ຂປລ
ຂປລ. ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ (ຫສນຍ) ຈັດສຳມະນາວິທະຍາສາດ ພາຍໃຕ້ຫົວຂໍ້: “ການສ້າງຄວາມສົມດູນດ້ານເສດຖະກິດ ໂດຍອີງໃສ່ທ່າແຮງຂອງປະເທດ” ໃນວັນທີ 29-30 ພະຈິກ 2023 ຢູ່ເມືອງວັງວຽງ, ແຂວງວຽງຈັນ

ຂປລ. ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ (ຫສນຍ) ຈັດສຳມະນາວິທະຍາສາດ ພາຍໃຕ້ຫົວຂໍ້: “ການສ້າງຄວາມສົມດູນດ້ານເສດຖະກິດ ໂດຍອີງໃສ່ທ່າແຮງຂອງປະເທດ” ໃນວັນທີ 29-30 ພະຈິກ 2023 ຢູ່ເມືອງວັງວຽງ, ແຂວງວຽງຈັນ ພາຍໃຕ້ການເປັນປະທານຂອງ ທ່ານ ສົມດີ ດວງດີ ອະດີດຮອງນາຍົກລັດຖະມົນຕີ, ອະດີດລັດຖະມົນຕີກະຊວງການເງິນ, ຫົວໜ້າຄະນະຊ່ຽວຊານລາວ ຕາມຂໍ້ຕົກລົງເລກທີ 132/ນຍ, ມີບັນດາລັດຖະມົນຕີ, ຮອງລັດຖະມົນຕີ, ຜູ້ຕາງໜ້າກຳມາທິການທີ່ກ່ຽວຂ້ອງ ຂອງສະພາແຫ່ງຊາດ, ສະຖາບັນຄົ້ນຄວ້າ ເສດຖະກິດ-ສັງຄົມ ແຫ່ງຊາດ, ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດ, ມະຫາວິທະຍາໄລແຫ່ງຊາດ, ບັນດາໃນຄະນະຕາມຂໍ້ຕົກລົງ 132/ນຍ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ກອງປະຊຸມຄັ້ງນີ້, ເພື່ອນຳສະເໜີຂໍ້ມູນ, ຄົ້ນຄວ້າ ແລະ ປະກອບຄຳຄິດເຫັນ ຕໍ່ບັນດາຫົວຂໍ້ຍ່ອຍ ທີ່ໄດ້ນຳມາສຳມະນາຄື: ການດູນດ່ຽງມະຫາພາກດ້ານແຫລ່ງທຶນ ແລະ ແຮງງານ ເພື່ອການພັດ ທະນາ; ທ່າແຮງດ້ານການເງິນ; ນະໂຍບາຍເງິນຕາ ຕໍ່ການຄວບຄຸມປະລິມານເງິນ M2 ແລະ ການແກ້ໄຂບັນຫາເງິນເຟີ້; ການປັບປຸງອັດຕາອາກອນມູນຄ່າເພີ່ມ ໂດຍຕິດພັນກັບການເກັບລາຍຮັບຕ່າງໆ, ເຊິ່ງທັງໝົດນັ້ນ ເພື່ອເປັນຂໍ້ມູນ ຕໍ່ການຄົ້ນຄວ້າກຳນົດມາດຕະການ ໃນແກ້ໄຂບັນຫາຫຍຸ້ງຍາກ ທາງດ້ານເສດຖະກິດ-ການເງິນ ຂອງປະເທດເຮົາ ທັງໄລຍະສັ້ນ ແລະ ໄລຍະຍາວ.
ໃນໂອກາດນີ້, ທ່ານ ສົມດີ ດວງດີ ໄດ້ຍົກໃຫ້ເຫັນຄວາມສຳຄັນ ຂອງກອງປະຊຸມໃນຄັ້ງນີ້ ໂດຍສະເພາະຄວາມໝາຍຄວາມສຳຄັນ ຂອງບັນດາຫົວຂໍ້ທີ່ນຳມາສະເໜີ; ຍົກໃຫ້ເຫັນຄວາມພະຍາຍາມຂອງສູນກາງພັກ ແລະ ລັດຖະບານ ໃນການແກ້ໄຂບັນຫາເສດຖະກິດ-ການເງິນ ດ້ວຍຫລາຍດ້ານ, ຫລາຍວິທີ, ຫລາຍມາດຕະການ ໂດຍໄດ້ສົມທົບກັບບັນດາຊ່ຽວຊານ ຈາກອົງການຈັດຕັ້ງສາກົນ ແລະ ບັນດາປະເທດເພື່ອນມິດຍຸດທະສາດ ເພື່ອຄົ້ນຄວ້າຫາສາເຫດແທ້ຈິງຂອງບັນຫາ ແລະ ຊອກຫາວິທີແກ້ໄຂ ເປັນແຕ່ລະຂົງເຂດ ເພື່ອແກ້ໄຂບັນຫາຄວາມຫຍຸ້ງຍາກ ທາງດ້ານເສດຖະກິດ-ການເງິນ ຂອງປະເທດເຮົາໃຫ້ກັບສູ່ ສະພາບປົກກະຕິໂດຍໄວ. ພ້ອມນັ້ນ, ທ່ານຍັງຮຽກຮ້ອງມາຍັງ ບັນດາທ່ານທີ່ເຂົ້າຮ່ວມກອງປະຊຸມ ຈົ່ງພ້ອມກັນເອົາໃຈໃສ່ດໍາເນີນ ການສໍາມະນາວິທະຍາສາດໃນຄັ້ງນີ້ ດ້ວຍຄວາມເປັນເຈົ້າການ ແລະ ຮັບຜິດຊອບສູງ, ພ້ອມກັນປະກອບ ຄຳເຫັນຢ່າງມີຈຸດສຸມ, ນຳສະເໜີວິທີແກ້ໄຂທີ່ເໝາະສົມ, ສອດຄ່ອງກັບສະພາບຕົວຈິງຢ່າງກົງໄປກົງມາ, ບໍ່ແກ່ຍາວເວລາ, ລົງເລິກປະກອບຄຳເຫັນຕໍ່ ການແກ້ໄຂບັນຫາທີ່ກຳລັງຜະເຊີນ ໃນປັດຈຸບັນ ແລະ ສິ່ງທ້າທາຍທີ່ຈະເກີດຂຶ້ນໃນຕໍ່ໜ້າ. ພາຍຫລັງສຳເລັດ ການສຳມະນາຄັ້ງນີ້ ຈະໄດ້ນຳເອົາບົດຮຽນໄປ ຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດ ໃຫ້ມີການຫັນປ່ຽນ ແລະ ເກີດໝາກຜົນຕົວຈິງ.
ຂ່າວ-ພາບ: ກົມປະຊາສຳພັນ ຫສນຍ
KPL