ຂປລ
ທ່ານ ໄຮທາມ ອາລເຈສ ເລຂາທິການໂອເປັກ ກ່າວຫາ ອົງການ ພະລັງງານ ສາກົນ (IEA) ໃສ່ຮ້າຍ ຂະແໜງການ ອາຍແກັສ ໃນການ ປະທະກັນ ຄັ້ງຫລ້າສຸດ ລະຫວ່າງ ບັນດາກຸ່ມ ກ່ຽວກັບ ນະໂຍບາຍ ສະພາບອາກາດ.
ຂປລ. ຕາມຂ່າວສານ ຫວຽດນາມ, ອ້າງຕາມ ຣອຍເຕີ, ທ່ານ ໄຮທາມ ອາລເຈສ ເລຂາທິການໂອເປັກ ກ່າວຫາ ອົງການ ພະລັງງານ ສາກົນ (IEA) ໃສ່ຮ້າຍ ຂະແໜງການ ອາຍແກັສ ໃນການ ປະທະກັນ ຄັ້ງຫລ້າສຸດ ລະຫວ່າງ ບັນດາກຸ່ມ ກ່ຽວກັບ ນະໂຍບາຍ ສະພາບອາກາດ. ທ່ານ ໄຮທາມ ອາລເຈສ ໄດ້ເຕື້ອງເຖິງ ບົດບັນທືກຊ່ວຍຈຳ ໂດຍແມ່ນ IEA ປະກາດ ເມື່ອບໍ່ດົນມານີ້ວ່າ ຂະແໜງ ການອຸດສາຫະກຳເຊື້ອໄຟແຂງ ພວມຜະເຊີນກັບ ໄລຍະຄວາມເປັນຈິງ ເມື່ອບັນດາ ຜູ້ຜະລິດ ຕ້ອງເລືອກເອົາ ລະຫວ່າງ ວຽກງານ ທີ່ ໝັ້ນຄົງ ຕື່ມອີກ ໃນວິກິດການ ດ້ານສະພາບອາກາດ ຫລື ການປ່ຽນ ໄປນຳໃຊ້ ພະລັງງານສະອາດ.
ບົດບັນທືກຊ່ວຍຈຳຂອງ IEA ໄດ້ສະແດງ ໃຫ້ເຫັນວ່າ ຂະແໜງການເຊື້ອໄຟແຂງ ກໍເປັນ ສາເຫດໜຶ່ງ ທີ່ກໍ່ໃຫ້ ເກີດວິກິດ ການປ່ຽນແປງ ສະພາບ ອາກາດ ຢ່າງຮ້າຍແຮງ ທີ່ ທ່ານ ໄຮທາມ ອາລເຈສ ໃຫ້ທັດສະນາະວ່າ ບໍ່ມີຄວາມເປັນທຳ. ສິ່ງດັ່ງກ່າວນີ້ ໄດ້ນຳໄປສູ່ ການທ້າທາຍຕ່າງໆ. ສະນັ້ນ ທ່ານ ໄຮທາມ ອາລເຈສ ໄດ້ກ່າວເຖິງ ບັນຫາຕ່າງໆ ກ່ຽວກັບ ຄວາມປອດໄພ ຂອງ ພະລັງງານ, ການເຂົ້າເຖິງ ພະລັງງານ ແລະ ຄວາມອາດ ສາມາດ ໃນການ ຊົດເຊີຍ ໃຫ້ພະລັງງານ . ອົງການ ບັນດາ ປະເທດ ສົ່ງອອກ ນໍ້າມັນ (OPEC) ແລະ IEA ໄດ້ປະທະກັນ ຢ່າງຕໍ່ເນື່ອງ ໃນຊຸມປີ ຜ່ານມາ ກ່ຽວກັບ ບັນຫາຕ່າງໆຄື: ແງ່ຫວັງ ຄວາມຕ້ອງການ ໃນໄລຍະຍາວນານ ແລະ ການລົງທຶນ ເຂົ້າໃນ ແຫລ່ງສະໜອງ ຮີໂດຣ ກາກບອນໃໝ່. ເຫດການໃໝ່ ຫລ້າສຸດ ໄດ້ເກີດຂຶ້ນ ເມື່ອບັນດາ ປະເທດ ຢູ່ໃນ ສະຫະ ນະຄອນ ເອເມເຣັດ ອາຣັບ (UAE) ຊຶ່ງເປັນ ຜູ້ຜະລິດ ຂະໜາດໃຫຍ່ ຂອງ OPEC-ພວມກຽມຈັດ ກອງປະຊຸມ ສຸດຍອດ ກ່ຽວກັບ ສະພາບ ອາກາດ ຂອງ ສະຫະ ປະຊາຊາດ (COP28 ໃນທ້າຍ ອາທິດນີ້. ທ່ານ ໄຮທາມ ອາລເຈສ ໃຫ້ຮູ້ວ່າ ໂອເປັກ ຈະເຂົ້າຮ່ວມໃນກອງປະຊຸມນີ້.
IEA ຄາດວ່າ ຄວາມຕ້ອງການ ເຊື້ອໄຟແຂງ ຂອງ ໂລກ ຈະບັນລຸ ໃນປີ 2030 ໃນຂະນະທີ່ ລົດໃຫຍ່ ໄຟຟ້າ ແລ່ນ ຢູ່ຕາມຖະໜົນ ຫົນທາງ ນັບມື້ເພີ່ມຂຶ້ນ. ຄຽງຄູ່ກັນນັ້ນ ພື້ນຖານ ເສດຖະກິດ ສປຈີນ ໄດ້ຂະຫຍາຍຕົວ ຊ້າລົງ ແລະ ພວມຫັນໄປນຳໃຊ້ພະລັງງານສະອາດ ຫລາຍຂຶ້ນ. ອົງການ ພະລັງງານ ສາກົນ ຄາດວ່າ ທົ່ວໂລກ ຈະຕ້ອງ ເພີ່ມກຳລັງ ການຜະລິດ ພະລັງງານໝູນວຽນ ໃຫ້ຫລາຍຂຶ້ນ 3 ເທົ່າເທຶ່ອ ໃນໄລຍະ 7 ປີຕໍ່ໜ້າ ເພື່ອຫລຸດຜ່ອນ ຈຳນວນ 20% ຂອງ ຄວາມຕ້ອງການ ເຊື້ອໄຟແຂງ. ໃນຂະນະທີ່ ໂອເປັກ ບໍ່ເຫັນດີ ຕໍ່ຄວາມເຫັນດັ່ງກ່າວ. ໂອເປັກ ໄດ້ລະບຸວ່າ ການຄາດເດົາ ດັ່ງກ່າວ ເປັນອັນຕະລາຍ ເນື່ອງຈາກ ບັນຫາ ດັ່ງກ່າວ ຈະຕ້ອງໄປ ຄຽງຄູ່ກັບ ຄວາມຮຽກຮ້ອງ ໃນການ ຢຸດຕິ ການລົງທຶນ ຄັ້ງໃໝ່ ເຂົ້າໃນ ອາຍແກັສ- ສິ່ງດັ່ງກ່າວ ອາດຈະເປັນ ການນາບຂູ່ ຄວມປອດໄພ ດ້ານພະລັງງານ.
ສິ່ງທີໜ້າສັງເກດຫລ້າສຸດ, IEA ໄດ້ຕິຕຽນ ບັນດາ ເຕັກໂນໂລຊີ ທີ່ ຮັກສາ ກາກບອນ. ການອອກ ຖະແຫລງການຢູ່ເວັບໄຂ ຂອງ IEA ໃຫ້ຮູ້ວ່າ ຂະແໜງການ ອຸດສາຫະກໍຳ ຄວນໃຫ້ ຄໍາໝັ້ນ ສັນຍາ ທີ່ແທ້ຈິງ ເພື່ອຊ່ວຍໂລກຕອບສະໜອງ ພະລັງງານ ແລະ ບັນດາ ເປົ້າໝາຍ ກ່ຽວກັບ ສະພາບອາກາດ. ສິ່ງດັ່ງກ່າວ ມີຄວາມໝາຍວ່າ ຄວນຍົກເລີກ ຈາກ ຄວາມເຟີ້ຝັນ ວ່າ ການສະສົມ ປະລິມານ ກາກບອນ ຂະໜາດໃຫຍ່ ຈົນເຖິງຂັ້ນ ບໍ່ສາມາດ ເຊື່ອວ່າ ນີ້ເປັນວິທີການແກ້ໄຂ.
UAE , ເປັນປະເທດ ອາຣັບ ອັນດັບ 2 ໃນການ ລົງທະບຽນ ເຂົ້າຮ່ວມ ກອງປະຊຸມ ສຸດຍອດ ດ້ານສະພາບອາກາດ- ພາຍຫລັງ ເອຢິບ ໃນປີ 2022, ໄດ້ພ້ອມກັບ ບັນດາ ຜຸ້ຜະລິດ ພະລັງງານ ໃນເຂດອ່າວອຶ່ນ ໄດ້ຮຽກຮ້ອງສິ່ງທີ ພວກເຂົາ ຄິດວ່າ ເປັນຂະບວນ ການປ່ຽນແປງ ພະລັງງານ ຕົວຈິງ ໃຫ້ດີຂຶ້ນ ຕື່ມອີກ. ໃນນັ້ນ ເຊື້ອໄຟແຂງຈະສືບຕໍ່ ຮັກສາ ບົດບາດ ໃນການ ຮັບປະກັນ ແຫລ່ງສະໜອງ ພະລັງງານ ເມື່ອຂະແໜງການ ອຸດສາຫະກຳ (ພວມພະຍາຍາມ) ຢູດໃຊ້ ກາກບອນ. ທ່ານ ໄຮທາມ ອາລເຈສ ກ່າວວ່າ ເປັນໜ້າເສຍດາຍ ເມື່ອ IEA ຮຽກບັນດາ ເຕັກໂນໂລຊີ ຄື: ການນຳໃຊື ແລະ ການສະສົມ ກາກບອນ (CCUS) ເປັນຄວາມເຟີ້ຝັນ.OPEC ແລະ ບັນດາ ພັນທະມິດ ໂດຍຮຽກວ່າ ໂອເປັກ+ ໄດ້ເອກະພາບ ຕົກລົງ ເມື່ອປິກາຍວ່າ ກຸ່ມນີ້ ຈະຢຸດນຳໃຊ້ເຊື້ອໄຟ ຈາກ IEA ເມື່ອມີການ ຕີລາຄາ ກ່ຽວກັບ ສະພາບການ ຕະຫລາດ ນໍ້າມັນ. ອາຣັບບີ ຊາອຸດິດ ໄດ້ກ່າວຫາ IEA ກ່ຽວກັບ ການຕັດສິນໃຈ ຂອງ ສ.ອາເມລິກາ ໃນການ ຂາຍນໍ້າມັນຈາກ ສາງສໍາຮອງ ຂອງຕົນ ທີ່ກ່ຽວຂ້ອງເຖິງ ການກຳນົດ ໃນເບຶ້ອງຕົ້ນ ຂອງ IEA ກ່ຽວກັບ ປະລິມານ ນໍ້າມັນ ຂອງ ຣັດເຊຍ ຫລຸດລົງ 3 ລ້ານຖັງ ເນື່ອງຈາກ ການປະທະກັນ ຢູ່ ອູແກຣນ. /.
KPL