ຂປລ
ຣັດເຊຍ ຈະຍົກລະດັບ ການຫລຸດຜ່ອນ ການປະລິມານ ນ້ຳມັນ ຂຶ້ນເຖິງ 500.000 ຖັງ/ວັນ ແລະ ຂໍ້ຕົກລົງນີ້ ຈະແກ່ ຍາວ ຈົນສິ້ນສຸດ ໄຕມາດທີ 1 ປີໜ້າ ເພື່ອຮັກສາ ຄວາມສະຖຽນ ລະພາບ ແລະ ຄວາມດຸ່ນດ່ຽງ ໃນຕະຫລາດ ນ້ຳມັນ.ເຊັ່ນດຽວກັບ ອາຣັບບີ ຊາອຸດິດ ຈະຕໍ່ກຳນົດ ເວລາ ຫລຸດຜ່ອນ ປະລິມານ ນ້ຳມັນ 1 ລ້ານຖັງ/ວັນ ຈົນຮອດ ທ້າຍໄຕມາດ ທຳອິດ ຂອງປີໜ້າ.

ຂປລ.ວິທະຍຸ ສາກົນ ຫວຽດນາມ, ຣັດເຊຍ ຈະຍົກລະດັບ ການຫລຸດຜ່ອນ ການປະລິມານ ນ້ຳມັນ ຂຶ້ນເຖິງ 500.000 ຖັງ/ວັນ ແລະ ຂໍ້ຕົກລົງນີ້ ຈະແກ່ຍາວ ຈົນສິ້ນສຸດ ໄຕມາດທີ 1 ປີໜ້າ ເພື່ອຮັກສາ ຄວາມສະຖຽນ ລະພາບ ແລະ ຄວາມດຸ່ນດ່ຽງ ໃນຕະຫລາດ ນ້ຳມັນ.ເຊັ່ນດຽວກັບ ອາຣັບບີ ຊາອຸດິດ ຈະຕໍ່ກຳນົດ ເວລາ ຫລຸດຜ່ອນ ປະລິມານ ນ້ຳມັນ 1 ລ້ານຖັງ/ວັນ ຈົນຮອດ ທ້າຍໄຕມາດ ທຳອິດ ຂອງປີໜ້າ. ພາຍຫລັງ ອົງການ ບັນດາປະເທດ ສົ່ງອອກນ້ຳມັນ (OPEC) ເປີດເຜີຍວ່າ: ບຣາຊິນ ຈະເຂົ້າຮ່ວມ ສະຫະພັນ ລະຫວ່າງ ກຸ່ມນີ້ ແລະ ບັນດາຄູ່ຮ່ວມມື (OPEC+)ໃນຕົ້ນປີ 2024 ແລະ ບຣາຊິນ ເຂົ້າເປັນສະມາຊິກ OPEC+ ຈະຊ່ວຍເພີ່ມທະວີ ການສົ່ງຜົນ ສະທ້ອນ ແລະ ທີ່ຕັ້ງຂອງກຸ່ມນີ້ ບົນຕະຫລາດ ນ້ຳມັນໂລກ. ປະຈຸບັນ, ບຣາຊິນ ແມ່ນປະເທດ ຜະລິດນ້ຳມັນ ແຫ່ງໃຫຍ່ ທີ່ສຸດຢູ່ ອາເມລິກາ ລາຕິນ ແລະ ນອນໃນ ຈຳນວນ 10 ປະເທດ ຜະລິດ ນ້ຳມັນດິບ ແຖວໜ້າໂລກ./.
(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL