ທາງລົດໄຟລາວ-ຈີນ ນໍາຜົນ ປະໂຫຍດຢ່າງຫລວງຫລາຍມາໃຫ້ ສປປ ລາວ

05/12/2023 13:52
Email Print 743
ຂປລ ທາງ​ລົດ​ໄຟ​ ລາວ-ຈີນ ​ໄດ້ເປີດນຳໃຊ້ມາ​ເປັນ​ເວລາ 2 ປີ​ແລ້ວ, ໄດ້ມີການຂົນ​ສົ່ງ​ຜູ້​ໂດຍສານ​ທັງ​ໝົດ 3.728.000 ​ເທື່ອ​ຄົນ ​ແລະ ຂົນສົ່ງສິນຄ້າ 5.990.000 ໂຕນ, ​ໃນ​ນັ້ນ​ປະລິມານຂົນສົ່ງສິນຄ້າຂ້າມແດນ 5.940.000 ​ໂຕນ, ເຫັນໄດ້ວ່າບົດບາດການ ຊ່ວຍ​ຊຸກ​ຍູ້​ການ​ພັດ​ທະ​ນາ​ເສດ​ຖະ​ກິດ ​ແລະ​ ສັງ​ຄົມ​ຂອງ​ພາກ​ພື້ນ ແລະ “ເສັ້ນທາງທອງຄຳ” ຂອງທາງລົດໄຟລາວ-ຈີນ ໄດ້ສະແດງໃຫ້ເຫັນນັບມື້ນັບພົ້ນເດັ່ນຂຶ້ນ.





(ສະເຫລີມສະຫລອງວັນສ້າງຕັ້ງ ເສັ້ນທາງລົດໄຟລາວ-ຈີນ ຄົບຮອບ 2 ປີ)

*ທາງ​ລົດ​ໄຟ​ ລາວ-ຈີນ ​ໄດ້ເປີດນຳໃຊ້ມາ​ເປັນ​ເວລາ 2 ປີ​ແລ້ວ, ໄດ້ມີການຂົນ​ສົ່ງ​ຜູ້​ໂດຍສານ​ທັງ​ໝົດ 3.728.000 ​ເທື່ອ​ຄົນ ​ແລະ ຂົນສົ່ງສິນຄ້າ 5.990.000 ໂຕນ, ​ໃນ​ນັ້ນ​ປະລິມານຂົນສົ່ງສິນຄ້າຂ້າມແດນ 5.940.000 ​ໂຕນ, ເຫັນໄດ້ວ່າບົດບາດການ ຊ່ວຍ​ຊຸກ​ຍູ້​ການ​ພັດ​ທະ​ນາ​ເສດ​ຖະ​ກິດ ​ແລະ​ ສັງ​ຄົມ​ຂອງ​ພາກ​ພື້ນ ແລະ ເສັ້ນທາງທອງຄຳຂອງທາງລົດໄຟລາວ-ຈີນ ໄດ້ສະແດງໃຫ້ເຫັນນັບມື້ນັບພົ້ນເດັ່ນຂຶ້ນ.

ໃນ​ສອງ​ປີຜ່ານມາ, ບໍລິສັດ​ທາງ​ລົດ​ໄຟ​ລາວ-ຈີນ​ໄດ້ນຳ​ໃຊ້​ມາດ​ຕະການຄຸ້ມ​ຄອງ​ ແລະ ​ ​ດຳເນີນການທາງ​ລົດ​ໄຟ​ລາວ-ຈີນ​ຢ່າງ​ມີ​ປະສິດທິ​ພາບ, ສືບ​ຕໍ່​ກໍ່ສ້າງ​ທາງລົດໄຟ ໃຫ້ເປັນເສັ້ນທາງ​ແຫ່ງ​ການ​ພັດທະນາ, ເສັ້ນທາງ​ແຫ່ງຄວາມ​ຜາ​ສຸກ ແລະ ເສັ້ນທາງ​ແຫ່ງ ມິດຕະພາບ​ຂອງ​ປະຊາຊົນ​ ລາວ-ຈີນ​ຢ່າງ​ມີ​ປະສິດທິ​ຜົນ. ຍົກສູງຄຸນນະພາບການ​ບໍລິການ, ​ການຂົນ​ສົ່ງ​ຜູ້​ໂດຍສານ ​ແລະ ສິນຄ້າ ເພື່ອຮັບ​ໃຊ້​ການໄປ​ມາຂອງ​ປະຊາຊົນ​ຂອງ​ສອງ​ປະ​ເທດ​ໃຫ້​ມີຄວາມສະດວກສະບາຍ ແລະ ວ່ອງໄວ ແລະ ຊ່ວຍ​ຊຸກຍູ້​ການ​ກໍ່ສ້າງ​ແລວ​ທາງ​ເສດຖະກິດ​ລາວ-ຈີນ.

ຜ່ານການດຳເນີນງານ 2 ປີຂອງທາງລົດໄຟລາວ-ຈີນໄດ້ຮັບໝາກຜົນອັນຈົບງາມຄືດັ່ງນີ້: ຄຸນນະພາບ ແລະ ປະລິມານການຂົນສົ່ງ​​ຜູ້​ໂດຍສານ​ເພີ່ມ​ຂຶ້ນ ​ແລະ​ ໄດ້​ຮັບ​ຄວາມ​ນິຍົມ​ຊົມ​ຊອບ ​ຈາກ​ປະຊາຊົນເປັນຈຳນວນຫລາຍ. ບໍລິສັດທາງລົດໄຟ ລາວ-ຈີນ ຈໍາກັດວິເຄາະຈຸດພິເສດການຈະລາຈອນ ຜູ້ໂດຍສານຢ່າງມີວິທະຍາສາດ, ຈັດສັນຄວາມສາມາດ ໃນການຂົນສົ່ງຢ່າງຖືກຕ້ອງ, ເພີ່ມໃຫ້ມີປະເພດບ່ອນນັ່ງທີ່ຫລາກຫລາຍ, ປັບປຸງການບໍລິການຢູ່ໃນສະຖານີ ແລະ ເທິງລົດໄຟໃຫ້ມີຄວາມເໝາະສົມ, ສະໜອງ ການເດີນທາງທີ່ປອດໄພ, ເປັນມິດຕໍ່ສິ່ງແວດລ້ອມ, ວ່ອງໄວ ແລະ ມີຄວາມສະດວກສະບາຍ ໃຫ້ແກ່ປະຊາຊົນສອງຊາດລາວ-ຈີນ. ​ຈຳນວນລົດໄຟຂົນສົ່ງ ໂດຍສານ​​ເພີ່ມ​ຂຶ້ນ​ຈາກ 4 ​ຖ້ຽວ​ໃນ​ເບື້ອງ​ຕົ້ນ​ເປັນ 10 ຖ້ຽວ​ໃນ​ປັດຈຸ​ບັນ, ຈັດສັນຕູ້ລົດ ໄຟຂອງຂະບວນ ລົດໄຟທຳມະດາ ໃຫ້ເພີ່ມຂຶ້ນເປັນຈຳນວນຫລາຍກວ່າ 10 ຕູ້ຕໍ່ຂະບວນ, ມາຮອດປັດຈຸບັນ ປະລິມານການຂົນສົ່ງຜູ້ໂດຍສານທັງໝົດ ແມ່ນ 3.728.000 ເທື່ອຄົນ, ປະລິມານຂົນສົ່ງສູງສຸດຕໍ່ມື້ແມ່ນ 10.197 ເທື່ອຄົນ. ນອກນີ້ ຍັງມີການວາງແຜນ ຈັດຕັ້ງການຂົນ ສົ່ງຜູ້ໂດຍສານຢ່າງລະອຽດຮັບໃຊ້ໃນງານບຸນປະເພນີລາວຕ່າງໆເຊັ່ນ: ບຸນປີໃໝ່ລາວ, ບຸນອອກພັນສາ, ບຸນເຂົ້າພັນສາ ແລະ ບຸນປະເພນີອື່ນໆ, ອໍານວຍຄວາມສະດວກ ໃນການເປັນເຈົ້າພາບຈັດກິດຈະກຳສຳຄັນຕ່າງໆ ຂອງລັດຖະບານເຊັ່ນ: ກອງປະຊຸມລັດຖະມົນ ຕີຂົນສົ່ງອາຊຽນ ແລະອື່ນໆ; ເປີດນຳໃຊ້ APP ຊື້ປີ້ລົດໄຟ, ເພີ່ມ​ຊ່ອງ​ທາງ​ການ​ຊຳ​ລະ​ເງິນ ໃຫ້ມີຄວາມຫລາກຫລາຍ, ເພີ່ມ​ຈຸດຂາຍປີ້ ໃນນະ​ຄອນ​ຫຼວງ​ວຽງ​ຈັນ, ​ຫລວງ​ພະ​ບາງ, ອຳນວຍຄວາມສະດວກ ໃນການຊື້ປີ້ລົດໄຟອີກລະດັບ; ເປີດນຳໃຊ້ລົດໄຟຂົນສົ່ງໂດຍ ສານ​ສາ​ກົນ​ແຕ່​ວັນ​ທີ 13 ເມ​ສາ 2023 ເຮັດໃຫ້ສາມາດເດີນທາງໂດຍກົງ ຈາກຄຸນໝິງ ຫານະຄອນຫລວງວຽງຈັນ ແລະ ພາຍຫລັງໄດ້ມີການປັບປຸງ ແຜນການແລ່ນລົດໃໝ່ໃນວັນທີ 25 ກໍລະກົດນີ້ ໄດ້ເຮັດໃຫ້ໄລຍະການເດີນທາງສັ້ນລົງກວ່າເກົ່າ 64 ນາທີ. ປັດ ຈຸບັນປະລິມານຜູ້ໂດຍສານ ຂ້າມແດນແມ່ນໄດ້ບັນລຸ 93.000 ຄົນຈາກ 72 ປະເທດ ແລະ ເຂດແຄວ້ນ ອໍານວຍຄວາມສະດວກສະບາຍໃຫ້ແກ່ປະຊາຊົນໃນ​ການ​ເດີນ​ທາງ​ໄປທ່ອງທ່ຽວ, ​ສຶກ​ສາ​ ແລະ ດໍາເນີນ​ທຸ​ລະ​ກິດລະຫວ່າງປະເທດ​​.





ທາງລົດໄຟລາວ-ຈີນໄດ້ສ້າງຊ່ອງທາງການຂົນສົ່ງສາກົນລະຫວ່າງຈີນແລະອາຊຽນທີ່ມີຄວາມສະດວກສະບາຍ, ຫຼຸດຜ່ອນຄ່າໃຊ້ຈ່າຍ ໃນການຂົນສົ່ງຢ່າງຫຼວງຫຼາຍ; ຄວາມຕ້ອງການດ້ານການຂົນສົ່ງ ມີທ່າແຮງເພີ່ມຂຶ້ນຢ່າງບໍ່ຢຸດຢັ້ງ. ບໍລິສັດທາງລົດໄຟ ລາວ-ຈີນ ຈຳກັດ ໄດ້ເພີ່ມທະວີການຈັດຕັ້ງດ້ານການຂົນສົ່ງສິນຄ້າ, ຍົກລະດັບຄວາມສາມາດ ແລະ ປະສິດທິພາບໃນການຂົນສົ່ງ, ຈໍານວນລົດໄຟຂົນສົ່ງສິນຄ້າ ຂ້າມແດນເພີ່ມຂຶ້ນຈາກ 2 ຖ້ຽວ ໃນໄລຍະເບື້ອງຕົ້ນເປັນ 14 ຖ້ຽວໃນປັດຈຸບັນ. ຂະຫຍາຍຮູບແບບ ການຂົນສົ່ງສິນຄ້າຂ້າມແດນ, ເປີດນໍາໃຊ້ລົດໄຟຂົນສົ່ງສິນຄ້າຂ້າມແດນລາວ-ຈີນໂດຍການກຳນົດຈຸດ, ກຳນົດເສັ້ນທາງ, ກຳນົດເວລາ ແລະ ກໍານົດຖ້ຽວລົດຂອງ "ສາຍດ່ວນລ້ານຊ້າງ-ແມ່ນ້ຳຂອງ", ພ້ອມທັງຕັ້ງໜ້າຄົ້ນຄວ້າຮູບແບບການຂົນສົ່ງສາກົນແບບໃໝ່ເຊັ່ນ "ທາງລົດໄຟລາວ-ຈີນ+ທາງລົດໄຟຈີນ-ເອີຣົບ", ໄລຍະເວລາການຂົນສົ່ງ ຈາກອາຊີຕາເວັນອອກສຽງໃຕ້ໄປເອີຣົບ ໂດຍກົງແມ່ນສັ້ນລົງເປັນ 15 ວັນ, ການຂົນສົ່ງສິນຄ້າກວມເອົາ 12 ປະເທດທີ່ຮ່ວມກັນສ້າງ "ໜຶ່ງແລວ ໜຶ່ງເສັ້ນທາງ" ເຊັ່ນ: ລາວ, ໄທ, ຫວຽດນາມ ແລະ ມຽນມາ ແລະອື່ນໆ ລວມທັງ 31 ຕົວເມືອງພາຍໃນປະເທດຈີນ. ໃຫ້ບູລິມະສິດແກ່ການຂົນສົ່ງສິນຄ້າ ທີ່ຕິດພັນກັບຊີວິດການເປັນຢູ່ຂອງປະຊາຊົນ ໂດຍສະເພາະສິນຄ້າກະສິກຳຕ່າງໆ ຂອງເຊັ່ນ ໝາກໄມ້, ເຂົ້າ, ໝາກເດືອຍ ແລະ ສິນຄ້າອື່ນໆຂອງລາວ, ຮັບປະ ກັນການຂົນສົ່ງ ສຳລັບກິດຈະກຳສຳຄັນຕ່າງໆ, ສາມາດຕອບສະໜອງ ຕາມຄວາມຕ້ອງການໃນການພັດທະນາເສດຖະກິດສັງຄົມຂອງພາກພື້ນໄດ້ເປັນຢ່າງດີ.

ມີບົດບາດໃນວົງກວ້າງທີ່ພົ້ນເດັ່ນ ຊ່ວຍຊຸກຍູ້ການພັດທະນາເສດຖະກິດ. ທາງລົດໄຟ ລາວ-ຈີນ ໄດ້ເຊື່ອມຕໍ່ແຫລ່ງທ່ອງທ່ຽວ ທີ່ມີຊື່ສຽງຂອງລາວ ແລະ ຈີນ, ດຶງດູດນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດ, ຊ່ວຍຊຸກຍູ້ພັດທະນາ ການທ່ອງທ່ຽວ ແລະ ເສດຖະກິດຕາມແລວທາງໄດ້ຢ່າງວ່ອງໄວ. ບໍລິສັດທາງລົດໄຟ ລາວ-ຈີນ ຊ່ວຍຊຸກຍູ້ການຮ່ວມມື ລະຫວ່າງຂະແໜງການທາງລົດໄຟ ກັບຂະແໜງການທ່ອງທ່ຽວ, ເປີດເສັ້ນທາງທ່ອງທ່ຽວຫຼາຍສາຍ, ຊຸກຍູ້ການເປີດໃຊ້ລົດໄຟຂະບວນທ່ອງທ່ຽວ ແຫ່ງທຳອິດຈາກ ປັກກິ່ງ ມາລາວ. ນັບແຕ່ເດືອນມັງກອນຫາເດືອນກັນຍາປີນີ້, ລາວໄດ້ຮັບນັກທ່ອງທ່ຽວ 2,4 ລ້ານເທື່ອຄົນ ເພີ່ມຂຶ້ນ 285% ຈາກໄລຍະດຽວກັນໃນປີ 2022. ທາງລົດໄຟລາວ-ຈີນ ໄດ້ຊ່ວຍສົ່ງເສີມການໄຫຼວຽນຂອງຜູ້ໂດຍສານ, ການໄຫລວຽນການຂົນສົ່ງສິນຄ້າ, ການໄຫຼວຽນຂອງທຶນຮອນ ແລະ ການໄຫຼວຽນຂອງຂໍ້ມູນຂ່າວສານ, ສົ່ງເສີມການພັດທະນາດ້ານຊັບພະຍາກອນ, ຊຸກຍູ້ການພັດທະນາ ເຂດເສດຖະກິດຢ່າງມີປະສິດທິຜົນເຊັ່ນ: ເຂດພັດທະນາກວມລວມໄຊເສດຖາ ແລະ ເຂດເສດຖະກິດພິເສດບໍ່ເຕັນ ແລະ ອື່ນໆ. ຜົນຜະລິດແຮ່ເຫລັກ, ແປ້ງມັນຕົ້ນ, ຢາງພາລາ ແລະ ຜະລິດຕະພັນອື່ນໆຂອງລາວ ທີ່ຂົນສົ່ງຜ່ານທາງລົດໄຟກໍມີເພີ່ມຂຶ້ນຢ່າງຫລວງຫລາຍ, ປະເພດສິນຄ້າ ທີ່ຂົນສົ່ງຂ້າມແດນໄດ້ຂະຫຍາຍຈາກ 10 ກວ່າປະເພດເຊັ່ນ: ຢາງພາລາ, ປຸຍຊີວະພາບ, ເຄື່ອງໃຊ້ໃນຊີວິດ ປະຈໍາວັນ ແລະອື່ນໆ ມາເປັນ 2.700 ກວ່າປະເພດເຊັ່ນ: ອຸປະກອນເອເລັກໂຕຣນິກ, ອຸປະກອນໄຟຟ້າແສງຕາເວັນ, ອຸປະກອນສື່ສານ, ລົດຍົນ ແລະອື່ນໆ, ເສີມຂະຫຍາຍກຳລັງການຜະລິດ, ຍົກລະດັບຂະແໜງການອຸດສາຫະກຳຕ່າງໆຕາມແລວທາງ ແລະ ການ ແລກປ່ຽນດ້ານເສດຖະກິດ-ການຄ້າສາກົນ, ໄດ້ສ້າງ ກົນຈັກໃໝ່ໃຫ້ແກ່ການພັດທະນາເສດຖະກິດໃນລະດັບພາກພື້ນ.

ເພີ່ມທະວີການຄຸ້ມຄອງການດຳເນີນການ ແລະ ການບຳລຸງຮັກສາ ເພື່ອຮັບປະກັນຄວາມປອດໄພ ແລະ ການຂົນສົ່ງໃຫ້ມີຄວາມໂລ່ງລ່ຽນ. ບໍລິສັດທາງລົດໄຟລາວ-ຈີນ ຈຳກັດ ໄດ້ເພີ່ມທະວີມາດຕະການປ້ອງກັນຄວາມປອດໄພໂດຍນຳໃຊ້ບຸກຄະລາກອນ, ວັດສະດຸອຸປະກອນ ແລະ ເຕັກໂນໂລຊີ, ນຳໃຊ້ມາດຕະການ ແລະ ອຸປະກອນເຕັກໂນໂລຊີ ທີ່ກ້າວໜ້າຢ່າງເຕັມທີ່ໃນການບຳລຸງຮັກສາ ເສັ້ນທາງລົດໄຟເຊັ່ນ: ແຜນທີ່ດາວທຽມ, ໂດຣນ ແລະ ການສ່ອງທາງໄກ. ເພີ່ມທະວີການກວດກາ, ບຳລຸງຮັກສາ ແລະ ຄຸ້ມຄອງ ພື້ນຖານໂຄງລ່າງ, ລົງເລິກປ້ອງກັນວຽກງານ ດ້ານຄວາມປອດໄພເຊັ່ນ: ໄພນໍ້າຖ້ວມ, ຮັບປະກັນຄຸນນະພາບຂອງອຸປະກອນ ແລະ ສິ່ງອໍານວຍຄວາມສະດວກ ສືບຕໍ່ຢູ່ໃນສະພາບທີ່ດີ, ທົດສອບຄວາມອົດທົນ ຕໍ່ການຂົນສົ່ງຜູ້ໂດຍສານ ແລະ ສິນຄ້າໃນລະດູຝົນ, ແຜ່ນ ດິນໄຫວ ແລະ ໄພທາງທຳມະຊາດອື່ນໆ, ຮັບປະກັນຄວາມສະຖຽນລະພາບ ຂອງການຂົນສົ່ງຂ້າມແດນ ໃຫ້ມີຄວາມປອດໄພ. ສົມທົບກັບພາກສ່ວນກ່ຽວຂ້ອງຂອງລັດຖະບານ ສ້າງກົນໄກຮ່ວມມື ປ້ອງກັນຄວາມສະຫງົບທາງລົດໄຟ, ເຜີຍແຜ່ຄວາມຮູ້ ແລະ ຄວາມ ສໍາຄັນທາງດ້ານຄວາມປອດໄພທາງລົດໄຟ, ຊີ້ນຳໃຫ້ປະຊາຊົນທີ່ອາໄສ ຢູ່ລຽບຕາມແລວທາງລົດໄຟ ໃຫ້ເຂົ້າໃຈເຖິງວິທີການປົກປັກຮັກສາເສັ້ນທາງລົດໄຟ, ເສີມຂະຫຍາຍແນວຄິດຮ່ວມກັນ ປົກປັກຮັກສາ ແລະ ສ້າງບັນຍາກາດທີ່ດີຮ່ວມກັນ ໃນການປົກປັກຮັກສາ ທາງລົດໄຟ. ຝຶກອົບຮົມບຸກຄະລາກອນທາງລົດໄຟ, ແຕ່ງຕັ້ງຜູ້ຊ່ຽວຊານຈີນ ໃນການຝຶກອົບຮົມເຕັກນິກລົດໄຟໃຫ້ແກ່ພະນັກງານ, ຝຶກຝົນທັກສະການປະຕິບັດງານ ຂອງພະນັກງານລາວຢ່າງຮອບດ້ານ, ປະຈຸບັນພະນັກງານລາວຫຼາຍກວ່າ 90% ໃນຈຳນວນ 800 ກວ່າຄົນ ໄດ້ຜ່ານການຝຶກຝົນທົດສອບ ແລະ ຮັບການບັນຈຸເຂົ້າຕຳແໜ່ງ, ພວກເຂົາເຫຼົ່ານັ້ນ ໄດ້ກາຍເປັນພະນັກງານເຕັກນິກທາງລົດໄຟ ຊຸດທຳອິດຂອງປະເທດລາວ.

ໃນບາດກ້າວຕໍ່ໄປ, ບໍລິສັດທາງລົດໄຟລາວ-ຈີນ ຈໍາກັດ ຈະນໍາໃຊ້ປະສົບການ ຈາກການເປີດດໍາເນີນງານມາເປັນເວລາ 2 ປີ ເພີ່ມທະວີການຄຸ້ມຄອງຄວາມປອດໄພ, ປັບປຸງຄວາມສາມາດດ້ານການຂົນສົ່ງ, ຍົກສູງຄຸນນະພາບ ດ້ານການບໍລິການ, ປະກອບ ສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ການສ້າງ "ໜຶ່ງ​ແລວ​ ​ໜຶ່ງ​ເສັ້ນທາງ" ​ໃຫ້​ມີ​ຄຸນ​ນະພາ​ບສູງ ​ແລະ ນຳພາ​ຜົນ​ປະ​ໂຫຍ​ດອັນສູງສຸດມາ​ໃຫ້​ແກ່​ປະຊາຊົນ​ສອງຊາດລາວ-ຈີນ./.

ແຫລ່ງຂໍ້ມູນ: ບໍລິສັດລົດໄຟລາວ-ຈີນ



KPL

ຂ່າວອື່ນໆ

ads
ads

Top