ບັນຊີການຄ້າເຄື່ອງໄຟຟ້າ ຫວຽດນາມ ຈະບັນລຸ 20,5 ຕື້ໂດລາສະຫະລັດ

01/12/2023 22:42
Email Print 602
ຂປລ ໂດຍອາດຈະເວົ້າໄດ້ວ່າ, ຄຳໝັ້ນ ສັນຍາ ການຄ້າເຄື່ອງໄຟຟ້າ ໃນບັນດາ ສັນຍາ ການຄ້າ ເສລີ ໄດ້ນຳເອົາ ບັນດາ ໝາກຜົນ ຢ່າງຕັ້ງໜ້າ ໃຫ້ແກ່ການພັດທະນາ ການຄ້າເຄື່ອງໄຟຟ້າ ເຊັ່ນ: ການຊຸກຍູ້ ກອບກົດໝາຍ ສຳເລັດ ເພື່ອດຳເນີນ ຄຳໝັ້ນ ສັນຍາ, ແຕ່ລະປະເທດ ສະມາຊິກ ຈະຕ້ອງ ປະຕິບັດ ກອບກົດໝາຍ ໃຫ້ສຳເລັດ ເພື່ອສ້າງ ເງື່ອນໄຂ ໃຫ້ແກ່ ການດຳເນີນ ສັນຍາ

ຂປລ. ຂ່າວສານ ຫວຽດນາມ, ອ້າງຕາມ ບົດລາຍງານ ຂອງ ກູເກີນ, Temasek ແລະ Bain & Company  ປະກາດ ເມື່ອວັນທີ 1 ເດືອນພະຈິກ, ຫວຽດນາມ ສືບຕໍ່ເປັນ ປະເທດໜຶ່ງ ທີ່ມີ ລະດັບ ເສດຖະກິດ ດິຈີຄຕອນ ຂະຫຍາຍຕົວ ວ່ອງໄວທີ່ສຸດ ໃນອາຊຽນ ເປັນປີທີ 2 (2022 ແລະ 2023). ໂດຍອາດຈະເວົ້າໄດ້ວ່າ, ຄຳໝັ້ນ ສັນຍາ ການຄ້າເຄື່ອງໄຟຟ້າ ໃນບັນດາ ສັນຍາ ການຄ້າ ເສລີ ໄດ້ນຳເອົາ ບັນດາ ໝາກຜົນ ຢ່າງຕັ້ງໜ້າ ໃຫ້ແກ່ການພັດທະນາ ການຄ້າເຄື່ອງໄຟຟ້າ ເຊັ່ນ: ການຊຸກຍູ້ ກອບກົດໝາຍ ສຳເລັດ ເພື່ອດຳເນີນ ຄຳໝັ້ນ ສັນຍາ, ແຕ່ລະປະເທດ ສະມາຊິກ ຈະຕ້ອງ ປະຕິບັດ ກອບກົດໝາຍ ໃຫ້ສຳເລັດ ເພື່ອສ້າງ ເງື່ອນໄຂ ໃຫ້ແກ່ ການດຳເນີນ ສັນຍາ, ຈາກນັ້ນ ກອບກົດໝາຍ ການຄ້າ ເຄື່ອງໄຟຟ້າ ແລະ ບັນດາ ມາດຖານ ໄດ້ຍົກສູງຂຶ້ນ ແລະ ປະສົບ ຜົນສຳເລັດຕື່ມອີກ.

ຄຽງຄູ່ກັນນັ້ນ, ການສ້າງເງື່ອນໄຂ ໃນການ ດຶງດູດເອົາ ການລົງທຶນ ເຂົ້າໃນ ຂົງເຂດ ການຄ້າ ເຄື່ອງໄຟຟ້າ, ໄປພ້ອມກັບ ກອບກົດໝາຍ ທີ່ ສຳເລັດ, ສະພາບ ແວດລ້ອມ ໃນການ ລົງທຶນ ທຸລະກິດ ໃຫ້ມີ ຄວາມປົງໃສ, ເຂັ້ມແຂງ ຂຶ້ນຕື່ມ ດ້ວຍບັນດາ ບຸລິມະສິດ ທີ່ FTA ເອົາມາໃຫ້ ຊຶ່ງເປັນ ການສ້າງ ເງື່ອນໄຂ ໃນການ ດືງດູດ ການລົງທຶນ ພ້ອມກັນນັ້ນ ຍັງເປັນ ການຍົກສູງ ທັກສະ ໃນການ ແຂ່ງຂັນ ຂອງ ບັນດາ ວິສາຫະກິດ. ສະນັ້ນ ເພື່ອປະຕິບັດ ຄຳໝັ້ນ ສັນຍາໃນ FTA, ບັນດາ ລາຍການ ສະໜັບ ສະໜູນ, ການຍົກສູງ ທັກສະ ຈະໄດ້ ດຳເນີນການ ເພື່ອແນໃສ່ ຊ່ວຍເຫລືອ ທັກສະ ໃນການ ແຂ່ງຂັນ ຢູ່ ບັນດາ ວິສາຫະກິດ ພາຍໃນປະເທດ. ນອກນັ້ນ, ບັນດາ FTA ຈະສະໜັບ ສະໜູນ ວິສາຫະກິດ ຫວຽດນາມ ໃນການ ເຂົ້າເຖິງ ຕະຫລາດ ສາກົນ. ເປົ້າໝາຍ ສຳຄັນ ທີ່ສຸດຄື: ເມື່ອເຂົ້າຮ່ວມ ໃນ FTA ຂອງ ບັນດາ ລັດຖະບານ ເປັນການ ເປີດກວ້າງ ແລະ ເຊື່ອມຈອດ ເຂົ້າຕະຫລາດ. ດ້ວຍບັນດາ ບຸລິມະສິດ ທີ່ FTA ນໍາມາ, ວິສາຫະວິດ ໄດ້ມີໂອາກາ ເຂົ້າເຖິງ ເຕັກໂນໂລຊີໃໝ່, ມີໂອກາດ ເຂົ້າເຖິງແຫລ່ງທຶນ ຫລື ບຸລິມະສິດ ຈາກ FTA ຈະສ້າງ ຜົນປະໂຫຍດ ໃຫ້ແກ່ ວິສາຫະກິດ ໄດ້ເຂົ້າເຖິງ ແລະ ເປີດກວ້າງຕະຫລາດ ຫລາຍຂຶ້ນ.

ບັນດາຊ່ຽວຊານ ກ່າວວ່າ ໃນອະນາຄົດ, ເພື່ອນຳໃຊ້ ຜົນປະໂຫຍດ ໃຫ້ໄດ້ຮັບ ປະສິດທິພາບ ຈາກ ຄຳໝັ້ນ ສັນຍາ ການຄ້າ ເຄື່ອງໄຟຟ້າ ທີ່ ນຳມາ, ບັນດາ ອົງການ ຄຸ້ມຄອງລັດ ຄວນສືບຕໍ່ ດຳເນີນ ກອບກົດໝາຍ ໃຫ້ສຳເລັດ ແລະ ກໍ່ສ້າງ ບັນດາ ລາຍການ ເຝິກອົບຮົມ, ຍົກສູງທັກສະ ໃຫ້ແກ່ ວິສາຫະກິດ. ສ່ວນຝ່າຍ ວິສາຫະກິດ ກໍຕ້ອງເປັນເຈົ້າການ ໃນການ ຊອກຫາ ຂໍ້ມູນ ກ່ຽວກັບ ບັນດາ ຄຳໝັ້ນ ສັນຍາໃນ FTA, ທິດທາງ ການຄ້າເຄື່ອງໄຟຟ້າ, ພ້ອມກັນນັ້ນ ກໍຕັ້ງໜ້າ ເຂົ້າຮ່ວມ ໃນພຶ້ນຖານ, ຮູບແບບ ການຄ້າເຄື່ອງ ໄຟຟ້າໃໝ່ ເພື່ອເຊື່ອຈອດ ເຂົ້າຕະຫລາດ./.

 

KPL

ຂ່າວອື່ນໆ

ads
ads

Top