ຂປລ
ກອງປະຊຸມ ສຸດຍອດ ຄັ້ງທີ 28 ຈັດຂຶ້ນ ໃນວັນທີ30 ພະຈິກນີ້ ຢູ່ດູໄບ ຂອງ ສະຫະນະຄອນ ເອເມເຣັດ ອາຣັບ ໂດຍມີ ບັນດາ ຝ່າຍ ເຂົ້າຮ່ວມ ສົນທິສັນຍາ ແມ່ຂອງສະຫະ ປະຊາຊາດ ກ່ຽວກັບ ການປ່ຽນແປງ ຂອງດິນຟ້າ ອາກາດ (COP 28) ໄດ້ເລີ່ມເຄື່ອນໄຫວ ກອງທຶນຊົດເຊີຍ ໃຫ້ແກ່ ບັນດາ ປະເທດ ຖືກຄວາມສ່ຽງສູງ ຍ້ອນການປ່ຽນແປງ ຂອງດິນຟ້າ ອາກາດ.

ຂປລ.ວິທະຍຸ ສາກົນ ຫວຽດນາມ, ກອງປະຊຸມ ສຸດຍອດ ຄັ້ງທີ 28 ຈັດຂຶ້ນ ໃນວັນທີ30 ພະຈິກນີ້ ຢູ່ດູໄບ ຂອງ ສະຫະນະຄອນ ເອເມເຣັດ ອາຣັບ ໂດຍມີ ບັນດາ ຝ່າຍ ເຂົ້າຮ່ວມ ສົນທິສັນຍາ ແມ່ຂອງສະຫະ ປະຊາຊາດ ກ່ຽວກັບ ການປ່ຽນແປງ ຂອງດິນຟ້າ ອາກາດ (COP 28) ໄດ້ເລີ່ມເຄື່ອນໄຫວ ກອງທຶນຊົດເຊີຍ ໃຫ້ແກ່ ບັນດາ ປະເທດ ຖືກຄວາມສ່ຽງສູງ ຍ້ອນການປ່ຽນແປງ ຂອງດິນຟ້າ ອາກາດ. ກອງທຶນ ໄດ້ເຫັນດີ ກ່ຽວກັບ ເນື້ອໃນ ໃນຂໍ້ຕົກລົງ ມີລັກສະນະ ບາດລ້ຽວ ທີ່ກອງປະຊຸມ COP 27 ຢູ່ Sharm el-Sheikh ປີ 2022. ຕາມຂໍ້ຕົກລົງແລ້ວ, ກອງທຶນນີ້ ຈະໂອນເຂົ້າ ທະນາຄານໂລກ (WB) ຊົ່ວຄາວ. ທ່ານ Sultan al-Jaber, ປະທານ COP 28, ຫົວໜ້າ ບໍລິຫານ (CEO) ກຸ່ມບໍລິສັດ ນ້ຳມັນ ແຫ່ງຊາດ ADNOC ຂອງ UAE ຖະແຫລງວ່າ: ເລີ່ມເຄື່ອນໄຫວ ກອງທຶນ ເພື່ອສົ່ງສັນຍານ ຕັ້ງໜ້າ ໃຫ້ແກ່ໂລກ. ຂະນະທີ່ UAE ໃຫ້ຄຳໝັ້ນ ສັນຍາ ປະກອບ ຈຳນວນເງິນ 100 ລ້ານໂດລາ ສະຫະລັດ ໃຫ້ແກ່ ກອງທຶນດັ່ງກ່າວ. ບາງປະເທດ ກໍ່ໃຫ້ຄຳໝັ້ນ ສັນຍາ ເຂົ້າກອງທຶນ. ລະອຽດແມ່ນ, ເຢຍລະມັນ ປະກອບ ຈຳນວນເງິນ 100 ລ້ານ ໂດລາສະຫະລັດ, ສ.ອາເມລິກາ ຈຳນວນ 17,5 ລ້ານ ໂດລາສະຫະລັດ, ອັງກິດ ຈຳນວນ 75,88 ລ້ານ ໂດລາສະຫະລັດ ແລະ ຍີ່ປຸ່ນ ຈຳນວນ 10 ລ້ານ ໂດລາສະຫະລັດ./.
(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL