສ່ວນນີ້ ເພີ່ມຂຶ້ນເນື່ອງຈາກຄວາມຫ່າງໄກສອກຫລີກ ແລະ ຄວາມທຸກຍາກ, ເດັກນ້ອຍທີ່ມີຄວາມ ພິການຮ້າຍແຮງ ມັກຈະຖືກຮັກສາໄວ້ຢູ່ເຮືອນ ແລະ ມັກຈະຖືກຕັດຂາດຈາກໂລກພາຍນອກ, ຖືກຈໍາແນກ ແລະ ບໍ່ໄດ້ຮັບການເຄົາລົບເທົ່າທີ່ຄວນ. ບັນດາປັດໄຈຕ່າງໆເຊັ່ນ: ເພດ, ຊົນເຜົ່າ, ຄວາມທຸກຍາກ, ໄລຍະທາງໄປໂຮງຮຽນ ລວມທັງການເຂົ້າເຖິງ ຫ້ອງຮຽນ ແລະ ຫ້ອງນ້ຳ ກໍຍັງຖືວ່າເປັນອຸປະສັກ ຕໍ່ກັບການສຶກສາຂອງເດັກພິການ. ນອກຈາກນີ້, ການແພ່ລະບາດ ຂອງພະຍາດໂຄວິດ-19 ໄດ້ທຳລາຍ ຜົນປະໂຫຍດ ດ້ານການສຶກສາ ແລະ ການພັດທະນາໃນທົ່ວພາກພື້ນ, ເຊິ່ງຜູ້ທີ່ໄດ້ຮັບຜົນກະທົບຫລາຍທີ່ສຸດ ແມ່ນກຸ່ມທີ່ມີຄວາມສ່ຽງສູງ ໂດຍສະເພາະແມ່ຍິງ ແລະ ເດັກຍິງ, ຄົນພິການ ຜູ້ທີ່ຢູ່ໃນເຂດຊົນນະບົດ ແລະ ຫ່າງໄກສອກຫລີກ.

ກອງປະຊຸມຄັ້ງນີ້, ຍັງຈັດຂຶ້ນເພື່ອລະນຶກ ວັນຄົນພິການສາກົນ ແລະ ສະແດງຄວາມມຸ່ງໝັ້ນ ແລະ ການຮ່ວມມືກັນ ລະຫວ່າງ ກະຊວງສຶກສາທິການ ແລະ ກິລາ ແລະ ລັດຖະບານ ອົດສະຕາລີ ເພື່ອສືບຕໍ່ແກ້ໄຂ ແລະ ປັບປຸງການເຂົ້າເຖິງການສຶກສາທີ່ມີ ຄຸນນະພາບຂອງເດັກພິການ. ນອກຈາກນີ້, ກໍເພື່ອຮັບປະກັນ ໃຫ້ພະນັກງານທີ່ກ່ຽວຂ້ອງ ຈາກຂັ້ນກະຊວງ ມີຄວາມເຂົ້າໃຈຢ່າງເລິກເຊິ່ງ ກ່ຽວກັບສິ່ງທ້າທາຍຂອງເດັກພິການ ໃນລະບົບການສຶກສາ ແລະ ການຮັບປະກັນການປົກປ້ອງເດັກ ແລະ ຮັກສາຄວາມປອດໄພ ສຳລັບເດັກທຸກຄົນ ໃນໂຮງຮຽນ. ກອງປະຊຸມດັ່ງກ່າວ, ຍັງສະໜັບສະໜູນໃຫ້ທີມຄູຝຶກບົດບາດຍິງ-ຊາຍຂອງກະຊວງ ສ້າງເຄືອຂ່າຍຜູ້ຊ່ຽວຊານ ແລະ ຮ່ວມມືກັບອົງການຈັດຕັ້ງ ທີ່ເຂົາເຈົ້າສາມາດ ຮັບເອົາຄຳປຶກສາຫາລື ກ່ຽວກັບວຽກງານຄົນພິການ.

ຄູອາຈານ ມີບົດບາດສຳຄັນຢ່າງຍິ່ງ ໃນການສົ່ງເສີມແນວຄວາມຄິດ ບໍ່ປະໃຜໄວ້ທາງຫລັງ”. ໜ້າທີ່ຂອງພວກເຮົາ ແມ່ນເພື່ອຮັບປະກັນການຜັກດັນ ການນໍາເອົານະໂຍບາຍ ໄປປະຕິບັດຕົວຈິງ ແລະ ເນັ້ນໃຫ້ຄູໄດ້ຮັບການສະໜັບບສະໜູນ ສໍາລັບການພັດທະນາທັກສະ ແລະ ສະໜອງຄວາມຕ້ອງການ ທີ່ຫລາກຫລາຍ ຂອງຜູ້ຮຽນຢ່າງເໝາະສົມ ໂດຍບໍ່ຈຳແນກ ບົດບາດຍິງ-ຊາຍ, ຊົນເຜົ່າ, ແລະ ຄວາມສາ ມາດ ແລະ ຫວັງວ່າ ຈະມີຫ້ອງຮຽນຮ່ວມຫລາຍຂຶ້ນ ເພື່ອຮອງຮັບກຸ່ມຜູ້ຮຽນຜູ້ທີ່ມີຂໍ້ຫຍຸ້ງຍາກ ຫລື ບົກຜ່ອງດ້ານໜ້າທີ່ການໃດໜຶ່ງ ແລະ ເພື່ອສົ່ງເສີມໃຫ້ເຂົາເຈົ້າໄດ້ສະແດງ ທ່າແຮງຂອງເຂົາເຈົ້າອອກມາ ລວມເຖິງການໄດ້ຮັບໂອກາດ ໃນການເຂົ້າເຖິງ ການສຶກສາທີ່ມີຄຸນນະພາບ ໂດຍຜ່ານ ຄູສອນທີ່ມີທັກສະທີ່ຫລາກຫລາຍ.

ທ່ານ ໂພລ ແຄລລີ ເອກອັກຄະລັດຖະທູດ ອົດສະຕຣາລີປະຈຳ ສປປ ລາວ ໄດ້ກ່າວວ່າ: ການສຶກສາຮຽນຮ່ວມ ທີ່ລວມເອົາຄົນພິການແມ່ນບຸລິມະສິດຫລັກ ສໍາລັບລັດຖະບານ ອົດສະຕຣາລີ ແລະ ບັນຫາຂ້າມຜ່ານ ໃນໂຄງການຊ່ວຍເຫລືອຂອງພວກເຮົາ. ອົດສະຕຣາລີ ຈະສະໜັບສະໜູນ ກະຊວງສຶກສາ ແລະ ກິລາ ໂດຍຜ່ານແຜນງານບີຄວາ ເພື່ອສະໜອງ ການສຶກສາຊັ້ນປະຖົມ ທີ່ມີຄຸນນະພາບໃຫ້ແກ່ ເດັກນ້ອຍທຸກຄົນໃນລາວ ໂດຍບໍ່ຈຳກັດດ້ານຄວາມສາມາດ ຫລື ທາງດ້ານເພດຂອງເຂົາເຈົ້າ. ຄວາມພິການ ຖືວ່າເປັນບັນຫາຫລັກ ໃນທົ່ວໂລກທີ່ກີດຂວາງ ການເຂົ້າເຖິງການສຶກສາ. ການສຶກສາຮຽນ ຮ່ວມຖືວ່າເປັນອີກທິດທາງ ໜຶ່ງທີ່ສຳຄັນຢ່າງຍິ່ງ ເພື່ອປ່ຽນແປງສັງຄົມ ເຊິ່ງເຊື່ອວ່າອຳນວຍການ ແລະ ຄູອາຈານທີ່ ມີປະສິດທິຜົນ ແລະ ການມີສ່ວນຮ່ວມ ຂອງຊຸມຊົນເປັນກະແຈ ເພື່ອຮັບປະກັນບົດຮຽນ ແລະ ໂຮງຮຽນແມ່ນແທດເໝາະ ສໍາລັບເດັກທຸກຄົນ ໂດຍບໍ່ຈຳແນກຄວາມສາມາດ , ເພດ ຫລື ຊົນເຜົ່າຂອງເຂົາເຈົ້າ.

KPL

ຂ່າວອື່ນໆ

    • ສະຫລອງ 1  ປີ ການນໍາໃຊ້ລະບົບລົງທະບຽນ ການໃຫ້ວັກຊີນກັນພະຍາດແບບເອເລັກໂຕຣນິກສຶກສາ-ກິລາ

      ສະຫລອງ 1 ປີ ການນໍາໃຊ້ລະບົບລົງທະບຽນ ການໃຫ້ວັກຊີນກັນພະຍາດແບບເອເລັກໂຕຣນິກ

      5/6/2025 8:04:35 PM

      ຂປລ. ພິທີສະເຫລີມສະຫລອງ ຄົບຮອບ 1 ປີ ການນໍາໃຊ້ລະບົບລົງທະບຽນ ການໃຫ້ວັກຊີນກັນພະຍາດ ແບບເອເລັກໂຕຣນິກ ຫລື EIR ໃນ ສປປ ລາວ ຈັດຂຶ້ນໃນວັນທີ 5 ພຶດສະພາ 2025 ຢູ່ນະຄອນຫລວງວຽງຈັນ

    • ສຳເລັດການແຂ່ງຂັນສີມືແຮງງານແຫ່ງຊາດ ຄັ້ງທີ IVສຶກສາ-ກິລາ

      ສຳເລັດການແຂ່ງຂັນສີມືແຮງງານແຫ່ງຊາດ ຄັ້ງທີ IV

      5/5/2025 8:04:19 PM

      ຂປລ. ງານແຂ່ງຂັນສີມືແຮງງານ ແຫ່ງຊາດ ຄັ້ງທີ 4 ພາຍໃຕ້ຄໍາຂວັນ ‘‘ສີມືແຮງງານລາວ ກ້າວສູ່ພາກພື້ນ ແລະ ສາກົນ’’ ໄດ້ສຳເລັດລົງເມື່ອບໍ່ດົນມານີ້, ທີ່ນະຄອນຫລວງວຽງຈັນ ໂດຍເຂົ້າຮ່ວມ ແລະ ມອບລາງວັນໃຫ້ຜູ້ຊະນະການແຂ່ງຂັນ ຂອງ ທ່ານ ພົງໄຊສັກ ອິນຖາລາດ ຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ), ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ແລະ ນັກແຂ່ງຂັນເຂົ້າຮ່ວມ.

    • ນັກສຶກສາລາວ ໄດ້ຮັບທຶນເຂົ້າຮ່ວມໂຄງການແລກປ່ຽນດ້ານກະສິກໍາ ແລະ ພະລັງງານ ຢູ່ຍີ່ປຸ່ນ ສຶກສາ-ກິລາ

      ນັກສຶກສາລາວ ໄດ້ຮັບທຶນເຂົ້າຮ່ວມໂຄງການແລກປ່ຽນດ້ານກະສິກໍາ ແລະ ພະລັງງານ ຢູ່ຍີ່ປຸ່ນ

      3/5/2025 5:46:43 PM

      ຂປລ. ໃນວັນທີ 3 ມີນາ 2025 ຜ່ານມາ, ຄະນະນັກສຶກສາລາວ 32 ຄົນ ໄດ້ຮັບທຶນ ເຂົ້າຮ່ວມໂຄງການການແລກປ່ຽນດ້ານກະສິກໍາ ແລະ ການແລກປ່ຽນດ້ານພະລັງງານ ພາຍໃຕ້ໂຄງການເຈເນັດຊີ (JENESYS) ຢູ່ປະເທດຍີ່ປຸ່ນ ເພື່ອສົ່ງເສີມຄວາມເຂົ້າໃຈ ແລະ ຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ ລະຫວ່າງປະຊາຊົນ ຈາກຍີ່ປຸ່ນ ແລະ ພາກພື້ນອາຊີ-ປາຊີຟິກ ທັງນີ້ກໍເພື່ອສ້າງພື້ນຖານແກ່ມິດຕະພາບ ແລະ ການຮ່ວມມືໃນອະນາຄົດ.

    • ຮວຜທ ຖອດຖອນບົດຮຽນ ບັ້ນທວນຄືນ ແລະ ສອບເສັງພາກຮຽນທີ Iສຶກສາ-ກິລາ

      ຮວຜທ ຖອດຖອນບົດຮຽນ ບັ້ນທວນຄືນ ແລະ ສອບເສັງພາກຮຽນທີ I

      2/19/2025 9:48:55 PM

      ຂປລ. ຫ້ອງສຶກສາ ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ (ຮວຜທ) ຈັດກອງປະຊຸມ ສະຫລຸບຖອດຖອນບົດຮຽນ ບັ້ນທວນຄືນ ແລະ ສອບເສັງພາກຮຽນທີ I ສົກຮຽນ 2024-2025 ໂດຍການເປັນປະທານຂອງ ສະຫາຍ ພັນເອກ ສັງທອງ ສຸກສີສະຫວາດ ຮອງຫົວໜ້າການທະຫານ, ຫົວໜ້າຫ້ອງສຶກສາ ໂຮງຮຽນວັດທະນະທຳ ຊົນເຜົ່າກອງທັບ, ມີ ສະຫາຍ ພັນໂທ ນາງ ດາວັນ ສິມໃບມະນີ ຮອງຫົວໜ້າຫ້ອງສຶກສາ, ຫົວໜ້າພະແນກ-ຮອງພະແນກ, ພ້ອມດ້ວຍພະນັກງານ-ຄຸອາຈານ ທົ່ວຫ້ອງສຶກສາ ເຂົ້າຮ່ວມ.

    • ເລືອດຈ້າງ ເກີດຈາກສາເຫດຫຍັງສຶກສາ-ກິລາ

      ເລືອດຈ້າງ ເກີດຈາກສາເຫດຫຍັງ

      2/17/2025 10:43:56 AM

      ເລືອດຈາງ ຄືພາວະທີ່ຮ່າງກາຍເຮົາມີເມັດເລືອດແດງຕ່ຳກວ່າປົກກະຕິ ຈຶ່ງສົ່ງຜົນໃຫ້ທຸກຈຸລັງເນື້ອເຍື່ອ ແລະ ອະໄວຍະວະໃນຮ່າງກາຍຂາດເລືອດ.

ads
ads

Top